ໃນທີ່ສຸດນີ້ ຂໍໃຫ້ພວກເຈົ້າທຸກຄົນຈົ່ງເປັນນໍ້າໜຶ່ງໃຈດຽວກັນ, ຈົ່ງເຫັນອົກເຫັນໃຈກັນ, ຈົ່ງຮັກກັນເໝືອນພີ່ນ້ອງຮ່ວມທ້ອງ, ຈົ່ງມີຈິດໃຈເມດຕາ ແລະອ່ອນນ້ອມຖ່ອມຕົວລົງ. ຢ່າຮ້າຍຕອບແທນການຮ້າຍ ແລະຢ່າປ້ອຍດ່າຕອບແທນການປ້ອຍດ່າ, ແຕ່ກົງກັນຂ້າມຈົ່ງອວຍພອນແກ່ພວກເຂົາ. ດ້ວຍວ່າ, ພຣະເຈົ້າຊົງເອີ້ນພວກເຈົ້າໃຫ້ເຮັດການຢ່າງນີ້ແຫຼະ ເພື່ອພວກເຈົ້າຈະໄດ້ຮັບພຣະພອນມາເປັນມໍຣະດົກ.