ຈົດບັນຊີ 2
2
ການຈັດຕັ້ງຄ້າຍພັກຂອງເຜົ່າຕ່າງໆ
1ພຣະເຈົ້າຢາເວ ໄດ້ກ່າວຕໍ່ໂມເຊ ແລະ ອາໂຣນວ່າ: 2“ຄົນອິດສະຣາເອນຈະຕ້ອງຕັ້ງຄ້າຍພັກຢູ່ອ້ອມເຕັນນັດພົບ ໃຫ້ຫ່າງຈາກເຕັນນັດພົບພໍສົມຄວນ, ໃຫ້ພວກເຂົາແຕ່ລະຄົນຢູ່ພາຍໃຕ້ທຸງປະຈຳຂອງກອງພວກເຂົາ ແລະ ຖືທຸງປະຈຳຄອບຄົວຂອງພວກເຂົາ”.
3ດ້ານຕາເວັນອອກ, ປິ່ນໜ້າໃສ່ທາງທີ່ຕາເວັນຂຶ້ນ:
ເປັນບ່ອນຕັ້ງຄ້າຍພັກຂອງກອງຢູດາພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ຜູ້ນຳເຜົ່າຢູດາແມ່ນນາໂຊນ ລູກຊາຍຂອງອຳມີນາດາບ. 4ກອງຂອງລາວມີຈຳນວນ 74.600 ຄົນ.
5ເຜົ່າອິດຊາຄາຈະຕັ້ງຄ້າຍພັກໃກ້ກັບພວກເຂົາ. ຜູ້ນຳປະຊາຊົນຂອງອິດຊາຄາແມ່ນເນທາເນນ ລູກຊາຍຂອງຊູອາ. 6ກອງຂອງລາວມີຈຳນວນ 54.400 ຄົນ.
7ເຜົ່າເຊບູໂລນຈະເປັນຜູ້ຖັດໄປ. ຜູ້ນຳປະຊາຊົນແມ່ນເອລີອາບ ລູກຊາຍຂອງເຮໂລນ. 8ກອງຂອງລາວມີຈຳນວນ 57.400 ຄົນ.
9ຜູ້ຊາຍທັງໝົດທີ່ຖືກມອບໝາຍໃຫ້ເຜົ່າຢູດາຕາມກອງຂອງພວກເຂົາ, ມີຈຳນວນ 186.400 ຄົນ. ພວກເຂົາຈະອອກເດີນທາງໄປເປັນກອງທຳອິດ.
10ທາງດ້ານໃຕ້ຈະເປັນ:
ກອງຄ້າຍພັກຂອງຣູເບັນພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ຜູ້ນຳຂອງປະຊາຊົນຂອງຣູເບັນແມ່ນເອລີຊູ ລູກຊາຍຂອງເຊເດອຸເຣ. 11ກອງຂອງລາວມີຈຳນວນ 46.500 ຄົນ.
12ເຜົ່າຊີເມໂອນຈະຕັ້ງຄ້າຍພັກຖັດໄປຈາກພວກເຂົາ. ຜູ້ນຳປະຊາຊົນຂອງຊີເມໂອນແມ່ນເຊລູມີເອນ ລູກຊາຍຂອງຊູຣິດຊັດດາຍ. 13ກອງຂອງລາວມີຈຳນວນ 59.300 ຄົນ.
14ຕໍ່ມາແມ່ນເຜົ່າກາດ. ຜູ້ນຳປະຊາຊົນຂອງເຜົ່າກາດແມ່ນເອລີອາສັບ ລູກຊາຍຂອງດູເອນ.#2:14 ສະບັບພາສາເຮັບເຣີທີ່ຂຽນ ດ້ວຍມືບາງສະບັບວ່າ ເຣອູເອນ 15ກອງຂອງລາວມີຈຳນວນ 45.650 ຄົນ.
16ຜູ້ຊາຍທັງໝົດທີ່ຖືກມອບໃຫ້ເຜົ່າຣູເບັນ, ຕາມກອງຂອງພວກເຂົາ, ມີຈຳນວນ 151.450 ຄົນ. ພວກເຂົາຈະອອກເດີນທາງເປັນກອງທີສອງ.
17ຫລັງຈາກນັ້ນ ເຕັນນັດພົບ ແລະ ຄ້າຍພັກຂອງຄົນເລວີຈະຕັ້ງຢູ່ກາງຂອງຄ້າຍພັກຕ່າງໆ. ພວກເຂົາຈະອອກເດີນທາງຕາມລຳດັບດຽວກັນກັບທີ່ພວກເຂົາຕັ້ງຄ້າຍພັກ, ແຕ່ລະກອງຢູ່ໃນຕຳແໜ່ງຂອງຕົນພາຍໃຕ້ທຸງປະຈຳກອງຂອງຕົນ.
18ດ້ານຕາເວັນຕົກຈະເປັນ:
ກອງຂອງຄ້າຍພັກຂອງເອຟຣາອິມ ພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ຜູ້ນຳປະຊາຊົນຂອງເອຟຣາອິມແມ່ນເອລີຊາມາ ລູກຊາຍຂອງອາມມີຮູດ. 19ກອງຂອງລາວມີຈຳນວນ 40.500 ຄົນ.
20ເຜົ່າມານາເຊຈະຢູ່ຖັດຈາກພວກເຂົາ. ຜູ້ນຳປະຊາຊົນຂອງມານາເຊແມ່ນກາມາລີເອນ ລູກຊາຍຂອງເປດາຊູ. 21ກອງຂອງລາວມີຈຳນວນ 32.200 ຄົນ.
22ຕໍ່ມາແມ່ນເຜົ່າເບັນຢາມິນ. ຜູ້ນຳປະຊາຊົນຂອງເບັນຢາມິນແມ່ນອາບີດານ ລູກຊາຍຂອງກີເດໂອນີ. 23ກອງຂອງລາວມີຈຳນວນ 35.400 ຄົນ.
24ຜູ້ຊາຍທັງໝົດທີ່ຖືກມອບໃຫ້ແກ່ເຜົ່າເອຟຣາອິມຕາມກອງຂອງພວກເຂົາ, ມີຈຳນວນ 108.100 ຄົນ. ພວກເຂົາຈະອອກເດີນທາງເປັນກອງທີສາມ.
25ດ້ານເໜືອຈະເປັນ:
ກອງຄ້າຍພັກຂອງດານພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ຜູ້ນຳປະຊາຊົນຂອງດານແມ່ນອາຮີເອເຊ ລູກຊາຍຂອງອຳມີຊັດດາຍ. 26ກອງຂອງລາວມີຈຳນວນ 62.700 ຄົນ.
27ເຜົ່າອາເຊຈະຕັ້ງຄ້າຍຖັດຈາກພວກເຂົາ. ຜູ້ນຳປະຊາຊົນຂອງອາເຊແມ່ນປາກີເອນ ລູກຊາຍຂອງອົກກະຣັນ. 28ກອງຂອງລາວມີຈຳນວນ 41.500 ຄົນ.
29ຕໍ່ມາແມ່ນເຜົ່າເນັບທາລີ. ຜູ້ນຳປະຊາຊົນຂອງເນັບທາລີແມ່ນອາຮີຣາ ລູກຊາຍຂອງເອນານ. 30ກອງຂອງລາວມີຈຳນວນ 53.400 ຄົນ.
31ຜູ້ຊາຍທັງໝົດທີ່ທີ່ຖືກມອບໃຫ້ແກ່ເຜົ່າດານມີຈຳນວນ 157.600 ຄົນ. ພວກເຂົາຈະອອກເດີນທາງເປັນກອງສຸດທ້າຍ, ພາຍໃຕ້ທຸງປະຈຳກອງຂອງພວກເຂົາ.
32ທັງໝົດນີ້ຄືຄົນອິດສະຣາເອນ, ນັບຕາມຄອບຄົວຂອງພວກເຂົາ. ຜູ້ຊາຍທັງໝົດທີ່ຢູ່ໃນຄ້າຍພັກ ຕາມກອງຂອງພວກເຂົາມີຈຳນວນ 603.550 ຄົນ. 33ແຕ່ບໍ່ໄດ້ນັບຄົນເລວີລວມເຂົ້າກັບຄົນອິດສະຣາເອນອື່ນໆ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
34ດັ່ງນັ້ນ ຄົນອິດສະຣາເອນຈຶ່ງໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ; ນັ້ນຄືວິທີທີ່ພວກເຂົາໄດ້ຕັ້ງຄ້າຍພັກພາຍໃຕ້ທຸງປະຈຳກອງຂອງພວກເຂົາ ແລະ ນັ້ນຄືວິທີທີ່ພວກເຂົາກຳນົດໄວ້, ພວກເຂົາແຕ່ລະຄົນແມ່ນໄປກັບຕະກຸນ ແລະ ຄອບຄົວຂອງພວກເຂົາ.
Currently Selected:
ຈົດບັນຊີ 2: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.