YouVersion Logo
Search Icon

ຈົດບັນຊີ 25

25
ໂມອາບ​ລໍ້ລວງ​ອິດສະຣາເອນ
1ຂະນະ​ທີ່​ອິດສະຣາເອນ​ພັກ​ຢູ່​ທີ່​ຊິດຕິມ, ພວກຜູ້ຊາຍ​ເລີ່ມ​ເຮັດ​ຜິດ​ທາງເພດ​ກັບ​ຍິງ​ຊາວໂມອາບ, 2ຜູ້​ທີ່​ເຊີນ​ພວກເຂົາ​ໄປ​ຮ່ວມ​ບູຊາ​ບັນດາ​ພະ​ຂອງ​ພວກເຂົາ. ພວກເຂົາ​ກໍ່​ໄດ້ຮ່ວມ​ງານລ້ຽງ ແລະ ຂາບໄຫວ້​ຕໍ່ໜ້າ​ພະ​ເຫລົ່ານີ້. 3ດ້ວຍວ່າ​ອິດສະຣາເອນ​ຫັນ​ຕົວເອງ​ເຂົ້າ​ຂາບໄຫວ້​ພະບາອານ​ແຫ່ງ​ເປອໍ. ພຣະເຈົ້າ​ຢາເວ​ໂກດຮ້າຍ​ຕໍ່​ພວກເຂົາ​ຫລາຍ.
4ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ນຳເອົາ​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ​ເຫລົ່ານີ້, ມາ​ປະຫານ​ຊີວິດ ແລະ ແຂວນ​ພວກເຂົາ​ໄວ້​ກາງ​ແດດກ້າ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ເພື່ອ​ວ່າ​ຄວາມໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະເຈົ້າ​ຢາເວ​ຈະ​ຫັນໜີ​ໄປ​ຈາກ​ອິດສະຣາເອນ”.
5ດັ່ງນັ້ນ​ໂມເຊ​ຈຶ່ງ​ສັ່ງ​ຜູ້ພິພາກສາ​ຂອງ​ອິດສະຣາເອນ​ວ່າ, “ພວກເຈົ້າ​ແຕ່ລະຄົນ​ຈະ​ຕ້ອງ​ປະຫານ​ຊີວິດ​ຜູ້ທີ່​ຮ່ວມ​ກາບໄຫວ້​ພະບາອານ​ແຫ່ງ​ເປອໍ”.
6ແລ້ວ​ຊາຍ​ຄົນ​ອິດສະຣາເອນ​ຄົນ​ໜຶ່ງ​ໄດ້​ນຳເອົາ​ຍິງ​ຊາວມີດີອານ​ເຂົ້າ​ມາ​ໃນ​ຄ້າຍພັກ​ຕໍ່ໜ້າ​ໂມເຊ ແລະ ຊຸມຊົນ​ທັງໝົດ​ຂອງ​ອິດສະຣາເອນ​ໃນ​ຂະນະ​ທີ່​ພວກເຂົາ​ຢືນ​ຮ້ອງໄຫ້​ຢູ່​ທີ່​ທາງເຂົ້າ​ຂອງ​ເຕັນນັດພົບ. 7ເມື່ອ​ຟີເນຮາ​ລູກຊາຍ​ຂອງ​ເອເລອາຊາ, ຜູ້​ເປັນ​ລູກຊາຍ​ຂອງ​ປະໂລຫິດ​ອາໂຣນ​ເຫັນ​ເຊັ່ນ​ນີ້, ລາວ​ກໍ​ອອກ​ຈາກ​ຊຸມຊົນ​ໄປ, ໂດຍ​ຈັບ​ເອົາ​ຫອກ​ໃສ່​ມື​ຂອງ​ຕົນ 8ແລ້ວ​ໄດ້​ຕິດຕາມ​ຊາຍ​ຄົນ​ອິດສະຣາເອນ​ເຂົ້າໄປ​ໃນ​ເຕັນ. ລາວ​ຊັດ​ຫອກ​ເຂົ້າ​ໃສ່​ພວກເຂົາ, ທະລຸ​ຜ່ານ​ຊາຍ​ຄົນ​ອິດສະຣາເອນ ແລະ ຊອດເຂົ້າ​ໄປ​ທ້ອງ​ຂອງ​ຍິງ​ນັ້ນ. ແລ້ວ​ໂລກລະບາດ​ທີ່​ເກີດຂື້ນ​ກັບ​ຄົນ​ອິດສະຣາເອນ​ກໍ​ໄດ້​ຢຸດຕິ​ລົງ. 9ແຕ່​ມີ​ຜູ້​ເສຍຊີວິດ​ຍ້ອນ​ໂລກລະບາດ​ໄປ​ແລ້ວ​ຈຳນວນ 24.000 ຄົນ.
10ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 11“ຟີເນຮາ​ລູກຊາຍ​ຂອງ​ເອເລອາຊາ, ຜູ້​ເປັນ​ລູກຊາຍ​ຂອງ​ປະໂລຫິດ​ອາໂຣນ, ເປັນ​ຜູ້​ນຳເອົາ​ຄວາມໂກດຮ້າຍ​ຂອງ​ເຮົາ​ອອກ​ໄປ​ຈາກ​ຄົນ​ອິດສະຣາເອນ. ເນື່ອງຈາກ​ວ່າ​ລາວ​ມີ​ຄວາມ​ກະຕືລືລົ້ນ​ເພື່ອ​ປົກປ້ອງ​ກຽດ​ຂອງ​ເຮົາ​ທີ່​ມີ​ຢູ່ນັ້ນ, ເຮົາ​ຈຶ່ງ​ຢຸດເຊົາ​ການທຳລາຍ​ຂອງ​ເຮົາ​ຕໍ່​ພວກເຂົາ. 12ສະນັ້ນ​ຈົ່ງ​ບອກ​ລາວ​ວ່າ​ເຮົາ​ໄດ້​ເຮັດ​ພັນທະສັນຍາ​ແຫ່ງ​ສັນຕິສຸກ​ຂອງ​ເຮົາ​ກັບ​ລາວ. 13ລາວ ແລະ ເຊື້ອສາຍ​ຂອງ​ລາວ​ຈະ​ມີ​ພັນທະສັນຍາ​ຂອງ​ການ​ເປັນ​ປະໂລຫິດ​ຕະຫລອດໄປ, ເພາະ​ລາວ​ມີ​ຄວາມກະຕືລືລົ້ນ​ເພື່ອ​ປົກປ້ອງ​ກຽດ​ຂອງ​ພຣະເຈົ້າ​ຂອງ​ລາວ ແລະ ໄດ້​ລຶບລ້າງບາບ​ໃຫ້​ຄົນ​ອິດສະຣາເອນ”.
14ຊື່​ຂອງ​ຊາຍ​ຄົນ​ອິດສະຣາເອນ​ຜູ້​ທີ່​ຖືກ​ຂ້າ​ພ້ອມ​ຍິງ​ຊາວມີດີອານ​ນັ້ນ​ແມ່ນ​ຊິມຣີ​ລູກຊາຍ​ຂອງ​ສາລູ, ຜູ້ນຳ​ຄົນ​ໜຶ່ງ​ຂອງ​ຄອບຄົວ​ຊາວຊີເມໂອນ. 15ແລະ ຊື່​ຂອງ​ຍິງ​ຊາວມີດີອານ​ຜູ້​ທີ່​ຖືກ​ຂ້າ​ຄົນ​ນັ້ນ​ແມ່ນ​ໂກຊະບີ​ລູກສາວ​ຂອງ​ຊູເຣ, ເຊິ່ງ​ເປັນ​ຫົວໜ້າ​ຄອບຄົວ​ຂອງ​ເຜົ່າ​ຊາວມີດີອານ.
16ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 17“ຈົ່ງ​ປະຕິບັດ​ຕໍ່​ຊາວມີດີອານ​ໃນ​ຖານະ​ສັດຕູ ແລະ ຂ້າ​ພວກເຂົາ​ເສຍ. 18ພວກເຂົາ​ປະຕິບັດ​ຕໍ່​ເຈົ້າ​ໃນ​ຖານະ​ສັດຕູ​ເມື່ອ​ພວກເຂົາ​ຫລອກລວງ​ເຈົ້າ​ທີ່​ເປອໍ ແລະ ເລື່ອງ​ຂອງ​ໂກຊະບີ, ລູກສາວ​ຜູ້ນຳ​ຂອງ​ຊາວມີດີອານ, ແມ່ຍິງ​ທີ່​ຖືກ​ຂ້າ​ເມື່ອ​ໂລກລະບາດ​ເຂົ້າມາ​ຈາກ​ຜົນ​ຂອງ​ເຫດການ​ນັ້ນ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in