1
ຈົດບັນຊີ 22:28
ພຣະຄຳພີລາວສະບັບສະໄໝໃໝ່
LCV
ແລ້ວພຣະເຈົ້າຢາເວເປີດປາກຂອງລໍ ແລະ ລໍຈຶ່ງເວົ້າກັບບາລາອາມວ່າ, “ຂ້າພະເຈົ້າໄດ້ເຮັດຫຍັງໃຫ້ທ່ານບໍ ທ່ານຈຶ່ງຕີຂ້າພະເຈົ້າເຖິງສາມຄັ້ງເຊັ່ນນີ້?”
Compare
Explore ຈົດບັນຊີ 22:28
2
ຈົດບັນຊີ 22:31
ແລ້ວພຣະເຈົ້າຢາເວໄດ້ເປີດຕາຂອງບາລາອາມອອກ, ແລະ ລາວໄດ້ເຫັນເທວະດາຂອງພຣະເຈົ້າຢາເວກຳລັງຢືນຖືດາບຢູ່ກາງທາງ. ດັ່ງນັ້ນ ລາວຈຶ່ງໝອບລົງ ແລະ ໝູບໜ້າລົງ.
Explore ຈົດບັນຊີ 22:31
3
ຈົດບັນຊີ 22:32
ເທວະດາຂອງພຣະເຈົ້າຢາເວຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງຕີລໍຂອງເຈົ້າເຖິງສາມຄັ້ງເຊັ່ນນີ້? ຂ້ອຍໄດ້ມາທີ່ນີ້ເພື່ອຂັດຂວາງເຈົ້າເພາະເຈົ້າກຳລັງເຮັດຢ່າງບໍ່ຄິດໄຕ່ຕອງ.
Explore ຈົດບັນຊີ 22:32
4
ຈົດບັນຊີ 22:30
ລໍເວົ້າຕໍ່ບາລາອາມວ່າ, “ຂ້າພະເຈົ້າບໍ່ແມ່ນລໍຂອງທ່ານ, ເຊິ່ງທ່ານໄດ້ຂີ່ຕະຫລອດ, ຈົນມາເຖິງມື້ນີ້ບໍ່ແມ່ນບໍ? ຂ້າພະເຈົ້າເຄີຍເຮັດກັບທ່ານເຊັ່ນນີ້ມາກ່ອນບໍ?” ບາລາອາມຕອບວ່າ, “ບໍ່ເຄີຍ”.
Explore ຈົດບັນຊີ 22:30
5
ຈົດບັນຊີ 22:29
ບາລາອາມຕອບລໍວ່າ, “ເຈົ້າເຮັດໃຫ້ຂ້ອຍກາຍເປັນຄົນໂງ່! ຖ້າຂ້ອຍມີດາບດວງໜຶ່ງຢູ່ໃນມື, ຂ້ອຍຈະຂ້າເຈົ້າດຽວນີ້ລະ”.
Explore ຈົດບັນຊີ 22:29
6
ຈົດບັນຊີ 22:27
ເມື່ອລໍເຫັນເທວະດາຂອງພຣະເຈົ້າຢາເວແລ້ວ, ລໍກໍໝູບລົງໂດຍທີ່ບາລາອາມຍັງນັ່ງຢູ່ເທິງຫລັງ ແລະ ລາວຍິ່ງໃຈຮ້າຍ ແລະ ເອົາໄມ້ຄ້ອນເທົ້າຂອງຕົນຕີລໍອີກ.
Explore ຈົດບັນຊີ 22:27