ປະຖົມມະການ 16
16
ນາງຮາກາ ແລະ ອິດຊະມາເອນ
1ໃນເວລານັ້ນ ນາງຊາຣາຍ ເມຍຂອງອັບຣາມບໍ່ມີລູກໃຫ້ແກ່ເພິ່ນ. ແຕ່ນາງມີຄົນຮັບໃຊ້ຄົນໜຶ່ງຊາວເອຢິບຊື່ວ່ານາງຮາກາ, 2ດັ່ງນັ້ນ ນາງຊາຣາຍຈຶ່ງເວົ້າກັບອັບຣາມວ່າ, “ພຣະເຈົ້າຢາເວຍັງບໍ່ທັນໃຫ້ນ້ອງມີລູກ. ຈົ່ງໄປນອນກັບຄົນຮັບໃຊ້ຂອງນ້ອງສາ; ບາງທີນ້ອງຈະໄດ້ມີລູກຜ່ານທາງນາງກໍໄດ້”.
ອັບຣາມຕົກລົງຕາມສິ່ງທີ່ນາງຊາຣາຍໄດ້ເວົ້າ. 3ດັ່ງນັ້ນ ຫລັງຈາກທີ່ອັບຣາມອາໄສຢູ່ທີ່ການາອານໄດ້ສິບປີ, ນາງຊາຣາຍເມຍຂອງເພິ່ນຈຶ່ງນຳເອົານາງຮາກາຄົນຮັບໃຊ້ຊາວເອຢິບມາ ແລະ ມອບນາງໃຫ້ຜົວຂອງຕົນເພື່ອໃຫ້ເປັນເມຍຂອງເພິ່ນ. 4ເພິ່ນກໍໄດ້ຫລັບນອນກັບນາງຮາກາ ແລະ ນາງກໍໄດ້ຖືພາ.
ເມື່ອນາງຮູ້ວ່ານາງຖືພາແລ້ວ, ນາງກໍເລີ່ມດູຖູກນາຍຍິງຂອງຕົນ. 5ແລ້ວນາງຊາຣາຍຈຶ່ງເວົ້າກັບອັບຣາມວ່າ, “ອ້າຍຕ້ອງຮັບຜິດຊອບຕໍ່ຄວາມຜິດພາດທີ່ນ້ອງກຳລັງທົນທຸກ. ນ້ອງມອບຄົນຮັບໃຊ້ຂອງນ້ອງໄວ້ໃນອ້ອມແຂນຂອງອ້າຍ ແລະ ບັດນີ້ນາງຮູ້ຈັກວ່ານາງຖືພາ ແລ້ວນາງກໍດູຖູກນ້ອງ. ຂໍພຣະເຈົ້າຢາເວຕັດສິນລະຫວ່າງອ້າຍກັບນ້ອງ”.
6ອັບຣາມຈຶ່ງຕອບວ່າ, “ຄົນຮັບໃຊ້ຂອງນ້ອງກໍຢູ່ໃນມືຂອງນ້ອງແລ້ວ, ຈົ່ງເຮັດກັບນາງຕາມທີ່ເຈົ້າຄິດວ່າດີທີ່ສຸດສາ”. ແລ້ວນາງຊາຣາຍຈຶ່ງກົດຂີ່ຂົ່ມເຫັງນາງຮາກາ, ດັ່ງນັ້ນ ນາງຮາກາຈຶ່ງໜີຈາກຊາຣາຍໄປ.
7ເທວະດາຂອງພຣະເຈົ້າຢາເວພົບນາງຮາກາໃກ້ກັບບໍ່ນ້ຳພຸໃນຖິ່ນແຫ້ງແລ້ງ; ເປັນບໍ່ນ້ຳພຸທີ່ຢູ່ຂ້າງທາງທີ່ຈະໄປເມືອງຊູເຣ. 8ແລະ ເທວະດານັ້ນໄດ້ກ່າວວ່າ, “ຮາກາ, ຄົນຮັບໃຊ້ຂອງຊາຣາຍເອີຍ, ເຈົ້າມາຈາກໃສ ແລະ ເຈົ້າກຳລັງຈະໄປໃສ?”
ນາງຕອບວ່າ, “ຂ້ານ້ອຍກຳລັງໜີຈາກນາງຊາຣາຍນາຍຍິງຂອງຂ້ານ້ອຍ”.
9ແລ້ວເທວະດາຂອງພຣະເຈົ້າຢາເວໄດ້ບອກນາງວ່າ, “ຈົ່ງກັບໄປຫານາຍຍິງຂອງເຈົ້າ ແລະ ຍອມຕໍ່ນາງ”. 10ເທວະດານັ້ນໄດ້ກ່າວຕື່ມອີກວ່າ, “ເຮົາຈະເພີ່ມເຊື້ອສາຍຂອງເຈົ້າໃຫ້ຫລາຍຂຶ້ນຈົນພວກເຂົາມີຈຳນວນຫລາຍເກີນກວ່າທີ່ຈະນັບໄດ້”.
11ເທວະດາຂອງພຣະເຈົ້າຢາເວໄດ້ກ່າວກັບລາວເໝືອນກັນວ່າ:
“ເວລານີ້ເຈົ້າກຳລັງຖືພາ
ແລະ ເຈົ້າຈະເກີດລູກຊາຍ.
ເຈົ້າຈົ່ງຕັ້ງຊື່ລາວວ່າອິດຊະມາເອນ,#16:11 ແປວ່າ ພຣະເຈົ້າໄດ້ຍິນ
ເພາະພຣະເຈົ້າຢາເວໄດ້ຍິນຄວາມເຈັບປວດຂອງເຈົ້າ.
12ລາວຈະເປັນດັ່ງລໍປ່າຂອງມະນຸດ;
ມືຂອງລາວຈະຕໍ່ສູ້ກັບທຸກຄົນ
ແລະ ມືຂອງທຸກຄົນກໍຈະຕໍ່ສູ້ລາວ,
ແລະ ລາວຈະດຳເນີນຊີວິດດ້ວຍການເປັນສັດຕູກັນກັບ
ພີ່ນ້ອງທັງປວງຂອງລາວ”#16:12 ຫລື ດຳເນີນຊີວິດຢູ່ທາງດ້ານທິດຕະເວັນອອກຂອງ.
13ນາງໄດ້ໃຫ້ນາມນີ້ແກ່ພຣະເຈົ້າຢາເວຜູ້ກ່າວກັບນາງວ່າ: “ພຣະອົງເປັນພຣະເຈົ້າຜູ້ເຫັນຂ້ານ້ອຍ,” ເພາະນາງເວົ້າວ່າ, “ບັດນີ້ຂ້ານ້ອຍໄດ້ເຫັນ#16:13 ຫລື ໄດ້ເຫັນຂ້າງຫລັງຂອງພຣະອົງຜູ້ທີ່ເຫັນຂ້ານ້ອຍແລ້ວ”. 14ດ້ວຍເຫດນີ້ ນ້ຳສ້າງນັ້ນຈຶ່ງຖືກເອີ້ນຊື່ວ່າເບເອີລາໄຮຣອຍ;#16:14 ແປວ່າ ນ້ຳສ້າງແຫ່ງພຣະອົງຜູ້ມີຊີວິດຢູ່ ຜູ້ທີ່ເຫັນຂ້ານ້ອຍ ນ້ຳສ້າງນີ້ຍັງຢູ່ທີ່ນັ້ນ, ຢູ່ລະຫວ່າງກາເດັດ ແລະ ເບເຣັດ.
15ດັ່ງນັ້ນ ນາງຮາກາກໍໄດ້ເກີດລູກຊາຍຄົນໜຶ່ງໃຫ້ແກ່ອັບຣາມ ແລະ ອັບຣາມໄດ້ຕັ້ງຊື່ລູກຊາຍທີ່ນາງເກີດອອກມານັ້ນວ່າອິດຊະມາເອນ. 16ອັບຣາມມີອາຍຸ 86 ປີ ເມື່ອຮາກາເກີດອິດຊະມາເອນໃຫ້ແກ່ເພິ່ນ.
اکنون انتخاب شده:
ປະຖົມມະການ 16: LCV
هایلایت
به اشتراک گذاشتن
کپی
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.