ໂຮເສອາ 8

8
ອິດສະຣາເອນ​ຈະ​ເກັບກ່ຽວ​ລົມ​ພາຍຸ
1“ຈົ່ງ​ເອົາ​ແກ​ໃສ່​ຮີມສົບ​ຂອງ​ເຈົ້າ!
ນົກອິນຊີ​ໂຕ​ໜຶ່ງ​ຢູ່​ເໜືອ​ວິຫານ​ຂອງ​ພຣະເຈົ້າຢາເວ
ເພາະ​ປະຊາຊົນ​ໄດ້​ລະເມີດ​ຄຳໝັ້ນສັນຍາ​ຂອງ​ເຮົາ
ແລະ ກະບົດ​ຕໍ່​ກົດບັນຍັດ​ຂອງ​ເຮົາ.
2ແຕ່​ອິດສະຣາເອນ​ໄດ້​ຮ້ອງ​ຫາ​ເຮົາ​ວ່າ,
‘ຂ້າແດ່​ພຣະເຈົ້າ​ຂອງ​ພວກຂ້ານ້ອຍ, ພວກຂ້ານ້ອຍ​ຍອມ​ຮັບ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກຂ້ານ້ອຍ​ທັງຫລາຍ!’
3ແຕ່​ອິດສະຣາເອນ​ໄດ້​ປະຕິເສດ​ສິ່ງ​ທີ່​ດີ​ງາມ;
ສັດຕູ​ຈະ​ໄລ່​ຕາມ​ພວກເຂົາ.
4ພວກເຂົາ​ໄດ້​ແຕ່ງຕັ້ງ​ກະສັດ​ໂດຍ​ທີ່​ເຮົາ​ບໍ່​ເຫັນດີ​ນຳ;
ພວກເຂົາ​ເລືອກ​ເຈົ້ານາຍ​ໂດຍ​ທີ່​ເຮົາ​ບໍ່​ເຫັນດີ.
ພວກເຂົາ​ໃຊ້​ເງິນ ແລະ ຄຳ​ຂອງ​ພວກເຂົາ
ພວກເຂົາ​ໄດ້​ສ້າງ​ຮູບເຄົາລົບ​ທັງຫລາຍ​ສຳລັບ​ຕົນ​ເອງ
ພາ​ຕົນ​ເອງ​ໄປ​ສູ່​ຄວາມ​ຈິບຫາຍ.
5ຊາມາເຣຍ, ຈົ່ງ​ຖິ້ມ​ຮູບປັ້ນ​ລູກ​ງົວ​ຂອງ​ພວກເຈົ້າ!
ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໄດ້​ເຜົາໄໝ້​ພວກເຂົາ.
ອີກ​ດົນ​ປານ​ໃດ​ພວກເຂົາ​ຈຶ່ງ​ຈະ​ບໍລິສຸດ​ໄດ້?
6ສິ່ງ​ເຫລົ່ານີ້​ມາ​ຈາກ​ອິດສະຣາເອນ!
ຊ່າງ​ຝີ​ມື​ໄດ້​ສ້າງ​ລູກ​ງົວ​ໂຕ​ນີ້​ຂຶ້ນ;
ມັນ​ບໍ່​ແມ່ນ​ພຣະເຈົ້າ.
ຮູບປັ້ນ​ລູກ​ງົວ​ຂອງ​ຊາມາເຣຍ
ຈະ​ຖືກ​ທຸບ​ແຕກ​ເປັນ​ປ່ຽງໆ.
7“ພວກເຂົາ​ໄດ້​ຫວ່ານ​ລົມ
ແລະ ເກັບກ່ຽວ​ພາຍຸ.
ຕົ້ນ​ເຂົ້າ​ບໍ່​ມີ​ຮວງ;
ມັນ​ຈະ​ບໍ່​ໃຫ້​ເຂົ້າ​ສຳລັບ​ເຮັດ​ແປ້ງ.
ເຖິງ​ແມ່ນ​ວ່າ​ມັນ​ຈະ​ເກີດຜົນ,
ແຕ່​ຄົນ​ຕ່າງຊາດ​ກໍ​ຈະ​ກືນ​ກິນ​ໝົດ.
8ອິດສະຣາເອນ​ຖືກ​ກືນ​ກິນ;
ບັດນີ້​ນາງ​ຢູ່​ທ່າມກາງ​ຊົນຊາດ​ຕ່າງໆ
ເໝືອນ​ບາງສິ່ງ​ທີ່​ບໍ່​ມີ​ຜູ້ໃດ​ຕ້ອງການ.
9ເພາະ​ພວກເຂົາ​ຂຶ້ນ​ໄປ​ຫາ​ອັດຊີເຣຍ
ເໝືອນ​ລໍ​ປ່າ​ທີ່​ພະເນຈອນ​ຕາມ​ລຳພັງ.
ເອຟຣາອິມ​ໄດ້​ຂາຍ​ໂຕ​ໃຫ້​ຊູ້ຮັກ.
10ເຖິງ​ແມ່ນ​ວ່າ​ພວກເຂົາ​ຂາຍ​ໂຕ​ໄປ​ຢູ່​ທ່າມກາງ​ຊົນຊາດ​ຕ່າງໆ,
ບັດນີ້ ເຮົາ​ຈະ​ຮວບຮວມ​ພວກເຂົາ​ເຂົ້າ​ກັນ.
ພວກເຂົາ​ເລີ່ມ​ຈະ​ເສື່ອມສູນ​ໄປ
ພາຍໃຕ້​ການ​ກົດຂີ່​ຂອງ​ກະສັດ​ຜູ້​ຍິ່ງໃຫຍ່.
11“ເຖິງ​ແມ່ນ​ວ່າ​ເອຟຣາອິມ​ສ້າງ​ແທ່ນບູຊາ​ຈຳນວນ​ຫລວງຫລາຍ​ເພື່ອ​ຖວາຍ​ເຄື່ອງບູຊາ​ໄຖ່​ບາບ.
ແຕ່​ມັນ​ກໍ​ກາຍເປັນ​ແທ່ນ​ໃຫ້​ເຮັດ​ບາບ.
12ເຮົາ​ໄດ້​ຂຽນ​ກົດບັນຍັດ​ຂອງ​ເຮົາ​ຈຳນວນ​ຫລວງຫລາຍ​ໃຫ້​ພວກເຂົາ,
ແຕ່​ພວກເຂົາ​ກັບ​ຖື​ວ່າ​ມັນ​ເປັນ​ສິ່ງ​ທີ່​ແປກ.
13ເຖິງ​ແມ່ນ​ວ່າ​ພວກເຂົາ​ຖວາຍ​ເຄື່ອງບູຊາ​ແກ່​ເຮົາ
ແລະ ເຖິງ​ແມ່ນ​ວ່າ​ພວກເຂົາ​ກໍ​ໄດ້​ກິນ​ຊີ້ນ,
ແຕ່​ພຣະເຈົ້າ​ຢາເວ​ກໍ​ບໍ່​ໄດ້​ພໍໃຈ​ພວກເຂົາ.
ບັດນີ້ ພຣະອົງ​ຈະ​ລະນຶກ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກເຂົາ
ແລະ ລົງໂທດ​ຄວາມ​ບາບ​ຂອງ​ພວກເຂົາ​ຄື:
ພວກເຂົາ​ຈະ​ກັບ​ໄປ​ທີ່​ເອຢິບ.
14ອິດສະຣາເອນ​ໄດ້​ລືມ​ພຣະຜູ້ສ້າງ​ຂອງ​ພວກເຂົາ
ແລະ ສ້າງ​ວັງ​ຕ່າງໆ;
ຢູດາ​ເສີມ​ປ້ອມ​ປ້ອງກັນ​ຢູ່​ທີ່​ເມືອງ​ຕ່າງໆ.
ແຕ່​ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ເມືອງ​ທັງຫລາຍ​ຂອງ​ພວກເຂົາ
ເຊິ່ງ​ຈະ​ເຜົາໄໝ້​ປ້ອມປະການ​ຂອງ​ພວກເຂົາ”.

اکنون انتخاب شده:

ໂຮເສອາ 8: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید