1
ລູກາ 9:23
ພຣະຄຳພີລາວສະບັບສະໄໝໃໝ່
LCV
ແລ້ວພຣະອົງກ່າວກັບພວກເພິ່ນທັງໝົດວ່າ, “ຖ້າຜູ້ໃດຢາກຕິດຕາມເຮົາມາ, ໃຫ້ຜູ້ນັ້ນປະຕິເສດຕົນເອງ ແລ້ວຮັບແບກໄມ້ກາງແຂນຂອງຕົນທຸກວັນ ແລະ ຕິດຕາມເຮົາມາ.
ប្រៀបធៀប
រុករក ລູກາ 9:23
2
ລູກາ 9:24
ເພາະຜູ້ໃດກໍຕາມທີ່ຢາກຮັກສາຊີວິດຂອງຕົນໄວ້ໃຫ້ພົ້ນ ຜູ້ນັ້ນຈະເສຍຊີວິດ, ແຕ່ຜູ້ໃດກໍຕາມທີ່ສະຫລະຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນກໍຈະຊ່ວຍຊີວິດຂອງຕົນໃຫ້ພົ້ນ.
រុករក ລູກາ 9:24
3
ລູກາ 9:62
ພຣະເຢຊູເຈົ້າຕອບລາວວ່າ, “ຜູ້ໃດທີ່ເອົາມືຈັບງ້ອນໄຖແລ້ວຍັງຫລຽວຄືນຫລັງ ຜູ້ນັ້ນກໍບໍ່ສົມກັບການຮັບໃຊ້ໃນອານາຈັກຂອງພຣະເຈົ້າ”.
រុករក ລູກາ 9:62
4
ລູກາ 9:25
ຈະມີປະໂຫຍດອັນໃດທີ່ຄົນໃດຄົນໜຶ່ງຈະໄດ້ໂລກນີ້ທັງໝົດ, ແຕ່ຕ້ອງສູນເສຍ ຫລື ສູນເສຍໂຕເອງໄປ?
រុករក ລູກາ 9:25
5
ລູກາ 9:26
ຜູ້ໃດກໍຕາມອັບອາຍໃນເລື່ອງເຮົາ ແລະ ຖ້ອຍຄຳຂອງເຮົາ, ບຸດມະນຸດກໍຈະອັບອາຍໃນເລື່ອງຜູ້ນັ້ນເມື່ອພຣະອົງມາດ້ວຍສະຫງ່າລາສີຂອງພຣະອົງ ແລະ ສະຫງ່າລາສີຂອງພຣະບິດາເຈົ້າພ້ອມທັງສະຫງ່າລາສີຂອງບັນດາເທວະດາບໍລິສຸດ.
រុករក ລູກາ 9:26
6
ລູກາ 9:58
ພຣະເຢຊູເຈົ້າຕອບວ່າ, “ໝາຈິ້ງຈອກກໍຍັງມີໂຜ້ງນອນ ແລະ ນົກກໍຍັງມີຮັງ, ແຕ່ບຸດມະນຸດບໍ່ມີບ່ອນທີ່ຈະວາງຫົວລົງ”.
រុករក ລູກາ 9:58
7
ລູກາ 9:48
ແລ້ວພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ຜູ້ໃດກໍຕາມທີ່ຕ້ອນຮັບເດັກນ້ອຍນີ້ໃນນາມຂອງເຮົາກໍຕ້ອນຮັບເຮົາ ແລະ ຜູ້ທີ່ຕ້ອນຮັບເຮົາກໍຕ້ອນຮັບພຣະອົງຜູ້ໃຊ້ເຮົາມາ ເພາະວ່າຜູ້ເລັກນ້ອຍທີ່ສຸດໃນພວກເຈົ້າທັງໝົດຄືຜູ້ຍິ່ງໃຫຍ່ທີ່ສຸດ”.
រុករក ລູກາ 9:48
គេហ៍
ព្រះគម្ពីរ
គម្រោងអាន
វីដេអូ