ໃນພຣະກາຍຂອງພຣະອົງເອງ ພຣະອົງໄດ້ຊົງຮັບແບກບາບຂອງພວກເຮົາໄປເຖິງຕົ້ນໄມ້ນັ້ນ ເພື່ອພວກເຮົາຈະໄດ້ຕາຍເສຍຝ່າຍການບາບ ແລະມີຊີວິດຝ່າຍຄວາມຊອບທຳ, ດ້ວຍບາດແຜຂອງພຣະອົງ ເຈົ້າທັງຫລາຍກໍດີປົກກະຕິແລ້ວ. ເພາະວ່າ ພວກເຈົ້າເປັນເໝືອນດັ່ງແກະທີ່ຫລົງເສຍໄປ, ແຕ່ບັດນີ້ພວກເຈົ້າຖືກນຳຄືນມາຫາພຣະຜູ້ລ້ຽງ ແລະຜູ້ເບິ່ງແຍງຈິດວິນຍານຂອງພວກເຈົ້າແລ້ວ.