1 ເປໂຕ 2:11-12
1 ເປໂຕ 2:11-12 ພຄພ
ເຈົ້າທັງຫລາຍທີ່ຮັກເອີຍ ຂ້າພະເຈົ້າຂໍເຕືອນສະຕິພວກເຈົ້າ ເໝືອນເປັນຄົນຕ່າງຊາດທີ່ທ່ອງທ່ຽວໃນໂລກນີ້ ໃຫ້ງົດເວັ້ນຈາກຕັນຫາແນວມະນຸດ ຊຶ່ງທຳການຕໍ່ສູ້ຈິດວິນຍານ. ຈົ່ງດຳເນີນຊີວິດອັນດີງາມຢູ່ໃນທ່າມກາງຄົນຕ່າງຄວາມເຊື່ອ ເພື່ອວ່າເມື່ອພວກເຈົ້າຖືກກ່າວຫາວ່າເປັນຄົນເຮັດຊົ່ວນັ້ນ, ພວກເຂົາກໍຈະໄດ້ເຫັນຄຸນຄວາມດີຂອງພວກເຈົ້າ ຈະໄດ້ສັນລະເສີນພຣະເຈົ້າ ໃນວັນທີ່ພຣະອົງສະເດັດມາປາກົດ.