2 ໂກຣິນໂທ 3
3
ບັນດາຜູ້ຮັບໃຊ້ພັນທະສັນຍາໃໝ່
1ພວກເຮົາກຳລັງຍ້ອງຍໍພວກເຮົາເອງອີກບໍ? ຫລືວ່າພວກເຮົາຕ້ອງການໜັງສືແນະນຳຕົວມາໃຫ້ພວກເຈົ້າເໝືອນຢ່າງບາງຄົນບໍ? ຫລືເຮົາຕ້ອງການໜັງສືແນະນຳຕົວຈາກພວກເຈົ້າບໍ? 2ແມ່ນພວກເຈົ້າເອງທີ່ເປັນໜັງສືແນະນຳຕົວສຳລັບພວກເຮົາ ຊຶ່ງຈາລຶກໄວ້ໃສ່ຫົວໃຈຂອງພວກເຮົາໃຫ້ທຸກຄົນໄດ້ຮູ້ແລະໄດ້ອ່ານ 3ແລະເປັນທີ່ຈະແຈ້ງແລ້ວວ່າ ພວກເຈົ້າເປັນຕົວໜັງສືທີ່ມາຈາກພຣະຄຣິດ ທີ່ພວກເຮົາເປັນຜູ້ຂຽນ ຊຶ່ງບໍ່ໄດ້ຂຽນດ້ວຍນໍ້າມຶກ ແຕ່ຂຽນດ້ວຍພຣະວິນຍານຂອງພຣະເຈົ້າອົງຊົງຊີວິດຢູ່ ແລະບໍ່ໄດ້ຂຽນໃສ່ແຜ່ນຫີນ ແຕ່ຂຽນໃສ່ຫົວໃຈຂອງມະນຸດ.
4ພວກເຮົາກ່າວເຊັ່ນນີ້ກໍເພາະວ່າ ພວກເຮົາມີຄວາມໝັ້ນໃຈໃນພຣະເຈົ້າໂດຍທາງພຣະຄຣິດ. 5ທີ່ຈິງແລ້ວ ພວກເຮົາບໍ່ໄດ້ຖືສິ່ງໃດວ່າເກີດມາຈາກຄວາມສາມາດຂອງພວກເຮົາເອງ, ແຕ່ຄວາມສາມາດທີ່ພວກເຮົາມີນັ້ນ ແມ່ນມາຈາກພຣະເຈົ້າ. 6ເພາະແມ່ນພຣະອົງທີ່ໄດ້ເຮັດໃຫ້ພວກເຮົາສາມາດເປັນຜູ້ຮັບໃຊ້ພັນທະສັນຍາໃໝ່ ຊຶ່ງບໍ່ແມ່ນປະກອບດ້ວຍຕົວໜັງສື ແຕ່ດ້ວຍພຣະວິນຍານ. ດ້ວຍວ່າ, ຕົວໜັງສືປະຫານໃຫ້ຕາຍ ແຕ່ພຣະວິນຍານນັ້ນ ຊົງປະທານໃຫ້ມີຊີວິດ.
7ແຕ່ຖ້າການປະຕິບັດທີ່ນຳໄປເຖິງຄວາມຕາຍ ຄືການປະຕິບັດຕາມຕົວອັກສອນ ຊຶ່ງຊົງຈາລຶກໄວ້ທີ່ແຜ່ນຫີນນັ້ນຍັງມາດ້ວຍຣັດສະໝີ ເຖິງແມ່ນວ່າເປັນຣັດສະໝີທີ່ຈາງຫາຍໄປ ກໍຍັງເຮັດໃຫ້ພວກອິດສະຣາເອນເບິ່ງໜ້າຂອງໂມເຊບໍ່ໄດ້. 8ການປະຕິບັດຕາມພຣະວິນຍານ ກໍມີສະຫງ່າຣາສີອັນຍິ່ງໃຫຍ່ກວ່ານັ້ນອີກຈັກເທົ່າໃດໜໍ 9ຖ້າການປະຕິບັດທີ່ນຳການຕັດສິນລົງໂທດ ຍັງມີສະຫງ່າຣາສີ ການປະຕິບັດທີ່ນຳສູ່ຄວາມຊອບທຳ ກໍຍິ່ງມີສະຫງ່າຣາສີລື່ນກວ່ານັ້ນອີກຈັກເທົ່າໃດໜໍ 10ຄວາມຈິງແລ້ວ ສະຫງ່າຣາສີທີ່ໄດ້ເຄີຍສ່ອງແສງເຫຼື້ອມໃສໃນອະດີດນັ້ນ ໄດ້ຈາງຫາຍໄປແລ້ວ ເພາະມີສະຫງ່າຣາສີທີ່ຍິ່ງໃຫຍ່ກວ່າ. 11ດ້ວຍວ່າ, ຖ້າສິ່ງທີ່ຈາງຫາຍໄປ ຍັງມີສະຫງ່າຣາສີເຖິງພຽງນັ້ນ ສິ່ງທີ່ເປັນຢູ່ຕະຫລອດໄປ ກໍຍິ່ງມີສະຫງ່າຣາສີລື່ນກວ່ານັ້ນອີກຈັກເທົ່າໃດໜໍ.
12ເຫດສະນັ້ນ ໃນເມື່ອພວກເຮົາມີຄວາມຫວັງຢ່າງນີ້ ພວກເຮົາກໍມີໃຈກ້າຫລາຍຂຶ້ນ. 13ພວກເຮົາບໍ່ເປັນເໝືອນໂມເຊ ທີ່ຕ້ອງເອົາຜ້າປົກໜ້າຂອງຕົນເອງໄວ້ ເພື່ອຊາວອິດສະຣາເອນຈະບໍ່ໄດ້ເຫັນແສງອັນສະຫງ່າຣາສີທີ່ກຳລັງຈາງລົງ ແລະສູນຫາຍໄປນັ້ນ. 14ແຕ່ຈິດໃຈຂອງພວກເຂົາປຶກຕັນແທ້ຈິງຈົນເຖິງທຸກວັນນີ້ ເມື່ອພວກເຂົາອ່ານໜັງສືແຫ່ງພັນທະສັນຍາເດີມ ຈິດໃຈຂອງພວກເຂົາກໍຍັງຖືກປົກຄຸມຢູ່ດ້ວຍຜ້າປົກໜ້າຢ່າງດຽວກັນ ເພາະຜ້າປົກໜ້ານັ້ນຖືກເປີດອອກໂດຍພຣະຄຣິດເທົ່ານັ້ນ. 15ແມ່ນວ່າໃນປະຈຸບັນນີ້ ເມື່ອໃດທີ່ພວກເຂົາອ່ານກົດບັນຍັດຂອງໂມເຊ ຜ້າປົກໜ້ານັ້ນ ກໍຍັງປົກຄຸມຈິດໃຈຂອງພວກເຂົາຢູ່. 16ແຕ່ວ່າ ເມື່ອໃດເພິ່ນຫລົບເຂົ້າໄປເຝົ້າອົງພຣະຜູ້ເປັນເຈົ້າ ຜ້າປົກນັ້ນຈຶ່ງເປີດອອກເສຍ. 17ບັດນີ້ຄຳວ່າ, “ອົງພຣະຜູ້ເປັນເຈົ້າ” ນັ້ນແມ່ນພຣະວິນຍານ ແລະທີ່ໃດມີພຣະວິນຍານຂອງອົງພຣະຜູ້ເປັນເຈົ້າຢູ່ນຳ ທີ່ນັ້ນກໍມີເສລີພາບ. 18ແຕ່ເຮົາທັງຫລາຍບໍ່ມີຜ້າປົກໜ້າແລ້ວ ຕົວພວກເຮົາຈຶ່ງສະທ້ອນແສງແຫ່ງພຣະສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ແລະພຣະສະຫງ່າຣາສີທີ່ມາຈາກອົງພຣະຜູ້ເປັນເຈົ້າ ຊຶ່ງເປັນພຣະວິນຍານນັ້ນ ກໍຊົງເຮັດໃຫ້ເຮົາທັງຫລາຍປ່ຽນມີລັກສະນະເໝືອນພຣະອົງ ໂດຍມີສະຫງ່າຣາສີເປັນລຳດັບຂຶ້ນໄປ.
Currently Selected:
2 ໂກຣິນໂທ 3: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.