ສຸພາສິດ 2
2
ຜົນດີທາງສິນທໍາຂອງປັນຍາ
1ລູກຂອງພໍ່, ຖ້າເຈົ້າຍອມຮັບຄຳສອນຂອງພໍ່
ແລະ ເກັບຮັກສາຄຳສັ່ງຂອງພໍ່ໄວ້ຢູ່ພາຍໃນເຈົ້າ,
2ຈົ່ງງ່ຽງຫູຂອງເຈົ້າໄປຟັງປັນຍາ
ແລະ ເອົາໃຈໃສ່ປະຕິບັດຕາມຄວາມເຂົ້າໃຈນັ້ນ
3ແທ້ຈິງແລ້ວ, ຖ້າເຈົ້າເອີ້ນຫາຄວາມຮູ້
ແລະ ຮ້ອງຫາຄວາມເຂົ້າໃຈ,
4ແລະ ຖ້າເຈົ້າຊອກຫາປັນຍາດັ່ງຫາເງິນ
ແລະ ຄົ້ນຫາປັນຍາດັ່ງຂຸມຊັບທີ່ຖືກເຊື່ອງໄວ້,
5ແລ້ວເຈົ້າຈະເຂົ້າໃຈເຖິງການຢຳເກງພຣະເຈົ້າຢາເວ
ແລະ ພົບຄວາມຮູ້ຂອງພຣະເຈົ້າ.
6ເພາະພຣະເຈົ້າຢາເວເປັນຜູ້ໃຫ້ປັນຍາ;
ຄວາມຮູ້ ແລະ ຄວາມເຂົ້າໃຈກໍອອກມາຈາກປາກຂອງພຣະອົງ.
7ພຣະອົງຖືຮັກສາຄວາມສໍາເລັດ#2:7 ຫລື ຄວາມສຳເລັດ ໄວ້ໃຫ້ຄົນທ່ຽງທຳ,
ພຣະອົງເປັນໂລ່ໃຫ້ຜູ້ທີ່ດຳເນີນຊີວິດຢ່າງບໍ່ມີຕໍາໜິ,
8ເພາະພຣະອົງເຝົ້າຮັກສາທາງຂອງຜູ້ທີ່ທ່ຽງທຳ
ແລະ ປົກປ້ອງຮັກສາທາງຂອງຜູ້ທີ່ສັດຊື່ຂອງພຣະອົງ.
9ແລ້ວເຈົ້າຈະເຂົ້າໃຈສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ
ແລະ ຄວາມທ່ຽງທຳຄື ເຂົ້າໃຈທາງອັນດີທຸກຢ່າງ,
10ເພາະປັນຍາຈະເຂົ້າໄປໃນຫົວໃຈຂອງເຈົ້າ
ແລະ ຄວາມຮູ້ຈະເຮັດໃຫ້ຈິດວິນຍານຂອງເຈົ້າຍິນດີ.
11ຄວາມຮອບຄອບຈະປົກປ້ອງເຈົ້າ,
ແລະ ຄວາມເຂົ້າໃຈຈະເຝົ້າຮັກສາເຈົ້າ.
12ປັນຍາຈະຊ່ວຍເຈົ້າໃຫ້ພົ້ນຈາກທາງຂອງຄົນຊົ່ວຮ້າຍ,
ປັນຍາຈະຊ່ວຍເຈົ້າໃຫ້ພົ້ນຈາກຜູ້ທີ່ມັກປີ້ນຄວາມ.
13ຜູ້ທີ່ປະຖິ້ມວິຖີທາງອັນຊອບທໍາ
ກໍຈະເດີນໄປໃນທາງທີ່ມືດ,
14ຜູ້ທີ່ພໍໃຈໃນການກະທໍາຜິດ
ແລະ ຊື່ນຊົມໃນການປະພຶດຊົ່ວ,
15ເສັ້ນທາງຂອງພວກເຂົາກໍຄົດງໍ
ແລະ ວິຖີທາງຂອງພວກເຂົາກໍຄົດໂກງ.
16ປັນຍາຍັງຈະຊ່ວຍເຈົ້າໃຫ້ພົ້ນຈາກຍິງຫລິ້ນຊູ້,
ຈາກຍິງຂ້າງທາງດ້ວຍຄຳເວົ້າອັນລໍ້ລວງຂອງນາງ,
17ຜູ້ທີ່ປະຖິ້ມຄູ່ຊີວິດຂອງນາງທີ່ຢູ່ນໍາກັນມາຕັ້ງແຕ່ໜຸ່ມ
ແລະ ລືມໄລຕໍ່ຄຳໝັ້ນສັນຍາທີ່ນາງເຮັດໄວ້ຕໍ່ໜ້າພຣະເຈົ້າ.#2:17 ຫລື ຄຳໝັ້ນສັນຍາຂອງພຣະເຈົ້າຂອງນາງ
18ບ້ານຂອງນາງນຳໄປສູ່ຄວາມຕາຍຢ່າງແນ່ນອນ
ແລະ ທາງຂອງນາງກໍນໍາໄປສູ່ວິນຍານແຫ່ງຄົນຕາຍ.
19ບໍ່ມີຜູ້ໃດທີ່ໄປຫານາງແລ້ວໄດ້ກັບຄືນມາ
ຫລື ກັບເຂົ້າໄປສູ່ຫົນທາງແຫ່ງຊີວິດໄດ້ອີກ.
20ດັ່ງນັ້ນ ເຈົ້າຈະເດີນໃນທາງທີ່ດີ
ແລະ ຢຶດໝັ້ນໃນວິຖີທາງອັນຊອບທຳ
21ເພາະຄົນທ່ຽງທຳຈະໄດ້ອາໄສໃນດິນແດນນັ້ນ,
ແລະ ຄົນທີ່ບໍ່ມີຕຳໜິຈະຕັ້ງໝັ້ນຄົງຢູ່ທີ່ນັ້ນ
22ແຕ່ຄົນຊົ່ວຮ້າຍຈະຖືກຕັດອອກຈາກດິນແດນນັ້ນ,
ແລະ ຄົນບໍ່ສັດຊື່ຈະຖືກຖອນຮາກອອກຈາກດິນແດນນັ້ນ.
Currently Selected:
ສຸພາສິດ 2: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.