ຈົດບັນຊີ 22
22
ບາຫລາກເອີ້ນບາລາອາມ
1ແລ້ວຄົນອິດສະຣາເອນກໍເດີນທາງມາເຖິງທົ່ງພຽງໂມອາບ ແລະ ຕັ້ງຄ້າຍພັກແຄມແມ່ນ້ຳຈໍແດນກົງກັນຂ້າມເມືອງເຢຣິໂກ.
2ບັດນີ້ບາຫລາກລູກຊາຍຂອງຊິບໂປໄດ້ເຫັນການກະທຳທັງໝົດຂອງອິດສະຣາເອນຕໍ່ຊາວອາໂມ, 3ແລະ ໂມອາບເກີດຄວາມຢ້ານກົວເພາະວ່າອິດສະຣາເອນມີປະຊາຊົນຫລາຍ. ແມ່ນແທ້, ໂມອາບເຕັມດ້ວຍຄວາມຢ້ານກົວຄົນອິດສະຣາເອນເປັນຢ່າງຍິ່ງ.
4ຊາວໂມອາບຈຶ່ງເວົ້າກັບບັນດາຜູ້ອາວຸໂສຂອງມີດີອານວ່າ, “ຄົນກຸ່ມນີ້ກຳລັງຈະກັດກິນທຸກສິ່ງຢູ່ອ້ອມຂ້າງພວກເຮົາ, ເໝືອນດັ່ງງົວທີ່ກິນຫຍ້າຢູ່ໃນທົ່ງນາ”.
ດັ່ງນັ້ນບາຫລາກລູກຊາຍຂອງຊິບໂປ, ຜູ້ເປັນກະສັດຂອງໂມອາບໃນເວລານັ້ນ, 5ຈຶ່ງສົ່ງຜູ້ສື່ສານໄປເອີ້ນເອົາບາລາອາມລູກຊາຍຂອງເບອໍ, ຢູ່ທີ່ເປໂທ, ໃກ້ກັບແມ່ນ້ຳເອີຟຣັດ, ດິນແດນທີ່ເປັນບ້ານເກີດຂອງລາວ. ບາຫລາກກ່າວວ່າ:
“ປະຊາຊົນກຸ່ມໜຶ່ງອອກມາຈາກເອຢິບ; ພວກເຂົາກຳລັງແຜ່ຜາຍໄປທົ່ວພື້ນທີ່ຂອງດິນແດນ ແລະ ຕັ້ງຖິ່ນຖານຢູ່ໄກ້ໆເຮົາ. 6ບັດນີ້ຈົ່ງມາ ແລະ ສາບແຊ່ງປະຊາຊົນເຫລົ່ານີ້ເທາະ, ເພາະພວກເຂົາແຂງແກ່ນເກີນກຳລັງຂອງເຮົາ. ບາງທີເຮົາຈະສາມາດເອົາຊະນະພວກເຂົາໄດ້ ແລະ ຂັບໄລ່ພວກເຂົາອອກຈາກດິນແດນ. ເພາະເຮົາຮູ້ວ່າຄົນໃດທີ່ເຈົ້າອວຍພອນຄົນນັ້ນກໍໄດ້ຮັບພອນ, ແລະ ຄົນໃດທີ່ເຈົ້າສາບແຊ່ງຄົນນັ້ນກໍຖືກສາບແຊ່ງ”.
7ບັນດາຜູ້ອາວຸໂສຂອງໂມອາບ ແລະ ມີດີອານຈຶ່ງອອກໄປ, ພ້ອມກັບເງິນຄ່າພິທີສາບແຊ່ງ. ເມື່ອພວກເຂົາມາພົບບາລາອາມ, ພວກເຂົາກໍບອກເພິ່ນຕາມທີ່ບາຫລາກໄດ້ກ່າວ.
8ບາລາອາມກ່າວຕໍ່ພວກເຂົາວ່າ, “ເຊີນພັກຄ້າງຄືນບ່ອນນີ້ກ່ອນ, ແລ້ວຂ້າພະເຈົ້າຈະລາຍງານແກ່ພວກເຈົ້າຕາມທີ່ພຣະເຈົ້າຢາເວປະທານໃຫ້ຂ້າພະເຈົ້າ”. ດັ່ງນັ້ນຂ້າລາຊະການຊາວໂມອາບຈຶ່ງພັກຢູ່ກັບບາລາອາມ.
9ພຣະເຈົ້າມາຫາບາລາອາມ ແລະ ຖາມວ່າ, “ຄົນເຫລົ່ານີ້ທີ່ຢູ່ກັບເຈົ້າແມ່ນຜູ້ໃດ?”
10ບາລາອາມຕອບພຣະເຈົ້າວ່າ, “ບາຫລາກລູກຊາຍຂອງຊິບໂປກະສັດແຫ່ງໂມອາບ, ໄດ້ສົ່ງຂ່າວມາວ່າ: 11‘ປະຊາຊົນທີ່ອອກມາຈາກເອຢິບແຜ່ຜາຍໄປທົ່ວພື້ນທີ່ຂອງດິນແດນ. ບັດນີ້ກະລຸນາມາ ແລະ ສາບແຊ່ງພວກເຂົາເພື່ອຂ້າພະເຈົ້າແດ່. ບາງທີຫລັງຈາກນັ້ນຂ້າພະເຈົ້າຈະສາມາດສູ້ຮົບພວກເຂົາ ແລະ ຂັບໄລ່ພວກເຂົາອອກໜີໄປໄດ້’ ”.
12ແຕ່ພຣະເຈົ້າກ່າວແກ່ບາລາອາມວ່າ, “ຢ່າໄປກັບພວກເຂົາ. ເຈົ້າບໍ່ຕ້ອງສາບແຊ່ງຄົນເຫລົ່ານັ້ນ, ເພາະວ່າພວກເຂົາເປັນຜູ້ໄດ້ຮັບພຣະພອນແລ້ວ”.
13ເຊົ້າມື້ຕໍ່ມາບາລາອາມລຸກຂຶ້ນ ແລະ ບອກກັບຂ້າລາຊະການຂອງບາຫລາກວ່າ, “ຈົ່ງກັບຄືນໄປປະເທດຂອງພວກທ່ານ, ເພາະພຣະເຈົ້າຢາເວບໍ່ອະນຸຍາດໃຫ້ຂ້າພະເຈົ້າໄປກັບພວກທ່ານ”.
14ດັ່ງນັ້ນຂ້າລາຊະການຊາວໂມອາບຈຶ່ງກັບຄືນໄປຫາບາຫລາກ ແລະ ກ່າວວ່າ, “ບາລາອາມປະຕິເສດທີ່ຈະມາກັບພວກເຮົາ”.
15ແລ້ວບາຫລາກກໍໄດ້ສົ່ງຂ້າລາຊະການຄົນອື່ນໆອີກຈຳນວນຫລາຍກວ່າເກົ່າ ແລະ ມີກຽດຊື່ສຽງຫລາຍກວ່າພວກທຳອິດອີກໄປ. 16ພວກເຂົາກໍມາຫາບາລາອາມ ແລະ ກ່າວວ່າ:
“ນີ້ແມ່ນສິ່ງທີ່ບາຫລາກລູກຊາຍຂອງຊິບໂປກ່າວຄື: ຢ່າໃຫ້ມີສິ່ງໃດມາຂັດຂວາງບໍ່ໃຫ້ເຈົ້າມາຫາເຮົາ, 17ເພາະເຮົາຈະຕອບແທນທ່ານຢ່າງງົດງາມ ແລະ ເຮັດຕາມສິ່ງທີ່ເຈົ້າບອກ. ຂໍຈົ່ງມາ ແລະ ສາບແຊ່ງແກ່ປະຊາຊົນເຫລົ່ານີ້ເພື່ອເຮົາ”.
18ແຕ່ບາລາອາມຕອບພວກເຂົາວ່າ, “ແມ່ນແຕ່ບາຫລາກຈະມອບເງິນ ແລະ ຄຳທັງໝົດທີ່ຢູ່ໃນວັງຂອງເພິ່ນໃຫ້ແກ່ຂ້າພະເຈົ້າ, ຂ້າພະເຈົ້າກໍບໍ່ສາມາດເຮັດສິ່ງໃຫຍ່ ຫລື ສິ່ງນ້ອຍເກີນຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າໄດ້ດອກ. 19ບັດນີ້ຈົ່ງຄ້າງຄືນທີ່ນີ້ກ່ອນສາ ເພື່ອວ່າຂ້າພະເຈົ້າຈະເບິ່ງວ່າພຣະເຈົ້າຢາເວຈະບອກສິ່ງໃດອີກກັບຂ້າພະເຈົ້າ”.
20ຄືນນັ້ນພຣະເຈົ້າກໍມາຫາບາລາອາມ ແລະ ກ່າວວ່າ, “ເນື່ອງຈາກວ່າຄົນເຫລົ່ານີ້ໄດ້ມາເພື່ອເອີ້ນເອົາເຈົ້າໄປ, ຈົ່ງໄປກັບພວກເຂົາສາ, ແຕ່ຈົ່ງເຮັດຕາມສິ່ງທີ່ເຮົາບອກເຈົ້າເທົ່ານັ້ນ”.
ລໍຂອງບາລາອາມ
21ບາລາອາມລຸກຂຶ້ນໃນຕອນເຊົ້າ, ຈັດແຈງຜູກອານລໍຂອງຕົນ ແລະ ໄປກັບພວກຂ້າລາຊະການຂອງໂມອາບ. 22ແຕ່ພຣະເຈົ້າໂກດຮ້າຍຫລາຍເມື່ອບາລາອາມອອກໄປ, ແລະ ເທວະດາຂອງພຣະເຈົ້າຢາເວມາຢືນຢູ່ກາງທາງເພື່ອຂັດຂວາງ. ບາລາອາມຂີ່ລໍຂອງຕົນໄປ, ແລະ ມີຄົນຮັບໃຊ້ສອງຄົນໄປນຳດ້ວຍ. 23ເມື່ອລໍເຫັນເທວະດາຂອງພຣະເຈົ້າຢາເວຢືນຖືດາບຢູ່ກາງທາງ, ລໍກໍຫລີກອອກຈາກທາງໄປສູ່ທົ່ງນາ. ບາລາອາມກໍຕີລໍເພື່ອບັງຄັບໃຫ້ມັນກັບເຂົ້າມາສູ່ຫົນທາງເດີມ.
24ຈາກນັ້ນເທວະດາຂອງພຣະເຈົ້າຢາເວກໍມາຢືນຢູ່ບ່ອນທາງແຄບລະຫວ່າງຂອບຮົ້ວສວນອະງຸ່ນສອງດ້ານ. 25ເມື່ອລໍເຫັນເທວະດາຂອງພຣະເຈົ້າຢາເວ, ລໍກໍບຽດໂຕເຂົ້າຂອບຮົ້ວນັ້ນ, ເຮັດໃຫ້ຕີນຂອງບາລາອາມຕຳໃສ່ຮົ້ວ. ດັ່ງນັ້ນລາວຈຶ່ງຕີລໍອີກ.
26ແລ້ວເທວະດາຂອງພຣະເຈົ້າຢາເວຈຶ່ງອອກໄປທາງໜ້າກ່ອນ ແລະ ຢືນຢູ່ບ່ອນແຄບບ່ອນທີ່ລໍບໍ່ສາມາດຫລົບໄປທາງໃດໄດ້. 27ເມື່ອລໍເຫັນເທວະດາຂອງພຣະເຈົ້າຢາເວແລ້ວ, ລໍກໍໝູບລົງໂດຍທີ່ບາລາອາມຍັງນັ່ງຢູ່ເທິງຫລັງ ແລະ ລາວຍິ່ງໃຈຮ້າຍ ແລະ ເອົາໄມ້ຄ້ອນເທົ້າຂອງຕົນຕີລໍອີກ. 28ແລ້ວພຣະເຈົ້າຢາເວເປີດປາກຂອງລໍ ແລະ ລໍຈຶ່ງເວົ້າກັບບາລາອາມວ່າ, “ຂ້າພະເຈົ້າໄດ້ເຮັດຫຍັງໃຫ້ທ່ານບໍ ທ່ານຈຶ່ງຕີຂ້າພະເຈົ້າເຖິງສາມຄັ້ງເຊັ່ນນີ້?”
29ບາລາອາມຕອບລໍວ່າ, “ເຈົ້າເຮັດໃຫ້ຂ້ອຍກາຍເປັນຄົນໂງ່! ຖ້າຂ້ອຍມີດາບດວງໜຶ່ງຢູ່ໃນມື, ຂ້ອຍຈະຂ້າເຈົ້າດຽວນີ້ລະ”.
30ລໍເວົ້າຕໍ່ບາລາອາມວ່າ, “ຂ້າພະເຈົ້າບໍ່ແມ່ນລໍຂອງທ່ານ, ເຊິ່ງທ່ານໄດ້ຂີ່ຕະຫລອດ, ຈົນມາເຖິງມື້ນີ້ບໍ່ແມ່ນບໍ? ຂ້າພະເຈົ້າເຄີຍເຮັດກັບທ່ານເຊັ່ນນີ້ມາກ່ອນບໍ?”
ບາລາອາມຕອບວ່າ, “ບໍ່ເຄີຍ”.
31ແລ້ວພຣະເຈົ້າຢາເວໄດ້ເປີດຕາຂອງບາລາອາມອອກ, ແລະ ລາວໄດ້ເຫັນເທວະດາຂອງພຣະເຈົ້າຢາເວກຳລັງຢືນຖືດາບຢູ່ກາງທາງ. ດັ່ງນັ້ນ ລາວຈຶ່ງໝອບລົງ ແລະ ໝູບໜ້າລົງ.
32ເທວະດາຂອງພຣະເຈົ້າຢາເວຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງຕີລໍຂອງເຈົ້າເຖິງສາມຄັ້ງເຊັ່ນນີ້? ຂ້ອຍໄດ້ມາທີ່ນີ້ເພື່ອຂັດຂວາງເຈົ້າເພາະເຈົ້າກຳລັງເຮັດຢ່າງບໍ່ຄິດໄຕ່ຕອງ.#22:32 ໃນພາສາເຮັບເຣີ/ ຂໍ້ຄວາມນີ້ມີຄວາມໝາຍບໍ່ຊັດເຈນ 33ລໍເຫັນຂ້ອຍແລ້ວ ແລະ ຫລີກໜີໄປຈາກຂ້ອຍເຖິງສາມຄັ້ງເຊັ່ນນີ້ແຫລະ. ຖ້າລໍບໍ່ໄດ້ຫລີກໜີໄປ, ປານນີ້ຂ້ອຍຄົງໄດ້ຂ້າເຈົ້າແລ້ວແນ່ນອນ, ແຕ່ຂ້ອຍຄົງປ່ອຍລໍໄວ້”.
34ບາລາອາມກ່າວກັບເທວະດາຂອງພຣະເຈົ້າຢາເວວ່າ, “ຂ້ານ້ອຍໄດ້ເຮັດບາບແລ້ວ. ຂ້ານ້ອຍບໍ່ຮູ້ວ່າທ່ານຢືນຢູ່ກາງທາງເພື່ອຂັດຂວາງຂ້ານ້ອຍ. ບັດນີ້ ຖ້າທ່ານບໍ່ພໍໃຈ, ຂ້ານ້ອຍກໍຈະກັບຄືນເມືອ”.
35ເທວະດາຂອງພຣະເຈົ້າຢາເວກ່າວແກ່ບາລາອາມວ່າ, “ຈົ່ງໄປກັບຄົນເຫລົ່ານີ້ສາ, ແຕ່ຈົ່ງເວົ້າຕາມທີ່ເຮົາສັ່ງເຈົ້າເທົ່ານັ້ນ”. ດັ່ງນັ້ນບາລາອາມຈຶ່ງໄປກັບພວກຂ້າລາຊະການຂອງບາຫລາກ.
36ເມື່ອບາຫລາກໄດ້ຍິນວ່າບາລາອາມກຳລັງມາ, ເພິ່ນກໍອອກໄປພົບທີ່ຊາຍແດນຄືທີ່ເມືອງຂອງຊາວໂມອາບຕິດກັບອາກໂນນ, ທີ່ຢູ່ໄກ້ຄຽງເຂດແດນຂອງເພິ່ນ. 37ບາຫລາກເວົ້າຕໍ່ບາລາອາມວ່າ, “ເຮົາໄດ້ສົ່ງຄົນໄປເອີ້ນເຈົ້າໃຫ້ມາດ່ວນບໍ່ແມ່ນບໍ? ເປັນຫຍັງເຈົ້າຈຶ່ງບໍ່ຍອມມາຫາເຮົາ? ເຮົາບໍ່ສາມາດໃຫ້ລາງວັນແກ່ເຈົ້າແທ້ຊັ້ນບໍ?”
38ບາລາອາມຕອບວ່າ, “ເວລານີ້ຂ້າພະເຈົ້າມາຫາທ່ານແລ້ວ. ແຕ່ຂ້າພະເຈົ້າບໍ່ສາມາດເວົ້າສິ່ງໃດຕາມຄວາມພໍໃຈຂອງຕົນເອງໄດ້. ຂ້າພະເຈົ້າຕ້ອງເວົ້າແຕ່ສິ່ງທີ່ພຣະເຈົ້າໃສ່ໃນປາກຂອງຂ້າພະເຈົ້າເທົ່ານັ້ນ”.
39ແລ້ວບາລາອາມກໍໄປກັບບາຫລາກທີ່ກີຣີອາດຮູຊົດ. 40ບາຫລາກເອົາງົວ ແລະ ແກະຖວາຍບູຊາ, ແລະ ມອບບາງສ່ວນໃຫ້ບາລາອາມກັບພວກຂ້າລາຊະການທີ່ໄປກັບເພິ່ນ. 41ເຊົ້າມື້ຕໍ່ມາບາຫລາກກໍພາບາລາອາມຂຶ້ນໄປເທິງບາໂມດບາອານ, ແລະ ຈາກທີ່ນັ້ນລາວສາມາດເບິ່ງລົງມາເຫັນຄ້າຍພັກຂອງຄົນອິດສະຣາເອນຢູ່ເຂດນອກເມືອງ.
Currently Selected:
ຈົດບັນຊີ 22: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.