ອາໂມດ 5

5
ຄ່ຳຄວນ ແລະ ເອີ້ນ​ໃຫ້​ກັບ​ໃຈ
1ອິດສະຣາເອນ ຈົ່ງ​ຟັງ, ເຮົາ​ຄ່ຳຄວນ​ເຖິງ​ເຈົ້າ​ດັ່ງນີ້:
2“ອິດສະຣາເອນ ສາວບໍລິສຸດ​ໄດ້​ລົ້ມ​ລົງ​ແລ້ວ,
ຈະ​ບໍ​ລຸກ​ຂຶ້ນ​ມາ​ອີກ​ເລີຍ,
ຕ້ອງ​ຖືກ​ປະຖິ້ມ​ໃນ​ດິນແດນ​ຂອງ​ນາງ​ເອງ,
ແລະ ບໍ່​ມີ​ຜູ້ໃດ​ຊ່ວຍ​ຍົກ​ນາງ​ຂຶ້ນ​ມາ​ເລີຍ”.
3ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ຕໍ່​ອິດສະຣາເອນ​ດັ່ງນີ້​ວ່າ:
“ນະຄອນ​ຂອງ​ເຈົ້າ​ທີ່​ສົ່ງ​ຊາຍ​ຜູ້​ແຂງແຮງ​ພັນ​ຄົນ​ໃຫ້​ເດີນ​ຂະບວນ​ອອກ​ໄປ​ຮົບ
ຈະ​ເຫລືອ​ກັບ​ມາ​ພຽງ​ຮ້ອຍ​ຄົນ;
ເມືອງ​ຂອງ​ເຈົ້າ​ທີ່​ສົ່ງ​ຊາຍ​ຜູ້​ແຂງແຮງ​ຮ້ອຍ​ຄົນ​ອອກ​ໄປ​ຮົບ
ຈະ​ເຫລືອ​ກັບ​ມາ​ພຽງ​ສິບ​ຄົນ​ເທົ່ານັ້ນ”.
4ພຣະເຈົ້າ​ຢາເວ​ກ່າວ​ຕໍ່​ອິດສະຣາເອນ​ດັ່ງນີ້​ວ່າ:
“ຈົ່ງ​ສະແຫວງຫາ​ເຮົາ ແລະ ເຈົ້າ​ຈະ​ມີ​ຊີວິດ​ຢູ່;
5ຢ່າ​ສະແຫວງຫາ​ເບັດເອນ,
ຢ່າ​ໄປ​ທີ່​ກິນການ,
ຢ່າ​ເດີນທາງ​ໄປ​ທີ່​ເບເອນເຊບາ.
ເພາະ​ກິນການ​ຈະ​ຕ້ອງ​ຕົກ​ເປັນ​ຊະເລີຍ​ຢ່າງ​ແນ່ນອນ,
ແລະ ເບັດເອນ​ຈະ​ຫລຸດ​ລົງ​ບໍ່​ມີ​ຫຍັງ#5:5 ຫລື ພາສາ​ເຮັບເຣີ​ວ່າ ອາເວນ ເປັນ​ການ​ເອີ່ຍ​ເຖິງ ເບດ​ອາເວນ (ເປັນ​ຊື່​ໃນ​ທາງ​ເສື່ອມເສຍ​ຂອງ ເບັດເອນ)”.
6ຈົ່ງ​ສະແຫວງຫາ​ພຣະເຈົ້າ​ຢາເວ ແລະ ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່
ບໍ່​ດັ່ງນັ້ນ​ແລ້ວ ພຣະອົງ​ຈະ​ກວາດ​ເຜົ່າ​ທັງຫລາຍ​ຂອງ​ໂຢເຊັບ​ໄປ​ເໝືອນ​ກັບ​ໄຟ;
ມັນ​ຈະ​ກືນກິນ​ພວກເຂົາ;
ແລະ ເບັດເອນ​ຈະ​ຫາ​ຜູ້ໃດ​ຊ່ວຍ​ດັບ​ໄຟ​ນີ້​ບໍ່​ໄດ້​ເລີຍ.
7ພວກເຈົ້າ​ຜູ້​ປ່ຽນ​ຄວາມ​ຍຸຕິທຳ​ເປັນ​ຄວາມ​ຂົມຂື່ນ
ແລະ ຜູ້​ໂຍນ​ຄວາມ​ຊອບທຳ​ລົງ​ທີ່​ພື້ນ.
8(ພຣະອົງ​ຜູ້​ສ້າງ​ດາວ​ໄກ່ນ້ອຍ ແລະ ດາວ​ໄຖ
ຜູ້​ປ່ຽນ​ຄວາມ​ມືດ​ໃຫ້​ກາຍເປັນ​ຮຸ່ງອາລຸນ
ແລະ ກາງເວັນ​ໃຫ້​ກາຍເປັນ​ກາງ​ຄືນ​ມືດມິດ,
ຜູ້​ເອີ້ນ​ນ້ຳ​ທະເລ​ມາ
ແລະ ເທ​ນ້ຳ​ນັ້ນ​ເທິງ​ຫົດ​ໜ້າ​ໂລກ
ມີ​ນາມ​ວ່າ​ພຣະເຈົ້າ​ຢາເວ.
9ພຣະອົງ​ກະໜ່ຳ​ຫາຍະນະ​ລົງ​ທຳລາຍ​ທີ່ໝັ້ນ
ແລະ ທຳລາຍ​ເມືອງ​ທີ່​ມີ​ປ້ອມ​ໃຫ້​ພັງ​ພິນາດ.
10ພວກເຈົ້າ​ກຽດຊັງ​ຄົນ​ທີ່​ຕໍ່ສູ້​ເພື່ອ​ຄວາມ​ຍຸຕິທຳ​ໃນ​ສານ
ແລະ ລັງກຽດ​ຄົນ​ທີ່​ເວົ້າ​ຄວາມ​ຈິງ.
11ພວກເຈົ້າ​ເກັບ​ພາສີ​ເຟືອງ​ຈາກ​ຄົນທຸກຍາກ
ແລະ ເອີ້ນ​ເກັບ​ພາສີ​ຈາກ​ພືດຜົນ​ຂອງ​ພວກເຂົາ.
ເຫດສະນັ້ນ ເຖິງ​ແມ່ນ​ພວກເຈົ້າ​ຈະ​ສ້າງ​ອາຄານ​ສີລາ​ຫລາຍ,
ພວກເຈົ້າ​ກໍ​ຈະ​ບໍ່​ໄດ້​ອາໄສ​ຢູ່​ໃນ​ອາຄານ​ເຫລົ່ານັ້ນ;
ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ປູກ​ສວນ​ອະງຸ່ນ​ງອກ​ງາມ,
ພວກເຈົ້າ​ກໍ​ຈະ​ບໍ່​ໄດ້​ດື່ມ​ເຫລົ້າ​ອະງຸ່ນ​ນັ້ນ.
12ເພາະ​ເຮົາ​ຮູ້​ວ່າ​ພວກເຈົ້າ​ລ່ວງລະເມີດ​ຫລາຍ​ປານ​ໃດ
ແລະ ບາບ​ທັງຫລາຍ​ຂອງ​ພວກເຈົ້າ​ກໍ​ໃຫຍ່​ຫລວງ​ປານ​ໃດ.
ພວກເຈົ້າ​ກົດຂີ່​ຂົ່ມເຫັງ​ຄົນ​ບໍລິສຸດ ແລະ ຮັບ​ສິນບົນ
ແລະ ກີດກັນ​ຄວາມ​ຍຸຕິທຳ​ຈາກ​ຄົນທຸກຍາກ​ຢູ່​ໃນ​ສານ.
13ເຫດສະນັ້ນ ຄົນ​ສະຫລາດ​ກໍ​ມິດງຽບ​ຢູ່​ໃນ​ເວລາ​ເຊັ່ນ​ນີ້,
ເພາະ​ເປັນ​ຍຸກ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ.
14ຈົ່ງ​ສະແຫວງຫາ​ຄວາມ​ດີ ບໍ່​ແມ່ນ​ຄວາມ​ຊົ່ວ,
ແລ້ວ​ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່.
ແລ້ວ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈະ​ຢູ່​ກັບ​ພວກເຈົ້າ,
ເໝືອນ​ທີ່​ພວກເຈົ້າ​ເວົ້າ​ວ່າ​ພຣະອົງ​ຢູ່​ກັບ​ພວກເຈົ້າ.
15ຈົ່ງ​ກຽດຊັງ​ຄວາມ​ຊົ່ວ, ຈົ່ງ​ຮັກ​ຄວາມ​ດີ;
ຈົ່ງ​ຮັກສາ​ຄວາມ​ຍຸຕິທຳ​ໃນ​ສານ.
ບາງທີ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈະ​ເມດຕາ
ຄົນ​ທີ່​ເຫລືອ​ຢູ່​ຂອງ​ໂຢເຊັບ.
16ເຫດສະນັ້ນ ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈຶ່ງ​ກ່າວ​ວ່າ:
“ທຸກ​ຖະໜົນ​ຈະ​ມີ​ການ​ຮ້ອງໄຫ້
ແລະ ບ່ອນ​ຊຸມຊົນ​ທຸກ​ແຫ່ງ​ຈະ​ມີ​ສຽງ​ຮ້ອງ​ດ້ວຍ​ຄວາມ​ໂສກເສົ້າ.
ຊາວນາ​ຈະ​ຖືກ​ເອີ້ນ​ໃຫ້​ມາ​ຮ່ວມ​ກັນ​ຮ້ອງໄຫ້
ແລະ ຄົນ​ທີ່​ໄວ້​ທຸກ​ຈະ​ຖືກ​ເອີ້ນ​ມາ​ຮວມ​ກັນ​ຮ້ອງໄຫ້.
17ຈະ​ມີ​ການ​ຮ້ອງໄຫ້​ໃນ​ສວນ​ອະງຸ່ນ​ທຸກ​ແຫ່ງ,
ເພາະ​ເຮົາ​ຈະ​ຜ່ານ​ໄປ​ທ່າມກາງ​ພວກເຈົ້າ”,
ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ.
ວັນ​ແຫ່ງ​ພຣະເຈົ້າ​ຢາເວ
18ວິບັດ​ແກ່​ພວກເຈົ້າ
ຜູ້​ປາຖະໜາ​ວັນ​ແຫ່ງ​ພຣະເຈົ້າ​ຢາເວ!
ດ້ວຍ​ເຫດ​ໃດ​ພວກເຈົ້າ​ຈຶ່ງ​ປາຖະໜາ​ວັນ​ແຫ່ງ​ພຣະເຈົ້າ​ຢາເວ?
ວັນ​ນັ້ນ​ເປັນ​ວັນ​ແຫ່ງ​ຄວາມ​ມືດ ບໍ່​ແມ່ນ​ຄວາມ​ສະຫວ່າງ.
19ເໝືອນ​ຄົນ​ທີ່​ໜີ​ຈາກ​ໂຕສິງ
ແລ້ວ​ໄປ​ພົບ​ແຕ່​ໝີ,
ເໝືອນ​ລາວ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຕົນ
ແລະ ເອົາ​ມື​ຂອງ​ຕົນ​ເອື່ອຍ​ຝາ
ກໍ​ຖືກ​ງູ​ຕອດ​ຕົນ​ຢ່າງ​ດຽວ.
20ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ນັ້ນ​ຈະ​ເປັນ​ວັນ​ທີ່​ມືດ​ມົນ ບໍ່​ແມ່ນ​ສະຫວ່າງ
ວັນ​ນັ້ນ​ມືດ​ມິດ, ບໍ່​ມີ​ແສງສະຫວ່າງ​ເລີຍ​ແມ່ນ​ແຕ່​ໜ້ອຍ​ດຽວ​ບໍ່​ແມ່ນ​ບໍ?
21“ເຮົາ​ກຽດຊັງ, ເຮົາ​ດູຖູກ​ເທດສະການ​ທາງ​ສາສະໜາ​ຂອງ​ພວກເຈົ້າ
ເຮົາ​ເບື່ອໜ່າຍ​ການ​ປະຊຸມ​ຂອງ​ພວກເຈົ້າ.
22ເຖິງ​ວ່າ​ພວກເຈົ້າ​ຈະ​ນຳ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງຖວາຍ​ພືດຜົນ​ບູຊາ​ມາ​ໃຫ້,
ເຮົາ​ກໍ​ຈະ​ບໍ່​ຮັບ​ສິ່ງ​ເຫລົ່ານັ້ນ.
ເຖິງ​ແມ່ນ​ພວກເຈົ້າ​ນຳ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຢ່າງ​ດີ​ມາ​ໃຫ້
ເຮົາ​ກໍ​ຈະ​ບໍ່​ຮັບ​ສິ່ງ​ເຫລົ່ານັ້ນ.
23ຈົ່ງ​ຢຸດຕິ​ສຽງ​ເພງ​ຂອງ​ພວກເຈົ້າ!
ເຮົາ​ຈະ​ບໍ່​ຟັງ​ສຽງ​ບັນເລງ​ພິນ​ຂອງ​ພວກເຈົ້າ.
24ແຕ່​ຈົ່ງ​ໃຫ້​ຄວາມ​ຍຸຕິທຳ​ຫລັ່ງໄຫລ​ມາ​ເໝືອນ​ແມ່ນ້ຳ,
ໃຫ້​ຄວາມ​ຊອບທຳ​ເໝືອນ​ສາຍ​ນ້ຳ​ທີ່​ໄຫລ​ບໍ່​ຂາດ​ສາຍ!
25“ປະຊາຊົນ​ອິດສະຣາເອນ, ຕະຫລອດ​ສີ່ສິບ​ປີ​ໃນ​ຖິ່ນແຫ້ງແລ້ງກັນດານ
ພວກເຈົ້າ​ໄດ້​ຖວາຍ​ເຄື່ອງບູຊາ ແລະ ມອບ​ເຄື່ອງຖວາຍ​ໃຫ້​ແກ່​ເຮົາ​ບໍ?
26ພວກເຈົ້າ​ໄດ້​ຕັ້ງ​ສະຖານ​ບູຊາ​ຂອງ​ກະສັດ​ຂອງ​ພວກເຈົ້າ,
ຖານ​ຂອງ​ຮູບເຄົາລົບ​ທັງຫລາຍ​ຂອງ​ພວກເຈົ້າ,
ດວງດາວ​ຂອງ​ພະ​ຂອງ​ພວກເຈົ້າ#5:26 ຫລື ຕັ້ງ​ສັກຄູດ​ກະສັດ​ຂອງ​ພວກເຈົ້າ ແລະ ໄກວັນ ຮູບເຄົາລົບ​ຂອງ​ພວກເຈົ້າ ເຈົ້າ​ແຫ່ງ​ດາວ​ຂອງ​ພວກເຈົ້າ ສະບັບ ເຊັບຕູອາຈິນ​ວ່າ ຕັ້ງ​ສະຖານ​ບູຊາ​ແຫ່ງ​ພະໂມເລັກ ແລະ ດາວ​ແຫ່ງ​ເລຟານ ພະ​ຂອງ​ພວກເຈົ້າ ຄື​ຮູບເຄົາລົບ​ຂອງ​ພວກເຂົາ
ທີ່​ພວກເຈົ້າ​ເຮັດ​ຂຶ້ນ​ເພື່ອ​ຕົນ​ເອງ.
27ເຫດສະນັ້ນ ເຮົາ​ຈະ​ສົ່ງ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ທີ່​ໄກ​ຈາກ​ດາມັສກັດ​ໄປ​ອີກ”,
ພຣະເຈົ້າ​ຢາເວ ຜູ້​ມີ​ນາມ​ວ່າ​ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.

اکنون انتخاب شده:

ອາໂມດ 5: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید