ດານີເອນ 6

6
ດານີເອນ​ໃນ​ຖ້ຳ​ສິງ
1ດາຣິອຸດ​ພໍໃຈ​ທີ່​ຈະ​ແຕ່ງຕັ້ງ​ເສນາບໍດີ​ຈຳນວນ 120 ຄົນ ໃຫ້​ປົກຄອງ​ທົ່ວ​ອານາຈັກ, 2ພ້ອມ​ກັບ​ຜູ້​ບໍລິຫານ​ການ​ປົກຄອງ​ເໜືອ​ຄົນ​ເຫລົ່ານັ້ນ. ໜຶ່ງ​ໃນ​ຄົນ​ສາມ​ນັ້ນ​ແມ່ນ​ດານີເອນ. ບັນດາ​ເສນາບໍດີ​ຈະ​ຕ້ອງ​ລາຍງານ​ຕໍ່​ຜູ້​ບໍລິຫານ​ການ​ປົກຄອງ​ເພື່ອ​ຮັກສາ​ຜົນປະໂຫຍດ​ຂອງ​ກະສັດ. 3ບັດນີ້ ດານີເອນ​ມີ​ຄຸນສົມບັດ​ດີ​ເດັ່ນ​ເໜືອ​ກວ່າ​ຜູ້​ບໍລິຫານ​ການ​ປົກຄອງ​ຄົນ​ອື່ນ ແລະ ເສນາບໍດີ​ທັງຫລາຍ ກະສັດ​ຈຶ່ງ​ມີ​ແຜນ​ຈະ​ແຕ່ງຕັ້ງ​ເພິ່ນ​ໃຫ້​ເບິ່ງແຍງ​ທົ່ວ​ອານາຈັກ. 4ດ້ວຍ​ເຫດ​ນີ້ ຜູ້​ບໍລິຫານ​ການ​ປົກຄອງ​ຄົນ​ອື່ນ ແລະ ເສນາບໍດີ​ທັງຫລາຍ​ຈຶ່ງ​ພະຍາຍາມ​ຈັບ​ຜິດ​ນາເນີເອນ​ໃນ​ວຽກງານ​ລັດຖະການ, ແຕ່​ພວກເຂົາ​ກໍ​ເຮັດ​ບໍ່​ສຳເລັດ. ພວກເຂົາ​ບໍ່​ພົບ​ຂໍ້​ບົກຜ່ອງ​ຂອງ​ດານີເອນ​ເລີຍ, ເພາະ​ວ່າ​ເພິ່ນ​ເປັນ​ຄົນ​ທີ່​ສັດຊື່ ແລະ ບໍ່​ເຄີຍ​ສໍ້ລາດ​ບັງ​ຫລວງ ຫລື ລະເລີຍ​ໜ້າທີ່. 5ໃນ​ທີ່​ສຸດ​ຄົນ​ເຫລົ່ານີ້​ຈຶ່ງ​ເວົ້າ​ກັນ​ວ່າ, “ພວກເຮົາ​ບໍ່​ມີ​ທາງ​ຫາ​ເລື່ອງ​ຈັບ​ຜິດ​ດານີເອນ​ຄົນ​ນີ້​ໄດ້​ເລີຍ ນອກ​ຈາກ​ເລື່ອງ​ກ່ຽວກັບ​ກົດບັນຍັດ​ຂອງ​ພຣະເຈົ້າ​ຂອງ​ລາວ”.
6ດັ່ງນັ້ນ ຜູ້​ບໍລິຫານ​ການ​ປົກຄອງ ແລະ ເສນາບໍດີ​ທັງຫລາຍ​ຈຶ່ງ​ຮວມ​ກຸ່ມ​ກັນ​ເຂົ້າ​ໄປ​ພົບ​ກະສັດ ແລະ ເວົ້າ​ວ່າ: “ຂ້າແດ່​ກະສັດ​ດາຣິອຸດ ຂໍ​ໃຫ້​ກະສັດ​ດາຣິອຸດ​ຈົ່ງ​ຈະເລີນ! 7ພວກຂ້ານ້ອຍ​ທັງຫລາຍ ຜູ້​ບໍລິຫານ​ການ​ປົກຄອງ, ເຈົ້າແຂວງ, ເສນາບໍດີ, ທີ່ປຶກສາ ແລະ ຜູ້ວ່າການ ທຸກຄົນ​ໄດ້​ພາ​ກັນ​ເຫັນດີ​ນຳ​ກັນ​ວ່າ​ທ່ານ​ຄວນ​ອອກ​ຄຳສັ່ງ ແລະ ບັງຄັບ​ໃຊ້​ດຳລັດ​ນັ້ນ​ວ່າ ຖ້າ​ຫາກ​ຜູ້ໃດ​ອະທິຖານ​ຂໍ​ສິ່ງໃດ​ຈາກ​ພະ​ໃດ ຫລື ຂໍ​ຕໍ່​ມະນຸດ​ໃນ​ຊ່ວງ​ສາມ​ສິບ​ວັນ​ຕໍ່ໄປ​ນີ້, ເວັ້ນໄວ້​ແຕ່​ຂໍ​ຈາກ​ທ່ານ, ຂ້າແດ່​ກະສັດ, ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ. 8ບັດນີ້ ຂ້າແດ່​ກະສັດ ຂໍ​ໃຫ້​ອອກ​ດຳລັດ​ນີ້ ແລະ ຂຽນ​ເປັນ​ຕົວໜັງສື​ທີ່​ບໍ່​ມີ​ຜູ້ໃດ​ສາມາດ​ປ່ຽນແປງ​ໄດ້ ເຊິ່ງ​ຕາມ​ກົດໝາຍ​ຂອງ​ຊາວ​ເມເດຍ ແລະ ເປີເຊຍ​ແມ່ນ​ບໍ່​ສາມາດ​ລຶບລ້າງ​ໄດ້”. 9ດັ່ງນັ້ນ ກະສັດ​ດາຣິອຸດ​ຈຶ່ງ​ໃຫ້​ອອກ​ດຳລັດ​ເປັນ​ຕົວອັກສອນ.
10ເມື່ອ​ດານີເອນ​ຮູ້​ວ່າ​ດຳລັດ​ໄດ້​ຖືກ​ປະກາດ​ໃຊ້​ແລ້ວ, ເພິ່ນ​ກໍ​ໄດ້​ກັບ​ເມືອ​ເຮືອນ ແລະ ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ​ຂອງ​ເພິ່ນ, ເຊິ່ງ​ມີ​ປ່ອງຢ້ຽມ​ປິ່ນ​ໜ້າ​ໃສ່​ເຢຣູຊາເລັມ. ດານີເອນ​ໄດ້​ຄຸເຂົ່າ​ຂອງ​ຕົນ​ລົງ ແລະ ອະທິຖານ, ຂອບພຣະຄຸນ​ພຣະເຈົ້າ​ຂອງ​ເພິ່ນ, ວັນ​ລະ​ສາມ​ເທື່ອ​ຕາມ​ທີ່​ເພິ່ນ​ເຄີຍ​ປະຕິບັດ​ຕະຫລອດ​ມາ. 11ແລ້ວ​ຄົນ​ເຫລົ່ານັ້ນ​ກໍ​ຮວມ​ກຸ່ມ​ກັນ​ໄປ​ເຝົ້າ​ເບິ່ງ ແລະ ໄດ້​ພົບ​ດານີເອນ​ກໍາລັງ​ອະທິຖານ ແລະ ອ້ອນວອນ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ພຣະເຈົ້າ. 12ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ເຂົ້າ​ໄປ​ພົບ​ກະສັດ ແລະ ໄດ້​ເວົ້າ​ກ່ຽວກັບ​ດຳລັດ​ຂອງ​ເພິ່ນ​ວ່າ, “ຂ້າແດ່​ກະສັດ ທ່ານ​ໄດ້​ອອກ​ດຳລັດ​ຂອງ​ທ່ານ​ແລ້ວ​ວ່າ: ຖ້າ​ຫາກ​ຜູ້ໃດ​ອະທິຖານ​ຂໍ​ສິ່ງ​ໃດ​ຈາກ​ພະ​ທັງຫລາຍ ຫລື ຂໍ​ຕໍ່​ມະນຸດ, ເວັ້ນໄວ້​ແຕ່​ຂໍ​ຈາກ​ທ່ານ, ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ​ບໍ່​ແມ່ນ​ບໍ?”
ກະສັດ​ໄດ້​ຕອບ​ວ່າ, “ດຳລັດ​ນັ້ນ​ມີ​ຜົນ​ບັງຄັບ​ໃຊ້​ຕາມ​ກົດໝາຍ​ຂອງ​ເມເດຍ ແລະ ເປີເຊຍ ເຊິ່ງ​ບໍ່​ສາມາດ​ລຶບລ້າງ​ໄດ້”.
13ແລ້ວ​ພວກເຂົາ​ຈຶ່ງ​ເວົ້າ​ກັບ​ກະສັດ​ວ່າ, “ຂ້າແດ່​ກະສັດ, ດານີເອນ ເຊິ່ງ​ເປັນ​ຊະເລີຍ​ຄົນ​ໜຶ່ງ​ຈາກ​ຢູດາຍ, ລາວ​ໄດ້​ບໍ່​ໄດ້​ໃສ່ໃຈ​ໃນ​ພຣະອົງ ຫລື ດຳລັດ​ທີ່​ທ່ານ​ໄດ້​ໃຫ້​ບັນທຶກ​ເປັນ​ຕົວ​ໜັງສື. ລາວ​ຍັງ​ອະທິຖານ​ມື້​ລະ​ສາມ​ເທື່ອ​ຢູ່”. 14ເມື່ອ​ກະສັດ​ໄດ້​ຍິນ​ດັ່ງນີ້, ເພິ່ນ​ກໍ​ທຸກໃຈ​ຫລາຍ; ກະສັດ​ໄດ້​ຄິດ​ຫາ​ວິທີ​ຊ່ວຍ​ດານີເອນ ແລະ ພະຍາຍາມ​ທຸກ​ວິຖີ​ທາງ​ເພື່ອ​ຊ່ວຍ​ດານີເອນ​ຈົນ​ຕາເວັນຕົກ​ດິນ.
15ຫລັງຈາກນັ້ນ ພວກເຂົາ​ກໍ​ໄດ້​ຮວມ​ກຸ່ມ​ກັນ​ໄປ​ພົບ​ກະສັດ​ດາຣິອຸດ ແລະ ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ຂ້າແດ່​ກະສັດ, ຂໍ​ຈົ່ງ​ລະນຶກ​ວ່າ​ຕາມ​ກົດໝາຍ​ຂອງ​ເມເດຍ ແລະ ເປີເຊຍ​ນັ້ນ ດຳລັດ ຫລື ຄໍາ​ປະກາດ​ໃດໆ​ຂອງ​ກະສັດ​ທີ່​ອອກ​ໄປ​ແລ້ວ​ຈະ​ປ່ຽນແປງ​ບໍ່​ໄດ້​ເລີຍ”.
16ດັ່ງນັ້ນ ກະສັດ​ຈຶ່ງ​ໄດ້​ມີ​ຄຳສັ່ງ ແລະ ພວກເຂົາ​ກໍ​ໄດ້​ໄປ​ນຳ​ເອົາ​ດານີເອນ​ມາ ແລ້ວ​ໂຍນ​ເພິ່ນ​ລົງ​ໄປ​ໃນ​ຖໍ້າ​ສິງ. ກະສັດ​ໄດ້​ເວົ້າ​ກັບ​ດານີເອນ​ວ່າ, “ຂໍ​ໃຫ້​ພຣະເຈົ້າ​ຂອງ​ເຈົ້າ ຜູ້​ທີ່​ເຈົ້າ​ຮັບໃຊ້​ຕະຫລອດ​ມາ​ນັ້ນ​ຊ່ວຍ​ກອບກູ້​ເອົາ​ເຈົ້າ!”
17ພວກເຂົາ​ໄດ້​ນຳ​ຫີນ​ກ້ອນ​ໜຶ່ງ​ມາ ແລະ ວາງ​ປິດ​ປາກ​ຖ້ຳ​ໄວ້, ແລ້ວ​ກະສັດ​ກໍ​ປະທັບຕາ​ດ້ວຍ​ແຫວນ​ຕາ​ຂອງ​ເພິ່ນ​ເອງ​ໃສ່​ຫີນ​ນັ້ນ ແລະ ບັນດາ​ຂຸນນາງ​ຂອງ​ເພິ່ນ​ກໍ​ໄດ້​ປະທັບຕາ​ດ້ວຍ​ແຫວນ​ຂອງ​ຕົນ, ເພື່ອ​ບໍ່​ໃຫ້​ຜູ້ໃດ​ມາ​ຊ່ວຍ​ແກ້ໄຂ​ສະຖານະການ​ຂອງ​ດານີເອນ​ໄດ້. 18ແລ້ວ​ກະສັດ​ກໍ​ກັບ​ຄືນ​ວັງ​ຂອງ​ຕົນ ແລະ ເພິ່ນ​ງົດ​ກິນ​ອາຫານ ແລະ ງົດ​ການ​ບັນເທີງ​ທັງໝົດ​ສຳລັບ​ເພິ່ນ. ແລ້ວ​ເພິ່ນ​ນອນ​ບໍ່​ຫລັບ​ຕະຫລອດ​ທັງ​ຄືນ​ນັ້ນ.
19ພໍ​ແຕ່​ຮຸ່ງເຊົ້າ​ມາ, ກະສັດ​ກໍ​ລຸກ​ຂຶ້ນ ແລະ ຟ້າວ​ໄປ​ທີ່​ຖໍ້າ​ສິງ. 20ເມື່ອ​ເພື່ອ​ເຂົ້າ​ມາ​ໃກ້​ຖ້ຳ ກະສັດ​ກໍ​ໄດ້​ເອີ້ນ​ຫາ​ດານີເອນ​ດ້ວຍ​ສຽງ​ອັນ​ເຈັບປວດ​ວ່າ, “ດານີເອນ, ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່, ພຣະເຈົ້າ​ທີ່​ເຈົ້າ​ຮັບໃຊ້​ຕະຫລອດ​ມາ​ນັ້ນ​ຊ່ວຍ​ກອບກູ້​ເຈົ້າ​ໃຫ້​ພົ້ນ​ຈາກ​ສິງ​ໄດ້​ບໍ?”
21ດານີເອນ​ຕອບ​ວ່າ “ຂ້າ​ແດ່​ກະສັດ, ຂໍ​ກະສັດ​ຈົ່ງ​ຈະເລີນ! 22ພຣະເຈົ້າ​ຂອງ​ຂ້ານ້ອຍ​ໄດ້​ສົ່ງ​ເທວະດາ​ຂອງ​ພຣະອົງ​ມາ ແລະ ພຣະອົງ​ໄດ້​ອັດ​ປາກ​ຂອງ​ໂຕສິງ​ທັງຫລາຍ​ໄວ້. ພວກມັນ​ບໍ່​ໄດ້​ເຮັດ​ຫຍັງ​ຂ້ານ້ອຍ​ເລີຍ, ເພາະ​ຂ້ານ້ອຍ​ບໍລິສຸດ​ໃນ​ສາຍ​ຕາ​ຂອງ​ພຣະອົງ ແລະ ຂ້ານ້ອຍ​ບໍ່​ເຄີຍ​ເຮັດ​ປະການ​ໃດ​ຕໍ່​ກະສັດ​ເລີຍ”.
23ກະສັດ​ມີ​ຄວາມ​ຍິນດີ​ທີ່ສຸດ ແລະ ສັ່ງ​ໃຫ້​ດຶງ​ດານີເອນ​ຂຶ້ນ​ມາ​ຈາກ​ຖໍ້າ. ເມື່ອ​ດານີເອນ​ຖືກ​ດຶງ​ຂຶ້ນ​ມາ​ແລ້ວ, ກໍ​ປາກົດ​ວ່າ​ເພິ່ນ​ບໍ່​ມີ​ບາດແຜ​ອັນໃດ​ເລີຍ, ເພາະ​ເພິ່ນ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຂອງ​ເພິ່ນ.
24ກະສັດ​ໄດ້​ສັ່ງ​ໃຫ້​ຈັບ​ບັນດາ​ຜູ້​ທີ່​ກ່າວຫາ​ດານີເອນ​ຢ່າງ​ບໍ່​ຖືກຕ້ອງ ແລະ ໂຍນ​ເຂົ້າ​ໄປ​ໃນ​ຖ້ຳ​ສິງ​ພ້ອມ​ທັງ​ເມຍ ແລະ ລູກ​ຂອງ​ພວກເຂົາ. ຮ່າງກາຍ​ຂອງ​ຄົນ​ເຫລົ່ານັ້ນ​ກໍ​ຖືກ​ໂຕສິງ​ສວບ​ກິນ​ຈົນ​ກະດູກ​ໝຸ່ນ​ກ່ອນ​ທີ່​ຈະ​ກະທົບ​ກັບ​ພື້ນ​ຖໍ້າ.
25ຫລັງຈາກນັ້ນ ກະສັດ​ດາຣິອຸດ​ກໍ​ໄດ້​ຂຽນ​ຂໍ້ຄວາມ​ໄປ​ເຖິງ​ພົນລະເມືອງ​ທຸກ​ຊົນຊາດ ແລະ ທຸກ​ພາສາ​ໃນ​ທົ່ວ​ແຜ່ນດິນ​ໂລກ​ວ່າ:
“ຂໍ​ໃຫ້​ພວກທ່ານ​ທັງຫລາຍ​ຈະເລີນ​ຮຸ່ງເຮືອງ!
26“ຂ້າພະເຈົ້າ​ອອກ​ດຳລັດ​ໃຫ້​ທຸກຄົນ​ທີ່​ຢູ່​ໃນ​ທົ່ວ​ອານາຈັກ​ຂອງ​ຂ້າພະເຈົ້າ​ຈົ່ງ​ຢຳເກງ ແລະ ເຄົາລົບ​ນັບຖື​ພຣະເຈົ້າ​ຂອງ​ດານີເອນ.
“ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່
ແລະ ພຣະອົງ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ;
ອານາຈັກ​ຂອງ​ພຣະອົງ​ຈະ​ບໍ່​ຖືກ​ທຳລາຍ,
ອຳນາດ​ຂອງ​ພຣະອົງ​ແມ່ນ​ບໍ່​ມີ​ທີ່​ສິ້ນສຸດ.
27ພຣະອົງ​ຊ່ວຍ ແລະ ກອບກູ້;
ພຣະອົງ​ເຮັດ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ
ໃນ​ສະຫວັນ ແລະ ເທິງ​ແຜ່ນດິນ​ໂລກ.
ພຣະອົງ​ໄດ້​ກອບກູ້​ດານີເອນ
ຈາກ​ອຳນາດ​ຂອງ​ໂຕສິງ​ທັງຫລາຍ”.
28ດັ່ງນັ້ນ ດານີເອນ​ຈຶ່ງ​ຈະເລີນ​ຮຸ່ງເຮືອງ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ດາຣິອຸດ ແລະ ໃນ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ໄຊຣັດ#6:28 ຫລື ດາຣິອຸດ, ນັ້ນ​ກໍ​ຄື​ສະໄໝ​ຂອງ​ໄຊຣັດ​ແຫ່ງ​ເປີເຊຍ.

اکنون انتخاب شده:

ດານີເອນ 6: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید