YouVersion Logo
Search Icon

ໂຣມ 9

9
ຄວາມທຸກໃຈ​ຂອງ​ໂປໂລ​ຕໍ່​ອິດສະຣາເອນ
1ເຮົາ​ຢູ່​ໃນ​ພຣະຄຣິດເຈົ້າ​ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່​ໄດ້​ກຳລັງ​ເວົ້າຕົວະ, ຈິດສຳນຶກ​ຂອງ​ເຮົາ​ກໍ​ຢືນຢັນ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ວ່າ 2ເຮົາ​ມີ​ຄວາມທຸກໂສກ​ໜັກ ແລະ ເຈັບປວດ​ຫົວໃຈ​ຢ່າງ​ບໍ່ສິ້ນສຸດ. 3ເພາະ​ເຮົາ​ປາຖະໜາ​ວ່າ ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ ຖືກ​ຕັດຂາດ​ຈາກ​ພຣະຄຣິດເຈົ້າ ເພື່ອ​ເຫັນ​ແກ່​ພີ່ນ້ອງ​ຂອງ​ເຮົາ​ຜູ້​ເປັນ​ຄົນ​ເຊື້ອຊາດ​ດຽວ​ກັນ​ກັບ​ເຮົາ, 4ຄື​ປະຊາຊົນ​ອິດສະຣາເອນ. ພວກເຂົາ​ໄດ້​ຖືກ​ຮັບ​ມາ​ເປັນ​ບຸດ​ຂອງ​ພຣະເຈົ້າ, ໄດ້ຮັບ​ສະຫງ່າລາສີ​ຂອງ​ພຣະເຈົ້າ, ໄດ້​ຮັບ​ບັນດາ​ພັນທະສັນຍາ, ໄດ້​ຮັບ​ກົດບັນຍັດ, ພິທີ​ນະມັດສະການ​ໃນ​ວິຫານ ແລະ ສັນຍາ​ຕ່າງໆ. 5ພວກເຂົາ​ມີ​ບັນພະບຸລຸດ​ຜູ້​ຍິ່ງໃຫຍ່ ແລະ ເມື່ອ​ພຣະຄຣິດເຈົ້າ​ບັງເກີດ​ເປັນ​ມະນຸດ ພຣະອົງ​ກໍ​ສືບເຊື້ອສາຍ​ມາ​ຈາກ​ພວກເຂົາ, ຂໍ​ໃຫ້​ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ເໜືອ​ສິ່ງ​ສາລະພັດ ຈົ່ງ​ໄດ້​ຮັບ​ການ​ສັນລະເສີນ​ຕະຫລອດໄປ​ເປັນນິດ!#9:5 ຫລື ພຣະຄຣິດເຈົ້າ​ຜູ້​ຢູ່​ເໜືອ​ສັບພະສິ່ງ. ຂໍ​ໃຫ້​ພຣະເຈົ້າ​ໄດ້ຮັບ​ການ​ສັນລະເສີນ​ເປັນນິດ! ຫລື ຂໍ​ໃຫ້​ພຣະເຈົ້າ​ຜູ້​ຢູ່​ເໜືອ​ສັບພະສິ່ງ​ໄດ້ຮັບ​ການ​ສັນລະເສີນ​ເປັນ​ນິດ! ອາແມນ.
ການ​ເລືອກ​ຂອງ​ພຣະເຈົ້າ
6ບໍ່ແມ່ນ​ວ່າ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ລົ້ມເຫລວ​ໄປ ເພາະວ່າ​ບໍ່​ແມ່ນ​ທຸກຄົນ​ທີ່​ສືບເຊື້ອສາຍ​ຈາກ​ອິດສະຣາເອນ​ນັ້ນ​ຈະ​ເປັນ​ອິດສະຣາເອນ. 7ບໍ່​ແມ່ນ​ທຸກຄົນ​ທີ່​ສືບເຊື້ອສາຍ​ຂອງ​ອັບຣາຮາມ​ຈະ​ເປັນ​ລູກຫລານ​ຂອງ​ອັບຣາຮາມ. ແຕ່​ກົງກັນຂ້າມ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ນັບ​ມາ​ທາງ​ອີຊາກ”.#9:7 ປຖກ 21:12 8ໝາຍຄວາມ​ວ່າ​ຄົນ​ທີ່​ເປັນ​ບຸດ​ຂອງ​ພຣະເຈົ້າ​ນັ້ນ​ບໍ່ແມ່ນ​ເປັນ​ບຸດ​ຕາມ​ສາຍເລືອດ ແຕ່​ເປັນ​ບຸດ​ຕາມ​ສັນຍາ ຈຶ່ງ​ຖືວ່າ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ. 9ເພາະ​ຄຳ​ສັນຍາ​ໄດ້​ລະບຸ​ໄວ້​ວ່າ, “ເມື່ອ​ເຖິງ​ເວລາ​ທີ່​ກຳນົດ​ເຮົາ​ຈະ​ກັບຄືນມາ ແລະ ນາງ​ຊາຣາ​ກໍ​ຈະ​ມີ​ລູກຊາຍ​ຄົນ​ໜຶ່ງ”.#9:9 ປຖກ 18:10,14
10ບໍ່​ແມ່ນ​ພຽງແຕ່​ເທົ່ານັ້ນ, ແຕ່​ລູກຊາຍ​ສອງ​ຄົນ​ທີ່​ເຣເບກາ​ຖືພາ​ໃນ​ເວລາ​ດຽວ​ກັນ​ກໍ​ມີ​ພໍ່​ຄົນ​ດຽວ​ກັນ​ຄື​ອີຊາກ ເຊິ່ງ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ. 11ແຕ່​ກ່ອນ​ທີ່​ລູກແຝດ​ນັ້ນ​ຈະ​ເກີດ​ມາ ຫລື ກ່ອນ​ທີ່​ພວກເຂົາ​ຈະ​ເຮັດ​ສິ່ງ​ດີ ຫລື ສິ່ງ​ຊົ່ວ​ອັນໃດ, ກໍ​ເພື່ອ​ວ່າ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ໃນ​ການ​ເລືອກ​ນັ້ນ​ຈະ​ຕັ້ງໝັ້ນຄົງ​ຢູ່ 12ຄື​ບໍ່ແມ່ນ​ເປັນໄປ​ຕາມ​ການປະຕິບັດ ແຕ່​ເປັນໄປ​ຕາມ​ພຣະອົງ​ຜູ້​ເອີ້ນ ພຣະອົງ​ໄດ້​ກ່າວ​ກັບ​ນາງ​ວ່າ, “ຜູ້​ເປັນ​ອ້າຍ​ຈະ​ຮັບໃຊ້​ຜູ້​ເປັນ​ນ້ອງ”.#9:12 ປຖກ 25:23 13ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເຮົາ​ໄດ້​ຮັກ​ຢາໂຄບ, ແຕ່​ເຮົາ​ໄດ້​ກຽດຊັງ​ເອຊາວ”.#9:13 ມລກ 1:2,3
14ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ? ພຣະເຈົ້າ​ບໍ່ຍຸຕິທຳ​ບໍ? ບໍ່ແມ່ນ​ດອກ! 15ເພາະ​ພຣະອົງ​ກ່າວ​ກັບ​ໂມເຊ​ວ່າ,
“ເຮົາ​ຈະ​ເມດຕາ​ຜູ້ໃດ ເຮົາ​ກໍ​ເມດຕາ​ຜູ້​ນັ້ນ
ແລະ ເຮົາ​ຈະ​ກະລຸນາ​ຜູ້ໃດ ເຮົາ​ກໍ​ກະລຸນາ​ຜູ້​ນັ້ນ”.#9:15 ອພຍ 33:19
16ເຫດສະນັ້ນ, ສິ່ງ​ນີ້​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຄວາມປາຖະໜາ ຫລື ຄວາມພະຍາຍາມ​ຂອງ​ມະນຸດ ແຕ່​ຂຶ້ນ​ຢູ່​ກັບ​ຄວາມ​ເມດຕາ​ຂອງ​ພຣະເຈົ້າ. 17ເພາະ​ໃນ​ພຣະຄຳພີ ພຣະເຈົ້າ​ກ່າວ​ແກ່​ຟາໂຣ​ວ່າ, “ເຮົາ​ໄດ້​ຍົກ​ເຈົ້າ​ຂຶ້ນ​ກໍ​ເພື່ອ​ຈຸດປະສົງ​ຂໍ້​ນີ້ ເພື່ອ​ເຮົາ​ຈະ​ໄດ້​ສະແດງ​ລິດອຳນາດ​ຂອງ​ເຮົາ​ໃຫ້​ປາກົດ​ທາງ​ເຈົ້າ ແລະ ເພື່ອ​ນາມ​ຂອງ​ເຮົາ​ປະກາດ​ໄປ​ທົ່ວ​ໂລກ”.#9:17 ອພຍ 9:16 18ເຫດສະນັ້ນ, ພຣະເຈົ້າ​ເມດຕາ​ຕໍ່​ຜູ້​ທີ່​ປະສົງ​ຈະ​ເມດຕາ ແລະ ພຣະອົງ​ປະສົງ​ຈະ​ໃຫ້​ຜູ້ໃດ​ມີ​ໃຈ​ແຂງກະດ້າງ ພຣະອົງ​ກໍ​ເຮັດ​ໃຫ້​ຜູ້​ນັ້ນ​ມີ​ໃຈ​ແຂງກະດ້າງ.
19ບາງຄົນ​ໃນ​ພວກເຈົ້າ​ຈະ​ກ່າວ​ກັບ​ເຮົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ເປັນຫຍັງ​ພຣະເຈົ້າ​ຍັງ​ຕຳໜິ​ພວກເຮົາ​ຢູ່? ເພາະ​ຜູ້ໃດ​ຈະ​ຂັດຂືນ​ຄວາມ​ປະສົງ​ຂອງ​ພຣະອົງ​ໄດ້?” 20ແຕ່​ມະນຸດ​ເອີຍ, ພວກເຈົ້າ​ເປັນ​ຜູ້ໃດ​ຈຶ່ງ​ກ້າ​ກ່າວ​ຕອບໂຕ້​ພຣະເຈົ້າ​ໄດ້? “ສົມຄວນ​ບໍ​ທີ່​ສິ່ງ​ທີ່​ຖືກ​ສ້າງ​ຈະ​ກ່າວ​ກັບ​ຜູ້ສ້າງ​ວ່າ, ‘ເປັນຫຍັງ​ເຈົ້າ​ຈຶ່ງ​ສ້າງ​ຂ້ອຍ​ແບບ​ນີ້’?”#9:20 ອຊຢ 29:16; 45:9 21ຊ່າງປັ້ນໝໍ້​ນັ້ນ​ບໍ່​ມີ​ສິດ​ເອົາ​ດິນ​ກ້ອນ​ດຽວ​ກັນ​ມາ​ປັ້ນ​ເປັນ​ພາຊະນະ​ເພື່ອ​ວັດຖຸປະສົງ​ພິເສດ ແລະ ປັ້ນ​ເປັນ​ພາຊະນະ​ເພື່ອ​ໃຊ້​ງານ​ທົ່ວໄປ​ບໍ?
22ຈະ​ເປັນ​ຢ່າງ​ໃດ​ຖ້າຫາກ​ວ່າ​ພຣະເຈົ້າ​ຈະ​ເລືອກ​ທີ່​ຈະ​ສະແດງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ແລະ ເຮັດ​ໃຫ້​ລິດອຳນາດ​ຂອງ​ພຣະອົງ​ເປັນ​ທີ່​ຮູ້ຈັກ, ແຕ່​ພຣະອົງ​ໄດ້​ອົດທົນ​ອົດກັ້ນ​ຕໍ່​ຜູ້​ທີ່​ເປັນ​ເປົ້າ​ຂອງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ເຊິ່ງ​ຈັດຕຽມ​ໄວ້​ສຳລັບ​ຄວາມຈິບຫາຍ? 23ຈະ​ວ່າ​ຢ່າງໃດ​ຖ້າ​ພຣະອົງ​ກະທຳ​ຢ່າງ​ນີ້​ເພື່ອ​ສະແດງ​ສະຫງ່າລາສີ​ອັນ​ອຸດົມສົມບູນ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເມດຕາ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ຈັດຕຽມ​ໄວ້​ລ່ວງໜ້າ​ເພື່ອ​ສະຫງ່າລາສີ​ນັ້ນ? 24ລວມທັງ​ພວກເຮົາ​ທັງຫລາຍ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ​ໄວ້​ເໝືອນກັນ, ບໍ່​ແມ່ນ​ຈາກ​ຄົນຢິວ​ເທົ່ານັ້ນ ແຕ່​ຈາກ​ຄົນຕ່າງຊາດ​ດ້ວຍ. 25ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ພຣະທຳ​ໂຮເສອາ​ວ່າ,
“ເຮົາ​ຈະ​ເອີ້ນ​ຜູ້​ທີ່​ບໍ່​ໄດ້​ເປັນ​ປະຊາຊົນ​ຂອງ​ເຮົາ​ວ່າ ‘ປະຊາຊົນ​ຂອງ​ເຮົາ’
ແລະ ເອີ້ນ​ຜູ້​ທີ່​ເຮົາ​ບໍ່​ຮັກ​ວ່າ ‘ຜູ້​ທີ່​ເຮົາ​ຮັກ,’ ”#9:25 ຮສອ 2:23
26ແລະ
“ໃນ​ບ່ອນ​ທີ່​ກ່າວ​ກັບ​ພວກເຂົາ​ວ່າ,
‘ພວກເຈົ້າ​ບໍ່​ແມ່ນ​ປະຊາຊົນ​ຂອງ​ເຮົາ,’
ພວກເຂົາ​ຈະ​ໄດ້​ຊື່​ວ່າ ‘ລູກ​ຂອງ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່’ ”.#9:26 ຮສອ 1:10
27ເອຊາຢາ​ປະກາດ​ກ່ຽວກັບ​ຊົນຊາດ​ອິດສະຣາເອນ​ວ່າ,
“ເຖິງ​ວ່າ​ຊົນຊາດ​ອິດສະຣາເອນ​ຈະ​ມີ​ຫລວງຫລາຍ​ເໝືອນດັ່ງ​ເມັດຊາຍ​ທີ່​ແຄມທະເລ
ແຕ່​ຈະ​ມີ​ໜ້ອຍ​ຄົນ​ເທົ່ານັ້ນ​ຈະ​ໄດ້​ພົ້ນ.
28ດ້ວຍວ່າ ອົງພຣະຜູ້ເປັນເຈົ້າ​ຈະ​ພິພາກສາ
ລົງໂທດ​ໂລກ​ນີ້​ໂດຍ​ໄວ ແລະ ເດັດຂາດ”.#9:27,28 ອຊຢ 10:22,23
29ຕາມ​ທີ່​ເອຊາຢາ​ໄດ້​ກ່າວ​ໄວ້​ລ່ວງໜ້າ​ວ່າ,
“ຖ້າ​ອົງພຣະຜູ້ເປັນເຈົ້າ​ຜູ້​ມີ​ລິດອຳນາດຍິ່ງໃຫຍ່
ບໍ່​ໄດ້​ໃຫ້​ພວກເຮົາ​ມີ​ເຊື້ອສາຍ​ເຫລືອ​ຢູ່
ພວກເຮົາ​ກໍ​ຄົງ​ຈະ​ເປັນ​ເໝືອນ​ເມືອງ​ໂຊໂດມ
ພວກເຮົາ​ກໍ​ຄົງ​ຈະ​ເປັນ​ເໝືອນ​ເມືອງ​ໂກໂມຣາ”.#9:29 ອຊຢ 1:9
ຊົນຊາດ​ອິດສະຣາເອນ​ບໍ່​ເຊື່ອ
30ຖ້າ​ເປັນ​ດັ່ງນີ້​ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ? ຄົນຕ່າງຊາດ​ຜູ້​ທີ່​ບໍ່​ໄດ້​ດິ້ນລົນ​ຫາ​ຄວາມຊອບທຳ​ກໍ​ຍັງ​ໄດ້​ຮັບ​ຄວາມຊອບທຳ​ຄື ຄວາມຊອບທຳ​ໂດຍ​ທາງ​ຄວາມເຊື່ອ, 31ແຕ່​ຊົນຊາດ​ອິດສະຣາເອນ​ທີ່​ດິ້ນລົນ​ຫາ​ກົດບັນຍັດ​ແຫ່ງ​ຄວາມຊອບທຳ ກໍ​ບໍ່​ໄດ້​ບັນລຸ​ເປົ້າໝາຍ​ຂອງ​ພວກເຂົາ. 32ເປັນຫຍັງ​ຈຶ່ງ​ບໍ່​ໄດ້? ກໍ​ເພາະ​ວ່າ​ພວກເຂົາ​ບໍ່​ໄດ້​ດິ້ນລົນ​ຫາ​ດ້ວຍ​ຄວາມເຊື່ອ ແຕ່​ເຮັດ​ຄື​ກັບ​ວ່າ​ຈະ​ໄດ້​ມາ​ດ້ວຍ​ການປະຕິບັດ. ພວກເຂົາ​ຈຶ່ງ​ສະດຸດ​ກ້ອນຫີນ​ທີ່​ເຮັດ​ໃຫ້​ຊູນສະດຸດ​ນັ້ນ. 33ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
“ເບິ່ງ​ແມ, ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ ເຊິ່ງ​ເຮັດ​ໃຫ້​ຄົນ​ທັງຫລາຍ​ສະດຸດ
ແລະ ເປັນ​ຫີນ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມ​ລົງ
ແລະ ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ​ຈັກເທື່ອ”.#9:33 ອຊຢ 8:14; 28:16

Currently Selected:

ໂຣມ 9: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in