ປະຖົມມະການ 5
5
ຈາກອາດາມເຖິງໂນອາ
1ນີ້ແມ່ນບັນທຶກເລື່ອງລາວຄອບຄົວຂອງອາດາມ.
ເມື່ອພຣະເຈົ້າໄດ້ສ້າງມະນຸດນັ້ນ, ພຣະອົງໄດ້ສ້າງພວກເຂົາຕາມຢ່າງພຣະເຈົ້າ. 2ພຣະອົງໄດ້ສ້າງພວກເຂົາໃຫ້ເປັນຊາຍ ແລະ ຍິງ ແລ້ວໄດ້ອວຍພອນພວກເຂົາ. ແລະ ພຣະອົງຕັ້ງຊື່ໃຫ້ພວກເຂົາວ່າ “ມະນຸດ”#5:2 ພາສາເຮັບເຣີວ່າ ອາດາມ ເມື່ອພວກເຂົາຖືກສ້າງຂຶ້ນ.
3ເມື່ອອາດາມມີຊີວິດຢູ່ໄດ້ 130 ປີ, ລາວກໍມີລູກຊາຍຄົນໜຶ່ງທີ່ເໝືອນກັບລາວ, ຕາມແບບຂອງລາວ ແລະ ລາວໄດ້ຕັ້ງຊື່ລູກນັ້ນວ່າເຊດ. 4ຫລັງຈາກທີ່ເຊດໄດ້ເກີດມາ, ອາດາມກໍມີຊີວິດຢູ່ອີກ 800 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ. 5ອາດາມມີຊີວິດຢູ່ລວມທັງໝົດ 930 ປີ ແລ້ວລາວກໍໄດ້ຕາຍໄປ.
6ເມື່ອເຊດມີຊີວິດຢູ່ໄດ້ 105 ປີ, ລາວກໍໄດ້ເປັນພໍ່#5:6 ພາສາເຮັບເຣີວ່າ ໄດ້ເປັນບິດາຂອງ ເຊິ່ງຄຳວ່າ ພໍ່ ອາດຈະມີຄວາມໝາຍວ່າ ບັນພະບຸລຸດ ເຊັ່ນດຽວກັບຂໍ້ 7-26ຂອງເອໂນດ. 7ຫລັງຈາກທີ່ລາວໄດ້ເປັນພໍ່ຂອງເອໂນດແລ້ວ, ເຊດກໍມີຊີວິດຢູ່ອີກ 807 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ. 8ເຊດມີຊີວິດຢູ່ລວມທັງໝົດ 912 ປີ, ແລ້ວລາວກໍໄດ້ຕາຍໄປ.
9ເມື່ອເອໂນດມີຊີວິດຢູ່ໄດ້ 90 ປີ, ລາວກໍໄດ້ເປັນພໍ່ຂອງເກນານ. 10ຫລັງຈາກທີ່ລາວໄດ້ເປັນພໍ່ຂອງເກນານແລ້ວ, ເອໂນດກໍມີຊີວິດຢູ່ອີກ 815 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ. 11ເອໂນດມີຊີວິດຢູ່ລວມທັງໝົດ 905 ປີ, ແລ້ວລາວກໍໄດ້ຕາຍໄປ.
12ເມື່ອເກນານມີຊີວິດຢູ່ໄດ້ 70 ປີ, ລາວກໍໄດ້ເປັນພໍ່ຂອງມະຫາລາເລນ. 13ຫລັງຈາກທີ່ລາວໄດ້ເປັນພໍ່ຂອງມະຫາລາເລນແລ້ວ, ເກນານກໍມີຊີວິດຢູ່ອີກ 840 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ. 14ເກນານມີຊີວິດຢູ່ລວມທັງໝົດ 910 ປີ, ແລ້ວລາວກໍໄດ້ຕາຍໄປ.
15ເມື່ອມະຫາລາເລນມີຊີວິດຢູ່ໄດ້ 65 ປີ, ລາວກໍໄດ້ເປັນພໍ່ຂອງຢາເຣັດ. 16ຫລັງຈາກທີ່ລາວໄດ້ເປັນພໍ່ຂອງຢາເຣັດແລ້ວ, ມະຫາລາເລນກໍມີຊີວິດຢູ່ອີກ 830 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ. 17ມະຫາລາເລນມີຊີວິດຢູ່ລວມທັງໝົດ 895 ປີ, ແລ້ວລາວກໍໄດ້ຕາຍໄປ.
18ເມື່ອຢາເຣັດມີຊີວິດຢູ່ໄດ້ 162 ປີ, ລາວກໍໄດ້ເປັນພໍ່ຂອງເອນົກ. 19ຫລັງຈາກທີ່ລາວໄດ້ເປັນພໍ່ຂອງເອນົກແລ້ວ, ຢາເຣັດກໍມີຊີວິດຢູ່ອີກ 800 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ. 20ຢາເຣັດມີຊີວິດຢູ່ລວມທັງໝົດ 962 ປີ ແລ້ວລາວກໍໄດ້ຕາຍໄປ.
21ເມື່ອເອນົກມີຊີວິດຢູ່ໄດ້ 65 ປີ, ລາວກໍໄດ້ເປັນພໍ່ຂອງເມທູເສລາ. 22ຫລັງຈາກທີ່ລາວໄດ້ກາຍເປັນພໍ່ຂອງເມທູເສລາແລ້ວ, ເອນົກກໍເດີນກັບພຣະເຈົ້າຢ່າງສັດຊື່ຕໍ່ໄປອີກ 300 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ. 23ເອນົກມີອາຍຸລວມທັງໝົດ 365 ປີ. 24ເອນົກໄດ້ດຳເນີນຊີວິດໄປກັບພຣະເຈົ້າຢ່າງສັດຊື່; ແລ້ວກໍບໍ່ມີຜູ້ໃດພົບລາວອີກ, ເພາະພຣະເຈົ້າໄດ້ຮັບລາວໄປແລ້ວ.
25ເມື່ອເມທູເສລາມີຊີວິດຢູ່ໄດ້ 187 ປີ, ລາວກໍໄດ້ເປັນພໍ່ຂອງລາເມັກ. 26ຫລັງຈາກທີ່ລາວໄດ້ເປັນພໍ່ຂອງລາເມັກແລ້ວ, ເມທູເສລາກໍມີຊີວິດຕໍ່ໄປອີກ 782 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ. 27ເມທູເສລາມີຊີວິດລວມທັງໝົດ 969 ປີ ແລ້ວລາວກໍໄດ້ຕາຍໄປ.
28ເມື່ອລາເມັກມີຊີວິດຢູ່ໄດ້ 182 ປີ, ລາວກໍມີລູກຊາຍຄົນໜຶ່ງ. 29ລາວຕັ້ງຊື່ລູກຊາຍນັ້ນວ່າໂນອາ,#5:29 ຄຳວ່າ ໂນອາ ມີສຽງຄ້າຍຄຳພາສາເຮັບເຣີທີ່ມີຄວາມໝາຍວ່າເລົ້າໂລມ ແລະ ກ່າວວ່າ, “ລາວຈະເລົ້າໂລມໃຈພວກເຮົາໃນການທຳງານ ແລະ ມືຂອງພວກເຮົາທີ່ເຈັບປວດຄວາມເຈັບປວດຈາກການເຮັດວຽກໜັກເທິງແຜ່ນດິນ ເຊິ່ງພຣະເຈົ້າຢາເວໄດ້ສາບແຊ່ງ”. 30ຫລັງຈາກທີ່ໂນອາໄດ້ເກີດມາ, ລາເມັກກໍມີຊີວິດຕໍ່ໄປອີກ 595 ປີ ແລະ ມີລູກຊາຍລູກຍິງອີກຫລາຍຄົນ. 31ລາເມັກມີຊີວິດຢູ່ລວມທັງໝົດ 777 ປີ ແລ້ວລາວກໍໄດ້ຕາຍໄປ.
32ຫລັງຈາກທີ່ໂນອາອາຍຸໄດ້ 500 ປີ. ລາວກໍໄດ້ເປັນພໍ່ຂອງເຊມ ຮາມ ແລະ ຢາເຟດ.
Currently Selected:
ປະຖົມມະການ 5: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: