ເອເຊກຽນ 24

24
ເຢຣູຊາເລັມ​ເປັນ​ໝໍ້​ປຸງແຕ່ງ​ອາຫານ
1ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ສິບ​ຂອງ​ປີ​ທີ​ເກົ້າ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 2“ບຸດ​ມະນຸດ, ຈົ່ງ​ບັນທຶກ​ວັນ​ນີ້​ໄວ້​ເພາະ​ກະສັດ​ບາບີໂລນ​ໄດ້​ປິດລ້ອມ​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ນີ້. 3ຈົ່ງ​ບອກ​ປະຊາຊົນ​ທີ່​ກະບົດ​ນີ້​ເປັນ​ຄຳອຸປະມາ ແລະ ກ່າວ​ກັບ​ພວກເຂົາ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:
“ ‘ຈົ່ງ​ຕັ້ງ​ໝໍ້​ປຸງແຕ່ງ​ອາຫານ​ຂຶ້ນ; ຕັ້ງ​ໝໍ້​ຂຶ້ນ
ແລ້ວ​ຖອກ​ນ້ຳ​ໃສ່​ໃນ​ໝໍ້.
4ໃສ່​ຕ່ອນ​ຊີ້ນ​ລົງ​ໄປ​ໃນ​ໝໍ້,
ຊີ້ນ​ດີ​ທີ່​ສຸດ​ທັງໝົດ ຄື​ຊີ້ນ​ສະໂພກ ແລະ ຊີ້ນ​ສັນ​ຂາ​ໜ້າ.
ຈົ່ງ​ເລືອກ​ເອົາ​ກະດູກ​ດີ​ທີ່ສຸດ​ໃສ່​ໃຫ້​ເຕັມ​ໝໍ້;
5ຄັດ​ແກະ​ໂຕ​ດີ​ທີ່ສຸດ​ຈາກ​ຝູງ​ມາ.
ສຸມ​ຟືນ​ໃສ່​ກ້ອງ​ໝໍ້​ເພື່ອ​ຕົ້ມ​ກະດູກ.
ຕົ້ມ​ໃຫ້​ມັນ​ຟົດ
ແລະ ຂ້ຽວ​ກະດູກ​ໃນ​ໝໍ້​ນັ້ນ.
6“ ‘ເພາະ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:
“ ‘ວິບັດ​ແກ່​ນະຄອນ​ແຫ່ງ​ການ​ນອງ​ເລືອດ,
ວິບັດ​ແກ່​ໝໍ້​ທີ່​ບັດນີ້​ກໍ​ມີ​ຄາບ​ເປື້ອນ,
ເຊິ່ງ​ຄາບ​ທີ່​ບໍ່​ຫລຸດ​ອອກ​ມາ!
ຈົ່ງ​ເອົາ​ຊີ້ນ​ອອກ​ມາ​ເທື່ອ​ລະ​ຕ່ອນ
ໂດຍ​ບໍ່​ຕ້ອງ​ຈັບ​ສະຫລາກ​ວ່າ​ຈະ​ເອົາ​ຕ່ອນ​ໃດ​ກ່ອນ.
7“ ‘ເພາະ​ນະຄອນ​ນີ້​ເຮັດ​ໃຫ້​ເລືອດ​ນອງ​ໄປ​ທົ່ວ​ຄື:
ນາງ​ຖອກ​ມັນ​ລົງ​ເທິງ​ພະລານ​ຫີນ
ນາງ​ບໍ່​ໄດ້​ຖອກ​ມັນ​ລົງ​ເທິງ​ພື້ນດິນ,
ເພື່ອ​ໃຫ້​ຝຸ່ນ​ດິນ​ປົກ​ມັນ​ໄວ້.
8ເພື່ອ​ກະຕຸ້ນ​ຄວາມ​ໂກດຮ້າຍ ແລະ ການ​ແກ້ແຄ້ນ
ເຮົາ​ຈຶ່ງ​ຖິ້ມ​ເລືອດ​ຂອງ​ນາງ​ເທິງ​ພະລານ​ຫີນ,
ເພື່ອ​ເລືອດ​ນັ້ນ​ຈະ​ບໍ່​ຖືກ​ປົກ​ບັງ.
9“ ‘ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:
“ ‘ວິບັດ​ແກ່​ນະຄອນ​ແຫ່ງ​ການ​ນອງ​ເລືອດ!
ເຮົາ​ກໍ​ຈະ​ສຸມ​ຟືນ​ເປັນ​ກອງ​ສູງ​ຄື​ກັນ.
10ດັ່ງນັ້ນ ຈົ່ງ​ສຸມ​ຟືນ​ເຂົ້າ​ໄປ
ແລະ ຈຸດ​ໄຟ.
ໃສ່​ເຄື່ອງ​ເທດ​ຕ່າງໆ​ລົງ​ໄປ
ຕົ້ມ​ຊີ້ນ​ຈົນ​ສຸກ​ດີ
ແລະ ຂ້ຽວ​ຈົນ​ກະດູກ​ໄໝ້.
11ແລ້ວ​ຕັ້ງ​ໝໍ້​ເປົ່າ​ໃສ່​ເທິງ​ຖ່ານ​ໄຟ
ຈົນ​ໝໍ້​ຮ້ອນ ແລະ ທອງແດງ​ກໍ​ເຮືອງ​ແສງ,
ເພື່ອ​ວ່າ​ສິ່ງ​ເປື້ອນເປິ​ໃນ​ໝໍ້​ຈະ​ລະລາຍ
ແລະ ຄາບ​ທີ່​ສະສົມ​ຢູ່​ໃນ​ໝໍ້​ຈະ​ຖືກ​ໄໝ້​ໄປ​ໝົດ.
12ແຕ່​ກໍ​ເສຍ​ແຮງ​ລ້າ
ເຖິງ​ໄຟ​ຈະ​ຮ້ອນ
ຄາບ​ເປື້ອນ​ໜາ​ຂອງ​ໝໍ້​ກໍ​ບໍ່​ຫລຸດ​ອອກ.
13“ ‘ບັດນີ້ ຄວາມ​ເປື້ອນເປິ​ຂອງ​ເຈົ້າ​ກໍ​ຄື​ຄວາມ​ລາມົກ. ເພາະ​ເຮົາ​ພະຍາຍາມ​ຊຳລະ​ເຈົ້າ ແຕ່​ເຈົ້າ​ກໍ​ບໍ່​ອາດ​ຊຳລະ​ຈາກ​ຄວາມ​ເປື້ອນເປິ​ຂອງ​ເຈົ້າ​ໄດ້, ເຈົ້າ​ຈະ​ບໍ່​ສະອາດ​ອີກ​ຈົນ​ກ່ວາ​ຄວາມ​ໂກດຮ້າຍ​ທີ່​ເຮົາ​ມີ​ຕໍ່​ເຈົ້າ​ສະຫງົບ​ລົງ.
14“ ‘ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ໄວ້. ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ລົງ​ມື. ເຮົາ​ຈະ​ບໍ່​ອົດກັ້ນ; ເຮົາ​ຈະ​ບໍ່​ສົງສານ ຫລື ເຮົາ​ຈະ​ບໍ່​ຜ່ອນຜັນ. ເຈົ້າ​ຈະ​ຖືກ​ພິພາກສາ​ຕາມ​ການ​ປະພຶດ​ຂອງ​ເຈົ້າ ແລະ ການ​ກະທຳ​ຂອງ​ເຈົ້າ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ’ ”.
ເມຍ​ຂອງ​ເອເຊກຽນ​ຕາຍ
15ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 16“ບຸດ​ມະນຸດ, ເຮົາ​ຈະ​ເອົາ​ແກ້ວຕາ​ດວງ​ໃຈ​ຂອງ​ເຈົ້າ​ໄປ​ໃນ​ພິບ​ຕາ​ດຽວ. ແຕ່​ຢ່າ​ຄ່ຳຄວນ ຫລື ຮ້ອງໄຫ້ ຫລື ຫລັ່ງ​ນ້ຳ​ຕາ​ໃດໆ. 17ຈົ່ງ​ຄ່ຳຄວນ​ງຽບໆ; ຢ່າ​ໄວ້​ທຸກ​ໃຫ້​ແກ່​ຜູ້​ຕາຍ. ຈົ່ງ​ສວມ​ຜ້າ​ຄຽນ​ຫົວ​ຂອງ​ເຈົ້າ​ໄວ້ ແລະ ສຸບ​ເກີບ​ໃສ່​ຕີນ​ຂອງ​ເຈົ້າ​ໄວ້; ຢ່າ​ເອົາ​ຜ້າ​ປົກ​ເຄົາ ແລະ ໜວດ​ຂອງ​ເຈົ້າ ຫລື ກິນ​ອາຫານ​ຕາມ​ທຳນຽມ​ຂອງ​ຜູ້​ໄວ້​ທຸກ”.
18ຂ້າພະເຈົ້າ​ຈຶ່ງ​ໄດ້​ເວົ້າ​ກັບ​ຄົນ​ທັງຫລາຍ​ຕາມ​ນັ້ນ​ໃນ​ຕອນ​ເຊົ້າ ແລະ ຕອນແລງ​ມາ​ເມຍ​ຂອງ​ຂ້າພະເຈົ້າ​ກໍ​ຕາຍ. ຕອນເຊົ້າ​ໃນ​ວັນ​ຕໍ່​ມາ​ຂ້າພະເຈົ້າ​ຈຶ່ງ​ໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໄວ້.
19ຫລັງຈາກນັ້ນ ຄົນ​ທັງຫລາຍ​ຈຶ່ງ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ຂໍ​ໃຫ້​ທ່ານ​ບອກ​ພວກເຮົາ​ວ່າ​ສິ່ງ​ເຫລົ່ານີ້​ກ່ຽວ​ຂ້ອງ​ກັບ​ພວກເຮົາ​ຢ່າງໃດ? ເປັນ​ຫຍັງ​ທ່ານ​ຈຶ່ງ​ກະທຳ​ຢ່າງ​ນີ້?”
20ຂ້າພະເຈົ້າ​ຈຶ່ງ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ດັ່ງນີ້​ວ່າ: 21ຈົ່ງ​ກ່າວ​ແກ່​ຊາວ​ອິດສະຣາເອນ​ວ່າ, ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ກຳລັງ​ຈະ​ທຳລາຍ​ຄວາມ​ບໍລິສຸດ​ຂອງ​ສະຖານ​ນະມັດສະການ​ຂອງ​ເຮົາ ເຊິ່ງ​ເປັນ​ທີ່​ໝັ້ນ​ທີ່​ພວກເຈົ້າ​ພາກພູມ​ໃຈ, ເປັນ​ແກ້ວ​ຕາ​ດວງ​ໃຈ​ຂອງ​ພວກເຈົ້າ, ເປັນ​ບ່ອນ​ທີ່​ພວກເຈົ້າ​ສະແດງ​ຄວາມ​ຮັກ​ນັ້ນ. ບັນດາ​ລູກຊາຍ ແລະ ລູກສາວ​ທີ່​ພວກເຈົ້າ​ປະ​ໄວ້​ຢູ່​ເບື້ອງ​ຫລັງ​ຈະ​ລົ້ມ​ຕາຍ​ດ້ວຍ​ຄົມ​ດາບ. 22ແລ້ວ​ພວກເຈົ້າ​ກໍ​ຈະ​ເຮັດ​ເໝືອນ​ທີ່​ເອເຊກຽນ​ໄດ້​ເຮັດ. ພວກເຈົ້າ​ຈະ​ບໍ່​ເອົາ​ຜ້າ​ປົກ​ເຄົາ ແລະ ໜວດ​ຂອງ​ພວກເຈົ້າ ຫລື ກິນ​ອາຫານ​ຕາມ​ທຳນຽມ​ຂອງ​ຜູ້​ໄວ້​ທຸກ. 23ພວກເຈົ້າ​ຈະ​ຮັກສາ​ຜ້າ​ຄຽນ​ຫົວ​ຂອງ​ພວກເຈົ້າ​ໄວ້​ເທິງ​ຫົວ​ຂອງ​ພວກເຈົ້າ ແລະ ສຸບ​ເກີບ​ໃສ່​ຕີນ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ບໍ່​ຄ່ຳຄວນ ຫລື ຮ້ອງໄຫ້ ແຕ່​ຈະ​ຊຸດໂຊມ​ໄປ​ເພາະ​ຄວາມ​ບາບ​ຂອງ​ພວກເຈົ້າ ແລະ ຄ່ຳຄວນ​ຕໍ່​ກັນ. 24ເອເຊກຽນ​ຈະ​ເປັນ​ໝາຍສຳຄັນ​ໃຫ້​ແກ່​ພວກເຈົ້າ; ພວກເຈົ້າ​ຈະ​ເຮັດ​ເໝືອນ​ກັບ​ທີ່​ລາວ​ໄດ້​ເຮັດ. ເມື່ອ​ເຫດການ​ນີ້​ເກີດ​ຂຶ້ນ, ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ’.
25“ສຳລັບ​ເຈົ້າ ບຸດ​ມະນຸດ, ໃນ​ວັນ​ທີ​ເຮົາ​ເອົາ​ທີ່​ໝັ້ນ​ຂອງ​ພວກເຂົາ​ໄປ, ອັນ​ເປັນ​ສິ່ງ​ທີ່​ພວກເຂົາ​ຊື່ນຊົມຍິນດີ ແລະ ພາກ​ພູມ​ໃຈ, ເປັນ​ແກ້ວ​ຕາ​ດວງ​ໃຈ​ຂອງ​ພວກເຂົາ, ເປັນ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ພວກເຂົາ ພ້ອມ​ທັງ​ລູກຊາຍ ແລະ ລູກສາວ​ຂອງ​ພວກເຂົາ​ດ້ວຍ 26ໃນ​ວັນ​ນັ້ນ​ຜູ້​ລີ້ໄພ​ຈະ​ມາ​ແຈ້ງ​ຂ່າວ​ແກ່​ເຈົ້າ. 27ໃນ​ເວລາ​ນັ້ນ​ປາກ​ຂອງ​ເຈົ້າ​ຈະ​ເປີດ​ອອກ; ເຈົ້າ​ຈະ​ເວົ້າ​ກັບ​ພວກເຂົາ ແລະ ຈະ​ບໍ່​ເປັນ​ໃບ້​ອີກ​ຕໍ່ໄປ. ດັ່ງນັ້ນ ເຈົ້າ​ຈະ​ເປັນ​ໝາຍສຳຄັນ​ໃຫ້​ແກ່​ພວກເຂົາ ແລະ ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ”.

اکنون انتخاب شده:

ເອເຊກຽນ 24: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید