YouVersion Logo
Search Icon

ປະຖົມມະການ 4

4
ກາອິນ ແລະ ອາເບັນ
1ອາດາມ#4:1 ຫລື ຊາຍ​ຜູ້​ນັ້ນ​ໄດ້​ສົມສູ່​ກັບ​ເອວາ​ເມຍ​ຂອງ​ລາວ, ນາງ​ຈຶ່ງ​ຖືພາ ແລະ ເກີດ​ລູກຊາຍ​ຊື່​ວ່າ​ກາອິນ.#4:1 ຄຳ​ວ່າ ກາອິນ ມີ​ສຽງ​ຄ້າຍ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມຫມາຍ​ວ່າ ໄດ້​ມາ ຫລື ໄດ້​ຮັບ ນາງ​ເວົ້າ​ວ່າ, “ຂ້ອຍ​ໄດ້​ລູກຊາຍ​ຄົນ​ນີ້​ມາ​ໂດຍ​ຄວາມ​ຊ່ວຍເຫລືອ​ຂອງ​ພຣະເຈົ້າ​ຢາເວ”. 2ຕໍ່ມາ​ນາງ​ກໍ​ເກີດ​ນ້ອງຊາຍ​ຂອງ​ລາວ​ຄື​ອາເບັນ.
ເວລາ​ນັ້ນ​ອາເບັນ​ເປັນ​ຄົນ​ຮັກສາ​ຝູງສັດ, ແລະ ກາອິນ​ເປັນ​ຄົນ​ເຮັດ​ໄຮ່​ເຮັດ​ນາ. 3ເມື່ອ​ເຖິງ​ລະດູ​ເກັບກ່ຽວ ກາອິນ​ກໍ​ໄດ້​ນຳ​ຜົນລະປູກ​ຈາກ​ໄຮ່​ນາ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ. 4ແລະ ອາເບັນ​ກໍ​ໄດ້​ນຳ​ເຄື່ອງຖວາຍ​ມາ​ເໝືອນກັນ​ຄື ສ່ວນ​ທີ່​ເປັນ​ໄຂມັນ​ຂອງ​ລູກ​ສັດ​ຫົວປີ​ທີ່​ດີ​ທີ່ສຸດ​ໃນ​ຝູງສັດ​ຂອງ​ລາວ. ພຣະເຈົ້າ​ຢາເວ ໄດ້​ເບິ່ງ​ດ້ວຍ​ຄວາມ​ພໍໃຈ​ໃນ​ອາເບັນ ແລະ ເຄື່ອງຖວາຍ​ຂອງ​ລາວ, 5ແຕ່​ສ່ວນ​ກາອິນ ແລະ ເຄື່ອງຖວາຍ​ຂອງ​ລາວ​ນັ້ນ ພຣະອົງ​ບໍ່​ໄດ້​ເບິ່ງ​ດ້ວຍ​ຄວາມ​ພໍໃຈ. ດັ່ງນັ້ນ ກາອິນ​ຈຶ່ງ​ໃຈຮ້າຍ​ຫລາຍ ແລະ ໃບໜ້າ​ຂອງ​ລາວ​ກໍ​ເສົ້າໝອງ.
6ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ກາອິນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ໃຈຮ້າຍ? ເປັນຫຍັງ​ໃບໜ້າ​ຂອງ​ເຈົ້າ​ຈຶ່ງ​ເສົ້າໝອງ? 7ຖ້າ​ເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ, ເຈົ້າ​ກໍ​ຈະ​ເປັນ​ທີ່​ຍອມຮັບ​ບໍ່​ແມ່ນ​ບໍ? ແຕ່​ຖ້າ​ເຈົ້າ​ບໍ່​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ, ຄວາມບາບ​ກໍ​ກຳລັງ​ໝອບ​ຢູ່​ທີ່​ປະຕູ​ເຮືອນ​ຂອງ​ເຈົ້າ; ຄວາມບາບ​ປາຖະໜາ​ຢາກ​ໄດ້​ເຈົ້າ ແຕ່​ເຈົ້າ​ຈະ​ຕ້ອງ​ຄວບຄຸມ​ເໜືອ​ຄວາມບາບ​ນັ້ນ”.
8ບັດນີ້ ກາອິນ​ໄດ້​ເວົ້າ​ກັບ​ອາເບັນ​ນ້ອງຊາຍ​ຂອງ​ຕົນ​ວ່າ, “ພວກເຮົາ​ພາກັນ​ອອກ​ໄປ​ທົ່ງນາ​ເທາະ”.#4:8 ສະບັບ​ພາສາ​ເຮັບເຣີ​ດັ້ງເດີມ ບໍ່​ມີ​ປະ​ໂຫຍກ​ທີ່​ວ່າ “ພວກເຮົາ​ພາກັນ​ອອກ​ໄປ​ທົ່ງນາ​ເທາະ” ໃນຂະນະ​ທີ່​ພວກເຂົາ​ຢູ່​ທົ່ງນາ​ນັ້ນ, ກາອິນ​ກໍ​ໄດ້​ທຳຮ້າຍ​ອາເບັນ​ນ້ອງຊາຍ​ຂອງ​ຕົນ ແລະ ໄດ້​ຂ້າ​ລາວ.
9ແລ້ວ​ພຣະເຈົ້າ​ຢາເວ​ຈຶ່ງ​ໄດ້​ກ່າວ​ຕໍ່​ກາອິນ​ວ່າ, “ອາເບັນ​ນ້ອງຊາຍ​ຂອງ​ເຈົ້າ​ຢູ່​ໃສ?”
ລາວ​ຕອບ​ວ່າ, “ຂ້ານ້ອຍ​ບໍ່​ຮູ້, ຂ້ານ້ອຍ​ເປັນ​ຜູ້​ເບິ່ງແຍງ​ນ້ອງຊາຍ​ຂອງ​ຂ້ານ້ອຍ​ບໍ?”
10ພຣະເຈົ້າ​ຢາເວ​ກ່າວ​ວ່າ, “ເຈົ້າ​ໄດ້​ເຮັດ​ຫຍັງ? ຈົ່ງ​ຟັງ​ໃຫ້​ດີ! ເລືອດ​ຂອງ​ນ້ອງຊາຍ​ຂອງ​ເຈົ້າ​ຮ້ອງ​ຂຶ້ນ​ຈາກ​ແຜ່ນດິນ​ມາ​ເຖິງ​ເຮົາ. 11ບັດນີ້ ເຈົ້າ​ຢູ່​ພາຍໃຕ້​ການ​ສາບແຊ່ງ ແລະ ຖືກ​ຂັບໄລ່​ອອກ​ຈາກ​ແຜ່ນດິນ ເຊິ່ງ​ເປີດ​ອອກ​ເພື່ອ​ຮັບ​ເອົາ​ເລືອດ​ຂອງ​ນ້ອງຊາຍ​ຂອງ​ເຈົ້າ​ຈາກ​ມື​ຂອງ​ເຈົ້າ. 12ເມື່ອ​ເຈົ້າ​ຄາດ​ໄຖ​ດິນ, ດິນ​ຈະ​ບໍ່​ໃຫ້​ຜົນຜະລິດ​ແກ່​ເຈົ້າ​ອີກ​ຕໍ່ໄປ. ເຈົ້າ​ຈະ​ເປັນ​ຄົນ​ພະເນຈອນ​ໄປ​ໃນ​ໂລກ”.
13ກາອິນ​ໄດ້​ເວົ້າ​ຕໍ່​ພຣະເຈົ້າ​ຢາເວ​ວ່າ, “ໂທດ​ຂອງ​ຂ້ານ້ອຍ​ໜັກ​ເກີນ​ກວ່າ​ຂ້ານ້ອຍ​ຈະ​ຮັບໄດ້. 14ໃນ​ວັນ​ນີ້​ພຣະອົງ​ຂັບໄລ່​ຂ້ານ້ອຍ​ອອກ​ຈາກ​ແຜ່ນດິນ ແລະ ຂ້ານ້ອຍ​ຈະ​ຖືກ​ເຊື່ອງ​ໄວ້​ໃຫ້​ພົ້ນ​ຈາກ​ພຣະອົງ, ຂ້ານ້ອຍ​ຈະ​ເປັນ​ຄົນ​ພະເນຈອນ​ໄປ​ໃນ​ໂລກ ແລະ ຜູ້ໃດ​ກໍ​ຕາມ​ທີ່​ພົບ​ເຫັນ​ຂ້ານ້ອຍ​ກໍ​ຈະ​ຂ້າ​ຂ້ານ້ອຍ”.
15ແຕ່​ພຣະເຈົ້າ​ຢາເວ​ກ່າວ​ຕໍ່​ລາວ​ວ່າ, “ບໍ່​ແມ່ນ​ຢ່າງ​ນັ້ນ, ຖ້າ​ຜູ້ໃດ​ຂ້າ​ກາອິນ​ຈະ​ທົນທຸກທໍລະມານ​ກັບ​ການ​ແກ້ແຄ້ນ​ຄືນ​ຫລາຍ​ກວ່າ​ເຈັດ​ເທົ່າ”. ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ໃສ່​ເຄື່ອງໝາຍ​ໄວ້​ທີ່​ຕົວ​ຂອງ​ກາອິນ​ເພື່ອ​ບໍ່​ໃຫ້​ຜູ້​ທີ່​ພົບ​ເຫັນ​ລາວ​ແລ້ວ​ຂ້າ​ລາວ. 16ດັ່ງນັ້ນ ກາອິນ​ຈຶ່ງ​ອອກ​ໄປ​ຈາກ​ການ​ສະຖິດ​ຂອງ​ພຣະເຈົ້າ​ຢາເວ ແລະ ໄປ​ອາໄສ​ຢູ່​ໃນ​ດິນແດນ​ໂນດ,#4:16 ແປ​ວ່າ ພະເນຈອນ (ເບິ່ງ​ຂໍ້ 12 ແລະ 14) ຢູ່​ທາງ​ທິດຕາເວັນອອກ​ຂອງ​ເອເດນ.
17ກາອິນ​ໄດ້​ສົມສູ່​ກັບ​ເມຍ​ຂອງ​ຕົນ, ແລ້ວ​ນາງ​ຈຶ່ງ​ຖືພາ ແລະ ເກີດ​ລູກຊາຍ​ຊື່​ວ່າ​ເອນົກ. ຕໍ່ມາ​ກາອິນ​ກໍ​ໄດ້​ສ້າງ​ເມືອງ​ຂຶ້ນ, ແລ້ວ​ລາວ​ຈຶ່ງ​ຕັ້ງ​ຊື່​ເມືອງ​ນັ້ນ​ວ່າ​ເອນົກ​ຕາມ​ຊື່​ລູກຊາຍ​ຂອງ​ຕົນ. 18ເອນົກ​ມີ​ລູກຊາຍ​ຊື່​ອີຣາດ ແລະ ອີຣາດ​ເປັນ​ພໍ່​ຂອງ​ເມຮູຢາເອນ ແລະ ເມຮູຢາເອນ​ເປັນ​ພໍ່​ຂອງ​ເມທູຊາເອນ ແລະ ເມທູຊາເອນ​ເປັນ​ພໍ່​ຂອງ​ລາເມັກ.
19ລາເມັກ​ໄດ້​ແຕ່ງງານ​ກັບ​ຍິງ​ສອງ​ຄົນ, ຄົນ​ໜຶ່ງ​ຊື່​ອາດາ ອີກ​ຄົນ​ໜຶ່ງ​ຊື່​ຊິນລາ. 20ອາດາ​ໄດ້​ເກີດ​ລູກຊາຍ​ຊື່​ວ່າ​ຢາບານ ລາວ​ເປັນ​ພໍ່​ຂອງ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ເຕັນ ແລະ ລ້ຽງສັດ. 21ນ້ອງຊາຍ​ຂອງ​ລາວ​ຊື່​ຢູບານ ລາວ​ເປັນ​ພໍ່​ຂອງ​ຄົນ​ດີດ​ພິນ ແລະ ເປົ່າ​ຂຸ່ຍ. 22ສ່ວນ​ຊິນລາ​ກໍ​ມີ​ລູກຊາຍ​ຄົນ​ໜຶ່ງ​ຊື່​ຕູບາກາອິນ ເປັນ​ຜູ້​ເຮັດ​ເຄື່ອງມື​ເຄື່ອງໃຊ້​ທັງໝົດ​ຈາກ#4:22 ຫລື ພວກເຂົາ​ສອນ​ທຸກຄົນ​ທີ່​ເຮັດວຽກ​ຢູ່​ໃນ​ທອງສຳລິດ ແລະ ເຫລັກ. ຕູບາກາອິນ​ມີ​ນ້ອງສາວ​ຊື່​ນາອາມາ.
23ລາເມັກ​ໄດ້​ເວົ້າ​ກັບ​ເມຍ​ທັງ​ສອງ​ຂອງ​ລາວ​ວ່າ,
“ອາດາ ແລະ ຊິນລາ ຈົ່ງ​ຟັງ​ຂ້ອຍ,
ບັນດາ​ເມຍ​ຂອງ​ລາເມັກ​ເອີຍ, ຈົ່ງ​ຟັງ​ຄຳ​ຂອງ​ຂ້ອຍ.
ຂ້ອຍ​ໄດ້​ຂ້າ​ຊາຍ​ຄົນ​ໜຶ່ງ​ທີ່​ທຳຮ້າຍ​ຂ້ອຍ,
ຊາຍໜຸ່ມ​ຄົນ​ໜຶ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ບາດເຈັບ.
24ຖ້າ​ກາອິນ​ໄດ້​ຮັບ​ການ​ແກ້ແຄ້ນ​ເຈັດ​ເທົ່າ,
ແລ້ວ​ລາເມັກ​ກໍ​ຈະ​ໄດ້​ຮັບ​ການ​ແກ້ແຄ້ນ​ເຈັດສິບເຈັດ​ເທົ່າ”.
25ອາດາມ​ໄດ້​ຮ່ວມ​ຫລັບນອນ​ກັບ​ເມຍ​ຂອງ​ລາວ​ອີກ ແລະ ນາງ​ໄດ້​ເກີດ​ລູກຊາຍ​ອີກ​ຄົນ​ໜຶ່ງ ແລະ ຕັ້ງຊື່​ໃຫ້​ລາວ​ວ່າ​ເຊດ#4:25 ອາດ​ມີ​ຄວາມໝາຍ​ວ່າ ມອບໃຫ້ ນາງ​ໄດ້​ກ່າວ​ວ່າ “ພຣະເຈົ້າ​ໄດ້​ໃຫ້​ລູກຊາຍ​ອີກ​ຄົນ​ໜຶ່ງ​ແທນ​ອາເບັນ​ເພາະ​ກາອິນ​ໄດ້​ຂ້າ​ລາວ”. 26ເຊດ​ກໍ​ມີ​ລູກຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເອໂນດ.
ໃນ​ເວລາ​ນັ້ນ​ຄົນ​ໄດ້​ເລີ່ມ​ຮ້ອງ​ອອກ#4:26 ຫລື ປະກາດ​ນາມ​ພຣະເຈົ້າ​ຢາເວ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in