YouVersion Logo
Search Icon

ປະຖົມມະການ 6

6
ຄວາມ​ຊົ່ວຊ້າ​ຢູ່​ໃນ​ໂລກ
1ເມື່ອ​ມະນຸດ​ເລີ່ມ​ເພີ່ມ​ຈຳນວນ​ຂຶ້ນ​ເທິງ​ແຜ່ນດິນໂລກ ແລະ ບັນດາ​ລູກຍິງ​ທັງຫລາຍ​ກໍ​ເກີດ​ມາ​ໃຫ້​ແກ່​ພວກເຂົາ. 2ບັນດາ​ລູກຊາຍ​ຂອງ​ພຣະເຈົ້າ​ໄດ້​ເຫັນ​ວ່າ​ບັນດາ​ລູກສາວ​ຂອງ​ມະນຸດ​ນັ້ນ​ສວຍງາມ ແລ້ວ​ພວກເຂົາ​ກໍ​ແຕ່ງງານ​ກັບ​ຄົນ​ທີ່​ພວກເຂົາ​ເລືອກ. 3ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ພຣະວິນຍານ​ຂອງ​ເຮົາ​ຈະ​ບໍ່​ຕໍ່ສູ້​ກັບ#6:3 ຫລື ວິນຍານ​ຂອງ​ເຮົາ​ຈະ​ບໍ່​ຢູ່​ໃນ​ມະນຸດ​ຕະຫລອດໄປ, ເພາະ​ພວກເຂົາ​ເປັນ​ມະນຸດ​ທີ່​ຕ້ອງ​ຕາຍ#6:3 ຫລື ເສື່ອມໂຊມ ພວກເຂົາ​ຈະ​ມີ​ອາຍຸ 120 ປີ”.
4ໃນ​ສະໄໝ​ນັ້ນ ແລະ ໃນ​ສະໄໝ​ຕໍ່ມາ​ມີ​ຄົນເນຟີລິມ​ອາໄສ​ຢູ່​ໃນ​ໂລກ ຄື​ເມື່ອ​ລູກຊາຍ​ຂອງ​ພຣະເຈົ້າ​ໄດ້​ໄປ​ຢູ່​ກິນ​ກັບ​ບັນດາ​ລູກສາວ​ຂອງ​ມະນຸດ ແລະ ມີ​ລູກ​ກັບ​ພວກເຂົາ. ພວກເຂົາ​ເປັນ​ວິລະບຸລຸດ​ຂອງ​ຄົນ​ໃນ​ຍຸກ​ບູຮານ, ເປັນ​ຄົນ​ທີ່​ມີ​ຊື່ສຽງ.
5ພຣະເຈົ້າ​ຢາເວ​ໄດ້​ເຫັນ​ວ່າ​ຄວາມຊົ່ວ​ຂອງ​ມະນຸດ​ໃນ​ໂລກ​ນີ້​ເພີ່ມ​ຂຶ້ນ​ຫລາຍ​ຂະໜາດ​ໃດ ແລະ ທຸກ​ຄວາມຄິດ​ຈິດໃຈ​ຂອງ​ມະນຸດ​ກໍ​ມີ​ແຕ່​ອ່ຽງ​ໄປ​ຫາ​ຄວາມຊົ່ວ​ຢູ່​ຕະຫລອດ. 6ພຣະເຈົ້າ​ຢາເວ​ຈຶ່ງ​ເສຍໃຈ​ຫລາຍ​ທີ່​ພຣະອົງ​ໄດ້​ສ້າງ​ມະນຸດ​ຂຶ້ນ​ມາ​ເທິງ​ແຜ່ນດິນໂລກ ແລະ ຈິດໃຈ​ຂອງ​ພຣະອົງ​ກໍ​ໄດ້​ຮັບ​ຄວາມທໍລະມານ​ຢ່າງ​ໜັກໜ່ວງ. 7ດັ່ງນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ກວາດລ້າງ​ມະນຸດ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ອອກ​ຈາກ​ຜືນ​ແຜ່ນດິນໂລກ ພ້ອມ​ທັງ​ຝູງ​ສັດ, ຝູງ​ນົກ ແລະ ສັດເລືອຄານ, ເພາະ​ເຮົາ​ເສຍໃຈ​ທີ່​ໄດ້​ສ້າງ​ພວກເຂົາ​ຂຶ້ນ​ມາ”. 8ແຕ່​ໂນອາ​ພົບ​ຄວາມ​ພໍໃຈ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ.
ໂນອາ ແລະ ນ້ຳຖ້ວມ
9ນີ້​ແມ່ນ​ເລື່ອງລາວ​ຂອງ​ໂນອາ ແລະ ຄອບຄົວ​ຂອງ​ເພິ່ນ.
ໂນອາ​ເປັນ​ຄົນ​ຊອບທຳ, ບໍ່​ມີ​ຕຳໜິ​ໃນ​ທ່າມກາງ​ຄົນ​ໃນ​ສະໄໝ​ຂອງ​ເພິ່ນ ແລະ ເພິ່ນ​ໄດ້​ດຳເນີນຊີວິດ​ກັບ​ພຣະເຈົ້າ​ຢ່າງ​ສັດຊື່. 10ໂນອາ​ມີ​ລູກຊາຍ​ສາມ​ຄົນ​ຄື: ເຊມ, ຮາມ ແລະ ຢາເຟດ.
11ຂະນະ​ນັ້ນ​ໂລກ​ໄດ້​ເສື່ອມໂຊມ​ລົງ​ໃນ​ສາຍຕາ​ຂອງ​ພຣະເຈົ້າ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮຸນແຮງ. 12ພຣະເຈົ້າ​ເຫັນ​ວ່າ​ໂລກ​ໄດ້​ເສື່ອມໂຊມ, ເພາະ​ຄົນ​ທັງໝົດ​ເທິງ​ໂລກ​ໄດ້​ເຮັດ​ໃຫ້​ວິຖີ​ທາງ​ຂອງ​ພວກເຂົາ​ເສື່ອມໂຊມ​ລົງ. 13ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ກ່າວ​ກັບ​ໂນອາ​ວ່າ, “ເຮົາ​ກຳລັງ​ຈະ​ນຳ​ຈຸດຈົບ​ມາ​ສູ່​ຄົນ​ທັງປວງ, ເພາະວ່າ​ແຜ່ນດິນໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນແຮງ​ເພາະ​ພວກເຂົາ. ເຮົາ​ກຳລັງ​ຈະ​ທຳລາຍ​ທັງ​ພວກເຂົາ ແລະ ແຜ່ນດິນໂລກ​ຢ່າງ​ແນ່ນອນ. 14ດັ່ງນັ້ນ ເຈົ້າ​ເອງ​ຈົ່ງ​ສ້າງ​ເຮືອ​ໃຫຍ່​ລຳ​ໜຶ່ງ​ຂຶ້ນ​ດ້ວຍ​ໄມ້ແປກ#6:14 ຄວາມໝາຍ​ຂອງ​ພາສາ​ເຮັບເຣີ​ໃນ​ຄຳ​ນີ້​ແມ່ນ​ບໍ່​ຊັດເຈນ, ຈົ່ງ​ເຮັດ​ໃຫ້​ມີ​ຫລາຍ​ຫ້ອງ​ພາຍໃນ​ເຮືອ​ນັ້ນ ແລ້ວ​ຢາ​ດ້ວຍ​ຂີ້ຊີ​ທັງ​ທາງໃນ ແລະ ທາງນອກ. 15ນີ້​ແມ່ນ​ວິທີ​ທີ່​ເຈົ້າ​ຈະ​ສ້າງ​ເຮືອ​ຄື: ເຮືອ​ຕ້ອງ​ຍາວ 300 ສອກ, ກວ້າງ 50 ສອກ ແລະ ສູງ 30 ສອກ.#6:15 ຄື ຍາວ 135 ແມັດ, ກວ້າງ 23 ແມັດ ແລະ ສູງ 14 ແມັດ 16ຈົ່ງ​ເຮັດ​ຫລັງຄາ​ປົກ​ເຮືອ, ຈົ່ງ​ໃຫ້​ມີ​ປ່ອງ​ລະຫວ່າງ​ຫລັງຄາ ແລະ ຕົວ​ເຮືອ​ໄວ້​ສູງ 1 ສອກ#6:16 ຫລື ປະມານ 45 ຊັງຕີແມັດ ອ້ອມຮອບ​ເຮືອ.#6:16 ຄວາມໝາຍ​ຂອງ​ພາສາ​ເຮັບເຣີ​ສຳລັບ​ປະໂຫຍກ​ນີ້​ແມ່ນ​ບໍ່​ຊັດເຈນ ຈົ່ງ​ເຮັດ​ປະຕູ​ປ່ອງ​ໜຶ່ງ​ໄວ້​ທີ່​ຂ້າງ​ຂອງ​ເຮືອ ແລະ ຈົ່ງ​ເຮັດ​ເປັນ​ຊັ້ນ​ລຸ່ມ, ຊັ້ນ​ກາງ ແລະ ຊັ້ນ​ເທິງ. 17ເຮົາ​ກຳລັງ​ຈະ​ນໍາ​ເອົາ​ນ້ຳ​ຖ້ວມ​ມາ​ສູ່​ໂລກ​ເພື່ອ​ທຳລາຍ​ທຸກ​ຊີວິດ​ທີ່​ຢູ່​ໃຕ້​ຟ້າສະຫວັນ, ທຸກສິ່ງ​ທີ່​ມີ​ລົມ​ຫາຍໃຈ​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ນັ້ນ. ທຸກສິ່ງ​ເທິງ​ແຜ່ນດິນໂລກ​ຈະ​ຈິບຫາຍ​ໄປ. 18ແຕ່​ເຮົາ​ຈະ​ເຮັດ​ພັນທະສັນຍາ​ຂອງ​ເຮົາ​ກັບ​ເຈົ້າ ແລະ ເຈົ້າ​ຈະ​ເຂົ້າໄປ​ໃນ​ເຮືອ ຄື​ເຈົ້າ​ເອງ, ບັນດາ​ລູກຊາຍ​ຂອງ​ເຈົ້າ, ເມຍ​ຂອງ​ເຈົ້າ ແລະ ບັນດາ​ລູກໃພ້​ຂອງ​ເຈົ້າ​ກໍ​ຢູ່​ກັບ​ເຈົ້າ. 19ເຈົ້າ​ຈົ່ງ​ນຳເອົາ​ສິ່ງມີຊີວິດ​ທັງໝົດ​ແນວ​ລະ​ຄູ່ ທັງ​ໂຕ​ຜູ້ ແລະ ໂຕ​ແມ່ ເຂົ້າ​ມາ​ໃນ​ເຮືອ​ເພື່ອ​ຮັກສາ​ສັດ​ເຫລົ່ານັ້ນ​ໃຫ້​ມີຊີວິດ​ຢູ່​ດ້ວຍ​ກັນ​ກັບ​ເຈົ້າ. 20ນົກ​ທຸກ​ຊະນິດ, ສັດ​ທຸກ​ຊະນິດ, ສັດເລືອຄານ​ທຸກ​ຊະນິດ​ແນວ​ລະ​ຄູ່​ຈະ​ມາ​ຫາ​ເຈົ້າ​ເພື່ອ​ຮັກສາ​ຊີວິດ​ໄວ້. 21ໃຫ້​ເຈົ້າ​ເອົາ​ອາຫານ​ທຸກ​ຊະນິດ​ທີ່​ຈະ​ກິນ ແລະ ເກັບ​ໄວ້​ເປັນ​ອາຫານ​ສຳລັບ​ເຈົ້າ ແລະ ສັດ​ເຫລົ່ານັ້ນ​ດ້ວຍ”.
22ໂນອາ​ກໍ​ໄດ້​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ເພິ່ນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in