ເອເຊກຽນ 41

41
1ແລ້ວ​ຊາຍ​ຄົນ​ນັ້ນ​ກໍ​ໄດ້​ພາ​ຂ້າພະເຈົ້າ​ໄປ​ທີ່​ສະຖານ​ນະມັດສະການ​ດ້ານ​ນອກ ແລະ ໄດ້​ແທກ​ເສົາ; ຄວາມ​ກວ້າງ​ຂອງ​ເສົາ​ແຕ່​ລະ​ດ້ານ​ແມ່ນ 6 ສອກ.#41:1 ຄື ປະມານ 3 ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 3, 5 ແລະ 8 2ທາງເຂົ້າ​ນັ້ນ​ກວ້າງ 10 ສອກ#41:2 ຄື ປະມານ 5 ແມັດ ແລະ ຝາ​ກັ້ນ​ຂອງ​ແຕ່​ລະ​ຟາກ​ກວ້າງ 5 ສອກ.#41:2 ຄື ປະມານ 2,5 ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 9, 11 ແລະ 12 ເພິ່ນ​ຍັງ​ໄດ້​ແທກ​ສະຖານ​ນະມັດສະການ​ດ້ານ​ນອກ​ດ້ວຍ ເຊິ່ງ​ມີ​ຄວາມ​ຍາວ 40 ສອກ ແລະ ກວ້າງ 20 ສອກ.#41:2 ຄື ຍາວ​ປະມານ 20 ແມັດ ກວ້າງ​ປະມານ 10 ແມັດ
3ແລ້ວ​ເພິ່ນ​ກໍ​ໄດ້​ເຂົ້າ​ໄປ​ສະຖານ​ນະມັດສະການ​ຊັ້ນ​ໃນ ແລະ ໄດ້​ແທກເສົາ​ທາງເຂົ້າ; ເສົາ​ແຕ່​ລະ​ຕົ້ນ​ແມ່ນ​ກວ້າງ 2 ສອກ.#41:3 ຄື ປະມານ 1 ແມັດ ທາງເຂົ້າ​ນັ້ນ​ກວ້າງ 6 ສອກ ແລະ ຝາ​ກັ້ນ​ຂອງ​ທາງເຂົ້າ​ແຕ່​ລະ​ດ້ານ​ກວ້າງ 7 ສອກ.#41:3 ຄື ປະມານ 3,5 ແມັດ 4ແລະ ເພິ່ນ​ໄດ້​ແທກ​ຂະໜາດ​ຂອງ​ສະຖານ​ນະມັດສະການ​ຊັ້ນ​ໃນ​ໄປ​ຈົນ​ຮອດ​ສະຖານ​ນະມັດສະການ​ຊັ້ນ​ນອກ ເຊິ່ງ​ມີ​ຄວາມ​ຍາວ 20 ສອກ#41:4 ຄື ກວ້າງ ແລະ ຍາວ​ດ້ານ​ລະ​ປະມານ 10 ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 10 ແລະ ມີ​ຄວາມ​ກວ້າງ 20 ສອກ. ເພິ່ນ​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, “ນີ້​ແມ່ນ​ບ່ອນ​ທີ່​ສັກສິດ​ທີ່​ສຸດ”.
5ແລ້ວ​ເພິ່ນ​ກໍ​ໄດ້​ແທກ​ຝາ​ວິຫານ ເຊິ່ງ​ຝາ​ນັ້ນ​ມີ​ຄວາມ​ໜາ 6 ສອກ ແລະ ແທກ​ຫ້ອງ​ລະບຽງ​ອ້ອມ​ວິຫານ ແຕ່​ລະ​ຫ້ອງ​ແມ່ນ​ກວ້າງ 4 ສອກ.#41:5 ຄື ປະມານ 2 ແມັດ 6ຫ້ອງ​ລະບຽງ​ມີ​ສາມ​ຊັ້ນ, ຊັ້ນເທິງ​ມີ​ຊັ້ນ​ລະ​ສາມ​ສິບ​ຫ້ອງ. ອ້ອມ​ຝາ​ວິຫານ​ມີ​ຂອບ​ເພື່ອ​ຮອງ​ຮັບ​ຫ້ອງ​ລະບຽງ ບໍ່​ໄດ້​ສ້າງ​ຢຶດ​ຕິດ​ກັບ​ຝາ​ວິຫານ. 7ຫ້ອງ​ລະບຽງ​ອ້ອມ​ວິຫານ​ນັ້ນ ຍິ່ງ​ຢູ່​ຊັ້ນ​ສູງ​ຂຶ້ນ​ກໍ​ຍິ່ງ​ກວ້າງ​ຂຶ້ນ. ຢຶດ​ຕິດ​ກັບ​ຝາ​ວິຫານ​ທີ່​ເປັນ​ຊັ້ນ​ຂຶ້ນ​ໄປ. ມີ​ຂັ້ນໄດ​ຈາກ​ຊັ້ນ​ລຸ່ມ​ສຸດ​ຂຶ້ນ​ຜ່ານ​ຊັ້ນ​ກາງ​ໄປ​ຈົນ​ເຖິງ​ຊັ້ນ​ເທິງ​ສຸດ.
8ຂ້າພະເຈົ້າ​ເຫັນ​ວ່າ​ວິຫານ​ມີ​ຍົກ​ພື້ນ​ອ້ອມ​ຮອບ ເປັນ​ຖານ​ຮອງ​ຮັບ​ຫ້ອງ​ລະບຽງ. ເຊິ່ງ​ເປັນ​ຄວາມ​ຍາວ​ຂອງ​ໄມ້​ວັດແທກ​ຄື 6 ສອກ. 9ຝາ​ອ້ອມ​ນອກ​ຂອງ​ລະບຽງ​ໜາ 5 ສອກ. ບ່ອນ​ໂລ່ງ​ລະຫວ່າງ​ຫ້ອງ​ລະບຽງ​ຂອງ​ວິຫານ 10ແລະ ຫ້ອງ​ຕ່າງໆ​ຂອງ​ປະໂລຫິດ​ແມ່ນ​ມີ​ຄວາມ​ກວ້າງ 20 ສອກ ອ້ອມ​ຮອບ​ວິຫານ. 11ຈາກ​ບ່ອນ​ໂລ່ງ​ນັ້ນ​ກໍ​ມີ​ທາງເຂົ້າ​ສູ່​ຫ້ອງ​ລະບຽງ​ສອງ​ທາງ​ຄື​ດ້ານ​ເໜືອ ແລະ ດ້ານ​ໃຕ້ ແລະ ຍົກ​ພື້ນ​ຕໍ່​ກັບ​ບ່ອນ​ໂລ່ງ​ນັ້ນ ເຊິ່ງ​ກວ້າງ 5 ສອກ ໂດຍ​ອ້ອມ​ຮອບ.
12ອາຄານ​ທີ່​ຫັນ​ໜ້າ​ໄປ​ທີ່​ເດີ່ນ​ວິຫານ​ທາງ​ດ້ານ​ຕາເວັນ​ຕົກ​ນັ້ນ​ກວ້າງ 70 ສອກ.#41:12 ຄື ປະມານ 35 ແມັດ ຝາ​ອາຄານ​ນັ້ນ​ໜາ 5 ສອກ ໂດຍ​ອ້ອມ​ຮອບ ແລະ ຍາວ 90 ສອກ.#41:12 ຄື ປະມານ 45 ແມັດ
13ແລ້ວ​ກໍ​ໄດ້​ແທກ​ວິຫານ ເຊິ່ງ​ມີ​ຄວາມ​ຍາວ 100 ສອກ#41:13 ຄື ປະມານ 50 ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 14 ແລະ 15 ແລະ ເດີ່ນ​ວິຫານ​ກັບ​ອາຄານ ແລະ ຝາ​ກໍ​ມີ​ຄວາມ​ຍາວ 100 ສອກ. 14ຄວາມ​ກວ້າງ​ຂອງ​ເດີ່ນ​ວິຫານ​ທາງ​ຟາກ​ຕາເວັນ​ອອກ ລວມ​ທັງ​ດ້ານ​ໜ້າ​ຂອງ​ວິຫານ​ແມ່ນ 100 ສອກ.
15ແລ້ວ​ເພິ່ນ​ກໍ​ໄດ້​ແທກ​ຄວາມ​ຍາວ​ຂອງ​ອາຄານ​ທີ່​ຫັນ​ໜ້າ​ໄປ​ຫາ​ເດີ່ນ​ດ້ານ​ຫລັງ​ຂອງ​ວິຫານ ລວມ​ທັງ​ທາງຍ່າງ​ແຕ່​ລະ​ດ້ານ​ແທກ​ໄດ້ 100 ສອກ.
ສະຖານ​ນະມັດສະການ​ຊັ້ນ​ນອກ, ສະຖານ​ນະມັດສະການ​ຊັ້ນ​ໃນ ແລະ ລະບຽງ​ແມ່ນ​ຫັນ​ໜ້າ​ໄປ​ຫາ​ເດີ່ນ, 16ທັງ​ທໍລະນີ​ປະຕູ ແລະ ປ່ອງຢ້ຽມ​ແຄບ​ເຂົ້າ​ໄປ ແລະ ທາງຍ່າງ​ອ້ອມ​ທາງເຂົ້າ​ທັງ​ສາມ ຄື​ທຸກ​ສ່ວນ​ທີ່​ຢູ່​ເໜືອ​ຂຶ້ນ​ໄປ​ລວມ​ທັງ​ທໍລະນີ​ປະຕູ​ລ້ວນ​ຫຸ້ມ​ດ້ວຍ​ໄມ້. ພື້ນ ແລະ ຝາ​ຂຶ້ນ​ໄປ​ຫາ​ປ່ອງຢ້ຽມ ແລະ ປ່ອງຢ້ຽມ​ກໍ​ຫຸ້ມ​ດ້ວຍ​ໄມ້. 17ໃນ​ບ່ອນຫວ່າງ​ທີ່​ຢູ່​ເໜືອ​ດ້ານ​ນອກ​ຂອງ​ທາງເຂົ້າ​ໄປ​ສູ່​ສະຖານ​ນະມັດສະການ​ຊັ້ນ​ໃນ ແລະ ທີ່​ຝາ​ເປັນ​ໄລຍະ​ສະໝ່ຳ​ສະເໝີ​ອ້ອມ​ສະຖານ​ນະມັດສະການ​ທັງ​ຊັ້ນ​ໃນ ແລະ ຊັ້ນ​ນອກ​ນັ້ນ 18ຄື​ຮູບ​ແກະສະຫລັກ​ເຄຣຸບ ແລະ ຕົ້ນຕານ. ຮູບ​ແກະສະຫລັກ​ຕົ້ນຕານ​ແມ່ນ​ຢູ່​ສະຫລັບ​ກັນ​ກັບ​ຮູບ​ແກະສະຫລັກ​ເຄຣຸບ. ເຄຣຸບ​ແຕ່​ລະ​ຕົນ​ມີ​ສອງ​ໜ້າ. 19ໜ້າ​ໜຶ່ງ​ເປັນ​ໜ້າ​ມະນຸດ ຫັນ​ໜ້າ​ໄປ​ຫາ​ຕົ້ນຕານ​ທາງ​ດ້ານ​ໜຶ່ງ ແລະ ອີກ​ໜ້າ​ໜຶ່ງ​ເປັນ​ໜ້າ​ໂຕສິງ ຫັນ​ໄປ​ຫາ​ຕົ້ນຕານ​ອີກ​ທາງ​ດ້ານ​ໜຶ່ງ. ສະຫລັກ​ເປັນ​ລວດລາຍ​ຢ່າງ​ນີ້​ອ້ອມ​ວິຫານ​ທັງໝົດ. 20ທີ່​ຝາ​ຂອງ​ສະຖານ​ນະມັດສະການ​ຊັ້ນ​ນອກ ຈາກ​ພື້ນ​ໄປ​ຫາ​ບໍລິເວນ​ເໜືອ​ທາງເຂົ້າ​ແມ່ນ​ແກະສະຫລັກ​ເປັນ​ຮູບ​ເຄຣຸບ ແລະ ຕົ້ນຕານ.
21ສະຖານ​ນະມັດສະການ​ຊັ້ນ​ນອກ​ມີ​ວົງກົບ​ປະຕູ​ເປັນ​ຮູບ​ສີ່​ຫລ່ຽມ ແລະ ປະຕູ​ທີ່​ຢູ່​ທາງ​ໜ້າ​ບ່ອນ​ສັກສິດ​ທີ່​ສຸດ​ກໍ​ຄ້າຍ​ຄື​ກັນ. 22ມີ​ແທ່ນບູຊາ​ທີ່​ເຮັດ​ດ້ວຍ​ໄມ້​ສູງ 3 ສອກ#41:22 ຄື ປະມານ 1,5 ແມັດ ແລະ ກວ້າງ​ຍາວ​ດ້ານ​ລະ#41:22 ພາສາ​ເຮັບເຣີ​ວ່າ ແລະ ຍາວ 2 ສອກ.#41:22 ຄື ກວ້າງ​ຍາວ​ດ້ານ​ລະ​ປະມານ 1 ແມັດ ມຸມ​ຂອງ​ແທ່ນ, ຖານ​ຂອງ​ແທ່ນ ແລະ ດ້ານ​ຂ້າງ​ຂອງ​ແທ່ນ​ແມ່ນ​ເຮັດ​ດ້ວຍ​ໄມ້. ຊາຍ​ຄົນ​ນັ້ນ​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, “ນີ້​ຄື​ໂຕະ​ທີ່​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ”. 23ທັງ​ສະຖານ​ນະມັດສະການ​ຊັ້ນ​ນອກ ແລະ ບ່ອນ​ທີ່​ສັກສິດ​ທີ່ສຸດ ແມ່ນ​ມີ​ປະຕູ​ພັບ. 24ປະຕູ​ແຕ່​ລະ​ບານ​ແມ່ນ​ມີ​ສອງ​ບານ ປະຕູ​ແຕ່​ລະ​ບານ​ມີ​ບານພັບ​ສອງ​ອັນ. 25ແລະ ຢູ່​ທີ່​ປະຕູ​ບ່ອນ​ນະມັດສະການ​ຊັ້ນ​ນອກ​ແມ່ນ​ມີ​ລວດລາຍ​ແກະສະຫລັກ​ຮູບ​ເຄຣຸບ ແລະ ຮູບ​ຕົ້ນຕານ​ເໝືອນ​ກັບ​ທີ່​ແກະສະຫລັກ​ໄວ້​ທີ່​ຝາ ແລະ ມີ​ໄມ້​ກັນສາດ​ຢູ່​ໜ້າ​ລະບຽງ. 26ຢູ່​ທີ່​ຝາ​ດ້ານ​ຂ້າງ​ຂອງ​ລະບຽງ​ແມ່ນ​ມີ​ປ່ອງຢ້ຽມ​ແຄບ​ເຂົ້າ​ໄປ ແລະ ມີ​ຮູບ​ແກະສະຫລັກ​ຕົ້ນຕານ​ຢູ່​ທີ່​ແຕ່​ລະ​ດ້ານ. ຫ້ອງ​ລະບຽງ​ຂອງ​ວິຫານ​ກໍ​ກັນສາດ.

اکنون انتخاب شده:

ເອເຊກຽນ 41: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید