ເອເຊກຽນ 26

26
ຄຳ​ທຳນວາຍ​ກ່າວ​ໂທດ​ຕີເຣ
1ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ນັ້ນ​ໃນ​ປີ​ທີ​ສິບ​ເອັດ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ດັ່ງນີ້​ວ່າ: 2“ບຸດ​ມະນຸດ, ເນື່ອງ​ຈາກ​ຕີເຣ​ໄດ້​ກ່າວ​ເຖິງ​ເຢຣູຊາເລັມ​ວ່າ, ‘ນັ້ນ​ເດ! ປະຕູ​ສູ່​ຊົນຊາດ​ທັງຫລາຍ​ໄດ້​ພັງ​ລົງ​ແລ້ວ ແລະ ປະຕູ​ຂອງ​ມັນ​ໄດ້​ເປີດ​ກວ້າງ​ໃຫ້​ເຮົາ​ແລ້ວ; ມັນ​ຢູ່​ໃນ​ຄວາມ​ເສຍຫາຍ ສ່ວນ​ເຮົາ​ກໍ​ຈະ​ຮຸ່ງເຮືອງ’, 3ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ຕີເຣ, ເຮົາ​ເປັນ​ສັດຕູ​ກັບ​ເຈົ້າ ແລະ ເຮົາ​ຈະ​ນຳ​ຊົນຊາດ​ທັງຫລາຍ​ມາ​ສູ້​ກັບ​ເຈົ້າ ເໝືອນ​ທະເລ​ທີ່​ຊັດ​ຄື້ນ​ກະທົບ​ຝັ່ງ. 4ຊົນຊາດ​ເຫລົ່ານັ້ນ​ຈະ​ພັງ​ກຳແພງ​ເມືອງ​ຂອງ​ຕີເຣ ແລະ ພັງ​ຫໍຄອຍ​ຕ່າງໆ​ຂອງ​ເມືອງ​ລົງ; ແລ້ວ​ເຮົາ​ຈະ​ປັດ​ຊາກ​ຫັກພັງ​ຂອງ​ມັນ​ອອກ​ໄປ ແລະ ເຮັດ​ໃຫ້​ມັນ​ເປັນ​ດານຫີນ. 5ມັນ​ຈະ​ກາຍເປັນ​ທີ່​ຕາກ​ແຫ​ຕາກ​ມອງ​ກາງ​ທະເລ ເພາະ​ເຮົາ​ໄດ້​ເວົ້າ​ໄວ້​ແລ້ວ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ. ມັນ​ຈະ​ກາຍເປັນ​ສະຖານທີ່​ປຸ້ນ​ຈີ້​ສຳລັບ​ຊົນຊາດ​ທັງຫລາຍ, 6ແລະ ຖິ່ນຖານ​ອາຄານ​ຕ່າງໆ​ເທິງ​ແຜ່ນດິນ​ໃຫຍ່​ຈະ​ຖືກ​ທຳລາຍ​ດ້ວຍ​ຄົມ​ດາບ. ເມື່ອ​ນັ້ນ​ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ.
7“ເພາະ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ນຳ​ກະສັດ​ເນບູກາດເນັດຊາ#26:7 ພາສາ​ເຮັບເຣີ ເນບູກາດເຣັດຊາ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ເນບູກາດເນັດຊາ ພົບ​ເລື້ອຍໆ​ໃນ​ພຣະທຳ​ເອເຊກຽນ ແລະ ເຢເຣມີຢາ​ແຫ່ງ​ບາບີໂລນ ຈອມ​ກະສັດ​ຈາກ​ທາງ​ທິດ​ເໜືອ​ມາ​ສູ້​ກັບ​ຕີເຣ ພ້ອມ​ດ້ວຍ​ມ້າ ແລະ ລົດມ້າ​ຣົບ, ພ້ອມ​ດ້ວຍ​ທະຫານ​ມ້າ ແລະ ກອງທັບ​ໃຫຍ່. 8ລາວ​ຈະ​ທຳລາຍ​ຖິ່ນຖານ​ອາຄານ​ຕ່າງໆ​ຂອງ​ເຈົ້າ ເທິງ​ແຜ່ນດິນ​ໃຫຍ່​ດ້ວຍ​ຄົມ​ດາບ. ລາວ​ຈະ​ຕັ້ງ​ເຄື່ອງ​ປິດລ້ອມ​ເມືອງ​ຕໍ່ສູ້​ກັບ​ເຈົ້າ, ຂຸດ​ຄັນຄູ​ຕໍ່​ກັບ​ກຳແພງ​ທັງຫລາຍ​ຂອງ​ເຈົ້າ ແລະ ຕັ້ງ​ໂລ່​ທັງຫລາຍ​ຂອງ​ລາວ​ຂຶ້ນ​ເພື່ອ​ສູ້​ກັບ​ເຈົ້າ. 9ລາວ​ຈະ​ອອກ​ຄຳສັ່ງ​ໃຫ້​ທະລຸ​ກຳແພງ​ຂອງ​ເຈົ້າ ແລະ ທຳລາຍ​ຄ້າຍທະຫານ​ທັງຫລາຍ​ຂອງ​ເຈົ້າ​ດ້ວຍ​ອາວຸດ​ຂອງ​ລາວ. 10ມ້າ​ຂອງ​ລາວ​ຈະ​ມີ​ຈຳນວນ​ຫລວງຫລາຍ​ຈົນ​ເຮັດ​ໃຫ້​ຂີ້​ຝຸ່ນ​ດິນ​ປົກຄຸມ​ເຈົ້າ. ກຳແພງ​ຂອງ​ເຈົ້າ​ຈະ​ສັ່ນ​ສະເທືອນ​ເພາະ​ສຽງ​ຂອງ​ມ້າຮົບ, ຂະບວນ​ກວຽນ ແລະ ລົດມ້າ​ຮົບ​ທີ່​ລາວ​ຍົກ​ທັບ​ເຂົ້າ​ປະຕູ​ເມືອງ​ຂອງ​ເຈົ້າ ເໝືອນ​ກັບ​ຄົນ​ທີ່​ທະລຸ​ເຂົ້າ​ສູ່​ນະຄອນ​ທີ່​ກຳແພງ​ພັງ​ແລ້ວ. 11ກີບ​ຕີນມ້າ​ຂອງ​ລາວ​ໄດ້​ຢຽບ​ລົງ​ທີ່​ຖະໜົນ​ທຸກ​ເສັ້ນ​ຂອງ​ເຈົ້າ; ລາວ​ຈະ​ຂ້າ​ປະຊາຊົນ​ຂອງ​ເຈົ້າ​ດ້ວຍ​ດາບ ແລະ ໂຄ່ນ​ເສົາ​ອັນ​ແຂງ​ແກ່ນ​ຂອງ​ເຈົ້າ​ລົງ​ທີ່​ພື້ນ. 12ພວກເຂົາ​ຈະ​ປຸ້ນ​ເອົາ​ຊັບສົມບັດ​ຂອງ​ເຈົ້າ ແລະ ປຸ້ນ​ເອົາ​ສິນຄ້າ​ຂອງ​ເຈົ້າ​ໄປ; ພວກເຂົາ​ຈະ​ພັງ​ກຳແພງ​ຂອງ​ເຈົ້າ​ລົງ ແລະ ພັງ​ເຮືອນ​ທີ່​ສວຍ​ງາມ​ຂອງ​ເຈົ້າ ແລະ ໂຍນ​ກ້ອນຫີນ, ໄມ້ ແລະ ເສດ​ຫັກ​ພັງ​ຂອງ​ເຈົ້າ​ຖິ້ມ​ລົງ​ທະເລ. 13ເຮົາ​ຈະ​ຢຸດ​ສຽງ​ເພງ​ອັນ​ອຶກກະທຶກ​ຂອງ​ເຈົ້າ ແລະ ຈະ​ບໍ່​ມີ​ຜູ້ໃດ​ໄດ້​ຍິນ​ສຽງ​ພິນ​ຂອງ​ເຈົ້າ​ອີກ​ຕໍ່ໄປ. 14ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ພະລານຫີນ ແລະ ເຈົ້າ​ຈະ​ກາຍເປັນ​ສະຖານ​ບ່ອນ​ຕາກ​ແຫ​ຕາກ​ມອງ. ເຈົ້າ​ຈະ​ບໍ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃໝ່​ອີກ ເພາະ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
15“ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ແກ່​ຕີເຣ​ດັ່ງນີ້​ວ່າ: ແຄມ​ຝັ່ງ​ທະເລ​ທັງຫລາຍ​ຈະ​ບໍ່​ສະທ້ານ​ຫວັ່ນໄຫວ​ຕໍ່​ສຽງ​ຫລົ້ມຈົມ​ຂອງ​ເຈົ້າ ຫລື ເມື່ອ​ຜູ້​ບາດ​ເຈັບ​ຮ້ອງ​ຄວນ​ຄາງ ແລະ ມີ​ການ​ຂ້າ​ຟັນ​ຢູ່​ໃນ​ເຈົ້າ. 16ຫລັງຈາກນັ້ນ ບັນດາ​ເຈົ້າ​ຊີວິດ​ແຫ່ງ​ແຄມ​ຝັ່ງ​ທະເລ​ຈະ​ກ້າວ​ລົງ​ຈາກ​ບັນລັງ​ຂອງ​ພວກເຂົາ ແລະ ປົດ​ເສື້ອຄຸມ​ຂອງ​ຕົນ ແລະ ຖອດ​ຊຸດ​ປັກແສ່ວ​ຂອງ​ຕົນ​ອອກ. ເອົາ​ຄວາມ​ສະທ້ານ​ຢ້ານກົວ​ຄຸມ​ກາຍ, ພວກເຂົາ​ນັ່ງ​ລົງ​ທີ່​ພື້ນ, ສັ່ນ​ສະທ້ານ​ຢ້ານກົວ​ຢູ່​ຕະຫລອດ​ເວລາ​ເພາະ​ເຈົ້າ. 17ແລ້ວ​ພວກເຂົາ​ຈະ​ຄ່ຳຄວນ​ເລື່ອງ​ເຈົ້າ ແລະ ກ່າວ​ແກ່​ເຈົ້າ​ວ່າ:
“ ‘ນະຄອນ​ອັນ​ມີ​ຊື່ສຽງ
ທີ່​ເຕັມ​ໄປ​ດ້ວຍ​ຊາວ​ທະເລ ຖືກ​ທຳລາຍ​ລົງ​ເຖິງ​ຂະໜາດ​ນີ້!
ເຈົ້າ​ຄື​ຜູ້​ມີ​ອຳນາດ​ຢູ່​ໃນ​ທະເລ,
ເຈົ້າ ແລະ ພົນລະເມືອງ​ຂອງ​ເຈົ້າ
ເຈົ້າ​ເຮັດ​ໃຫ້​ບັນດາ​ຜູ້​ອາໄສ
ຢູ່​ທີ່​ນັ້ນ​ສະທ້ານ​ຢ້ານກົວ.
18ບັດນີ້ ແຄມ​ຝັ່ງ​ທັງຫລາຍ​ສັ່ນ​ສະເທືອນ
ໃນ​ວັນ​ທີ​ເຈົ້າ​ຫລົ້ມຈົມ;
ເກາະ​ຕ່າງໆ​ໃນ​ທະເລ
ຕ່າງ​ກໍ​ພາກັນ​ຕົກໃຈ​ຢ້ານ​ທີ່​ເຈົ້າ​ພັງ​ທະລາຍ​ລົງ’.
19“ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເມື່ອ​ເຮົາ​ເຮັດ​ໃຫ້​ເຈົ້າ​ເປັນ​ເມືອງ​ຮ້າງ​ເໝືອນ​ນະຄອນ​ຕ່າງໆ ເຊິ່ງ​ບໍ່​ມີ​ຜູ້ໃດ​ຢູ່​ອາໄສ​ຢູ່​ອີກ​ແລ້ວ ແລະ ເມື່ອ​ເຮົາ​ນຳ​ເອົາ​ມະສະໝຸດ​ອັນ​ເລິກ​ຊັດ​ໃສ່​ເຈົ້າ ແລະ ໃຫ້​ແຜ່ນ​ນ້ຳ​ອັນ​ກວ້າງ​ໃຫຍ່​ຖ້ວມ​ເຈົ້າ. 20ແລ້ວ​ເຮົາ​ກໍ​ຈະ​ຍູ້​ເຈົ້າ​ລົງ​ໄປ​ພ້ອມ​ກັບ​ບັນດາ​ຜູ້​ລົງ​ສູ່​ເຫວ​ເລິກ ລົງ​ໄປ​ຫາ​ຄົນ​ສະໄໝ​ບູຮານ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ອາໄສ​ຢູ່​ໃນ​ໂລກ​ບາດານ ຢູ່​ກັບ​ຊາກ​ດຶກດຳບັນ​ຮ່ວມ​ກັບ​ບັນດາ​ຜູ້​ທີ່​ລົງ​ສູ່​ເຫວ​ເລິກ ແລະ ເຈົ້າ​ຈະ​ບໍ່​ໄດ້​ກັບ​ມາ ຫລື ອາໄສ​ຢູ່#26:20 ພາສາ​ເຮັບເຣີ​ວ່າ ກັບ​ມາ ແລະ ເຮົາ​ຈະ​ໃຫ້​ສະຫງ່າລາສີ​ໃນ​ດິນແດນ​ຂອງ​ຜູ້​ມີ​ຊີວິດ​ອີກ​ຕໍ່ໄປ. 21ເຮົາ​ຈະ​ນຳ​ເຈົ້າ​ໄປ​ສູ່​ຈຸດ​ຈົບ​ອັນ​ໜ້າ​ຢ້ານກົວ​ຫລາຍ ແລະ ຈະ​ບໍ່​ມີ​ເຈົ້າ​ອີກ​ຕໍ່​ໄປ. ຄົນ​ທັງຫລາຍ​ຈະ​ຊອກ​ຫາ​ເຈົ້າ ແຕ່​ຈະ​ບໍ່​ພົບ​ເຈົ້າ​ອີກ​ເລີຍ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ”.

اکنون انتخاب شده:

ເອເຊກຽນ 26: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید