ໂຮເສອາ 6

6
ອິດສະຣາເອນ​ບໍ່​ກັບໃຈ
1“ຈົ່ງ​ມາ, ໃຫ້​ພວກເຮົາ​ກັບ​ມາ​ຫາ​ພຣະເຈົ້າຢາເວ.
ເຖິງ​ແມ່ນ​ວ່າ​ພຣະອົງ​ໄດ້​ຈີກ​ພວກເຮົາ​ເປັນ​ຕ່ອນໆ
ແຕ່​ພຣະອົງ​ຈະ​ຮັກສາ​ພວກເຮົາ;
ເຖິງ​ແມ່ນ​ວ່າ​ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ບາດເຈັບ
ແຕ່​ພຣະອົງ​ຈະ​ພັນ​ບາດແຜ​ໃຫ້​ພວກເຮົາ.
2ຫລັງ​ຈາກ​ສອງ​ວັນ ພຣະອົງ​ຈະ​ຟື້ນຟູ​ພວກເຮົາ;
ໃນ​ວັນ​ທີ​ສາມ ພຣະອົງ​ຈະ​ໃຫ້​ພວກເຮົາ​ກັບ​ສູ່​ສະພາບ​ດີ,
ເພື່ອ​ພວກເຮົາ​ຈະ​ມີ​ຊີວິດ​ຢູ່​ຕໍ່ໜ້າ​ພຣະອົງ.
3ໃຫ້​ພວກເຮົາ​ຍອມຮັບ​ຮູ້​ພຣະເຈົ້າ​ຢາເວ.
ໃຫ້​ພວກເຮົາ​ບາກບັ່ນ​ຕໍ່ໄປ​ເພື່ອ​ຮູ້​ຈັກ​ພຣະອົງ.
ເມື່ອ​ຕາເວັນ​ຂຶ້ນ​ຈາກ​ຟ້າ​ສັນໃດ,
ພຣະອົງ​ກໍ​ຈະ​ມາ​ປາກົດ​ພຣະອົງ​ເອງ​ສັນນັ້ນ;
ພຣະອົງ​ຈະ​ມາ​ຫາ​ພວກເຮົາ​ເໝືອນ​ຝົນ​ໃນ​ລະດູ​ໜາວ
ເໝືອນ​ຝົນ​ໃນ​ລະດູ​ໃບໄມ້​ປົ່ງ​ທີ່​ຫົດ​ຜືນ​ແຜ່ນດິນ”.
4“ເອຟຣາອິມ, ເຮົາ​ຈະ​ເຮັດ​ຫຍັງ​ໃຫ້​ເຈົ້າ​ໄດ້?
ຢູດາ, ເຮົາ​ຈະ​ເຮັດ​ຫຍັງ​ກັບ​ເຈົ້າ​ດີ?
ຄວາມ​ຮັກ​ຂອງ​ພວກເຈົ້າ​ເໝືອນ​ໝອກ​ທີ່​ບາງ​ໃນ​ຍາມ​ເຊົ້າ,
ເໝືອນ​ນ້ຳຄ້າງ​ຍາມ​ອາລຸນ​ວັນ​ໃໝ່​ທີ່​ເຫືອດ​ຫາຍ​ໄປ.
5ເຫດສະນັ້ນ ເຮົາ​ຈະ​ມາ​ຕັດ​ພວກເຈົ້າ​ເປັນ​ຕ່ອນໆ​ດ້ວຍ​ຜູ້ທຳນວາຍ​ຂອງ​ເຮົາ,
ເຮົາ​ຈະ​ຂ້າ​ພວກເຈົ້າ​ດ້ວຍ​ຖ້ອຍ​ຄຳ​ຈາກ​ປາກ​ຂອງ​ເຮົາ
ຫລັງຈາກນັ້ນ ຄຳ​ພິພາກສາ​ຂອງ​ເຮົາ​ກໍ​ຈະ​ຈູ່​ໂຈມ​ເຂົ້າ​ໃສ່​ພວກເຈົ້າ​ດັ່ງ​ດວງ​ຕາເວັນ.#6:5 ພາສາ​ເຮັບເຣີ ວັກ​ນີ້​ມີ​ຄວາມໝາຍ​ບໍ່​ຊັດເຈນ
6ເພາະ​ເຮົາ​ປະສົງ​ຄວາມ​ເມດຕາ, ບໍ່​ແມ່ນ​ເຄື່ອງບູຊາ,
ແລະ ເຮົາ​ຕ້ອງການ​ໃຫ້​ພວກເຈົ້າ​ຮູ້​ຈັກ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຫລາຍ​ກວ່າ​ຕ້ອງການ​ເຄື່ອງບູຊາ.
7ພວກເຂົາ​ໄດ້​ທຳລາຍ​ຄຳໝັ້ນສັນຍາ​ຄື​ກັນ​ກັບ​ອາດາມ;#6:7 ຫລື ເຊັ່ນ​ດຽວ​ກັບ​ທີ່​ເມືອງ​ອາດາມ ຫລື ເຊັ່ນ​ດຽວ​ກັບ​ມະນຸດ​ທັງຫລາຍ
ທີ່​ນັ້ນ ພວກເຂົາ​ບໍ່​ສັດຊື່​ຕໍ່​ເຮົາ.
8ກີເລອາດ​ເປັນ​ເມືອງ​ຂອງ​ຄົນ​ຊົ່ວ,
ເປື້ອນ​ໄປ​ດ້ວຍ​ຮອຍ​ຕີນ​ແຫ່ງ​ເລືອດ.
9ໂຈນ​ດັກ​ຖ້າ​ປຸ້ນ​ຄົນ​ສັນໃດ,
ບັນດາ​ປະໂລຫິດ​ກໍ​ເຮັດ​ເຊັ່ນ​ດຽວ​ກັນ​ສັນນັ້ນ;
ພວກເຂົາ​ຂ້າ​ຄົນ​ເທິງ​ເສັ້ນ​ທາງ​ໄປ​ຊີເຄມ,
ສືບຕໍ່​ເຮັດ​ຊົ່ວ​ຢ່າງ​ໜ້າ​ອັບອາຍ.
10ຂ້າພະເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ຊົ່ວຮ້າຍ​ສິ່ງ​ໜຶ່ງ ໃນ​ບ້ານ​ຂອງ​ອິດສະຣາເອນ:
ທີ່​ນັ້ນ ເອຟຣາອິມ​ຍອມ​ປ່ອຍ​ໂຕ​ເປັນ​ໂສເພນີ,
ແລະ ອິດສະຣາເອນ​ໄດ້​ເຮັດ​ໂຕ​ໃຫ້​ເປັນ​ມົນທິນ.
11“ສ່ວນ​ເຈົ້າ, ຢູດາ,
ເວລາ​ແຫ່ງ​ການ​ເກັບກ່ຽວ​ກໍ​ຖືກ​ກຳນົດ​ໄວ້​ແລ້ວ.
“ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ຈະ​ຮື້ຟື້ນ​ຄວາມ​ຮຸ່ງເຮືອງ​ຂອງ​ປະຊາຊົນ​ຂອງ​ເຮົາ,

اکنون انتخاب شده:

ໂຮເສອາ 6: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید