ເອເຊກຽນ 19
19
ບົດເພງຄ່ຳຄວນແດ່ເຈົ້ານາຍຂອງອິດສະຣາເອນ
1“ຈົ່ງຄ່ຳຄວນອາໄລເຖິງບັນດາເຈົ້ານາຍຂອງອິດສະຣາເອນ 2ແລະ ກ່າວວ່າ:
“ ‘ມານດາຂອງເຈົ້າຊ່າງເໝືອນນາງສິງ
ໃນບັນດາສິງທັງຫລາຍ!
ນາງເອນກາຍລົງທ່າມກາງສິງໜຸ່ມ
ແລະ ລ້ຽງດູລູກທັງຫລາຍຂອງຕົນ.
3ນາງລ້ຽງລູກສິງຂອງນາງໜຶ່ງໂຕ
ແລະ ລາວກາຍເປັນສິງໜຸ່ມຜູ້ເຂັ້ມແຂງ.
ລາວຮຽນຮູ້ທີ່ຈະຈີກເຫຍື່ອ
ແລະ ລາວໄດ້ກາຍເປັນຜູ້ກິນມະນຸດ.
4ເມື່ອປະຊາຊາດທັງຫລາຍໄດ້ຍິນເລື່ອງຂອງລາວ,
ແລະ ລາວກໍຖືກດັກຈັບໄວ້ໃນຂຸມ.
ພວກເຂົາເອົາຂໍເກາະສິງໜຸ່ມນັ້ນ
ນຳສິງໜຸ່ມນັ້ນໄປທີ່ດິນແດນເອຢິບ.
5“ ‘ເມື່ອສິງແມ່ເຫັນວ່າຄວາມຫວັງຂອງຕົນບໍ່ເປັນຈິງ
ຄວາມຄາດໝາຍຂອງນາງກໍສູນສິ້ນໄປ,
ນາງຈຶ່ງເອົາລູກສິງອີກໜຶ່ງໂຕມາລ້ຽງ
ແລະ ໃຫ້ເປັນສິງໜຸ່ມຜູ້ແຂງແຮງ.
6ລາວຍ່າງໄປມາໃນທ່າມກາງສິງທັງຫລາຍ,
ເພາະບັດນີ້ລາວເປັນສິງໜຸ່ມຜູ້ແຂງແຮງ.
ລາວໄດ້ຮຽນຮູ້ທີ່ຈະຈີກເຫຍື່ອ
ແລະ ລາວກໍກາຍເປັນຜູ້ກິນມະນຸດ.
7ລາວໄດ້ພັງ#19:7 ພາສາເຮັບເຣີວ່າ ລາວຮູ້ຈັກຖານທີ່ໝັ້ນ
ແລະ ທຳລາຍເມືອງຕ່າງໆຂອງພວກເຂົາ.
ດິນແດນນັ້ນ ແລະ ທຸກຄົນທີ່ຢູ່ໃນນັ້ນ
ກໍຕົກໃຈເພາະສຽງຮ້ອງຂອງລາວ.
8ແລ້ວປະຊາຊາດທັງຫລາຍຈາກເຂດແດນຕ່າງໆທີ່ຢູ່ອ້ອມຮອບນັ້ນ
ກໍມາສູ້ກັບລາວ.
ພວກເຂົາກາງຕາໜ່າງດັກລາວ,
ແລ້ວລາວກໍຖືກຈັບໄດ້ໃນຂຸມຂອງພວກເຂົາ.
9ພວກເຂົາລາກລາວໄປດ້ວຍຂໍເກາະໄປຂັງໄວ້ຢູ່ໃນກົງ
ແລະ ຖືກນຳໂຕໄປພົບກະສັດບາບີໂລນ.
ພວກເຂົາຂັງລາວໄວ້ໃນຄຸກ,
ຈຶ່ງບໍ່ໄດ້ຍິນສຽງຮ້ອງຂອງລາວ
ຢູ່ເທິງພູເຂົາທັງຫລາຍຂອງອິດສະຣາເອນອີກຕໍ່ໄປ.
10“ ‘ແມ່ຂອງເຈົ້າເໝືອນກັບເຄືອອະງຸ່ນ
ທີ່ປູກໄວ້ຢູ່ແຄມນ້ຳໃນສວນອະງຸ່ນຂອງເຈົ້າ#19:10 ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ໃນເລືອດຂອງເຈົ້າ
ມີໝາກດົກ ແລະ ເຕັມໄປດ້ວຍງ່າທັງຫລາຍ
ເພາະອຸດົມໄປດ້ວຍນ້ຳ.
11ງ່າທັງຫລາຍຂອງມັນກໍແຂງແຮງ,
ເໝາະສົມເປັນໄມ້ຄາທາຂອງຜູ້ຄອບຄອງ.
ມັນຊູງ່າສູງ
ເໜືອຂະແໜງອັນແໜ້ນໜາ
ໂດດເດັ່ນເພາະຊູຂຶ້ນສູງ
ແລະ ແຕກງ່າຫລາຍ.
12ແຕ່ມັນຖືກຖອນຮາກຂຶ້ນມາດ້ວຍດ້ວຍຄວາມໂກດແຄ້ນ
ແລະ ຖືກໂຍນຖິ້ມລົງທີ່ພື້ນ.
ລົມຕາເວັນອອກໄດ້ເຮັດໃຫ້ມັນຫ່ຽວແຫ້ງ,
ຜົນຂອງມັນກໍຖືກປິດໄປ;
ງ່າທັງຫລາຍທີ່ແຂງແຮງຂອງມັນກໍຫ່ຽວແຫ້ງ
ແລະ ໄຟກໍເຜົາໄໝ້ມັນ.
13ບັດນີ້ ມັນຖືກນຳໄປປູກໄວ້ໃນຖິ່ນແຫ້ງແລ້ງກັນດານ
ໃນແຜ່ນດິນທີ່ແຫ້ງແລ້ງ ແລະ ຂາດນ້ຳ.
14ມີໄຟລາມອອກມາຈາກງ່າໃຫຍ່ງ່າໜຶ່ງ#19:14 ຫລື ຈາກກ້ອງງ່າຂອງມັນ
ແລະ ເຜົາໄໝ້ຜົນຂອງມັນ.
ຈຶ່ງບໍ່ເຫລືອງ່າທີ່ແຂງແຮງ
ທີ່ເໝາະສົມຈະເຮັດເປັນໄມ້ຄາທາຂອງຜູ້ຄອບຄອງອີກ’.
ນີ້ຄືບົດເພງຄ່ຳຄວນ ແລະ ເອົາໄວ້ໃຊ້ໃນຍາມຄ່ຳຄວນ”.
اکنون انتخاب شده:
ເອເຊກຽນ 19: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.