ປະຖົມມະການ 39

39
ໂຢເຊັບ ແລະ ເມຍ​ຂອງ​ໂປຕີຟາ
1ບັດນີ້ ໂຢເຊັບ​ໄດ້​ຖືກ​ນຳ​ມາ​ເຖິງ​ເອຢິບ​ແລ້ວ. ໂປຕີຟາ ຊາວ​ເອຢິບ​ຄົນ​ໜຶ່ງ ເຊິ່ງ​ເປັນ​ຂ້າລາຊະການ​ຄົນ​ໜຶ່ງ​ຂອງ​ຟາໂຣ, ຜູ້​ທີ່​ເປັນ​ຫົວໜ້າ​ຄົນຍາມ ໄດ້​ຊື້​ເອົາ​ໂຢເຊັບ​ມາ​ຈາກ​ຊາວ​ອິດຊະມາເອນ​ຜູ້​ທີ່​ໄດ້​ພາ​ໂຢເຊັບ​ໄປ​ໃນ​ທີ່​ນັ້ນ.
2ພຣະເຈົ້າ​ຢາເວ​ຢູ່​ກັບ​ໂຢເຊັບ ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ແລະ ລາວ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ນາຍ​ຂອງ​ລາວ​ທີ່​ເປັນ​ຊາວເອຢິບ. 3ເມື່ອ​ນາຍ​ຂອງ​ລາວ​ເຫັນ​ວ່າ​ພຣະເຈົ້າ​ຢາເວ​ຢູ່​ກັບ​ລາວ ແລະ ເຫັນ​ວ່າ​ພຣະເຈົ້າ​ຢາເວ​ໄດ້​ໃຫ້​ຄວາມສຳເລັດ​ແກ່​ລາວ​ໃນ​ທຸກສິ່ງ​ທີ່​ລາວ​ໄດ້​ເຮັດ, 4ໂຢເຊັບ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ​ຈາກ​ນາຍ​ຂອງ​ລາວ ແລະ ໄດ້​ເປັນ​ຄົນຮັບໃຊ້​ຂອງ​ເພິ່ນ. ໂປຕີຟາ​ກໍ​ໄດ້​ມອບ​ໃຫ້​ລາວ​ຮັບຜິດຊອບ​ຄົວເຮືອນ​ຂອງ​ເພິ່ນ​ແທນ ແລະ ເພິ່ນ​ໄດ້​ມອບໝາຍ​ໃຫ້​ລາວ​ເບິ່ງແຍງ​ທຸກສິ່ງ​ທີ່​ເປັນ​ຂອງ​ເພິ່ນ. 5ຈາກ​ເວລາ​ທີ່​ເພິ່ນ​ໄດ້​ມອບໝາຍ​ໃຫ້​ລາວ​ຮັບຜິດຊອບ​ຕໍ່​ຄົວເຮືອນ​ຂອງ​ເພິ່ນ ແລະ ຮັບຜິດຊອບ​ທຸກສິ່ງ​ທີ່​ເປັນ​ຂອງ​ເພິ່ນ​ນັ້ນ, ພຣະເຈົ້າ​ຢາເວ​ກໍ​ໄດ້​ອວຍພອນ​ຄົວເຮືອນ​ຂອງ​ຊາວ​ເອຢິບ​ເພາະ​ເຫັນ​ແກ່​ໂຢເຊັບ. ພອນ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ກັບ​ທຸກສິ່ງ​ທີ່​ໂປຕີຟາ​ມີ, ທັງ​ໃນ​ເຮືອນ ແລະ ໃນ​ທົ່ງນາ. 6ດັ່ງນັ້ນ ໂປຕີຟາ​ຈຶ່ງ​ມອບ​ທຸກສິ່ງ​ທີ່​ເພິ່ນ​ມີ​ໃຫ້​ຢູ່​ໃນ​ການ​ເບິ່ງແຍງ​ຂອງ​ໂຢເຊັບ; ດ້ວຍ​ຄວາມ​ຮັບຜິດຊອບ​ຂອງ​ໂຢເຊັບ, ເພິ່ນ​ບໍ່​ໄດ້​ກັງວົນ​ເອງ​ໃນ​ເລື່ອງ​ໃດ​ເລີຍ ຍົກເວັ້ນ​ແຕ່​ອາຫານ​ທີ່​ເພິ່ນ​ຈະ​ຮັບປະທານ.
ໂຢເຊັບ​ເປັນ​ຊາຍ​ທີ່​ມີ​ຮູບຮ່າງ​ດີ ແລະ ງາມ, 7ແລ້ວ​ຫລັງ​ຈາກ​ນັ້ນ​ມາ​ບໍ່​ດົນ ເມຍ​ຂອງ​ນາຍ​ຂອງ​ລາວ​ກໍ​ສັງເກດ​ເບິ່ງ​ໂຢເຊັບ ແລະ ໄດ້​ເວົ້າ​ວ່າ, “ຈົ່ງ​ມາ​ຮ່ວມ​ຫລັບນອນ​ກັບ​ຂ້ອຍ!”
8ແຕ່​ລາວ​ໄດ້​ປະຕິເສດ. ລາວ​ໄດ້​ບອກ​ນາງ​ວ່າ, “ພາຍ​ໃຕ້​ຄວາມ​ຮັບຜິດຊອບ​ຂອງ​ຂ້ານ້ອຍ, ນາຍ​ຂອງ​ຂ້ານ້ອຍ ເພິ່ນ​ເອງ​ບໍ່​ໄດ້​ກັງວົນ​ເອງ​ໃນ​ເລື່ອງ​ໃດ​ທີ່​ຢູ່​ໃນ​ເຮືອນ; ທຸກສິ່ງ​ທີ່​ເພິ່ນ​ເປັນ​ເຈົ້າຂອງ ເພິ່ນ​ກໍ​ໄດ້​ມອບໝາຍ​ໃຫ້​ຢູ່​ໃນ​ການ​ເບິ່ງແຍງ​ຂອງ​ຂ້ານ້ອຍ. 9ຢູ່​ໃນ​ເຮືອນ​ນີ້​ບໍ່​ມີ​ຜູ້ໃດ​ໃຫຍ່​ກວ່າ​ຂ້ານ້ອຍ. ນາຍ​ຂອງ​ຂ້ານ້ອຍ​ບໍ່​ໄດ້​ຫວງແຫນ​ສິ່ງໃດ​ກັບ​ຂ້ານ້ອຍ​ນອກຈາກ​ທ່ານ. ເພາະ​ທ່ານ​ເປັນ​ເມຍ​ຂອງ​ເພິ່ນ. ຂ້ານ້ອຍ​ຈະ​ເຮັດ​ສິ່ງ​ຊົ່ວຮ້າຍ​ເຊັ່ນ​ນີ້ ແລະ ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າ​ໄດ້​ຢ່າງໃດ?” 10ແລະ ເຖິງ​ແມ່ນ​ວ່າ​ນາງ​ໄດ້​ເວົ້າ​ກັບ​ໂຢເຊັບ​ແຕ່​ລະ​ວັນ​ກໍ​ຕາມ, ລາວ​ກໍ​ໄດ້​ປະຕິເສດ​ທີ່​ຈະ​ຮ່ວມ​ຫລັບນອນ​ກັບ​ນາງ ຫລື ແມ່ນ​ແຕ່​ຈະ​ຢູ່​ໃກ້​ນາງ.
11ມື້​ໜຶ່ງ​ໂຢເຊັບ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ເພື່ອ​ເຮັດ​ວຽກ​ຕາມ​ໜ້າທີ່​ຂອງ​ລາວ ແລະ ບໍ່​ມີ​ຄົນຮັບໃຊ້​ຄົນ​ໃດ​ຢູ່​ໃນ​ເຮືອນ​ເລີຍ. 12ນາງ​ຈຶ່ງ​ຈັບ​ເສື້ອຄຸມ​ຂອງ​ລາວ​ໄວ້ ແລະ ເວົ້າ​ວ່າ, “ຈົ່ງ​ມາ​ຮ່ວມ​ຫລັບນອນ​ກັບ​ຂ້ອຍ!” ແຕ່​ໂຢເຊັບ​ໄດ້​ປະ​ເສື້ອຄຸມ​ຂອງ​ຕົນ​ໄວ້​ໃນ​ມື​ຂອງ​ນາງ​ແລ້ວ​ແລ່ນ​ໜີ​ອອກ​ໄປ​ນອກ​ເຮືອນ.
13ເມື່ອ​ນາງ​ເຫັນ​ວ່າ​ໂຢເຊັບ​ໄດ້​ປະ​ເສື້ອຄຸມ​ຂອງ​ລາວ​ໄວ້​ຢູ່​ໃນ​ມື​ຂອງ​ນາງ ແລະ ໄດ້​ແລ່ນໜີ​ອອກ​ໄປ​ນອກ​ເຮືອນ​ແລ້ວ, 14ນາງ​ຈຶ່ງ​ໄດ້​ເອີ້ນ​ຄົນຮັບໃຊ້​ໃນ​ຄົວເຮືອນ​ຂອງ​ນາງ​ມາ. ນາງ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ເບິ່ງ​ແມ, ຊາວ​ເຮັບເຣີ​ຄົນ​ນີ້​ທີ່​ຖືກ​ນຳ​ມາ​ໃຫ້​ພວກເຮົາ​ນັ້ນ​ໄດ້​ມາ​ຢຽບຫຍາມ​ພວກເຮົາ! ມັນ​ເຂົ້າ​ມາ​ໃນ​ນີ້​ເພື່ອ​ຈະ​ຮ່ວມ​ຫລັບນອນ​ກັບ​ຂ້ອຍ, ແຕ່​ຂ້ອຍ​ໄດ້​ຮ້ອງ​ຂຶ້ນ​ກ່ອນ. 15ເມື່ອ​ມັນ​ໄດ້​ຍິນ​ຂ້ອຍ​ຮ້ອງ​ຂໍ​ຄວາມຊ່ວຍເຫລືອ, ມັນ​ຈຶ່ງ​ປະ​ເສື້ອຄຸມ​ໄວ້​ຂ້າງ​ຂ້ອຍ​ແລ້ວ​ແລ່ນໜີ​ອອກ​ໄປ​ນອກ​ເຮືອນ”.
16ນາງ​ເກັບ​ເສື້ອຄຸມ​ໂຕ​ນັ້ນ​ໄວ້​ຂ້າງ​ນາງ​ຈົນ​ຜົວ​ຂອງ​ນາງ​ກັບ​ມາ​ເຮືອນ. 17ແລ້ວ​ນາງ​ຈຶ່ງ​ໄດ້​ເລົ່າ​ເລື່ອງ​ນີ້​ໃຫ້​ຜົວ​ຟັງ​ວ່າ: “ຂ້າທາດ​ເຮັບເຣີ​ຄົນ​ນັ້ນ​ທີ່​ອ້າຍ​ນຳ​ມາ​ໃຫ້​ພວກເຮົາ​ນັ້ນ​ໄດ້​ເຂົ້າ​ມາ​ຢຽບຫຍາມ​ນ້ອງ. 18ແຕ່​ທັນທີ​ທີ່​ນ້ອງ​ໄດ້​ຮ້ອງຂຶ້ນ​ຂໍ​ຄວາມ​ຊ່ວຍເຫລືອ ມັນ​ຈຶ່ງ​ໄດ້​ປະ​ເສື້ອ​ໄວ້​ຂ້າງ​ນ້ອງ ແລະ ແລ່ນ​ໜີ​ອອກ​ໄປ​ນອກ​ເຮືອນ”.
19ເມື່ອ​ນາຍ​ຂອງ​ລາວ​ໄດ້​ຍິນ​ເລື່ອງ​ທີ່​ເມຍ​ຂອງ​ຕົນ​ເລົ່າ​ໃຫ້​ຕົນ​ຟັງ ໂດຍ​ເວົ້າ​ວ່າ, “ນີ້​ເປັນ​ສິ່ງ​ທີ່​ຂ້າທາດ​ຂອງ​ອ້າຍ​ໄດ້​ເຮັດ​ກັບ​ນ້ອງ,” ເພິ່ນ​ຈຶ່ງ​ໃຈຮ້າຍ​ແຮງ. 20ແລ້ວ​ນາຍ​ຂອງ​ໂຢເຊັບ​ຈຶ່ງ​ໄດ້​ຈັບ​ລາວ​ໄປ​ຂັງຄຸກ​ໄວ້, ເຊິ່ງ​ເປັນ​ບ່ອນ​ທີ່​ກັກຂັງ​ບັນດາ​ນັກໂທດ​ຂອງ​ກະສັດ.
ແຕ່​ໃນ​ຂະນະ​ທີ່​ໂຢເຊັບ​ຢູ່​ໃນ​ຄຸກ​ນັ້ນ, 21ພຣະເຈົ້າ​ຢາເວ​ກໍ​ຢູ່​ກັບ​ໂຢເຊັບ; ພຣະອົງ​ໄດ້​ສະແດງ​ຄວາມ​ກະລຸນາ​ຕໍ່​ລາວ ແລະ ເຮັດ​ໃຫ້​ລາວ​ໄດ້​ຮັບ​ຄວາມ​ກະລຸນາ​ຈາກ​ຜູ້​ຄຸມ​ນັກໂທດ. 22ດັ່ງນັ້ນ ຜູ້​ຄຸມ​ນັກໂທດ​ຈຶ່ງ​ໄດ້​ແຕ່ງຕັ້ງ​ໃຫ້​ໂຢເຊັບ​ຮັບຜິດຊອບ​ນັກໂທດ​ທັງໝົດ​ທີ່​ຢູ່​ໃນ​ຄຸກ ແລະ ໃຫ້​ລາວ​ຮັບຜິດຊອບ​ວຽກງານ​ທຸກຢ່າງ​ໃນ​ຄຸກ. 23ຜູ້​ຄຸມ​ນັ້ນ​ບໍ່​ຕ້ອງ​ໄດ້​ໃສ່ໃຈ​ກັບ​ສິ່ງ​ໃດ​ທີ່​ຢູ່​ພາຍໃຕ້​ການ​ເບິ່ງແຍງ​ຂອງ​ໂຢເຊັບ, ເພາະ​ວ່າ​ພຣະເຈົ້າ​ຢາເວ​ຢູ່​ກັບ​ໂຢເຊັບ ແລະ ໄດ້​ໃຫ້​ຄວາມ​ສຳເລັດ​ໃນ​ທຸກສິ່ງ​ທີ່​ລາວ​ໄດ້​ເຮັດ.

اکنون انتخاب شده:

ປະຖົມມະການ 39: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید