ເອເຊກຽນ 46
46
1“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ປະຕູຂອງເດີ່ນຊັ້ນໃນທີ່ຫັນໜ້າໄປທາງທິດຕາເວັນອອກໃຫ້ປິດໃນວັນເຮັດວຽກຫົກວັນ, ແຕ່ໃຫ້ເປີດໃນວັນຊະບາໂຕ ແລະ ວັນເດືອນຂຶ້ນໃໝ່. 2ເຈົ້ານາຍຈະເຂົ້າມາຈາກດ້ານນອກຜ່ານລະບຽງທາງເຂົ້າ ແລະ ຢືນຢູ່ຂ້າງເສົາປະຕູ. ໃຫ້ບັນດາປະໂລຫິດຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງສາມັກຄີທຳບູຊາຂອງເຈົ້ານາຍ. ໃຫ້ເຈົ້ານາຍກົ້ມລົງນະມັດສະການພຣະເຈົ້າຢູ່ທີ່ທໍທອນນີປະຕູນັ້ນ ແລ້ວອອກໄປ, ແຕ່ບໍ່ຕ້ອງປິດປະຕູຈົນກວ່າຈະເຖິງຕອນແລງ. 3ໃນວັນຊະບາໂຕ ແລະ ວັນເດືອນຂຶ້ນໃໝ່ ໃຫ້ປະຊາຊົນທັງໝົດນະມັດສະການພຣະເຈົ້າຢາເວຢູ່ທີ່ທາງເຂົ້າກ່ອນຮອດປະຕູນັ້ນ. 4ເຄື່ອງເຜົາບູຊາທີ່ເຈົ້ານາຍນຳມາຖວາຍແກ່ພຣະເຈົ້າຢາເວໃນວັນຊະບາໂຕແມ່ນມີດັ່ງນີ້: ລູກແກະໂຕຜູ້ຫົກໂຕ ແລະ ແກະຜູ້ໜຶ່ງໂຕ ທຸກໂຕຈະຕ້ອງບໍ່ມີຕຳໜິ. 5ເມັດພືດບູຊາ 1 ເອຟາ#46:5 ຫລື ອາດຈະປະມານ 16 ກິໂລກຣາມ ເຊັ່ນດຽວກັບຂໍ້ 7, 11 ຖວາຍຄູ່ກັບແກະຜູ້ ແລະ ເຄື່ອງຖວາຍພືດຜົນເປັນເມັດຖວາຍຄູ່ກັບລູກແກະນັ້ນແມ່ນແລ້ວແຕ່ເຈົ້ານາຍຈະເຫັນດີ ແລະ ຖວາຍນ້ຳມັນ 1 ຮິນ#46:5 ຄື ປະມານ 3,8 ລິດ ເຊັ່ນດຽວກັບຂໍ້ 7, 11 ຄູ່ກັບເມັດພືດບູຊາທຸກໆ 1 ເອຟາ. 6ໃນວັນເດືອນຂຶ້ນໃໝ່ນັ້ນ ໃຫ້ເຈົ້ານາຍຖວາຍງົວໜຸ່ມໜຶ່ງໂຕ, ລູກແກະຫົກໂຕ ແລະ ແກະຜູ້ໜຶ່ງໂຕ, ທຸກໂຕຈະຕ້ອງບໍ່ມີຕຳໜິ. 7ໃຫ້ລາວຕຽມເຄື່ອງຖວາຍພືດຜົນເປັນເມັດ 1 ເອຟາ ຄູ່ກັບງົວຜູ້ ແລະ ອີກ 1 ເອຟາ ຄູ່ກັບແກະຜູ້ ແລະ ສ່ວນທີ່ຄູ່ກັບລູກແກະນັ້ນຈະເທົ່າໃດກໍໄດ້ແລ້ວແຕ່ລາວເຫັນດີ ພ້ອມທັງນ້ຳມັນ 1 ຮິນ ຕໍ່ເມັດພືດບູຊາທຸກໆ 1 ເອຟາ. 8ເມື່ອເຈົ້ານາຍເຂົ້າມາ ໃຫ້ລາວເຂົ້າທາງລະບຽງທາງເຂົ້າ ແລະ ອອກໄປທາງດຽວກັນນັ້ນ.
9“ ‘ເມື່ອປະຊາຊົນມາເຂົ້າພົບພຣະເຈົ້າຢາເວ ຕາມເທດສະການທີ່ກຳນົດ, ຜູ້ໃດທີ່ເຂົ້າທາງປະຕູດ້ານເໜືອເພື່ອນະມັດສະການແມ່ນໃຫ້ອອກທາງໄປປະຕູດ້ານໃຕ້ ແລະ ຜູ້ໃດທີ່ເຂົ້າທາງປະຕູດ້ານໃຕ້ແມ່ນໃຫ້ອອກໄປທາງປະຕູດ້ານເໜືອ. ບໍ່ໃຫ້ຜູ້ໃດກັບອອກໄປທາງດຽວກັບທີ່ຕົນເຂົ້າມາ ແຕ່ໃຫ້ກັບອອກໄປທາງປະຕູກົງກັນຂ້າມ. 10ເຈົ້ານາຍຈະຢູ່ທ່າມກາງປະຊາຊົນ ເມື່ອປະຊາຊົນເຂົ້າໄປ ເຈົ້ານາຍກໍເຂົ້າໄປ ແລະ ເມື່ອປະຊາຊົນອອກມາ ລາວກໍອອກມາ. 11ໃນເທດສະການຕາມກຳນົດ ແລະ ງານລ້ຽງຕາມວາລະຕ່າງໆ ໃຫ້ໃຊ້ເຄື່ອງຖວາຍພືດຜົນເປັນເມັດ 1 ເອຟາ ຄູ່ກັບງົວຜູ້ໜຶ່ງໂຕ, ອີກ 1 ເອຟາ ຄູ່ກັບແກະຜູ້ໜຶ່ງໂຕ, ສ່ວນທີ່ຄູ່ກັບລູກແກະນັ້ນຈະເທົ່າໃດກໍໄດ້ແລ້ວແຕ່ເຫັນດີ ພ້ອມທັງນ້ຳມັນ 1 ຮິນ ຄູ່ກັບເມັດພືດບູຊາທຸກໆ 1 ເອຟາ.
12“ ‘ເມື່ອເຈົ້ານາຍຖວາຍເຄື່ອງບູຊາຕາມຄວາມສະໝັກໃຈແກ່ພຣະເຈົ້າຢາເວ ຈະເປັນເຄື່ອງເຜົາບູຊາ ຫລື ເຄື່ອງສາມັກຄີທຳບູຊາກໍຕາມ ຈົ່ງເປີດປະຕູທີ່ຫັນໄປທາງດ້ານຕາເວັນອອກໃຫ້ລາວ. ລາວຈະຖວາຍເຄື່ອງເຜົາບູຊາ ຫລື ເຄື່ອງສາມັກຄີທຳບູຊາເໝືອນໃນວັນຊະບາໂຕ ແລ້ວລາວກໍຈະອອກໄປ, ເມື່ອລາວອອກໄປແລ້ວກໍຈົ່ງປິດປະຕູ.
13“ ‘ຈົ່ງຖວາຍລູກແກະໂຕຜູ້ ອາຍຸໜຶ່ງປີ ເຊິ່ງບໍ່ມີຕຳໜິເປັນເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວທຸກວັນ; ເຈົ້າຈະຕ້ອງຖວາຍສັດເຫລົ່ານັ້ນທຸກໆເຊົ້າ. 14ຈົ່ງຖວາຍເຄື່ອງຖວາຍພືດຜົນເປັນເມັດໜຶ່ງໃນຫົກເອຟາ#46:14 ຄື ປະມານ 2,7 ກິໂລກຣາມ ຄູ່ກັບສັດເຫລົ່ານັ້ນ ແລະ ນ້ຳມັນໜຶ່ງໃນສາມຮິນ#46:14 ຄື ປະມານ 1,2 ລີດ ເພື່ອປົນໃສ່ກັບແປ້ງ. ການຖວາຍເຄື່ອງຖວາຍພືດຜົນເປັນເມັດແກ່ພຣະເຈົ້າຢາເວນີ້ໃຫ້ຖືປະຕິບັດຕະຫລອດໄປ. 15ດັ່ງນັ້ນ ໃຫ້ຈັດຕຽມລູກແກະ ແລະ ເຄື່ອງຖວາຍພືດຜົນເປັນເມັດກັບນ້ຳມັນເປັນເຄື່ອງເຜົາບູຊາເປັນປະຈຳທຸກເຊົ້າ.
16“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຖ້າເຈົ້ານາຍມອບທີ່ດິນທີ່ເປັນມໍລະດົກຕົນໃຫ້ເປັນຂອງຂວັນແກ່ລູກຊາຍລາວ, ທີ່ດິນຕອນນັ້ນກໍຈະເປັນມໍລະດົກຂອງລູກຫລານຂອງລາວເໝືອນກັນ; ທີ່ດິນຕອນນັ້ນກໍຈະຕົກເປັນຊັບສິນຂອງພວກເຂົາໂດຍທາງມໍລະດົກ. 17ແຕ່ຖ້າຫາກວ່າ, ເຈົ້ານາຍໄດ້ມອບທີ່ດິນທີ່ເປັນມໍລະດົກຂອງຕົນໃຫ້ເປັນຂອງຂວັນແກ່ຄົນຮັບໃຊ້ຂອງລາວ, ຄົນຮັບໃຊ້ນັ້ນຈະຄອບຄອງທີ່ດິນນັ້ນຈົນເຖິງປີແຫ່ງການປົດປ່ອຍ; ແລ້ວທີ່ດິນຕອນນັ້ນຈະກັບມາເປັນຂອງເຈົ້ານາຍຕາມເດີມ. ທີ່ດິນທີ່ເປັນມໍລະດົກຂອງເຈົ້ານາຍຈະເປັນຊັບສົມບັດຂອງບັນດາລູກຊາຍຂອງລາວເທົ່ານັ້ນ. 18ເຈົ້ານາຍຈະຕ້ອງບໍ່ປຸ້ນທີ່ດິນທີ່ເປັນມໍລະດົກຂອງປະຊາຊົນມາເປັນຊັບສົມບັດຂອງຕົນ, ຂັບໄລ່ປະຊາຊົນອອກຈາກທີ່ດິນຂອງພວກເຂົາ. ເຈົ້ານາຍຈະມອບທີ່ດິນໃຫ້ແກ່ລູກຫລານຂອງຕົນໄດ້ສະເພາະສ່ວນທີ່ເປັນກຳມະສິດຕົກທອດມາເຖິງຕົນ, ເພື່ອບໍ່ໃຫ້ປະຊາຊົນຄົນໃດຄົນໜຶ່ງຂອງເຮົາພາກຈາກທີ່ດິນຂອງຕົນ’ ”.
19ແລ້ວຊາຍຄົນນັ້ນກໍພາຂ້າພະເຈົ້າຜ່ານທາງເຂົ້າຢູ່ທີ່ຂ້າງປະຕູໄປສູ່ຫ້ອງບໍລິສຸດຕ່າງໆທີ່ຫັນໜ້າໄປທາງທິດເໜືອ, ເຊິ່ງເປັນຫ້ອງຂອງບັນດາປະໂລຫິດ ແລະ ຊີ້ໃຫ້ຂ້າພະເຈົ້າເບິ່ງບ່ອນໜຶ່ງທີ່ຢູ່ແຄມສຸດດ້ານຕາເວັນຕົກ. 20ເພິ່ນໄດ້ບອກຂ້າພະເຈົ້າວ່າ, “ນີ້ເປັນບ່ອນສຳລັບປະໂລຫິດຕົ້ມເຄື່ອງບູຊາລົບຄວາມຜິດ ແລະ ເຄື່ອງບູຊາໄຖ່ບາບ ແລະ ປີ້ງເຄື່ອງຖວາຍພືດຜົນເປັນເມັດ, ເພື່ອຈະໄດ້ບໍ່ນຳອອກໄປສູ່ເດີ່ນຊັ້ນນອກ ແລະ ບໍ່ໄປເຮັດໃຫ້ປະຊາຊົນບໍລິສຸດ”.
21ແລ້ວເພິ່ນກໍພາຂ້າພະເຈົ້າມາທີ່ເດີ່ນຊັ້ນນອກ ແລະ ພາໄປເບິ່ງທົ່ວມຸມທັງສີ່ ແລະ ຂ້າພະເຈົ້າໄດ້ເຫັນວ່າໃນແຕ່ລະແຈນັ້ນກໍມີເດີ່ນນ້ອຍອີກເດີ່ນໜຶ່ງ. 22ເດີ່ນນ້ອຍທີ່ຢູ່ທັງສີ່ແຈຂອງເດີ່ນຊັ້ນນອກນີ້ມີຝາອ້ອມຮອບ ຍາວ 40 ສອກ ແລະ ກວ້າງ 30 ສອກ.#46:22 ຄື ຍາວປະມານ 20 ແມັດ ກວ້າງປະມານ 15 ແມັດ ແຕ່ລະເດີ່ນທີ່ຢູ່ທັງສີ່ແຈນັ້ນລ້ວນແຕ່ມີຂະໜາດເທົ່າກັນ. 23ພາຍໃນອ້ອມເດີ່ນທັງສີ່ນັ້ນກໍມີຂອບຫີນພ້ອມກັບບ່ອນສຳລັບດັງໄຟທີ່ສ້າງຂຶ້ນອ້ອມຂອບຫີນນີ້. 24ເພິ່ນໄດ້ບອກຂ້າພະເຈົ້າວ່າ, “ນີ້ແມ່ນເຮືອນຄົວ ເປັນບ່ອນທີ່ໃຫ້ຜູ້ປະຕິບັດໜ້າທີ່ໃນວິຫານໃຊ້ຕົ້ມເຄື່ອງບູຊາຂອງປະຊາຊົນ”.
اکنون انتخاب شده:
ເອເຊກຽນ 46: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: