ປະຖົມມະການ 7
7
1ແລ້ວພຣະເຈົ້າຢາເວກ່າວກັບໂນອາວ່າ, “ຈົ່ງເຂົ້າໄປໃນເຮືອ, ເຈົ້າ ແລະ ຄອບຄົວຂອງເຈົ້າທັງໝົດ, ເພາະເຮົາເຫັນວ່າເຈົ້າເປັນຄົນຊອບທຳໃນຍຸກນີ້. 2ຈົ່ງເອົາສັດທີ່ບໍ່ເປັນມົນທິນທຸກຊະນິດຢ່າງລະເຈັດຄູ່, ໂຕຜູ້ກັບຄູ່ຂອງມັນ ແລະ ສັດທີ່ເປັນມົນທິນທຸກຊະນິດຢ່າງລະຄູ່, ໂຕຜູ້ກັບຄູ່ຂອງມັນ, 3ແລະ ນົກທຸກຊະນິດຢ່າງລະເຈັດຄູ່, ໂຕຜູ້ ແລະ ໂຕແມ່ ເພື່ອຮັກສາສັດທຸກຊະນິດໃຫ້ມີຊີວິດຢູ່ທົ່ວແຜ່ນດິນໂລກ. 4ຈາກນີ້ໄປອີກເຈັດວັນ ເຮົາຈະສົ່ງຝົນລົງມາເທິງແຜ່ນດິນໂລກເປັນເວລາສີ່ສິບວັນ ສີ່ສິບຄືນ ແລະ ເຮົາຈະກວາດລ້າງສິ່ງມີຊີວິດທຸກສິ່ງທີ່ເຮົາໄດ້ສ້າງຂຶ້ນນັ້ນອອກໄປຈາກຜືນແຜ່ນດິນໂລກ”.
5ແລ້ວໂນອາກໍເຮັດທຸກສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
6ໂນອາມີອາຍຸໄດ້ 600 ປີ ເມື່ອນ້ຳໄດ້ຖ້ວມໂລກ. 7ແລ້ວໂນອາ ແລະ ບັນດາລູກຊາຍຂອງເພິ່ນ ພ້ອມທັງເມຍ ແລະ ບັນດາລູກໃພ້ຂອງເພິ່ນກໍເຂົ້າໄປຢູ່ໃນເຮືອເພື່ອໜີໄພນ້ຳຖ້ວມ. 8ສັດທີ່ບໍ່ເປັນມົນທິນ ແລະ ເປັນມົນທິນ, ນົກ, ສັດເລືອຄານທັງໝົດຢ່າງລະຄູ່, 9ທັງໂຕຜູ້ ແລະ ໂຕແມ່ກໍມາຫາໂນອາ ແລະ ເຂົ້າໄປໃນເຮືອຕາມທີ່ພຣະເຈົ້າໄດ້ສັ່ງໂນອາໄວ້. 10ແລ້ວຫລັງຈາກເຈັດວັນ ນ້ຳກໍໄດ້ມາຖ້ວມໂລກ.
11ໃນປີທີ່ໂນອາມີອາຍຸໄດ້ 600 ປີ, ເປັນວັນທີສິບເຈັດຂອງເດືອນທີສອງ, ໃນວັນນັ້ນ ບໍ່ນ້ຳເລິກທີ່ສຸດທັງໝົດກໍພຸ່ງຂຶ້ນມາ ແລະ ປະຕູນ້ຳແຫ່ງຟ້າສະຫວັນກໍໄດ້ເປີດອອກ. 12ແລ້ວຝົນກໍຕົກລົງມາໃສ່ໂລກຕະຫລອດສີ່ສິບວັນ ແລະ ສີ່ສິບຄືນ.
13ໃນວັນນັ້ນເອງ ໂນອາກັບເມຍ ແລະ ລູກຊາຍຂອງເພິ່ນຄື: ເຊມ, ຮາມ ແລະ ຢາເຟດ ລວມທັງລູກໃພ້ຂອງເພິ່ນທັງສາມຄົນກໍໄດ້ເຂົ້າໄປໃນເຮືອ. 14ພວກເຂົາໄດ້ນຳເອົາສັດປ່າທຸກຊະນິດຕາມຊະນິດຂອງມັນ, ສັດລ້ຽງທຸກຊະນິດຕາມຊະນິດຂອງມັນ, ສັດເລືອຄານທຸກຊະນິດຕາມຊະນິດຂອງມັນ, ນົກທຸກຊະນິດຕາມຊະນິດຂອງມັນ ແລະ ສັດປີກທຸກຊະນິດໄປນໍາ. 15ສິ່ງມີຊີວິດທຸກຊະນິດທີ່ມີລົມຫາຍໃຈແຫ່ງຊີວິດໄດ້ມາຫາໂນອາ ແລະ ເຂົ້າໄປໃນເຮືອເປັນຄູ່ໆ. 16ສັດທີ່ເຂົ້າໄປໃນນັ້ນມີທັງໂຕຜູ້ ແລະ ໂຕແມ່ຂອງສິ່ງມີຊີວິດຕາມທີ່ພຣະເຈົ້າໄດ້ສັ່ງໂນອາ. ແລ້ວພຣະເຈົ້າຢາເວກໍໄດ້ປິດເພິ່ນໄວ້ຢູ່ທາງໃນ.
17ນໍ້າຖ້ວມໂລກຕະຫລອດສີ່ສິບວັນ ແລະ ນ້ຳກໍເພີ່ມສູງຂຶ້ນຈົນຍູ້ເຮືອໃຫ້ລອຍຂຶ້ນຢູ່ເໜືອແຜ່ນດິນໂລກ. 18ປະລິມານນ້ຳໃນໂລກໄດ້ເພີ່ມຂຶ້ນ ແລະ ເພີ່ມຂຶ້ນຈຳນວນຫລວງຫລາຍ ແລະ ເຮືອກໍລອຍຢູ່ເທິງໜ້ານ້ຳ. 19ນ້ຳໄດ້ເພີ່ມຂຶ້ນຢ່າງຫລວງຫລາຍເທິງແຜ່ນດິນໂລກ ແລະ ພູເຂົາທີ່ສູງທັງໝົດຢູ່ໃຕ້ຟ້າສະຫວັນກໍໄດ້ຖືກປົກຄຸມດ້ວຍນໍ້າ. 20ນ້ຳໄດ້ຂຶ້ນສູງ ແລະ ປົກຄຸມເໜືອພູເຂົາຕ່າງໆຫລາຍກວ່າ 15 ສອກ.#7:20 ຫລື ປະມານ 6,8 ແມັດ#7:20 ຫລື ລະດັບນ້ຳສູງຂຶ້ນຫລາຍກວ່າ 15 ສອກ ແລະ ພູເຂົາຕ່າງໆກໍຖືກປົກຄຸມໄປດ້ວຍນໍ້າ 21ສິ່ງມີຊີວິດທຸກສິ່ງທີ່ເຄື່ອນໄຫວໄປມາເທິງໂລກກໍຈິບຫາຍໝົດ ຄືນົກ, ສັດລ້ຽງ, ສັດປ່າ, ສັດເລືອຄານ ແລະ ມະນຸດຊາດທັງໝົດ. 22ທຸກສິ່ງທີ່ຢູ່ເທິງບົກທີ່ມີລົມຫາຍໃຈແຫ່ງຊີວິດຢູ່ໃນຮູດັງກໍໄດ້ຕາຍໄປໝົດ. 23ສິ່ງທີ່ມີຊີວິດທຸກສິ່ງເທິງໂລກຖືກກວາດລ້າງໄປໝົດ; ບໍ່ວ່າຄົນ, ສັດ, ສັດເລືອຄານ ແລະ ນົກລ້ວນແຕ່ຖືກກວາດລ້າງໄປຈາກໂລກ. ຍັງເຫລືອພຽງແຕ່ໂນອາ ແລະ ສິ່ງທີ່ມີຊີວິດເຫລົ່ານັ້ນທີ່ຢູ່ກັບເພິ່ນໃນເຮືອ.
24ນ້ຳຖ້ວມໂລກເປັນເວລາ 150 ວັນ.
Currently Selected:
ປະຖົມມະການ 7: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: