ດານີເອນ 5
5
ຂໍ້ຄວາມຢູ່ເທິງຝາ
1ກະສັດເບັນຊັດຊາເຣໄດ້ຈັດງານກິນລ້ຽງໃຫຍ່ໃຫ້ແກ່ບັນດາຂຸນນາງຂອງເພິ່ນຈຳນວນໜຶ່ງພັນຄົນ ແລະ ດື່ມເຫລົ້າອະງຸ່ນຮ່ວມກັບພວກເຂົາ. 2ໃນຂະນະທີ່ເບັນຊັດຊາເຣກຳລັງດື່ມເຫລົ້າອະງຸ່ນຢູ່ນັ້ນ, ເພິ່ນກໍໄດ້ສັ່ງໃຫ້ນຳຈອກເງິນ ແລະ ຈອກຄຳທີ່ເນບູກາດເນັດຊາພໍ່ຂອງເພິ່ນ#5:2 ຫລື ບັນພະບຸລຸດ ເຊັ່ນດຽວກັບຂໍ້ 11, 13 ແລະ 18ໄດ້ຢຶດມາຈາກວິຫານໃນເຢຣູຊາເລັມນັ້ນອອກມາ ເພື່ອວ່າກະສັດ ແລະ ບັນດາຂຸນນາງຂອງຂອງເພິ່ນ, ບັນດາເມຍຂອງເພິ່ນ, ບັນດານາງສະໜົມຂອງເພິ່ນຈະໄດ້ດື່ມຈາກຈອກເຫລົ່ານັ້ນ. 3ດັ່ງນັ້ນ ພວກເຂົາຈຶ່ງໄດ້ນຳເອົາພາຊະນະຄຳທີ່ຢຶດມາຈາກວິຫານຂອງພຣະເຈົ້າໃນເຢຣູຊາເລັມ, ແລ້ວກະສັດ, ບັນດາຂຸນນາງຂອງເພິ່ນ, ບັນດາເມຍຂອງເພິ່ນ, ບັນດານາງສະໜົມກໍພາກັນດື່ມຈາກຈອກເຫລົ່ານັ້ນ. 4ໃນຂະນະທີ່ພວກເຂົາດື່ມເຫລົ້າອະງຸ່ນ ພວກເຂົາກໍສັນລະເສີນບັນດາພະທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງສຳລິດ, ດ້ວຍເຫລັກ, ດ້ວຍໄມ້ ແລະ ດ້ວຍຫີນ.
5ໃນທັນໃດນັ້ນ ກໍມີນິ້ວມືມະນຸດປາກົດຂຶ້ນ ແລະ ຂຽນໃສ່ເທິງຝາຜະໜັງ, ເຊິ່ງໃກ້ກັບຕະກຽງໃນວັງ. ກະສັດໄດ້ແນມເບິ່ງມືທີ່ກຳລັງຂຽນຢູ່. 6ເພິ່ນຈຶ່ງໜ້າຊີດໄປ ແລະ ເພິ່ນກໍຕົກໃຈຢ້ານຫລາຍຈົນຂາເພິ່ນອ່ອນແຮງ ແລະ ຫົວເຂົ່າຂອງກະສັດກໍສັ່ນ.
7ກະສັດໄດ້ເອີ້ນບັນດານັກເວດມົນ, ໂຫລາຈານ#5:7 ຫລື ຊາວຄານເດອາ ເຊັ່ນດຽວກັບຂໍ້ 11 ແລະ ໝໍດູໃຫ້ເຂົ້າມາພົບ. ແລ້ວເພິ່ນໄດ້ກ່າວກັບນັກປາດທັງຫລາຍຂອງບາບີໂລນ#5:7 ຫລື ກັນເດອານວ່າ, “ຜູ້ໃດກໍຕາມທີ່ອ່ານຂໍ້ຄວາມນີ້ໄດ້ ແລະ ບອກເຮົາໄດ້ວ່າມີຄວາມໝາຍວ່າແນວໃດ, ເຮົາຈະໃຫ້ຜູ້ນັ້ນນຸ່ງເສື້ອຄຸມສີມ່ວງ ແລະ ຈະເອົາສາຍຄໍຄໍາຄ້ອງຄໍໃຫ້ລາວ, ແລ້ວລາວກໍຈະໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ປົກຄອງສູງສຸດອັນດັບທີສາມໃນອານາຈັກ”.
8ແລ້ວນັກປາດທັງໝົດຂອງກະສັດກໍເຂົ້າມາ, ແຕ່ພວກເຂົາບໍ່ສາມາດອ່ານຂໍ້ຄວາມທີ່ຂຽນໄວ້ ຫລື ບອກກະສັດໃຫ້ຮູ້ວ່າມີຄວາມໝາຍວ່າແນວໃດ. 9ດັ່ງນັ້ນ ກະສັດເບັນຊັດຊາເຣກໍຍິ່ງຕົກໃຈຢ້ານຫລາຍ ແລະ ເພິ່ນກໍໜ້າຊີດເຂົ້າຫລາຍກວ່າເກົ່າ. ບັນດາຂຸນນາງຂອງເພິ່ນກໍພາກັນງົງ.
10ລາຊີນີ#5:10 ຫລື ແມ່ຂອງກະສັດໄດ້ຍິນສຽງຂອງກະສັດ ແລະ ສຽງຂອງບັນດາຂຸນນາງຂອງເພິ່ນ, ກໍເຂົ້າໄປໃນຫ້ອງກິນລ້ຽງ. ນາງໄດ້ກ່າວວ່າ, “ຂໍໃຫ້ກະສັດຈົ່ງຈະເລີນ! ຢ່າຕົກໃຈຢ້ານ! ຢ່າເຮັດໜ້າຊີດເລີຍ! 11ມີຊາຍຄົນໜຶ່ງຢູ່ໃນອານາຈັກຂອງທ່ານທີ່ມີວິນຍານຂອງບັນດາພະສັກສິດຢູ່ໃນລາວ. ໃນສະໄໝຂອງພໍ່ຂອງທ່ານ, ເພິ່ນພົບວ່າລາວມີຄວາມເຂົ້າໃຈ, ມີໄຫວພິບ ແລະ ສະຕິປັນຍາເໝືອນສະຕິປັນຍາຂອງພະທັງຫລາຍ. ກະສັດເນບູກາດເນັດຊາພໍ່ຂອງທ່ານ, ເພິ່ນໄດ້ແຕ່ງຕັ້ງລາວໃຫ້ເປັນຫົວໜ້າບັນດານັກຫລິ້ນອາຄົມ, ນັກເວດມົນ, ໂຫລາຈານ ແລະ ໝໍດູ. 12ດານີເອນຜູ້ນີ້ທີ່ກະສັດໄດ້ເອີ້ນວ່າເບັນເຕຊັດຊາເຣ, ລາວເປັນຜູ້ມີປັນຍາທີ່ຫລັກແຫລມ, ມີຄວາມຮູ້, ມີຄວາມເຂົ້າໃຈ ແລະ ຍັງມີຄວາມສາມາດໃນການຕີຄວາມໝາຍຂອງຄວາມຝັນໄດ້ ແລະ ອະທິບາຍປິດສະໜາ ແລະ ແກ້ໄຂບັນຫາທີ່ຫຍຸ້ງຍາກທັງຫລາຍໄດ້ອີກດ້ວຍ. ຂໍຈົ່ງໄປເອີ້ນດານີເອນມາ, ແລ້ວລາວຈະບອກທ່ານວ່າຂໍ້ຄວາມນີ້ຄວາມໝາຍວ່າແນວໃດ”.
13ດັ່ງນັ້ນ ດານີເອນຈຶ່ງຖືກນຳໂຕມາພົບກະສັດ ແລະ ກະສັດກໍໄດ້ກ່າວກັບລາວວ່າ, “ເຈົ້າແມ່ນດານີເອນ ໜຶ່ງໃນຈຳນວນຊະເລີຍທີ່ພໍ່ຂອງເຮົານຳໂຕມາຈາກຢູດາຍບໍ? 14ເຮົາໄດ້ຍິນວ່າວິນຍານຂອງບັນດາພະສັກສິດຢູ່ໃນເຈົ້າ ແລະ ໄດ້ຍິນວ່າເຈົ້າມີຄວາມເຂົ້າໃຈ, ມີໄຫວພິບ ແລະ ມີສະຕິປັນຍາອັນລ້ຳເລີດ. 15ເຮົາໄດ້ເອີ້ນນັກປາດ ແລະ ນັກຫລິ້ນອາຄົມທັງຫລາຍໃຫ້ມາພົບເຮົາເພື່ອອ່ານຂໍ້ຄວາມນີ້ ແລະ ບອກເຮົາວ່າມັນມີຄວາມໝາຍວ່າແນວໃດ, ແຕ່ພວກເຂົາກໍບໍ່ສາມາດອະທິບາຍຂໍ້ຄວາມນັ້ນໄດ້. 16ບັດນີ້ ເຮົາໄດ້ຍິນວ່າເຈົ້າສາມາດຕີຄວາມໝາຍ ແລະ ແກ້ໄຂບັນຫາທີ່ຫຍຸ້ງຍາກທັງຫລາຍໄດ້. ຖ້າເຈົ້າສາມາດອ່ານຂໍ້ຄວາມນີ້ ແລະ ບອກເຮົາວ່າມັນມີຄວາມໝາຍວ່າແນວໃດໄດ້, ເຮົາຈະໃຫ້ເຈົ້ານຸ່ງເສື້ອຄຸມສີມ່ວງ ແລະ ຈະເອົາສາຍຄໍຄໍາຄ້ອງຄໍໃຫ້ເຈົ້າ, ແລ້ວເຈົ້າກໍຈະໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ປົກຄອງສູງສຸດອັນດັບທີສາມໃນອານາຈັກ”.
17ດານີເອນໄດ້ຕອບກະສັດວ່າ, “ຂໍທ່ານຈົ່ງເກັບຂອງຂັວນນີ້ໄວ້ສໍາລັບທ່ານເອງ ແລະ ຂໍໃຫ້ບຳເໜັດແກ່ຄົນອື່ນ. ເຖິງຢ່າງໃດກໍຕາມ ຂ້ານ້ອຍຈະອ່ານຂໍ້ຄວາມທີ່ຂຽນນັ້ນໃຫ້ທ່ານ ແລະ ບອກຄວາມໝາຍໃຫ້ທ່ານຮູ້.
18“ຂ້າແດ່ກະສັດ, ພຣະເຈົ້າອົງສູງສຸດໄດ້ມອບອຳນາດການປົກຄອງ ແລະ ຄວາມຍິ່ງໃຫຍ່ກັບສະຫງ່າລາສີ ແລະ ຄວາມສະຫງ່າງາມໃຫ້ແກ່ເນບູກາດເນັດຊາພໍ່ຂອງທ່ານ. 19ເນື່ອງຈາກຖານະອັນສູງສົ່ງທີ່ພຣະເຈົ້າໄດ້ມອບໃຫ້ເພິ່ນ, ທຸກຊົນຊາດ ແລະ ຄົນທຸກພາສາຈຶ່ງຢ້ານກົວ ແລະ ຢໍາເກງເພິ່ນ. ບັນດາຜູ້ທີ່ກະສັດຢາກໃຫ້ຖືກຂ້າ, ເພິ່ນກໍຈະຂ້າ; ບັນດາຜູ້ທີ່ເພິ່ນຢາກໃຫ້ໄວ້ຊີວິດ, ເພິ່ນກໍຈະໄວ້ຊີວິດ; ບັນດາຜູ້ທີ່ເພິ່ນຢາກຈະເລື່ອນຕຳແໜ່ງໃຫ້, ເພິ່ນກໍຈະເລື່ອນຕຳແໜ່ງໃຫ້ ແລະ ບັນດາຜູ້ທີ່ເພິ່ນຢາກຖອນຍົດສັກ; ເພິ່ນກໍຈະຖອນຍົດສັກ. 20ແຕ່ເມື່ອໃຈຂອງເພິ່ນຈອງຫອງ ແລະ ແຂງກະດ້າງພ້ອມທັງໂອ້ອວດ, ພຣະເຈົ້າຈຶ່ງປົດເພິ່ນອອກຈາກບັນລັງ ແລະ ຢຶດເອົາສະຫງ່າລາສີຂອງເພິ່ນໄປ. 21ເພິ່ນຖືກຂັບໄລ່ອອກໄປຈາກມວນມະນຸດ ແລະ ໄດ້ຮັບຄວາມຄິດຈິດໃຈແບບສັດ; ເພິ່ນໃຊ້ຊີວິດຢູ່ກັບລໍປ່າ ແລະ ກິນຫຍ້າເໝືອນງົວ; ຮ່າງກາຍຂອງເພິ່ນປຽກຊຸ່ມດ້ວຍນ້ຳໝອກຈາກຟ້າສະຫວັນ, ຈົນກວ່າເພິ່ນໄດ້ຮຽນຮູ້ວ່າພຣະເຈົ້າອົງສູງສຸດນັ້ນຄອບຄອງເໜືອອານາຈັກທັງໝົດເທິງແຜ່ນດິນໂລກ ແລະ ຕັ້ງຜູ້ໃດກໍໄດ້ໃຫ້ປົກຄອງອານາຈັກຕາມທີ່ພຣະອົງພໍໃຈ.
22“ຂ້າແດ່ເບັນຊັດຊາເຣ ແຕ່ທ່ານເອງຜູ້ເປັນລູກຊາຍຂອງເພິ່ນ,#5:22 ຫລື ລູກຫລານ ຫລື ຜູ້ສືບເຊື້ອສາຍ ເຖິງແມ່ນວ່າທ່ານໄດ້ຮູ້ເລື່ອງນີ້ທັງໝົດແລ້ວ ແຕ່ກໍບໍ່ໄດ້ຖ່ອມຕົວລົງ. 23ແຕ່ກັບຍົກຕົນເອງຕໍ່ສູ້ອົງພຣະຜູ້ເປັນເຈົ້າແຫ່ງຟ້າສະຫວັນ. ທ່ານໄດ້ໃຫ້ນຳພາຊະນະຈາກວິຫານຂອງພຣະເຈົ້າມາໃຫ້ທ່ານ ແລະ ທ່ານເອງກັບບັນດາຂຸນນາງຂອງທ່ານ, ບັນດາເມຍຂອງທ່ານ ແລະ ບັນດານາງສະໜົມຂອງທ່ານມາໃສ່ເຫລົ້າອະງຸ່ນດື່ມ. ທ່ານໄດ້ສັນລະເສີນບັນດາພະທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງສຳລິດ, ດ້ວຍເຫລັກ, ດ້ວຍໄມ້ ແລະ ດ້ວຍຫີນ, ເຊິ່ງບໍ່ສາມາດເບິ່ງເຫັນ ຫລື ຟັງບໍ່ໄດ້ຍິນ ຫລື ບໍ່ເຂົ້າໃຈ. ແຕ່ທ່ານບໍ່ໄດ້ຖວາຍກຽດພຣະເຈົ້າ ຜູ້ທີ່ກໍາຊີວິດ ແລະ ວິຖີທາງທັງໝົດຂອງທ່ານໄວ້ໃນມືຂອງພຣະອົງ. 24ເຫດສະນັ້ນ ພຣະເຈົ້າຈຶ່ງໄດ້ສົ່ງມືມາຂຽນຂໍ້ຄວາມນັ້ນ.
25“ຂໍ້ຄວາມນັ້ນໄດ້ຂຽນໄວ້ດັ່ງນີ້:
ເມເນ, ເມເນ, ເທເຄ, ປາຊິນ#5:25 ພາສາອາຣາມິກວ່າ ອູປາຊິນ (ເຊິ່ງກໍຄື ແລະ ປາຊິນ)
26“ຂໍ້ຄວາມເຫລົ່ານີ້ມີຄວາມຫມາຍຄື:
“ເມເນ#5:26 ໝາຍເຖິງ ນັບ ຫລື ມິນາ (ເປັນຫົວໜ່ວຍຂອງເງິນ)ໝາຍຄວາມວ່າ: ພຣະເຈົ້າໄດ້ນັບວັນເວລາແຫ່ງການປົກຄອງຂອງທ່ານໄວ້ ແລະ ນຳມັນໄປມາເຖິງຈຸດຈົບ.
27“ເທເຄ#5:27 ໝາຍເຖິງ ຊັ່ງ ຫລື ເຊເຂວ (ເປັນຫົວໜ່ວຍຂອງເງິນ)ໝາຍຄວາມວ່າ: ທ່ານໄດ້ຖືກຊັ່ງເທິງຊິງ ແລະ ເຫັນວ່າເບົາກວ່າທີ່ກຳນົດ.
28“ເປເລັດ#5:28 ເປັນຮູບເອກະພົດຂອງ ປາຊິນ ແປວ່າ ແບ່ງແຍກ ຫລື ເປີເຊຍ ຫລື ເຄິ່ງມິນາ ຫລື ເຄິ່ງເຊເຂວ ກໍໄດ້ໝາຍຄວາມວ່າ: ອານາຈັກຂອງທ່ານຖືກແບ່ງແຍກ ແລະ ຖືກມອບໃຫ້ຊາວເມເດຍກັບຊາວເປີເຊຍ”.
29ແລ້ວເບັນຊັດຊາເຣກໍສັ່ງໃຫ້ນໍາເອົາເສື້ອຄຸມສີມ່ວງມານຸ່ງໃຫ້ດານີເອນໃນທັນທີ, ເອົາສາຍຄໍຄຳຄ້ອງຄໍໃຫ້ລາວ, ແລ້ວກໍແຕ່ງຕັ້ງດານີເອນໃຫ້ເປັນຜູ້ປົກຄອງສູງສຸດອັນດັບທີສາມໃນອານາຈັກ.
30ໃນຄືນວັນນັ້ນເອງເບັນຊັດຊາເຣບາບີໂລນ,#5:30 ຫລື ຊາວຄານເດອາ ກະສັດແຫ່ງບາບີໂລນກໍໄດ້ຖືກລອບສັງຫານ, 31ແລະ ດາຣິອຸດແຫ່ງເມເດຍກໍໄດ້ຢຶດອານາຈັກໄດ້, ຂະນະທີ່ດາຣິອຸດມີອາຍຸ 62 ປີ.
اکنون انتخاب شده:
ດານີເອນ 5: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: