YouVersion Logo
Search Icon

ເຊກາຣີຢາ 14

14
ພຣະເຈົ້າ​ຢາເວ​ມາ​ຄອງ​ບັນລັງ
1ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ໃກ້​ຈະ​ມາ​ເຖິງ​ແລ້ວ, ເຢຣູຊາເລັມ, ເມື່ອ​ຊັບສົມບັດ​ຂອງ​ພວກເຈົ້າ​ຈະ​ຖືກ​ປຸ້ນ ແລະ ຖືກ​ແບ່ງປັນ​ພາຍ​ໃນ​ກໍາແພງ​ຂອງ​ພວກເຈົ້າ.
2ເຮົາ​ຈະ​ຮວບຮວມ​ປະຊາຊາດ​ທັງ​ໝົດ​ມາ​ສູ້ຮົບ​ກັບ​ເຢຣູຊາເລັມ; ນະຄອນ​ນັ້ນ​ຈະ​ຖືກ​ຢຶດ, ບ້ານເຮືອນ​ຖືກ​ປຸ້ນ, ພວກ​ແມ່ຍິງ​ຖືກ​ຂົ່ມຂືນ. ປະຊາຊົນ​ເຄິ່ງ​ເມືອງ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ, ສ່ວນ​ທີ່​ເຫລືອ​ຈະ​ບໍ່​ຖືກ​ຈັບ​ໄປ​ຈາກ​ເມືອງ​ນັ້ນ. 3ແລ້ວ​ພຣະເຈົ້າ​ຢາເວ​ຈະ​ມາ​ຕໍ່ສູ້​ກັບ​ຊົນຊາດ​ເຫລົ່ານັ້ນ​ດັ່ງ​ໃນ​ວັນ​ແຫ່ງ​ການ​ສູ້ຮົບ. 4ໃນ​ວັນ​ນັ້ນ​ພຣະອົງ​ຈະ​ວາງ​ຕີນ​ເທິງ​ພູເຂົາ​ໝາກກອກ, ທາງ​ຕາເວັນ​ອອກ​ຂອງ​ນະຄອນ​ເຢຣູຊາເລັມ, ແລະ ພູເຂົາ​ໝາກກອກ​ຈະ​ແຍກ​ອອກ​ເປັນ​ສອງ​ສ່ວນ, ຈາກ​ຕາເວັນ​ອອກ​ເຖິງ​ຕາເວັນ​ຕົກ, ເຮັດ​ໃຫ້​ເກີດ​ຮ່ອມພູ​ທີ່​ກວ້າງ​ໃຫຍ່, ໂດຍ​ເຄິ່ງ​ໜຶ່ງ​ຂອງ​ພູເຂົາ​ຈະ​ເຄື່ອນ​ໄປ​ທາງ​ທິດ​ເໜືອ ອີກ​ເຄິ່ງ​ໜຶ່ງ​ເຄື່ອນ​ໄປ​ທາງ​ໃຕ້. 5ເຈົ້າ​ຈະ​ໜີ​ໄປ​ທາງ​ຮ່ອມພູ​ຂອງ​ເຮົາ, ເພາະ​ມັນ​ຈະ​ຂະຫຍາຍ​ຍາວ​ໄປ​ເຖິງ​ອາເຊນ. ເຈົ້າ​ຈະ​ໜີ​ເໝືອນ​ໜີ​ຈາກ​ແຜ່ນດິນ​ໄຫວ#14:5 ຫລື 5 ຮ່ອມພູ​ຂອງ​ເຮົາ​ຈະ​ຖືກ​ປິດ​ກັ້ນ ແລະ ຈະ​ຍາວ​ໄປ​ເຖິງ​ອາເຊນ ມັນ​ຈະ​ຖືກ​ປິດ​ກັ້ນ​ເໝືອນ​ຢ່າງ​ທີ່​ມັນ​ເຄີຍ​ຖືກ​ປິດ​ກັ້ນ​ເພາະ​ແຜ່ນດິນ​ໄຫວ​ໃນ​ສະໄໝ​ກະສັດ​ອຸດຊີຢາ​ແຫ່ງ​ຢູດາ. ແລ້ວ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ມາ​ພ້ອມ​ຜູ້​ບໍລິສຸດ​ທັງໝົດ​ທີ່​ຢູ່​ກັບ​ພຣະອົງ.
6ໃນ​ວັນ​ນັ້ນ​ຈະ​ບໍ່​ມີ​ຄວາມ​ສະຫວ່າງ ຫລື ຄວາມ​ໜາວ​ເຢັນ, ຄວາມ​ມືດ​ທີ່​ໜາວ​ຈັດ. 7ມັນ​ຈະ​ເປັນ​ວັນ​ພິເສດ ເປັນ​ວັນ​ທີ່​ມີ​ພຽງ​ພຣະເຈົ້າ​ຢາເວ​ເທົ່ານັ້ນ​ທີ່​ຮູ້ ເຊິ່ງ​ບໍ່​ມີ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ກາງ​ເວັນ ແລະ ກາງ​ຄືນ. ເມື່ອ​ຮອດ​ຍາມ​ແລງ, ຍັງ​ຈະ​ແຈ້ງ​ຄື​ກາງ​ເວັນ.
8ໃນ​ວັນ​ນັ້ນ​ນ້ຳ​ແຫ່ງ​ຊີວິດ​ຈະ​ໄຫລ​ອອກ​ມາ​ຈາກ​ເຢຣູຊາເລັມ, ເຄິ່ງ​ໜຶ່ງ​ໄຫລ​ລົງ​ທະເລຕາຍ​ທາງ​ຕາເວັນ​ອອກ ແລະ ອີກ​ເຄິ່ງ​ໜຶ່ງ​ໄຫລ​ລົງ​ທະເລ​ເມດິແຕຣາເນ​ທາງ​ຕາເວັນ​ຕົກ, ໄຫລ​ຕະຫລອດ​ທັງ​ໃນ​ລະດູ​ຮ້ອນ ແລະ ລະດູ​ໜາວ.
9ພຣະເຈົ້າ​ຢາເວ​ຈະ​ເປັນ​ກະສັດ​ປົກຄອງ​ໂລກ​ທັງໝົດ. ໃນ​ວັນ​ນັ້ນ​ຈະ​ມີ​ພຣະເຈົ້າ​ຢາເວ​ພຽງ​ພຣະອົງ​ດຽວ, ແລະ ມີ​ນາມ​ຂອງ​ພຣະອົງ​ພຽງ​ນາມ​ດຽວ​ເທົ່ານັ້ນ.
10ທົ່ວ​ທັງ​ແຜ່ນດິນ, ຈາກ​ເກບາ​ເຖິງ​ຣິມໂມນ​ທາງ​ໃຕ້​ຂອງ​ເຢຣູຊາເລັມ, ຈະ​ເປັນ​ເໝືອນ​ອາຣາບາ. ສ່ວນ​ເຢຣູຊາເລັມ​ຈະ​ສູງ​ເດັ່ນ ຈາກ​ປະຕູ​ເບັນຢາມິນ​ເຖິງ​ບໍລິເວນ​ປະຕູ​ທີ​ໜຶ່ງ, ເຖິງ​ປະຕູ​ມູມ ແລະ ຈາກ​ຫໍຄອຍ​ຮານາເນນ​ເຖິງ​ບ່ອນ​ຢຽບ​ເຫລົ້າ​ອະງຸ່ນ​ຫລວງ ແລະ ມັນ​ຈະ​ຄົງ​ຢູ່​ໃນ​ບ່ອນ​ຂອງ​ມັນ. 11ເຢຣູຊາເລັມ​ຈະ​ມີ​ຜູ້​ຄົນ​ອາໄສ​ຢູ່; ມັນ​ຈະ​ໝັ້ນຄົງ​ປອດໄພ ແລະ ບໍ່​ຖືກ​ທຳລາຍ​ອີກ​ຕໍ່ໄປ.
12ໄພພິບັດ​ທີ່​ພຣະເຈົ້າ​ຢາເວ​ຈະ​ໃຫ້​ເກີດ​ແກ່​ບັນດາ​ປະຊາຊາດ​ທີ່​ມາ​ສູ້ຮົບ​ກັບ​ເຢຣູຊາເລັມ​ມີ​ດັ່ງນີ້​ຄື: ຊີ້ນ​ຂອງ​ເຂົາ​ຈະ​ເປື່ອຍ​ເນົ່າ​ທັງ​ທີ່​ຍັງ​ຢືນ​ຢູ່, ຕາ​ຂອງ​ເຂົາ​ເນົ່າ​ຄາ​ກະ​ບອກ​ຕາ ແລະ ລິ້ນ​ເປື່ອຍ​ເນົ່າ​ຢູ່​ໃນ​ປາກ. 13ໃນ​ວັນ​ນັ້ນ​ພຣະເຈົ້າ​ຢາເວ​ຈະ​ບັນດານ​ໃຫ້​ຄົນ​ທັງຫລາຍ​ກະວົນກະວາຍ​ຢ່າງ​ໃຫຍ່ ແຕ່ລະຄົນ​ຈະ​ຈັບ​ມື​ຂອງ​ກັນ​ແລ້ວ​ຕໍ່ສູ້​ກັນ. 14ຊາວ​ຢູດາ​ກໍ​ຈະ​ໄປ​ສູ້ຮົບ​ທີ່​ເຢຣູຊາເລັມ. ພວກເຂົາ​ຈະ​ເກັບ​ຮວບຮວມ​ຊັບສົມບັດ​ຂອງ​ທຸກ​ຊົນຊາດ​ທີ່​ຢູ່​ອ້ອມຂ້າງ ໄດ້​ທັງ​ເງິນ​ຄໍາ ແລະ ເສື້ອ​ຜ້າ​ຫລວງຫລາຍ. 15ໄພພິບັດ​ຄ້າຍຄື​ກັນ​ຈະ​ເກີດ​ກັບ​ມ້າ ແລະ ລໍ, ອູດ ແລະ ລາ, ແລະ ສັດ​ທັງໝົດ​ໃນ​ຄ້າຍ​ເຫລົ່ານັ້ນ.
16ແລ້ວ​ບັນດາ​ຜູ້​ລອດ​ຊີວິດ​ຈາກ​ປະຊາຊາດ​ທັງໝົດ​ທີ່​ມາ​ໂຈມ​ຕີ​ເຢຣູຊາເລັມ​ຈະ​ຂຶ້ນ​ໄປ​ເຢຣູຊາເລັມ​ທຸກ​ປີ ເພື່ອ​ນະມັດສະການ​ອົງ​ຈອມ​ກະສັດ​ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ອໍານາດ​ຍິ່ງໃຫຍ່ ແລະ ເພື່ອ​ສະຫລອງ​ເທດສະການປຸກຕູບຢູ່. 17ຊົນຊາດ​ໃດ​ໆ​ທົ່ວ​ໂລກ​ທີ່​ບໍ່​ໄປ​ນະມັດສະການ​ອົງ​ຈອມ​ກະສັດ ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່, ພວກເຂົາ​ຈະ​ບໍ່​ໄດ້​ຮັບ​ຝົນ. 18ຖ້າ​ຊາວ​ເອຢິບ​ບໍ່​ຍອມ​ຂຶ້ນ​ມາ​ຮ່ວມ, ພວກເຂົາ​ຈະ​ບໍ່​ໄດ້​ຮັບ​ຝົນ. ພຣະເຈົ້າ​ຢາເວ#14:18 ຫລື ມາ​ຮ່ວມ​ແລ້ວ​ພຣະເຈົ້າຢາເວ​ຈະ​ບັນດານ​ໄພພິບັດ​ໃຫ້​ເກີດ​ແກ່​ເອຢິບ ເປັນ​ໄພພິບັດ​ຢ່າງ​ດຽວ​ກັບ​ທີ່​ເຮັດ​ໃຫ້​ເກີດ​ແກ່​ປະຊາຊາດ​ທີ່​ບໍ່​ຂຶ້ນ​ໄປ​ຮ່ວມ​ສະຫລອງ​ເທດສະການປຸກຕູບຢູ່. 19ນີ້​ເປັນ​ການ​ລົງໂທດ​ເອຢິບ ແລະ ປະຊາຊາດ​ທັງໝົດ​ເຊິ່ງ​ບໍ່​ຂຶ້ນ​ໄປ​ຮ່ວມ​ສະຫລອງ​ເທດສະການປຸກຕູບຢູ່.
20ໃນ​ວັນ​ນັ້ນ ກະດິງ​ທີ່​ມັດ​ຢູ່​ຄໍ​ມ້າ​ຈະ​ມີ​ຂໍ້ຄວາມ​ຈາ​ລຶກ​ວ່າ “ບໍລິສຸດ​ແດ່​ພຣະເຈົ້າ​ຢາເວ” ແລະ ໝໍ້​ຫຸງ​ຕົ້ມ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ຈະ​ເປັນ​ເໝືອນ​ພາຊະນະ​ສັກສິດ​ໜ້າ​ແທ່ນບູຊາ 21ໝໍ້​ທຸກ​ໜ່ວຍ​ໃນ​ເຢຣູຊາເລັມ ແລະ ຢູດາ​ຈະ​ບໍລິສຸດ​ແດ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ແລະ ຄົນ​ທັງໝົດ​ທີ່​ມາ​ຖວາຍ​ເຄື່ອງບູຊາ​ຈະ​ຈັບ​ໝໍ້​ບາງ​ໜ່ວຍ​ໄປ​ໃຊ້​ໃນ​ການ​ຕົ້ມ​ເຄື່ອງບູຊາ​ໄດ້. ແລະ ໃນ​ວັນ​ນັ້ນ​ຈະ​ບໍ່​ມີ​ຊາວ​ການາອານ#14:21 ຫລື ພໍ່​ຄ້າ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ອີກ​ຕໍ່ໄປ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in