YouVersion Logo
Search Icon

1 ເປໂຕ 2

2
ພຣະ​ສີລາ​ທີ່​ຊົງ​ຊີວິດ ແລະ​ຊົນຊາດ​ບໍຣິສຸດ
1ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ລະຖິ້ມ​ຄວາມ​ຄິດ​ຮ້າຍ​ທັງປວງ ກົນອຸບາຍ​ທຸກຢ່າງ ການ​ໜ້າຊື່​ໃຈຄົດ ຄວາມ​ອິດສາ ແລະ​ຄຳ​ເວົ້າ​ນິນທາ​ທັງໝົດ. 2ຈົ່ງ​ເປັນ​ເໝືອນ​ດັ່ງ​ເດັກນ້ອຍໆ​ທີ່​ເກີດ​ໃໝ່ ຈົ່ງ​ຮ້ອນໃຈ​ປາຖະໜາ​ຫາ​ນໍ້ານົມ​ອັນ​ບໍຣິສຸດ​ຝ່າຍ​ຈິດ​ວິນຍານ ເພື່ອ​ວ່າ​ດ້ວຍ​ນໍ້ານົມ​ນັ້ນ ພວກເຈົ້າ​ຈະ​ໄດ້​ຈະເລີນ​ຂຶ້ນ​ເຖິງ​ຄວາມ​ພົ້ນ. 3ພວກເຈົ້າ​ໄດ້​ຄົ້ນ​ພົບ ແລະ​ສຳພັດ​ດ້ວຍ​ຕົນເອງ​ແລ້ວ​ວ່າ, ອົງພຣະ​ຜູ້​ເປັນເຈົ້າ​ປະກອບ​ດ້ວຍ​ພຣະ​ເມດຕາ​ກະລຸນາ.
4ຈົ່ງ​ມາ​ຫາ​ພຣະອົງ ຜູ້​ຊົງ​ເປັນ​ພຣະ​ສີລາ​ທີ່​ຊົງ​ຊີວິດ ຊຶ່ງ​ຝ່າຍ​ມະນຸດ​ໄດ້​ປະຖິ້ມ​ເສຍ ແຕ່​ຝ່າຍ​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ແລະ​ຊົງ​ຖື​ວ່າ​ມີ​ຄຸນຄ່າ​ສູງ. 5ເຈົ້າ​ທັງຫລາຍ​ກໍ​ເປັນ​ເໝືອນ​ຫີນ​ທີ່​ມີ​ຊີວິດ​ຢູ່ ພວກເຈົ້າ​ຈົ່ງ​ຍອມ​ໃຫ້​ພຣະເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍ​ວິນຍານ ເປັນ​ປະໂຣຫິດ​ບໍຣິສຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ຝ່າຍ​ວິນຍານ ຊຶ່ງ​ພໍພຣະໄທ​ຂອງ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ. 6ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ,
“ເບິ່ງແມ! ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ລົງ
ໃນ​ເມືອງ​ຊີໂອນ
ເປັນ​ຫີນ​ເສົາ​ເອກ​ທີ່​ເລືອກ​ໄວ້​ແລ້ວ,
ແລະ​ເປັນ​ຫີນ​ທີ່​ມີຄ່າ​ອັນ​ປະເສີດ
ຜູ້​ທີ່​ວາງໃຈ​ໃນ​ຫີນ​ນັ້ນ ກໍ​ຈະ​ບໍ່ໄດ້​ຮັບ​
ຄວາມ​ອັບອາຍ​ຈັກເທື່ອ.”
7ຫີນ​ທີ່​ມີຄ່າສູງ​ຫລາຍນີ້ ມີ​ສຳລັບ​ເຈົ້າ​ທັງຫລາຍ​ທີ່​ວາງໃຈເຊື່ອ ແຕ່​ສຳລັບ​ຄົນ​ທັງຫລາຍ​ທີ່​ບໍ່​ເຊື່ອ​ນັ້ນ
“ຫີນ​ທີ່​ຊ່າງກໍ່​ຖິ້ມ​ເສຍ​ແລ້ວ
ຫີນ​ນັ້ນ​ແຫຼະ ໄດ້​ກັບ​ກາຍ​ມາ​ເປັນ​ຫີນ​ເສົາ​ເອກ.”
8ແລະ
“ເປັນ​ຫີນ​ທີ່​ຈະ​ເຮັດ​ໃຫ້​ຄົນ​ຕຳ​ສະດຸດ
ແລະ​ເປັນ​ຫີນ​ທີ່​ເຮັດ​ໃຫ້​
ພວກເຂົາ​ສະດຸດ​ລົ້ມ”
ທີ່​ພວກເຂົາ​ສະດຸດ​ນັ້ນ ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະທຳ ພວກເຂົາ​ກໍ​ຖືກ​ຊົງ​ກຳນົດ​ໄວ້ ສຳລັບ​ການ​ນີ້​ແຫຼະ.
9ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ. 10ຄື​ເມື່ອ​ກ່ອນ​ນັ້ນ ເຈົ້າ​ທັງຫຼາຍ​ບໍ່ມີ​ຊາດ, ແຕ່​ບັດນີ້​ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເມື່ອ​ກ່ອນ​ພວກເຈົ້າ​ບໍ່ໄດ້​ຮັບ​ພຣະ​ກະລຸນາ, ແຕ່​ບັດນີ້​ພວກເຈົ້າ​ໄດ້​ຮັບ​ພຣະ​ກະລຸນາ​ແລ້ວ.
ດຳເນີນ​ຊີວິດ​ເໝືອນ​ເປັນ​ຂ້ອຍຂ້າ​ຂອງ​ພຣະເຈົ້າ
11ເຈົ້າ​ທັງຫລາຍ​ທີ່ຮັກ​ເອີຍ ຂ້າພະເຈົ້າ​ຂໍ​ເຕືອນ​ສະຕິ​ພວກເຈົ້າ ເໝືອນ​ເປັນ​ຄົນຕ່າງຊາດ​ທີ່​ທ່ອງທ່ຽວ​ໃນ​ໂລກນີ້ ໃຫ້​ງົດເວັ້ນ​ຈາກ​ຕັນຫາ​ແນວ​ມະນຸດ ຊຶ່ງ​ທຳ​ການ​ຕໍ່ສູ້​ຈິດ​ວິນຍານ. 12ຈົ່ງ​ດຳເນີນ​ຊີວິດ​ອັນ​ດີງາມ​ຢູ່​ໃນ​ທ່າມກາງ​ຄົນ​ຕ່າງ​ຄວາມເຊື່ອ ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ເຮັດ​ຊົ່ວ​ນັ້ນ, ພວກເຂົາ​ກໍ​ຈະ​ໄດ້​ເຫັນ​ຄຸນຄວາມດີ​ຂອງ​ພວກເຈົ້າ ຈະ​ໄດ້​ສັນລະເສີນ​ພຣະເຈົ້າ ໃນ​ວັນ​ທີ່​ພຣະອົງ​ສະເດັດ​ມາ​ປາກົດ.
13ເພາະ​ເຫັນແກ່​ອົງພຣະ​ຜູ້​ເປັນເຈົ້າ ເຈົ້າ​ທັງຫລາຍ​ຈົ່ງ​ຍອມ​ຢູ່​ໃຕ້​ຂໍ້​ບັງຄັບ​ທຸກຢ່າງ ທີ່​ມະນຸດ​ຕັ້ງ​ໄວ້ ບໍ່​ວ່າ​ຜູ້ນັ້ນ​ຈະ​ເປັນ​ກະສັດ​ຜູ້​ສູງສຸດ 14ຫລື​ບັນດາ​ຜູ້ປົກຄອງ​ທີ່​ໄດ້​ຮັບ​ແຕ່ງຕັ້ງ​ຈາກ​ເພິ່ນ ໃຫ້​ລົງໂທດ​ຜູ້​ທີ່​ເຮັດ​ຊົ່ວ​ແລະ​ຍ້ອງຍໍ​ຜູ້​ທີ່​ເຮັດ​ດີ. 15ດ້ວຍວ່າ, ພຣະເຈົ້າ​ຢາກ​ໃຫ້​ພວກເຈົ້າ​ລະງັບ​ຄວາມ​ໂງ່ງ່າວ​ຂອງ​ຄົນ ດ້ວຍ​ຄຸນຄວາມດີ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ. 16ຈົ່ງ​ດຳເນີນ​ຊີວິດ​ຢ່າງ​ຄົນ​ມີ​ເສລີພາບ ແຕ່​ຢ່າ​ໃຊ້​ເສລີພາບ​ນັ້ນ ເປັນ​ຂໍ້​ອ້າງ​ເພື່ອ​ເຮັດ​ຄວາມຊົ່ວ ແຕ່​ຈົ່ງ​ດຳເນີນ​ຊີວິດ​ເໝືອນ​ເປັນ​ຂ້ອຍຂ້າ​ຂອງ​ພຣະເຈົ້າ. 17ຈົ່ງ​ໃຫ້ກຽດ​ແກ່​ທຸກໆ​ຄົນ ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວກັນ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຈົ່ງ​ເຄົາຣົບ​ນັບຖື​ຜູ້​ທີ່​ມີ​ອຳນາດ​ສູງສຸດ.
ພຣະເຢຊູເຈົ້າ​ເປັນ​ແບບຢ່າງ​ຂອງ​ການ​ທົນທຸກ
18ເຈົ້າ​ທັງຫຼາຍ​ຜູ້​ເປັນ​ຄົນ​ຮັບໃຊ້​ເອີຍ, ຈົ່ງ​ຍອມ​ຟັງ​ນາຍ​ຂອງຕົນ ດ້ວຍ​ຄວາມ​ເຄົາຣົບ​ທຸກຢ່າງ ບໍ່ແມ່ນແຕ່​ນາຍ​ຜູ້​ໃຈ​ດີ ແລະ​ຜູ້​ໃຫ້​ຄວາມ​ເຫັນອົກ​ເຫັນໃຈ​ເທົ່ານັ້ນ ແຕ່​ທັງ​ຕໍ່​ນາຍ​ຜູ້​ທີ່​ໂຫດຮ້າຍ​ດ້ວຍ. 19ຖ້າ​ພວກເຈົ້າ​ທົນ​ຄວາມ​ທຸກ​ລຳບາກ​ອັນ​ບໍ່​ເປັນທຳ ເນື່ອງ​ຈາກ​ຄວາມເຊື່ອ​ໃນ​ພຣະເຈົ້າ ພຣະອົງ​ຈະ​ຊົງ​ອວຍພອນ​ແກ່​ພວກເຈົ້າ. 20ເພາະ​ຖ້າ​ພວກເຈົ້າ​ເຮັດ​ການ​ຊົ່ວ ແລະ​ອົດທົນ​ເອົາ​ການ​ຂ້ຽນຕີ​ເພາະ​ເຮັດ​ຊົ່ວ ຈະ​ເປັນ​ການດີ​ການຊອບ​ຢ່າງ​ໃດ? ແຕ່​ຖ້າ​ພວກເຈົ້າ​ເຮັດ​ການ​ດີ ແລະ​ອົດທົນ​ເອົາ​ຄວາມ​ທຸກ​ທໍລະມານ​ເພາະ​ການ​ດີ​ນັ້ນ ເຈົ້າ​ກໍ​ເປັນ​ທີ່​ພໍພຣະໄທ​ຕໍ່​ພຣະພັກ​ພຣະເຈົ້າ. 21ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໄວ້​ສຳລັບ​ການ​ນີ້​ແຫຼະ ເພາະ​ພຣະຄຣິດ​ກໍໄດ້​ຊົງ​ທົນທຸກ​ທໍລະມານ ແທນ​ເຈົ້າ​ທັງຫລາຍ​ເໝືອນກັນ ໂດຍ​ໃຫ້​ເປັນ​ແບບຢ່າງ​ແກ່​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ໄດ້​ຕິດຕາມ​ຮອຍ​ພຣະບາດ​ຂອງ​ພຣະອົງ. 22ພຣະອົງ​ບໍ່ໄດ້​ເຮັດ​ບາບ​ຈັກ​ປະການ ແລະ​ຄວາມ​ຕົວະ​ຈາກ​ປາກ​ຂອງ​ພຣະອົງ​ກໍ​ບໍ່ມີ. 23ເມື່ອ​ເຂົາ​ກ່າວ​ຄຳ​ໝິ່ນປະໝາດ​ພຣະອົງ ພຣະອົງ​ກໍ​ບໍ່ໄດ້​ຕອບຄືນ ເມື່ອ​ພຣະອົງ​ທົນທຸກ​ທໍລະມານ​ພຣະອົງ​ກໍ​ບໍ່ໄດ້​ຂູ່ອາຄາດ ແຕ່​ພຣະອົງ​ໄດ້​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ​ຜູ້ຕັດສິນ​ຢ່າງ​ຍຸດຕິທຳ. 24ໃນ​ພຣະກາຍ​ຂອງ​ພຣະອົງ​ເອງ ພຣະອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກເຮົາ​ໄປ​ເຖິງ​ຕົ້ນໄມ້​ນັ້ນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການບາບ ແລະ​ມີ​ຊີວິດ​ຝ່າຍ​ຄວາມ​ຊອບທຳ, ດ້ວຍ​ບາດແຜ​ຂອງ​ພຣະອົງ ເຈົ້າ​ທັງຫລາຍ​ກໍດີ​ປົກກະຕິ​ແລ້ວ. 25ເພາະວ່າ ພວກເຈົ້າ​ເປັນ​ເໝືອນ​ດັ່ງ​ແກະ​ທີ່​ຫລົງ​ເສຍ​ໄປ, ແຕ່​ບັດນີ້​ພວກເຈົ້າ​ຖືກ​ນຳ​ຄືນ​ມາ​ຫາ​ພຣະຜູ້ລ້ຽງ ແລະ​ຜູ້​ເບິ່ງແຍງ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ແລ້ວ.

Currently Selected:

1 ເປໂຕ 2: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in