ຈົດບັນຊີ 26
26
ການຂຶ້ນສຳມະໂນຄົວຄັ້ງທີສອງ
1ຫລັງຈາກໄພພິບັດຢຸດຕິລົງແລ້ວ ພຣະເຈົ້າຢາເວໄດ້ເວົ້າກັບໂມເຊ ແລະ ເອເລອາຊາລູກຊາຍຂອງປະໂລຫິດອາໂຣນວ່າ, 2“ຈົ່ງເຮັດສຳມະໂນຄົວຜູ້ຊາຍທຸກຄົນໃນອິດສະຣາເອນທີ່ມີອາຍຸ 20 ປີ ຂຶ້ນໄປ ເພື່ອສຳຫລວດວ່າໃນແຕ່ລະຄອບຄົວມີຄົນໃດແດ່ທີ່ສາມາດຮັບໃຊ້ໃນກອງທັບຂອງອິດສະຣາເອນໄດ້”. 3ດັ່ງນັ້ນ ໂມເຊ ແລະ ປະໂລຫິດເອເລອາຊາຈຶ່ງໄດ້ແຈ້ງພວກເຂົາຂະນະທີ່ຕັ້ງຄ້າຍພັກຢູ່ໃນທົ່ງພຽງໂມອາບ ແຄມແມ່ນ້ຳຈໍແດນທີ່ກົງກັນຂ້າມເມືອງເຢຣິໂກ ແລະ ກ່າວວ່າ, 4“ຈົ່ງຂຶ້ນສຳມະໂນຄົວຜູ້ຊາຍທີ່ມີອາຍຸ 20 ປີ ຂຶ້ນໄປ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ”.
ຄົນອິດສະຣາເອນທີ່ອອກມາຈາກເອຢິບມີດັ່ງນີ້:
5ເຊື້ອສາຍຂອງຣູເບັນ, ລູກຊາຍກົກຂອງອິດສະຣາເອນມີຄື:
ໂດຍທາງຮານົກ ເປັນຕະກຸນຮານົກ.
ໂດຍທາງປານລູ ເປັນຕະກຸນປານລູ.
6ໂດຍທາງເຮຊະໂຣນ ເປັນຕະກຸນເຮຊະໂຣນ,
ໂດຍທາງການໝີ ເປັນຕະກຸນການໝີ.
7ທັງໝົດນີ້ຄືຕະກຸນຕ່າງໆຂອງຣູເບັນ ນັບໄດ້ຈຳນວນ 43.730 ຄົນ.
8ລູກຊາຍຂອງປານລູຄືເອລີອາບ, 9ແລະ ລູກຊາຍຂອງເອລີອາບຄືເນມູເອນ, ດາທານ ແລະ ອາບີຣາມ. ດາທານ ແລະ ອາບີຣາມຄົນດຽວກັນນີ້ທີ່ເປັນເຈົ້າໜ້າທີ່ຂອງຊຸມຊົນທີ່ໄດ້ກະບົດຕໍ່ໂມເຊ ແລະ ອາໂຣນ ແລະ ຢູ່ທ່າມກາງຂອງພວກທີ່ຕິດຕາມໂກຣາເມື່ອພວກເຂົາກະບົດຕໍ່ສູ້ພຣະເຈົ້າຢາເວ. 10ແຜ່ນດິນໂລກໄດ້ອ້າປາກອອກ ແລະ ກືນເອົາພວກເຂົາລົງໄປພ້ອມກັບໂກຣາ, ເຊິ່ງເປັນພັກພວກຂອງລາວຈຳນວນ 250 ຄົນ ຖືກໄຟໄໝ້ຕາຍ ແລະ ນັ້ນເປັນເຄື່ອງເຕືອນໃຈບັນດາປະຊາຊົນ. 11ເຖິງຢ່າງໃດກໍຕາມ, ເຊື້ອສາຍໂກຣາບໍ່ໄດ້ສູນສິ້ນໄປ.
12ເຊື້ອສາຍຂອງຊີເມໂອນແຍກຕາມຕະກຸນຂອງພວກເຂົາມີດັ່ງນີ້:
ໂດຍທາງເນມູເອນ, ເປັນຕະກຸນເນມູເອນ;
ໂດຍທາງຢາມິນ, ເປັນຕະກຸນຢາມິນ;
ໂດຍທາງຢາກິນ, ຕະກຸນຢາກິນ;
13ໂດຍທາງເຊຣາ, ເປັນຕະກຸນເຊຣາ;
ໂດຍທາງໂຊນ, ເປັນຕະກຸນໂຊນ.
14ທັງໝົດນີ້ຄືຕະກຸນຕ່າງໆຂອງຊີເມໂອນ; ນັບໄດ້ຈຳນວນ 22.200 ຄົນ.
15ເຊື້ອສາຍຂອງກາດແຍກຕາມຕະກຸນຂອງພວກເຂົາມີດັ່ງນີ້:
ໂດຍທາງເຊໂຟນ, ເປັນຕະກຸນເຊໂຟນ;
ໂດຍທາງຮັກກີ, ເປັນຕະກຸນຮັກກີ;
ໂດຍທາງຊູນີ, ເປັນຕະກຸນຊູນີ;
16ໂດຍທາງໂອຊະນີ, ເປັນຕະກຸນໂອຊະນີ;
ໂດຍທາງເອຣີ, ເປັນຕະກຸນເອຣີ;
17ໂດຍທາງອາໂຣດີ,#26:17 ສະບັບພາສາເຮັບເຣີວ່າ ອາໂຣດ ເປັນຕະກຸນອາໂຣດີ;
ໂດຍທາງອາເຣລີ, ເປັນຕະກຸນອາເຣລີ;
18ທັງໝົດນີ້ຄືຕະກຸນຕ່າງໆຂອງກາດ; ນັບໄດ້ຈຳນວນ 40.500 ຄົນ.
19ເອຣະ ແລະ ໂອນານແມ່ນລູກຊາຍຂອງຢູດາ, ແຕ່ພວກເຂົາໄດ້ຕາຍຢູ່ທີ່ການາອານ.
20ເຊື້ອສາຍຂອງຢູດາແຍກຕາມຕະກຸນຂອງພວກເຂົາມີດັ່ງນີ້:
ໂດຍທາງເຊລາ, ເປັນຕະກຸນເຊລາ;
ໂດຍທາງເປເຣັດ, ເປັນຕະກຸນເປເຣັດ;
ໂດຍທາງເຊຣາ, ເປັນຕະກຸນເຊຣາ;
21ເຊື້ອສາຍຂອງເປເຣັດມີດັ່ງນີ້:
ໂດຍທາງເຮຊະໂຣນ, ເປັນຕະກຸນເຮຊະໂຣນ;
ໂດຍທາງຮາມູນ, ເປັນຕະກຸນຮາມູນ;
22ທັງໝົດນີ້ຄືຕະກຸນຕ່າງໆຂອງຢູດາ; ນັບໄດ້ຈຳນວນ 76.500 ຄົນ.
23ເຊື້ອສາຍຂອງອິດຊາຄາຕາມຕະກຸນຂອງພວກເຂົາມີດັ່ງນີ້:
ໂດຍທາງໂຕລາ, ເປັນຕະກຸນໂຕລາ;
ໂດຍທາງປູອາ, ເປັນຕະກຸນປູອາ;
24ໂດຍທາງຢາຊຸບ, ເປັນຕະກຸນຢາຊຸບ;
ໂດຍທາງຊິມໂຣນ, ເປັນຕະກຸນຊິມໂຣນ.
25ທັງໝົດນີ້ຄືຕະກຸນຕ່າງໆຂອງອິດຊາຄາ; ນັບໄດ້ຈຳນວນ 64.300 ຄົນ.
26ເຊື້ອສາຍຂອງເຊບູໂລນແຍກຕາມຕະກຸນຂອງພວກເຂົາມີດັ່ງນີ້:
ໂດຍທາງເຊເຣັດ, ເປັນຕະກຸນເຊເຣັດ;
ໂດຍທາງເອໂລນ, ເປັນຕະກຸນເອໂລນ;
ໂດຍທາງຢາເລເອນ, ເປັນຕະກຸນຢາເລເອນ.
27ທັງໝົດນີ້ຄືຕະກຸນຕ່າງໆຂອງເຊບູໂລນ; ນັບໄດ້ຈຳນວນ 60.500 ຄົນ.
28ເຊື້ອສາຍຂອງໂຢເຊັບແຍກຕາມຕະກຸນຂອງພວກເຂົາຜ່ານທາງມານາເຊ ແລະ ເອຟຣາອິມມີຄື:
29ເຊື້ອສາຍຂອງມານາເຊມີດັ່ງນີ້:
ໂດຍທາງມາກີ, ເປັນຕະກຸນມາກີ (ມາກີເປັນພໍ່ຂອງກີເລອາດ);
ໂດຍທາງກີເລອາດ, ເປັນຕະກຸນຂອງກີເລອາດ.
30ເຊື້ອສາຍຂອງກີເລອາດມີດັ່ງນີ້:
ໂດຍທາງອີເອເຊ, ເປັນຕະກຸນອີເອເຊ;
ໂດຍທາງເຮເຫລັກ, ເປັນຕະກຸນເຮເຫລັກ;
31ໂດຍທາງອາຊະຣີເອນ, ເປັນຕະກຸນອາຊະຣີເອນ;
ໂດຍທາງເຊເຄມ, ເປັນຕະກຸນເຊເຄມ;
32ໂດຍທາງເຊມີດາ, ເປັນຕະກຸນເຊມີດາ;
ໂດຍທາງເຮເຟ, ເປັນຕະກຸນເຮເຟ;
33(ເຊໂລເຟຮັດລູກຊາຍຂອງເຮເຟບໍ່ມີລູກຊາຍ; ລາວມີແຕ່ລູກສາວ, ເຊິ່ງມີຊື່ວ່າ: ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະ ຕີຣະຊາ.)
34ທັງໝົດນີ້ຄືຕະກຸນຕ່າງໆຂອງມານາເຊ; ນັບໄດ້ຈຳນວນ 52.700 ຄົນ.
35ເຊື້ອສາຍຂອງເອຟຣາອິມແຍກຕາມຕະກຸນມີດັ່ງນີ້:
ໂດຍທາງຊູເທລາ, ເປັນຕະກຸນຊູເທລາ
ໂດຍທາງເບເກ, ເປັນຕະກຸນເບເກ;
ໂດຍທາງຕາຮານ, ເປັນຕະກຸນຕາຮານ;
36ຄົນເຫລົ່ານີ້ແມ່ນເຊື້ອສາຍຂອງຊູເທລາຄື:
ໂດຍທາງເອຣານ, ເປັນຕະກຸນເອຣານ;
37ທັງໝົດນີ້ຄືຕະກຸນຕ່າງໆຂອງເອຟຣາອິມ; ນັບໄດ້ຈຳນວນ 32.500 ຄົນ.
ທັງໝົດນີ້ຄືເຊື້ອສາຍຂອງໂຢເຊັບແຍກຕາມຕະກຸນ.
38ເຊື້ອສາຍຂອງເບັນຢາມິນແຍກຕາມຕະກຸນມີດັ່ງນີ້:
ໂດຍທາງເບລາ, ເປັນຕະກຸນຂອງເບລາ;
ໂດຍທາງອັດຊະເບັນ, ເປັນຕະກຸນອັດຊະເບັນ;
ໂດຍທາງອາຮີຣາມ, ເປັນຕະກຸນອາຮີຣາມ;
39ໂດຍທາງຊູຟາມ, ເປັນຕະກຸນຊູຟາມ.#26:39 ສຳເນົາຕົ້ນສະບັບເດີມພາສາເຮັບເຣີສ່ວນຫລາຍວ່າ: ເຊຟູຟາມ
ໂດຍທາງຮູຟາມ, ເປັນຕະກຸນຮູຟາມ;
40ເຊື້ອສາຍຂອງເບລາໂດບທາງອາກດາ ແລະ ນາອາມານມີດັ່ງນີ້:
ໂດຍທາງອາກເດ, ເປັນຕະກຸນຂອງອາກເດ;#26:40 ສະບັບພາສາເຮັບເຣີບໍ່ມີຄຳວ່າ: ຜ່ານທາງອາກເດ
ຜ່ານທາງນາອາມານ, ຕະກຸນຊາວນາອາມານ;
41ທັງໝົດນີ້ຄືຕະກຸນຕ່າງໆຂອງເບັນຢາມິນ; ນັບໄດ້ຈຳນວນ 45.600 ຄົນ.
42ເຊື້ອສາຍຂອງດານແຍກຕາມຕະກຸນມີດັ່ງນີ້:
ໂດຍທາງຊູຮາມ, ເປັນຕະກຸນຊູຮາມ;
ຄົນເຫລົ່ານີ້ແມ່ນຕະກຸນຂອງດານ. 43ພວກເຂົາທັງໝົດແມ່ນຢູ່ໃນຕະກຸນຊູຮາມ; ແລະ ນັບໄດ້ຈຳນວນ 64.400 ຄົນ.
44ເຊື້ອສາຍຂອງອາເຊແຍກຕາມຕະກຸນມີດັ່ງນີ້:
ໂດຍທາງອິມນາ, ເປັນຕະກຸນອິມນາ;
ໂດຍທາງອີຊະວີ, ເປັນຕະກຸນອີຊະວີ;
ໂດຍທາງເບຣີຢາ, ເປັນຕະກຸນເບຣີຢາ;
45ແລະ ໂດຍທາງເຊື້ອສາຍຂອງເບຣີຢາ:
ໂດຍທາງເຮເບ, ເປັນຕະກຸນເຮເບ;
ໂດຍທາງມັນກີເອນ, ເປັນຕະກຸນມັນກີເອນ;
46ອາເຊມີລູກສາວຄົນໜຶ່ງຊື່ເສຣາ.
47ທັງໝົດນີ້ແມ່ນຕະກຸນຕ່າງໆຂອງອາເຊ; ນັບໄດ້ຈຳນວນ 53.400 ຄົນ.
48ເຊື້ອສາຍຂອງເນັບທາລີແຍກຕາມຕະກຸນຂອງພວກເຂົາມີດັ່ງນີ້:
ໂດຍທາງຢາເຊເອນ, ເປັນຕະກຸນຢາເຊເອນ;
ໂດຍທາງກູນີ, ເປັນຕະກຸນກູນີ;
49ໂດຍທາງເຢເຊ, ເປັນຕະກຸນເຢເຊ;
ໂດຍທາງຊິນເລັມ, ເປັນຕະກຸນຊິນເລັມ;
50ທັງໝົດນີ້ຄືຕະກຸນຕ່າງໆຂອງເນັບທາລີ; ນັບໄດ້ຈຳນວນ 45.400 ຄົນ.
51ລວມພົນອິດສະຣາເອນທັງໝົດໄດ້ 601.730 ຄົນ.
52ພຣະເຈົ້າຢາເວສັ່ງໂມເຊວ່າ, 53“ຈົ່ງແບ່ງດິນແດນໃຫ້ແກ່ເຜົ່າຕ່າງໆເພື່ອເປັນມໍລະດົກຕາມຈຳນວນຄົນທີ່ນັບໄດ້. 54ເຜົ່າໃດໃຫຍ່ກໍໄດ້ຮັບທີ່ດິນຫລາຍ ແລະ ເຜົ່າໃດທີ່ນ້ອຍກວ່າກໍໄດຮັບທີ່ດິນນ້ອຍລົງຕາມສ່ວນ ແຕ່ລະກຸ່ມຈະໄດ້ຮັບມໍລະດົກຕາມຈຳນວນລາຍຊື່ທີ່ຂຶ້ນທະບຽນໄວ້. 55ຈົ່ງໃຫ້ແນ່ໃຈວ່າດິນແດນນັ້ນໄດ້ຖືກແບ່ງໂດຍການຈັບສະຫລາກ. ແຕ່ລະກຸ່ມໄດ້ຮັບມໍລະດົກຕາມຈຳນວນລາຍຊື່ບັນພະບຸລຸດຂອງເຜົ່າ. 56ມໍລະດົກທຸກຢ່າງຈະຕ້ອງໄດ້ແບ່ງປັນໂດຍການຈັບສະຫລາກຕາມເຜົ່າໃຫຍ່ ແລະ ເຜົ່ານ້ອຍ”.
57ຕໍ່ໄປນີ້ຄືເຜົ່າເລວີນັບຕາມຕະກຸນຂອງພວກເຂົາມີດັ່ງນີ້:
ໂດຍທາງເກໂຊນ, ເປັນຕະກຸນເກໂຊນ;
ໂດຍທາງໂກຮາດ, ເປັນຕະກຸນໂກຮາດ;
ໂດຍທາງເມຣາຣີ, ເປັນຕະກຸນເມຣາຣິ;
58ຕໍ່ໄປນີ້ຄືຕະກຸນເລວີມີດັ່ງນີ້:
ຕະກຸນລີບນີ,
ຕະກຸນເຮັບໂຣນ,
ຕະກຸນມາຮະລີ,
ຕະກຸນມູຊີ,
ຕະກຸນໂກຮາດ.
(ໂກຮາດເປັນບັນພະບຸລຸດຂອງອຳຣາມ; 59ເມຍຂອງອຳຣາມຊື່ວ່າໂຢເກເບັດ, ຜູ້ເປັນເຊື້ອສາຍຂອງເລວີ, ຜູ້ເປັນລູກສາວຂອງຄົນເລວີ#26:59 ໂຢເກເບັດ, ລູກສາວຂອງເລວີ, ຜູ້ເກີດມາເພື່ອເລວີໃນເອຢິບ. ເພື່ອອຳຣາມນາງໄດ້ເກີດອາໂຣນ, ໂມເຊ ແລະ ມີຣີອາມເອື້ອຍຂອງພວກເຂົາ. 60ອາໂຣນເປັນພໍ່ຂອງນາດາບ ແລະ ອາບີຮູ, ເອເລອາຊາ ແລະ ອີທາມາ. 61ແຕ່ນາດາບ ແລະ ອາບີຮູໄດ້ຕາຍໄປເມື່ອພວກເຂົາຈຸດໄຟຖວາຍເຄື່ອງບູຊາທີ່ບໍ່ໄດ້ຮັບອະນຸຍາດຕໍ່ໜ້າພຣະເຈົ້າຢາເວ).
62ຈຳນວນຜູ້ຊາຍທັງໝົດໃນຕະກຸນເລວີອາຍຸໜຶ່ງເດືອນຂຶ້ນໄປນັບໄດ້ຈຳນວນ 23.000 ຄົນ. ແຕ່ພວກເຂົາບໍ່ໄດ້ນັບລວມເຂົ້າໃນສຳມະໂນຄົວຂອງຊາວອິດສະຣາເອນ ເພາະຊາວເລວີບໍ່ໄດ້ຮັບສ່ວນແບ່ງທີ່ດິນເໝືອນຕະກຸນອື່ນໆ.
63ທັງໝົດນີ້ຄືສຳມະໂນຄົວຊາວອິດສະຣາເອນທີ່ໂມເຊ ແລະ ປະໂລຫິດເອເລອາຊາຈັດຂຶ້ນໃນທົ່ງພຽງໂມອາບ ແຄມແມ່ນ້ຳຈໍແດນກົງກັນຂ້າມກັບເມືອງເຢຣິໂກ. 64ບໍ່ມີແມ່ນແຕ່ຄົນດຽວໃນສຳມະໂນຄົວນີ້ທີ່ມີຊື່ຢູ່ໃນສຳມະໂນຄົວຄັ້ງກ່ອນທີ່ໂມເຊ ແລະ ປະໂລຫິດອາໂຣນນັບຈຳນວນຊາວອິດສະຣາເອນໃນຖິ່ນແຫ້ງແລ້ງກັນດານຊີນາຍ. 65ເພາະພຣະເຈົ້າຢາເວໄດ້ກ່າວແກ່ຊາວອິດສະຣາເອນເຫລົ່ານັ້ນວ່າພວກເຂົາຈະຕາຍໃນຖິ່ນແຫ້ງແລ້ງກັນດານແນ່ນອນ ແລະ ບໍ່ມີຄົນໃດເຫລືອຢູ່ ຍົກເວັ້ນກາເລັບລູກຊາຍຂອງເຢຟຸນເນ ແລະ ໂຢຊວຍລູກຊາຍຂອງນູນ.
Currently Selected:
ຈົດບັນຊີ 26: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.