ເອເຊກຽນ 33
33
ການເອີ້ນເອເສກຽນໃຫ້ເປັນຍາມອີກ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 2“ບຸດມະນຸດ ຈົ່ງກ່າວແກ່ພີ່ນ້ອງຮ່ວມຊາດຂອງເຈົ້າ ແລະ ກ່າວກັບພວກເຂົາວ່າ: ‘ເມື່ອເຮົານຳສັດຕູ#33:2 ຫລື ດາບ ໃນບົດນີ້ມາສູ້ກັບດິນແດນໜຶ່ງ ແລະ ຊາວດິນແດນນັ້ນໄດ້ເລືອກຊາຍຄົນໜຶ່ງຂຶ້ນມາເປັນຄົນເຝົ້າຍາມ 3ແລະ ລາວເຫັນສັດກຳລັງມາຕໍ່ສູ້ດິນແດນນັ້ນ ແລະ ເປົ່າແກເພື່ອເຕືອນປະຊາຊົນ, 4ແລ້ວຖ້າຜູ້ໃດໄດ້ຍິນສຽງແກ ແຕ່ບໍ່ເອົາໃຈໃສ່ຟັງຄຳເຕືອນ ແລ້ວສັດຕູກໍມາ ແລະ ເອົາຊີວິດພວກເຂົາໄປ ທີ່ພວກເຂົາຕາຍກໍເປັນຄວາມຜິດຂອງພວກເຂົາເອງ. 5ເນື່ອງຈາກພວກເຂົາໄດ້ຍິນສຽງແກ ແຕ່ບໍ່ເອົາໃຈໃສ່ຟັງຄຳເຕືອນ ທີ່ພວກເຂົາຕາຍກໍເປັນຄວາມຜິດຂອງພວກເຂົາເອງ. ຖ້າພວກເຂົາເອົາໃຈໃສ່ຟັງຄຳເຕືອນ ພວກເຂົາກໍຄົງຈະຮັກສາຊີວິດຕົນເອງໄວ້ໄດ້. 6ແຕ່ຖ້າຄົນເຝົ້າຍາມເຫັນສັດຕູກຳລັງມາ ແລະ ບໍ່ໄດ້ເປົ່າແກເຕືອນປະຊາຊົນ ແລ້ວສັດຕູກໍມາ ແລະ ເອົາຊີວິດຄົນໃດຄົນໜຶ່ງໄປ ຊີວິດຂອງຄົນນັ້ນກໍຈະຖືກເອົາໄປເພາະບາບຂອງຕົນ, ແຕ່ເຮົາຈະໃຫ້ຄົນເຝົ້າຍາມນັ້ນຮັບຜິດຊອບຄວາມຕາຍຂອງຄົນນັ້ນ’.
7“ບຸດມະນຸດ, ເຮົາໄດ້ຕັ້ງເຈົ້າໃຫ້ເປັນຄົນເຝົ້າຍາມສຳລັບຊາວອິດສະຣາເອນ; ດັ່ງນັ້ນ ຈົ່ງຟັງຖ້ອຍຄຳທີ່ເຮົາກ່າວ ແລະ ແຈ້ງຄຳເຕືອນຂອງເຮົາແກ່ພວກເຂົາ. 8ເມື່ອເຮົາບອກຄົນຊົ່ວວ່າ, ‘ຄົນຊົ່ວ, ເຈົ້າຈະຕ້ອງຕາຍຢ່າງແນ່ນອນ’ ແລະ ເຈົ້າກໍບໍ່ໄດ້ເວົ້າຫ້າມພວກເຂົາໃຫ້ຫັນຈາກວິຖີທາງຂອງພວກເຂົາ, ຄົນຊົ່ວນັ້ນຈະຕາຍເນື່ອງຈາກ#33:8 ຫລື ຈະຕາຍໃນ ເຊັ່ນດຽວກັບຂໍ້ 9ບາບຂອງຕົນ ແລະ ເຮົາຈະໃຫ້ເຈົ້າຮັບຜິດຊອບຄວາມຕາຍຂອງພວກເຂົາ. 9ແຕ່ຖ້າເຈົ້າເຕືອນຄົນຊົ່ວນັ້ນໃຫ້ຫັນຈາກວິຖີທາງຂອງຕົນ ແລະ ພວກເຂົາບໍ່ຍອມເຮັດຕາມ, ພວກເຂົາກໍຈະຕາຍເພາະບາບຂອງຕົນ, ສ່ວນເຈົ້າຈະຊ່ວຍຕົນເອງໄວ້ໄດ້.
10“ບຸດມະນຸດ, ຈົ່ງກ່າວແກ່ຊາວອິດສະຣາເອນວ່າ: ‘ພວກເຈົ້າກ່າວດັ່ງນີ້ວ່າ “ການລ່ວງລະເມີດ ແລະ ບາບຂອງພວກເຮົາກໍໜັກທັບຖົມພວກເຮົາ ແລະ ພວກເຮົາກໍກຳລັງຈິບຫາຍໄປເພາະ#33:10 ຫລື ຈິບຫາຍໄປໃນບາບນັ້ນ. ພວກເຮົາຈະມີຊີວິດຢູ່ໄດ້ຢ່າງໃດ?” ’ 11ຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ, ເຮົາມີຊີວິດຢູ່ແນ່ນອນສັນໃດ ເຮົາບໍ່ຢາກໃຫ້ຄົນຊົ່ວຕ້ອງຕາຍສັນນັ້ນ, ແຕ່ຢາກໃຫ້ພວກເຂົາຫັນກັບຈາກທາງຊົ່ວຂອງຕົນ ແລະ ມີຊີວິດຢູ່. ຈົ່ງຫັນໜີ! ຫັນໜີຈາກທາງຊົ່ວຂອງເຈົ້າ! ຊາວອິດສະຣາເອນ, ເຈົ້າຈະຕາຍເຮັດຫຍັງ?’
12“ເຫດສະນັ້ນ ບຸດມະນຸດ, ຈົ່ງກ່າວກັບພີ່ນ້ອງຮ່ວມຊາດຂອງເຈົ້າວ່າ, ‘ຄວາມຊອບທຳຂອງຄົນຊອບທຳຈະບໍ່ຊ່ວຍລາວຖ້າລາວບໍ່ເຊື່ອຟັງ ແລະ ຄວາມຊົ່ວຂອງຄົນຊົ່ວຈະບໍ່ເຮັດໃຫ້ລາວລົ້ມລົງຖ້າລາວຫັນຈາກຄວາມຊົ່ວນັ້ນ. ຖ້າຄົນຊອບທຳເຮັດບາບ ຈະບໍ່ສາມາດດຳລົງຊີວິດຢູ່ໄດ້ເຖິງວ່າພວກເຂົາເຄີຍເປັນຄົນຊອບທຳໃນເມື່ອກ່ອນ’. 13ຖ້າເຮົາບອກຄົນຊອບທຳວ່າ ພວກເຂົາຈະມີຊີວິດຢູ່ຢ່າງແນ່ນອນ ແຕ່ຕໍ່ມາພວກເຂົາກໍໄວ້ວາງໃຈໃນຄວາມຊອບທຳຂອງຕົນ ແລະ ເຮັດຊົ່ວ, ສິ່ງຊອບທຳທີ່ຄົນນັ້ນໄດ້ເຮັດໄວ້ຈະບໍ່ຖືກຈົດຈຳອີກ. ພວກເຂົາຈະຕາຍເພາະຄວາມຊົ່ວທີ່ພວກເຂົາໄດ້ເຮັດ. 14ແລະ ຖ້າເຮົາບອກຄົນຊົ່ວວ່າ, ‘ເຈົ້າຈະຕາຍຢ່າງແນ່ນອນ’ ແຕ່ຖ້າພວກເຂົາໄດ້ຫັນໜີຈາກຄວາມບາບຂອງຕົນ ແລະ ເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ 15ຖ້າພວກເຂົາຄືນສິ່ງຂອງທີ່ພວກເຂົາໄດ້ຢຶດມາຄ້ຳປະກັນໃຫ້ແກ່ລູກໜີ້, ສົ່ງຄືນສິ່ງທີ່ພວກເຂົາໄດ້ລັກມາ, ເຮັດຕາມດຳລັດ ເຊິ່ງເຮັດໃຫ້ມີຊີວິດຢູ່ ແລະ ບໍ່ເຮັດຊົ່ວ ຄົນນັ້ນກໍຈະມີຊີວິດຢູ່ຢ່າງແນ່ນອນ; ພວກເຂົາຈະບໍ່ຕາຍ. 16ເຮົາຈະບໍ່ຈົດຈຳບາບໃດໆທີ່ຄົນນັ້ນໄດ້ເຮັດໄປແລ້ວມາລົງໂທດລາວອີກເລີຍ. ພວກເຂົາໄດ້ເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ; ພວກເຂົາຈະມີຊີວິດຢູ່ຢ່າງແນ່ນອນ.
17“ເຖິງປານນັ້ນ ພີ່ນ້ອງຮ່ວມຊາດຂອງເຈົ້າກໍຍັງກ່າວວ່າ, ‘ວິຖີທາງຂອງອົງພຣະຜູ້ເປັນເຈົ້າບໍ່ຍຸຕິທຳ’. ແຕ່ວິຖີທາງຂອງພວກເຂົາທີ່ບໍ່ຍຸຕິທຳ. 18ຖ້າຄົນຊອບທຳຫັນໜີຈາກຄວາມຊອບທຳໄປເຮັດຊົ່ວ ພວກເຂົາຈະຕາຍເພາະຄວາມຊົ່ວ. 19ແລະ ຖ້າຄົນຊົ່ວຫັນໜີຈາກຄວາມຊົ່ວຂອງຕົນ ແລະ ເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ, ພວກເຂົາກໍຈະມີຊີວິດຢູ່ເພາະເຮັດຢ່າງນັ້ນ. 20ເຖິງປານນັ້ນຊາວອິດສະຣາເອນ, ເຈົ້າກໍກ່າວວ່າ, ‘ວິທີການຂອງອົງພຣະຜູ້ເປັນເຈົ້າບໍ່ຍຸຕິທຳ’. ແຕ່ເຮົາຈະພິພາກສາເຈົ້າແຕ່ລະຄົນຕາມແນວການປະພຶດຂອງເຈົ້າເອງ”.
ອະທິບາຍການຫລົ້ມຈົມຂອງເຢຣູຊາເລັມ
21ໃນວັນທີຫ້າເດືອນທີສິບປີທີສິບສອງຂອງການຕົກເປັນຊະເລີຍ, ມີຊາຍຄົນໜຶ່ງທີ່ໜີອອກມາຈາກເຢຣູຊາເລັມໄດ້ມາຫາຂ້າພະເຈົ້າ ແລະ ບອກວ່າ, “ນະຄອນນັ້ນຫລົ້ມຈົມແລ້ວ!” 22ໃນຕອນແລງກ່ອນທີ່ຊາຍຄົນນັ້ນຈະມາເຖິງ ມືຂອງພຣະເຈົ້າຢາເວຢູ່ເໜືອຂ້າພະເຈົ້າ ແລະ ພຣະອົງເປີດປາກຂອງຂ້າພະເຈົ້າກ່ອນທີ່ຊາຍຄົນນັ້ນຈະມາຫາຂ້າພະເຈົ້າໃນຕອນເຊົ້າ. ດັ່ງນັ້ນ ປາກຂອງຂ້າພະເຈົ້າຈຶ່ງເປີດອອກ ແລະ ຂ້າພະເຈົ້າກໍບໍ່ໄດ້ເປັນໃບ້ອີກ.
23ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 24“ບຸດມະນຸດ, ປະຊາຊົນທີ່ອາໄສຢູ່ໃນຊາກຫັກພັງຂອງດິນແດນອິດສະຣາເອນເວົ້າວ່າ, ‘ອັບຣາຮາມໂຕຄົນດຽວແຕ່ກໍຍັງໄດ້ຄອບຄອງດິນແດນ. ສ່ວນພວກເຮົາມີກັນຫລາຍຄົນ ກໍຍ່ອມໄດ້ຮັບດິນແດນນີ້ເປັນກຳມະສິດຂອງພວກເຮົາຢ່າງແນ່ນອນ’. 25ເຫດສະນັ້ນ ຈົ່ງກ່າວກັບພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເນື່ອງຈາກພວກເຈົ້າກິນຊີ້ນທີ່ຍັງມີເລືອດຄ້າງຢູ່ ແລະ ຫວັງເພິ່ງບັນດາຮູບເຄົາລົບຂອງພວກເຈົ້າ ແລະ ເຮັດໃຫ້ເລືອດຕົກ, ແລ້ວພວກເຈົ້າສົມຄວນຈະໄດ້ຄອບຄອງດິນແດນນີ້ບໍ? 26ພວກເຈົ້າເພິ່ງພາດາບຂອງຕົນ, ພວກເຈົ້າເຮັດສິ່ງທີ່ໜ້າກຽດຊັງ ແລະ ພວກເຈົ້າແຕ່ລະຄົນກໍເຮັດໃຫ້ເມຍຂອງເພື່ອນບ້ານເປັນມົນທິນ. ແລ້ວພວກເຈົ້າສົມຄວນຈະໄດ້ຄອບຄອງດິນແດນນີ້ບໍ?’
27“ຈົ່ງກ່າວແກ່ພວກເຂົາວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາມີຊີວິດຢູ່ແນ່ນອນສັນໃດ ບັນດາຄົນທີ່ຫລົງເຫລືອຢູ່ຕາມຊາກຫັກພັງກໍຈະຕາຍດ້ວຍດາບສັນນັ້ນ, ສ່ວນບັນດາຄົນທີ່ຢູ່ຕາມນອກເມືອງ ເຮົາຈະມອບໃຫ້ສັດປ່າທັງຫລາຍກືນກິນ ແລະ ບັນດາຄົນທີ່ຢູ່ຕາມທີ່ກຳບັງ ແລະ ຖ້ຳຈະຕາຍດ້ວຍພະຍາດລະບາດ. 28ເຮົາຈະເຮັດໃຫ້ດິນແດນນັ້ນຮົກຮ້າງຫວ່າງເປົ່າ ກຳລັງອັນໜ້າພາກພູມໃຈຂອງມັນຈະເຖິງຈຸດຈົບ ແລະ ພູເຂົາທັງຫລາຍຂອງອິດສະຣາເອນຈະຮົກຮ້າງຫວ່າງເປົ່າຈົນບໍ່ມີຜູ້ໃດຍ່າງຜ່ານ. 29ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ເມື່ອເຮົາເຮັດໃຫ້ດິນແດນນັ້ນຮົກຮ້າງຫວ່າງເປົ່າ ເພາະສິ່ງທີ່ໜ້າກຽດຊັງທັງໝົດທີ່ພວກເຂົາໄດ້ເຮັດ’.
30“ສ່ວນເຈົ້າ ບຸດມະນຸດ, ພີ່ນ້ອງຮ່ວມຊາດຂອງເຈົ້າເວົ້າກັນເຖິງເຈົ້າຢູ່ຂ້າງກຳແພງ ແລະ ທີ່ປະຕູເຮືອນ, ພວກເຂົາເວົ້າກັນວ່າ, ‘ຈົ່ງມາ ແລະ ຟັງຖ້ອຍຄຳທີ່ມາຈາກພຣະເຈົ້າຢາເວ’. 31ປະຊາຊົນຂອງເຮົາມາຫາເຈົ້າຕາມປົກກະຕິທີ່ພວກເຂົາເຮັດ ແລະ ມານັ່ງຢູ່ທາງໜ້າເພື່ອຟັງຄຳເວົ້າຂອງເຈົ້າ, ແຕ່ວ່າພວກເຂົາບໍ່ນຳເອົາຄຳເວົ້າເຫລົ່ານັ້ນໄປປະຕິບັດ. ປາກຂອງພວກເຂົາກໍເວົ້າດ້ວຍຄວາມຮັກ, ແຕ່ຈິດໃຈຂອງພວກເຂົາກໍໂລບຫວັງຜົນປະໂຫຍດທີ່ບໍ່ຍຸຕິທຳ. 32ແທ້ຈິງ, ສຳລັບພວກເຂົາແລ້ວ ເຈົ້າເປັນພຽງຄົນທີ່ຮ້ອງເພງຮັກດ້ວຍສຽງທີ່ມ່ວນ ແລະ ຫລິ້ນດົນຕີເກັ່ງເທົ່ານັ້ນ ເພາະພວກເຂົາຟັງຄຳເວົ້າຂອງເຈົ້າ ແຕ່ບໍ່ນຳເອົາຄຳເວົ້າເຫລົ່ານັ້ນໄປປະຕິບັດ.
33“ເມື່ອເຫດການທັງໝົດນີ້ເປັນຈິງ ແລະ ມັນກໍຈະເປັນເຊັ່ນນັ້ນຢ່າງແນ່ນອນ ແລ້ວພວກເຂົາກໍຈະຮູ້ວ່າມີຜູ້ທຳນວາຍໃນທ່າມກາງພວກເຂົາ”.
اکنون انتخاب شده:
ເອເຊກຽນ 33: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: