ລູກາ 10
10
ພຣະເຢຊູເຈົ້າໃຊ້ເຈັດສິບສອງຄົນອອກໄປ
1ຫລັງຈາກເຫດການເຫຼົ່ານີ້ແລ້ວ ອົງພຣະຜູ້ເປັນເຈົ້າກໍໄດ້ເລືອກເອົາເຈັດສິບສອງ ຄົນຕື່ມອີກ ແລະໃຊ້ພວກເພິ່ນອອກໄປເປັນໝູ່ ລະສອງຄົນ ເພື່ອໄປກ່ອນໜ້າພຣະອົງໃນທຸກເມືອງແລະທຸກບ້ານ ທີ່ພຣະອົງກຳລັງຈະເຂົ້າໄປນັ້ນ. 2ພຣະອົງຊົງກ່າວກັບພວກເພິ່ນວ່າ, “ເຂົ້າທີ່ຈະກ່ຽວກໍມີຫລາຍແທ້ ແຕ່ຄົນງານມີໜ້ອຍຢູ່ ເພາະສະນັ້ນ ພວກເຈົ້າຈົ່ງພາວັນນາອະທິຖານຕໍ່ຜູ້ເປັນເຈົ້າຂອງນາ ໃຫ້ນຳຄົນງານມາໃນການເກັບກ່ຽວຂອງຕົນເສຍ. 3ຈົ່ງໄປສາ ເຮົາໃຊ້ພວກເຈົ້າໄປເໝືອນດັ່ງລູກແກະຢູ່ໃນທ່າມກາງຝູງໝາໄນ. 4ຢ່າຖືຖົງເງິນ ຫລືຖືຖົງເຄື່ອງ ຫລືຖືເກີບໄປນຳ ຢ່າຢຸດຄຳນັບຜູ້ໃດຕາມທາງ. 5ບໍ່ວ່າພວກເຈົ້າຈະເຂົ້າໄປໃນເຮືອນຫລັງໃດກໍຕາມ ກ່ອນອື່ນໃຫ້ກ່າວອວຍພອນວ່າ, ‘ສັນຕິສຸກ ຈົ່ງມີແກ່ເຮືອນຫລັງນີ້.’ 6ຖ້າມີຄົນຮັກສັນຕິສຸກອາໄສຢູ່ໃນຄອບຄົວນີ້ ສັນຕິສຸກກໍຈະຢູ່ກັບຜູ້ນັ້ນ, ຖ້າບໍ່ມີ ສັນຕິສຸກນັ້ນຈະກັບຄືນມາຫາເຈົ້າອີກ. 7ຈົ່ງຢູ່ໃນເຮືອນຫລັງນັ້ນ ກິນແລະດື່ມຕາມທີ່ເຂົາມີຢູ່. ດ້ວຍວ່າ, ຄົນງານກໍຄວນຈະໄດ້ຮັບຄ່າແຮງງານຂອງຕົນ ຢ່າຍ້າຍຈາກເຮືອນນີ້ເຂົ້າໄປຢູ່ເຮືອນອື່ນ. 8ບໍ່ວ່າພວກເຈົ້າຈະເຂົ້າໄປໃນເມືອງໃດກໍຕາມ ແລະໄທເມືອງຍິນດີຕ້ອນຮັບພວກເຈົ້າ ຈົ່ງກິນຕາມທີ່ເຂົາຈັດຫາໃຫ້. 9ຈົ່ງເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍຢູ່ໃນເມືອງນັ້ນດີພະຍາດ ແລະປະກາດແກ່ຊາວເມືອງວ່າ, ‘ອານາຈັກຂອງພຣະເຈົ້າໄດ້ມາໃກ້ທ່ານທັງຫລາຍແລ້ວ.’ 10ເມື່ອໃດກໍຕາມທີ່ພວກເຈົ້າເຂົ້າໄປໃນເມືອງໜຶ່ງ ແລະໄທເມືອງນັ້ນບໍ່ຍິນດີຕ້ອນຮັບພວກເຈົ້າ ຈົ່ງອອກໄປທີ່ກາງຖະໜົນຂອງເມືອງນັ້ນ ແລະເວົ້າວ່າ, 11‘ແມ່ນແຕ່ຂີ້ຝຸ່ນດິນຂອງເມືອງນີ້ ທີ່ຕິດຕີນຂອງພວກເຮົາ, ພວກເຮົາກໍຈະປັດອອກຕໍ່ສູ້ພວກເຈົ້າ; ແຕ່ຈົ່ງຈຳໄວ້ວ່າ ອານາຈັກຂອງພຣະເຈົ້າມາໃກ້ພວກເຈົ້າແລ້ວ’ 12ເຮົາບອກພວກເຈົ້າວ່າ ໃນວັນພິພາກສາ ໂທດຂອງເມືອງໂຊໂດມ ກໍຈະເບົາກວ່າໂທດຂອງເມືອງນີ້.”
ຊົງຕິຕ້ຽນເມືອງຕ່າງໆທີ່ບໍ່ຍອມເຊື່ອ
(ມທ 11:20-24)
13“ວິບັດແກ່ເຈົ້າ ເມືອງໂຂຣາຊິນເອີຍ ເມືອງເບັດສາອີດາກໍເຊັ່ນດຽວກັນ ວິບັດສຳລັບເຈົ້າ ຖ້າການອັດສະຈັນທີ່ໄດ້ຖືກກະທຳໃນເມືອງຂອງເຈົ້າ ໄດ້ຖືກກະທຳທີ່ເມືອງຕີເຣ ແລະ ຊີໂດນແລ້ວ ປະຊາຊົນໃນເມືອງເຫຼົ່ານີ້ກໍຄົງຈະນັ່ງລົງ ນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ໃຊ້ຂີ້ເທົ່າໂຮຍຫົວແຕ່ດົນນານມາແລ້ວ ເພື່ອສະແດງໃຫ້ເຫັນວ່າ ພວກເຂົາຖິ້ມໃຈເກົ່າເອົາໃຈໃໝ່, 14ໃນມື້ທີ່ພຣະເຈົ້າຕັດສິນທຸກຄົນ, ພຣະອົງຈະລົງໂທດປະຊາຊົນໃນເມືອງ ໂຂຣາຊິນ ແລະ ເບັດສາອີດາ ເພີ່ມເຕີມ. ຮ້າຍແຮງກວ່າຄົນໃນເມືອງຕີເຣແລະເມືອງຊີໂດນ. 15ສ່ວນເຈົ້າ ເມືອງກາເປນາອູມເອີຍ ເຈົ້າຢາກຈະຍົກຕົວຂຶ້ນໃຫ້ສູງພຽງຟ້າພຸ້ນບໍ? ເຈົ້າຈະຖືກຖິ້ມລົງສູ່ບຶງໄຟນະຣົກ.”
16ຜູ້ໃດທີ່ຟັງພວກເຈົ້າ ກໍໄດ້ຟັງເຮົາ ຜູ້ໃດທີ່ບໍ່ຍອມຮັບພວກເຈົ້າ ກໍບໍ່.
ພວກເຈັດສິບສອງຄົນກັບຄືນມາ
17ຕໍ່ມາ ພວກເຈັດສິບສອງ ຄົນນັ້ນກໍກັບຄືນມາດ້ວຍຄວາມຊົມຊື່ນຍິນດີທີ່ສຸດ ພວກເຂົາເວົ້າວ່າ, “ພຣະອົງເຈົ້າເອີຍ ແມ່ນແຕ່ບັນດາຜີມານຮ້າຍ ກໍເຊື່ອຟັງພວກຂ້ານ້ອຍ ເມື່ອພວກຂ້ານ້ອຍສັ່ງມັນໃນນາມຂອງທ່ານ.”
18ພຣະເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ເຮົາໄດ້ເຫັນມານຊາຕານຕົກລົງຈາກຟ້າ ດັ່ງຟ້າແມບ. 19ເບິ່ງແມ! ເຮົາໄດ້ໃຫ້ພວກເຈົ້າມີສິດອຳນາດຢຽບງູ ແລະແມງງອດ ແລະໃຫ້ມີຣິດອຳນາດເໜືອກຳລັງຂອງສັດຕູ ແລະບໍ່ມີສິ່ງໃດ ຈະເຮັດອັນຕະລາຍແກ່ພວກເຈົ້າໄດ້. 20ແຕ່ຢ່າໄດ້ຍິນດີຢູ່ໃນສິ່ງເຫຼົ່ານີ້ ຄືເພາະຜີຊົ່ວຮ້າຍຍອມເຊື່ອຟັງພວກເຈົ້າ, ແຕ່ຈົ່ງຊົມຊື່ນຍິນດີ ເພາະຊື່ຂອງພວກເຈົ້າໄດ້ຈົດໄວ້ແລ້ວໃນສະຫວັນ.”
ພຣະເຈົ້າຊົມເຊີຍຍິນດີ
(ມທ 11:25-27; 13:16-17)
21ໃນເວລາໂມງນັ້ນ ພຣະເຢຊູເຈົ້າຊົງມີຄວາມຊື່ນຊົມຍີນດີ ດ້ວຍພຣະວິນຍານບໍຣິສຸດເຈົ້າຈຶ່ງຊົງກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ອົງເປັນອົງພຣະຜູ້ເປັນເຈົ້າຂອງສະຫວັນ ແລະແຜ່ນດິນໂລກ, ຂ້ານ້ອຍສັນລະເສີນພຣະອົງ ເພາະພຣະອົງໄດ້ຊົງປົກບັງສິ່ງເຫຼົ່ານີ້ໄວ້ ຈາກຜູ້ມີປັນຍາ ແລະຜູ້ສະຫລາດ, ແຕ່ໄດ້ຊົງສຳແດງໃຫ້ແກ່ພວກເດັກນ້ອຍຮູ້ ຂ້າແດ່ພຣະບິດາເຈົ້າ ພຣະອົງຊົງເຫັນຊອບດັ່ງນັ້ນ.”
22“ພຣະບິດາເຈົ້າຂອງເຮົາໄດ້ຊົງມອບສິ່ງສາລະພັດໃຫ້ແກ່ເຮົາ ບໍ່ມີຜູ້ໃດຮູ້ພຣະບຸດ ນອກຈາກພຣະບິດາເຈົ້າ ແລະບໍ່ມີຜູ້ໃດຮູ້ພຣະບິດາເຈົ້າ ນອກຈາກພຣະບຸດ ແລະຜູ້ທີ່ພຣະບຸດຢາກຈະເປີດເຜີຍໃຫ້ຮູ້.” 23ແລ້ວພຣະເຢຊູເຈົ້າກໍຫັນໄປທາງພວກສາວົກ ແລະກ່າວແກ່ພວກເພິ່ນໂດຍສະເພາະວ່າ, “ຕາທັງຫລາຍ ທີ່ໄດ້ເຫັນການຊຶ່ງພວກເຈົ້າໄດ້ເຫັນນັ້ນກໍເປັນສຸກ 24ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ‘ຜູ້ທຳນວາຍ ແລະກະສັດຫລາຍຄົນ ຢາກເຫັນສິ່ງທີ່ພວກເຈົ້າເຫັນ ແຕ່ພວກເຂົາບໍ່ໄດ້ເຫັນ ແລະຢາກໄດ້ຍິນສິ່ງທີ່ພວກເຈົ້າໄດ້ຍິນ ແຕ່ພວກເຂົາບໍ່ໄດ້ຍິນ.’”
ຄຳອຸປະມາຂອງຊາວສະມາເຣຍໃຈດີ
25ຄັ້ງໜຶ່ງ ມີທຳບັນດິດຄົນໜຶ່ງ ໄດ້ຢືນຂຶ້ນເພື່ອທົດລອງພຣະເຢຊູເຈົ້າ ລາວຖາມວ່າ, “ອາຈານເອີຍ, ຂ້ານ້ອຍຈະຕ້ອງເຮັດຢ່າງໃດ ຈຶ່ງຈະໄດ້ຮັບຊີວິດນິຣັນດອນ?”
26ພຣະເຢຊູເຈົ້າຕອບລາວແບບຖາມຄືນວ່າ, “ກົດບັນຍັດຂອງໂມເຊມີຂຽນໄວ້ວ່າແນວໃດ? ເມື່ອທ່ານອ່ານແລ້ວ ເຂົ້າໃຈແນວໃດ?”
27ແລ້ວຊາຍຜູ້ນັ້ນກໍຕອບວ່າ, “ຈົ່ງຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ດ້ວຍສຸດໃຈ ດ້ວຍສຸດຈິດ ດ້ວຍສຸດກຳລັງ ແລະດ້ວຍສຸດຄວາມຄິດຂອງເຈົ້າ” ແລະ “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”
28ພຣະເຢຊູເຈົ້າຕອບວ່າ, “ທ່ານຕອບຖືກແລ້ວ ຈົ່ງປະຕິບັດຕາມນີ້ ແລະທ່ານຈະໄດ້ຊີວິດ.”
29ແຕ່ທຳບັນດິດຄົນນັ້ນ ຢາກສະແດງວ່າຕົນເປັນຄົນສິນທຳ ຈຶ່ງຖາມພຣະເຢຊູເຈົ້າຕື່ມວ່າ, “ແມ່ນຜູ້ໃດເປັນເພື່ອນບ້ານຂອງຂ້ານ້ອຍ?”
30ພຣະເຢຊູເຈົ້າໃຫ້ຄຳຕອບແກ່ລາວດັ່ງນີ້ວ່າ, “ຍັງມີຊາຍຄົນໜຶ່ງ ລົງຈາກນະຄອນເຢຣູຊາເລັມໄປທີ່ເມືອງເຢຣີໂກ ແລະຕົກຢູ່ໃນກຳມືຂອງພວກນັກປຸ້ນ, ພວກນັກປຸ້ນໄດ້ເອົາທຸກສິ່ງທີ່ຊາຍຜູ້ນັ້ນມີ ທັງຕົບຕີລາວ ແລະປະຖິ້ມໄວ້ເກືອບຕາຍ 31ຍັງມີປະໂຣຫິດຄົນໜຶ່ງ ໄດ້ລົງໄປຕາມທາງນັ້ນ ເມື່ອເຫັນຄົນນີ້ແລ້ວກໍຍ່າງເວັ້ນກາຍໄປຟາກອື່ນ. 32ໃນທຳນອງດຽວກັນ ມີຄົນເລວີຜູ້ໜຶ່ງລົງໄປຕາມທາງນັ້ນ ແລະເຫັນລາວ ກໍຍ່າງເວັ້ນຂ້າມທາງຟາກອື່ນກາຍໄປເໝືອນກັນ. 33ແຕ່ມີຊາວຊາມາເຣຍຄົນໜຶ່ງ ທີ່ເດີນທາງມາພໍ້ຊາຍຄົນນີ້ ແລະເມື່ອເຫັນລາວແລ້ວ ກໍມີໃຈເມດຕາສົງສານ. 34ລາວຈຶ່ງເຂົ້າໄປຊ່ວຍເອົານ້ຳມັນ ແລະເຫຼົ້າອະງຸ່ນຖອກໃສ່ບາດແຜ ແລະເອົາຜ້າພັນບາດໃຫ້ ແລ້ວກໍໂຈມຊາຍຄົນນັ້ນ ຂຶ້ນຂີ່ເທິງຫລັງສັດຂອງຕົນ ນຳໄປຮອດໂຮງແຮມ ແລະເອົາໃຈໃສ່ບົວລະບັດລາວ. 35ວັນຕໍ່ມາ ລາວໄດ້ເອົາເງິນສອງຫລຽນໃຫ້ເຈົ້າຂອງໂຮງແຮມ ແລະສັ່ງວ່າ, ‘ຈົ່ງຊ່ວຍເບິ່ງແຍງຊາຍຄົນນີ້ໃຫ້ດີ ຖ້າເຈົ້າຈ່າຍເກີນນີ້ໄປເທົ່າໃດ ເມື່ອຂ້ອຍກັບມາ ຂ້ອຍຈະຈ່າຍຄືນໃຫ້.’
36ໃນສາມຄົນນີ້ ແມ່ນຜູ້ໃດທີ່ເປັນເພື່ອນບ້ານຂອງຄົນທີ່ຖືກພວກໂຈນປຸ້ນນັ້ນ?”
37ທຳບັນດິດຄົນນັ້ນຕອບວ່າ, “ແມ່ນຜູ້ທີ່ມີໃຈເມດຕາສົງສານຕໍ່ລາວ.” ພຣະເຢຊູເຈົ້າກ່າວແນະນຳວ່າ, “ທ່ານຈົ່ງໄປເຮັດຢ່າງນັ້ນເໝືອນກັນ.”
ພຣະເຢຊູເຈົ້າຢ້ຽມຢາມມາທາແລະມາຣີ
38ຂະນະທີ່ພຣະເຢຊູເຈົ້າເດີນທາງໄປກັບພວກສາວົກຂອງພຣະອົງ, ພຣະອົງກໍມາຮອດບ້ານແຫ່ງໜຶ່ງ ໃນທີ່ນັ້ນມີຍິງຄົນໜຶ່ງຊື່ ມາທາ ແລະນາງໄດ້ຕ້ອນຮັບພຣະອົງເຂົ້າໄປໃນເຮືອນຂອງຕົນ. 39ມາທາມີນ້ອງສາວຄົນໜຶ່ງຊື່ວ່າ ມາຣີ ຜູ້ຊຶ່ງມານັ່ງຢູ່ໃກ້ຕີນຂອງອົງພຣະຜູ້ເປັນເຈົ້າ ແລະຟັງຖ້ອຍຄຳຂອງພຣະອົງ. 40ສ່ວນມາທານັ້ນ ເມົາແຕ່ວຸ້ນວາຍຢູ່ກັບວຽກບ້ານການເຮືອນຕັ້ງຫລາຍຢ່າງທີ່ຕົນຕ້ອງເຮັດ. ດັ່ງນັ້ນ ນາງຈຶ່ງມາຫາພຣະອົງ ແລະເວົ້າວ່າ, “ພຣະອົງເຈົ້າເອີຍ ທ່ານບໍ່ສົນໃຈບໍ ທີ່ນ້ອງສາວຂອງຂ້ານ້ອຍ ປະໃຫ້ຂ້ານ້ອຍເຮັດວຽກທັງໝົດນີ້ແຕ່ຜູ້ດຽວ? ຈົ່ງບອກນາງໃຫ້ມາຊ່ວຍຂ້ານ້ອຍແດ່.”
41ແຕ່ອົງພຣະຜູ້ເປັນເຈົ້າຕອບນາງວ່າ, “ມາທາ-ມາທາເອີຍ ເຈົ້າກັງວົນ ແລະມົວວຸ້ນວາຍຢູ່ກັບຫລາຍສິ່ງແທ້ໜໍ 42ສິ່ງທີ່ຈຳເປັນນັ້ນ ກໍມີແຕ່ສິ່ງດຽວ ມາຣີໄດ້ເລືອກເຮັດສິ່ງທີ່ສຳຄັນແລ້ວ ແລະບໍ່ມີຜູ້ໃດທີ່ຈະຍາດເອົາສິ່ງນີ້ໄປຈາກນາງໄດ້.”
Currently Selected:
ລູກາ 10: BGL
Highlight
Share
Compare
Copy
Want to have your highlights saved across all your devices? Sign up or sign in
Bor (Bo) (ບໍ່)Bible by Beyond Translation is licensed under Creative Commons Attribution-ShareAlike 4.0 License.