ນາຮູມ ຄຳນຳ
ຄຳນຳ
ເມື່ອ 612 ປີກ່ອນ ຄສ. ເປັນຊ່ວງເວລາທີ່ອານາຈັກຫລົ້ມຈົມ. ເມືອງຫລວງແມ່ນນີເນເວກໍເກືອບຈະແຕກໄປກ່ອນທີ່ກອງກຳລັງຈາກບາບີໂລນ, ມີດຽນ ແລະ ໄຊທຽນຈະຮວມກັນມາຮຸກຮານ. ບັນດາຊົນຊາດທີ່ເຄີຍຖືກອັດຊີເຣຍກົດຂີ່ຢ່າງໂຫດ ຮ້າຍກໍບໍ່ສົນໃຈ. ໃນທັດສະນະຂອງພວກເຂົາຊາວອັດຊີເຣຍກໍໄດ້ຊີມລົດຊາດຂົມທີ່ເຮັດກັບຊົນຊາດອື່ນມາຢ່າງດົນນານ. ຜູ້ທຳນວາຍນາຮູມໄດ້ສະທ້ອນຄວາມຄິດນີ້ແທນຊາວຢູດາໃນບໍລິບົດທີ່ພຣະເຈົ້າປົກຄອງເໜືອອານາຈັກທັງໝົດໃນໂລກ. ພຣະເຈົ້າຈະພິພາກສາຊາວອັດຊີເຣຍ, ເຖິງແມ່ນວ່າພຣະອົງຈະໃຊ້ພວກເຂົາເປັນເຄື່ອງມືກໍຕາມ, ເພາະຊາວອັດຊີເຣຍເປັນພວກທຳລາຍລ້າງ ແລະ ຍິ່ງຈອງຫອງ.
ຄຳພະຍາກອນຂອງນາຮູມບັນລະຍາຍເຖິງລັກສະນະ ແລະ ອຳນາດຂອງພຣະເຈົ້າ, ປະກາດຄວາມຕ້ອງການຂອງພຣະອົງທີ່ຈະພິພາກສາອັດຊີເຣຍ. ມີຖ້ອຍຄຳປອບໃຈຢູດາທີ່ສະຫລັບກັນໄປກັບຖ້ອຍຄຳລົງໂທດນີເນເວ. ການພິພາກສາຂອງພຣະເຈົ້າເຫັນໄດ້ຊັດເຈນເມື່ອອັດຊີເຣຍພະຍາຍາມປ້ອງກັນເມືອງຫລວງ ແຕ່ບໍ່ເຫັນຜົນ ແລະ ໃນທີ່ສຸດກໍພ່າຍແພ້.
اکنون انتخاب شده:
ນາຮູມ ຄຳນຳ: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.