1
ລູກາ 10:19
ພຣະຄໍ ພສັກສັດ ບໍ່
BGL
ເບິ່ງແມ! ເຮົາໄດ້ໃຫ້ພວກເຈົ້າມີສິດອຳນາດຢຽບງູ ແລະແມງງອດ ແລະໃຫ້ມີຣິດອຳນາດເໜືອກຳລັງຂອງສັດຕູ ແລະບໍ່ມີສິ່ງໃດ ຈະເຮັດອັນຕະລາຍແກ່ພວກເຈົ້າໄດ້.
Compare
Explore ລູກາ 10:19
2
ລູກາ 10:41-42
ແຕ່ອົງພຣະຜູ້ເປັນເຈົ້າຕອບນາງວ່າ, “ມາທາ-ມາທາເອີຍ ເຈົ້າກັງວົນ ແລະມົວວຸ້ນວາຍຢູ່ກັບຫລາຍສິ່ງແທ້ໜໍ ສິ່ງທີ່ຈຳເປັນນັ້ນ ກໍມີແຕ່ສິ່ງດຽວ ມາຣີໄດ້ເລືອກເຮັດສິ່ງທີ່ສຳຄັນແລ້ວ ແລະບໍ່ມີຜູ້ໃດທີ່ຈະຍາດເອົາສິ່ງນີ້ໄປຈາກນາງໄດ້.”
Explore ລູກາ 10:41-42
3
ລູກາ 10:27
ແລ້ວຊາຍຜູ້ນັ້ນກໍຕອບວ່າ, “ຈົ່ງຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ດ້ວຍສຸດໃຈ ດ້ວຍສຸດຈິດ ດ້ວຍສຸດກຳລັງ ແລະດ້ວຍສຸດຄວາມຄິດຂອງເຈົ້າ” ແລະ “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”
Explore ລູກາ 10:27
4
ລູກາ 10:2
ພຣະອົງຊົງກ່າວກັບພວກເພິ່ນວ່າ, “ເຂົ້າທີ່ຈະກ່ຽວກໍມີຫລາຍແທ້ ແຕ່ຄົນງານມີໜ້ອຍຢູ່ ເພາະສະນັ້ນ ພວກເຈົ້າຈົ່ງພາວັນນາອະທິຖານຕໍ່ຜູ້ເປັນເຈົ້າຂອງນາ ໃຫ້ນຳຄົນງານມາໃນການເກັບກ່ຽວຂອງຕົນເສຍ.
Explore ລູກາ 10:2
5
ລູກາ 10:36-37
ໃນສາມຄົນນີ້ ແມ່ນຜູ້ໃດທີ່ເປັນເພື່ອນບ້ານຂອງຄົນທີ່ຖືກພວກໂຈນປຸ້ນນັ້ນ?” ທຳບັນດິດຄົນນັ້ນຕອບວ່າ, “ແມ່ນຜູ້ທີ່ມີໃຈເມດຕາສົງສານຕໍ່ລາວ.” ພຣະເຢຊູເຈົ້າກ່າວແນະນຳວ່າ, “ທ່ານຈົ່ງໄປເຮັດຢ່າງນັ້ນເໝືອນກັນ.”
Explore ລູກາ 10:36-37
6
ລູກາ 10:3
ຈົ່ງໄປສາ ເຮົາໃຊ້ພວກເຈົ້າໄປເໝືອນດັ່ງລູກແກະຢູ່ໃນທ່າມກາງຝູງໝາໄນ.
Explore ລູກາ 10:3