5
ພຣະເຢຊູເຈົ້າເອີ້ນເອົາສາວົກກຸ່ມທຳອິດ
(ມທ 4:18-22; ມຣກ 1:16-20; ຢຮ 1:40-42)
1ວັນໜຶ່ງຂະນະທີ່ພຣະເຢຊູເຈົ້າຢືນຢູ່ທີ່ແຄມທະເລສາບເຄັນເນຊາເຣັດ#5:1 ຄື ທະເລຄາລີເລໂດຍມີປະຊາຊົນກຳລັງຫຸ້ມອ້ອມພຣະອົງ ເພື່ອຟັງພຣະຄຳຂອງພຣະເຈົ້າ, 2ພຣະອົງຫລຽວເຫັນເຮືອສອງລຳຈອດຢູ່ແຄມຝັ່ງ ສ່ວນຄົນຫາປາກໍຂຶ້ນຈາກເຮືອແລ້ວກຳລັງລ້າງມອງຢູ່. 3ພຣະອົງຈຶ່ງລົງເຮືອລຳໜຶ່ງ ເຊິ່ງເປັນເຮືອຂອງຊີໂມນ ແລະ ຂໍໃຫ້ເພິ່ນຖອຍເຮືອອອກໄປຈາກຝັ່ງໜ້ອຍໜຶ່ງ. ແລ້ວພຣະອົງກໍນັ່ງລົງ ແລະ ສັ່ງສອນປະຊາຊົນຈາກເທິງເຮືອ.
4ຫລັງຈາກພຣະອົງສັ່ງສອນຈົບແລ້ວ, ພຣະອົງຈຶ່ງກ່າວກັບຊີໂມນວ່າ, “ຈົ່ງຖອຍເຮືອອອກໄປສູ່ບ່ອນນ້ຳເລິກ ແລ້ວຈົ່ງຢ່ອນ#5:4 ໃນພາສາກຣີກຄຳກິລິຍາເປັນ ພະຫຸພົດມອງລົງເພື່ອຈັບປາ”.
5ຊີໂມນຕອບວ່າ, “ອາຈານເອີຍ, ພວກຂ້ານ້ອຍຫາປາຢ່າງໜັກໜ່ວງມາຕະຫລອດຄືນ ແລະ ຈັບປາບໍ່ໄດ້ປາຈັກໂຕ. ແຕ່ເພາະພຣະອົງບອກຢ່າງນັ້ນ ຂ້ານ້ອຍກໍຈະຢ່ອນມອງລົງ”.
6ເມື່ອພວກເພິ່ນໄດ້ຢ່ອນມອງລົງ, ພວກເພິ່ນກໍຈັບປາໄດ້ຈຳນວນຫລວງຫລາຍຈົນມອງຂອງພວກເພິ່ນກຳລັງຈະຂາດ. 7ດັ່ງນັ້ນ ພວກເພິ່ນຈຶ່ງສັນຍານໃຫ້ໝູ່ທີ່ຢູ່ໃນເຮືອລຳອື່ນມາຊ່ວຍ, ພວກເຂົາຈຶ່ງມາຊ່ວຍ ແລະ ໄດ້ປາເຕັມເຮືອທັງສອງລຳຈົນເຮືອແຊມເກືອບຫລົ້ມ.
8ເມື່ອຊີໂມນເປໂຕເຫັນເຫດການທີ່ເກີດຂຶ້ນຢ່າງນີ້ເພິ່ນກໍຂາບລົງທີ່ຫົວເຂົ່າຂອງພຣະເຢຊູເຈົ້າ ແລະ ກ່າວວ່າ, “ອົງພຣະຜູ້ເປັນເຈົ້າເອີຍ ຂໍໃຫ້ໄປຈາກຂ້ານ້ອຍສາ ເພາະຂ້ານ້ອຍເປັນຄົນບາບ!” 9ເພາະເພິ່ນກັບໝູ່ຂອງເພິ່ນທັງໝົດໄດ້ປະຫລາດໃຈທີ່ພວກເຂົາຈັບປາໄດ້ຢ່າງຫລວງຫລາຍເຊັ່ນນີ້, 10ຢາໂກໂບ ແລະ ໂຢຮັນລູກຊາຍຂອງເຊເບດາຍ ຜູ້ຮ່ວມງານຂອງຊີໂມນກໍປະຫລາດໃຈເໝືອນກັນ.
ແລ້ວພຣະເຢຊູເຈົ້າກໍກ່າວກັບຊີໂມນວ່າ, “ຢ່າຢ້ານເລີຍ, ຕັ້ງແຕ່ນີ້ໄປພວກເຈົ້າຈະເປັນຜູ້ຫາຄົນ”. 11ດັ່ງນັ້ນ ພວກເຂົາຈຶ່ງດຶງເຮືອຂຶ້ນແຄມຝັ່ງ, ແລ້ວປະຖິ້ມທຸກສິ່ງ ແລະ ຕິດຕາມພຣະອົງໄປ.
ພຣະເຢຊູເຈົ້າຮັກສາຊາຍຄົນໜຶ່ງໃຫ້ດີພະຍາດຂີ້ທູດ
(ມທ 8:2-4; ມຣກ 1:40-44)
12ໃນຂະນະທີ່ພຣະເຢຊູເຈົ້າຢູ່ໃນເມືອງແຫ່ງໜຶ່ງ, ມີຊາຍຄົນໜຶ່ງເປັນພະຍາດຂີ້ທູດ#5:12 ຄຳພາສາກຣີກອາດໝາຍເຖິງພະຍາດຜິວໜັງຕ່າງໆ ບໍ່ຈຳເປັນຕ້ອງໝາຍເຖິງພະຍາດຂີ້ທູດເທົ່ານັ້ນເຕັມໂຕຍ່າງມາຕາມທາງ. ເມື່ອລາວເຫັນພຣະເຢຊູເຈົ້າລາວຈຶ່ງກົ້ມໜ້າໝອບລົງພື້ນດິນ ແລະ ອ້ອນວອນຂໍພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ ຖ້າພຣະອົງເຕັມໃຈ ພຣະອົງກໍສາມາດເຮັດໃຫ້ຂ້ານ້ອຍສະອາດໄດ້”.
13ພຣະເຢຊູເຈົ້າເດ່ມືອອກໄປແຕະລາວ ແລະ ກ່າວວ່າ, “ເຮົາເຕັມໃຈຈະຮັກສາ ຈົ່ງດີສະອາດສາ!” ໃນທັນໃດນັ້ນ ພະຍາດຂີ້ທູດກໍຫາຍໄປຈາກລາວ.
14ແລ້ວພຣະເຢຊູເຈົ້າໄດ້ສັ່ງລາວວ່າ, “ຢ່າບອກຜູ້ໃດ ແຕ່ຈົ່ງໄປສະແດງໂຕຕໍ່ປະໂລຫິດ ແລະ ຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້, ເພື່ອເປັນພະຍານໃຫ້ຄົນທັງຫລາຍວ່າເຈົ້າດີສະອາດແລ້ວ”.
15ແຕ່ຂ່າວກ່ຽວກັບພຣະອົງກໍໄດ້ກະຈາຍອອກໄປຫລາຍຂຶ້ນ ຈົນປະຊາຊົນຈຳນວນຫລວງຫລາຍໄດ້ພາກັນມາຟັງພຣະອົງ ແລະ ຮັບການຮັກສາໃຫ້ຫາຍດີຈາກພະຍາດຕ່າງໆຂອງພວກເຂົາ. 16ແຕ່ພຣະເຢຊູເຈົ້າມັກຈະແຍກໂຕໄປຢູ່ໃນບ່ອນທີ່ສະຫງົບ ແລະ ອະທິຖານ.
ພຣະເຢຊູເຈົ້າຮັກສາຄົນເປ້ຍຜູ້ໜຶ່ງ
(ມທ 9:2-8; ມຣກ 2:3-12)
17ມື້ໜຶ່ງ ໃນຂະນະທີ່ພຣະເຢຊູເຈົ້າກຳລັງສັ່ງສອນຢູ່, ພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດກໍນັ່ງຢູ່ທີ່ນັ້ນດ້ວຍ. ພວກເຂົາມາຈາກທຸກບ້ານໃນແຂວງຄາລີເລ ແລະ ຈາກແຂວງຢູດາຍ ແລະ ຈາກນະຄອນເຢຣູຊາເລັມ. ລິດອຳນາດຂອງອົງພຣະຜູ້ເປັນເຈົ້າກໍຢູ່ນຳພຣະອົງເພື່ອຮັກສາຄົນເຈັບ. 18ແລ້ວກໍມີຄົນຫາມຄົນເປ້ຍຜູ້ໜຶ່ງທີ່ນອນຢູ່ເທິງບ່ອນນອນມາ ແລະ ພະຍາຍາມຈະຫາມລາວເຂົ້າໄປໃນເຮືອນເພື່ອວາງລາວລົງຕໍ່ໜ້າພຣະເຢຊູເຈົ້າ. 19ເມື່ອພວກເຂົາຊອກຫາທາງທີ່ຈະເຮັດບໍ່ໄດ້ເພາະມີປະຊາຊົນຈຳນວນຫລວງຫລາຍ, ພວກເຂົາຈຶ່ງຂຶ້ນໄປເທິງຫລັງຄາເຮືອນແລ້ວຢ່ອນບ່ອນນອນທີ່ຄົນເປ້ຍນັ້ນນອນຢູ່ ຜ່ານປ່ອງຫລັງຄາລົງມາທາງກາງປະຊາຊົນ ເຊິ່ງຢູ່ຕໍ່ໜ້າພຣະເຢຊູເຈົ້າ.
20ເມື່ອພຣະເຢຊູເຈົ້າໄດ້ເຫັນຄວາມເຊື່ອຂອງພວກເຂົາ, ພຣະອົງຈຶ່ງກ່າວວ່າ, “ສະຫາຍເອີຍ ບາບຂອງເຈົ້າໄດ້ຮັບອະໄພແລ້ວ”.
21ພວກຟາຣີຊາຍກັບພວກຄູສອນກົດບັນຍັດຈຶ່ງເລີ່ມຄິດໃນໃຈວ່າ, “ຄົນທີ່ເວົ້າໝິ່ນປະໝາດພຣະເຈົ້າຄົນນີ້ແມ່ນຜູ້ໃດ? ນອກຈາກພຣະເຈົ້າແລ້ວຈະມີຜູ້ໃດສາມາດອະໄພບາບໄດ້?”
22ພຣະເຢຊູເຈົ້າຮູ້ວ່າພວກເຂົາຄິດສິ່ງໃດຢູ່ ແລະ ຈຶ່ງຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດໃນໃຈຢ່າງນັ້ນ? 23ທີ່ຈະກ່າວວ່າ, ‘ບາບຂອງເຈົ້າໄດ້ຮັບອະໄພແລ້ວ’ ກັບ ‘ຈົ່ງລຸກຂຶ້ນ ແລະ ຍ່າງໄປ’ ອັນໃດຈະງ່າຍກວ່າກັນ? 24ແຕ່ເຮົາຢາກໃຫ້ພວກເຈົ້າຮູ້ວ່າບຸດມະນຸດມີສິດອຳນາດໃນໂລກທີ່ຈະອະໄພຄວາມບາບ”. ດັ່ງນັ້ນ ພຣະອົງຈຶ່ງກ່າວກັບຄົນເປ້ຍນັ້ນວ່າ, “ເຮົາສັ່ງເຈົ້າວ່າ ຈົ່ງລຸກຂຶ້ນ, ຍົກເອົາບ່ອນນອນຂອງເຈົ້າ ແລະ ກັບເມືອເຮືອນສາ”. 25ໃນທັນໃດນັ້ນ ລາວຈຶ່ງລຸກຂຶ້ນຕໍ່ໜ້າຄົນທັງຫລາຍແລ້ວຍົກເອົາບ່ອນນອນ ແລະ ກັບເມືອເຮືອນພ້ອມທັງຮ້ອງສັນລະເສີນພຣະເຈົ້າ. 26ທຸກຄົນຕ່າງກໍພາກັນປະຫລາດໃຈ ແລະ ສັນລະເສີນພຣະເຈົ້າ. ພວກເຂົາຢ້ານກົວຫລາຍຈຶ່ງກ່າວວ່າ, “ວັນນີ້ພວກເຮົາໄດ້ເຫັນສິ່ງທີ່ເຫລືອເຊື່ອ”.
ພຣະເຢຊູເຈົ້າເອີ້ນເອົາເລວີ ແລະ ຮ່ວມກິນອາຫານກັບຄົນບາບ
(ມທ 9:9-13; ມຣກ 2:14-17)
27ຫລັງຈາກນັ້ນ ພຣະເຢຊູເຈົ້າອອກໄປ ແລະ ເຫັນຄົນເກັບພາສີຜູ້ໜຶ່ງຊື່ວ່າເລວີນັ່ງຢູ່ທີ່ດ່ານເກັບພາສີ. ພຣະອົງຈຶ່ງກ່າວກັບລາວວ່າ, “ຈົ່ງຕາມເຮົາມາ” 28ແລ້ວເລວີກໍລຸກຂຶ້ນ ແລະ ປະຖິ້ມທຸກສິ່ງຕິດຕາມພຣະອົງໄປ.
29ແລ້ວເລວີກໍໄດ້ຈັດງານລ້ຽງໃຫຍ່ຂຶ້ນທີ່ເຮືອນຂອງລາວຖວາຍແກ່ພຣະເຢຊູເຈົ້າ, ມີຄົນເກັບພາສີກຸ່ມໃຫຍ່ ແລະ ຄົນອື່ນໆອີກຈຳນວນຫລວງຫລາຍກໍມາຮ່ວມກິນອາຫານກັບພວກເຂົາດ້ວຍ. 30ແຕ່ພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດ ຜູ້ທີ່ເປັນຝ່າຍຂອງພວກເຂົາ ໄດ້ຈົ່ມຕຳໜິຕໍ່ພວກສາວົກຂອງພຣະອົງວ່າ, “ເປັນຫຍັງພວກເຈົ້າຈຶ່ງກິນອາຫານ ແລະ ດື່ມຮ່ວມກັບຄົນເກັບພາສີ ແລະ ຄົນບາບ?”
31ພຣະເຢຊູເຈົ້າຕອບພວກເຂົາວ່າ, “ຄົນສຸຂະພາບດີບໍ່ຕ້ອງການໝໍ ແຕ່ຄົນເຈັບຕ້ອງການໝໍ. 32ເຮົາບໍ່ໄດ້ມາເພື່ອເອີ້ນຄົນຊອບທຳ ແຕ່ມາເພື່ອເອີ້ນຄົນບາບໃຫ້ກັບໃຈໃໝ່”.
ຖາມພຣະເຢຊູເຈົ້າເລື່ອງການຖືສິນອົດອາຫານ
(ມທ 9:14-17; ມຣກ 2:18-22)
33ພວກເຂົາໄດ້ເວົ້າຕໍ່ພຣະອົງວ່າ, “ພວກລູກສິດຂອງໂຢຮັນມັກຖືສິນອົດອາຫານ ແລະ ອະທິຖານຢູ່ສະເໝີ, ແລະ ສາວົກຂອງພວກຟາຣີຊາຍກໍເຮັດເໝືອນກັນ ແຕ່ພວກສາວົກຂອງທ່ານພັດກິນ ແລະ ດື່ມ”.
34ພຣະເຢຊູເຈົ້າຕອບວ່າ, “ເຈົ້າຈະໃຫ້ບັນດາເພື່ອນຂອງເຈົ້າບ່າວຖືສິນອົດອາຫານໃນຂະນະທີ່ເຈົ້າບ່າວຍັງຢູ່ກັບພວກເຂົາໄດ້ບໍ? 35ແຕ່ເວລານັ້ນຈະມາເຖິງເມື່ອເຈົ້າບ່າວຈະຖືກນຳໂຕໄປຈາກພວກເຂົາ, ໃນວັນເຫລົ່ານັ້ນພວກເຂົາຈະຖືສິນອົດອາຫານ”.
36ພຣະອົງກ່າວຄຳອຸປະມານີ້ໃຫ້ພວກເຂົາຟັງວ່າ, “ບໍ່ມີຜູ້ໃດທີ່ຈີກເອົາຜ້າຈາກເສື້ອໃໝ່ໄປຕາບເສື້ອເກົ່າ. ຖ້າເຮັດດັ່ງນັ້ນພວກເຂົາກໍຈະເຮັດໃຫ້ເສື້ອໃໝ່ຂາດເສຍໄປ ແລະ ຜ້າຕ່ອນໃໝ່ກໍບໍ່ສົມກັບເສື້ອເກົ່າ. 37ແລະ ບໍ່ມີຜູ້ໃດທີ່ຖອກເຫລົ້າອະງຸ່ນໃໝ່ໃສ່ຖົງໜັງເກົ່າ. ຖ້າເຮັດຢ່າງນັ້ນເຫລົ້າອະງຸ່ນໃໝ່ຈະເຮັດໃຫ້ຖົງໜັງນັ້ນແຕກ, ເຫລົ້າອະງຸ່ນຈະໄຫລອອກມາ ແລະ ຖົງໜັງກໍຈະເສຍຫາຍ. 38ບໍ່ດອກ, ເຫລົ້າອະງຸ່ນໃໝ່ຈະຕ້ອງຖອກໃສ່ໃນຖົງໜັງໃໝ່ 39ແລະ ບໍ່ມີຜູ້ໃດເມື່ອໄດ້ດື່ມເຫລົ້າອະງຸ່ນເກົ່າແລ້ວຈະຢາກໄດ້ເຫລົ້າອະງຸ່ນໃໝ່ ເພາະພວກເຂົາຍ່ອມເວົ້າວ່າ, ‘ອັນເກົ່ານັ້ນດີກວ່າ’”.