YouVersion Logo
Search Icon

ຈົດບັນຊີ 1

1
ການ​ສຳຫລວດ​ສຳມະໂນຄົວ
1ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ໃນ​ເຕັນນັດພົບ ຢູ່​ທີ່​ຖິ່ນແຫ້ງແລ້ງກັນດານ​ຊີນາຍ ໃນ​ມື້​ທີ​ໜຶ່ງ​ເດືອນ​ທີ​ສອງ​ຂອງ​ປີ​ທີ​ສອງ​ຫລັງ​ຈາກ​ທີ່​ຄົນ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ. ພຣະອົງ​ໄດ້​ເວົ້າ​ວ່າ: 2“ຈົ່ງ​ສຳຫລວດ​ສຳມະໂນຄົວ​ຂອງ​ຊຸມຊົນ​ຄົນ​ອິດສະຣາເອນ​ທັງໝົດ​ຕາມ​ຕະກຸນ ແລະ ຄອບຄົວ​ຂອງ​ພວກເຂົາ, ຈົ່ງ​ເຮັດ​ບັນຊີ​ລາຍຊື່​ຜູ້ຊາຍ​ທຸກ​ຄົນ​ຕາມ​ລຳດັບ. 3ເຈົ້າ ແລະ ອາໂຣນ​ຈະ​ຕ້ອງ​ນັບ​ຜູ້ຊາຍ​ທັງໝົດ​ໃນ​ອິດສະຣາເອນ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ເຮັດ​ໜ້າທີ່​ໃນ​ກອງທັບ​ໄດ້​ໂດຍ​ແຍກ​ພວກເຂົາ​ອອກ​ເປັນ​ກອງ. 4ຈົ່ງ​ເລືອກ​ເອົາ​ຜູ້ຊາຍ​ໜຶ່ງ​ຄົນ​ຈາກ​ແຕ່ລະ​ເຜົ່າ, ພວກເຂົາ​ເຫລົ່ານັ້ນ​ແມ່ນ​ຫົວໜ້າ​ຄອບຄົວ, ເພື່ອ​ຈະ​ເປັນ​ຜູ້​ຊ່ວຍ​ພວກເຈົ້າ.
5“ຕໍ່ໄປ​ນີ້​ແມ່ນ​ລາຍ​ຊື່​ຂອງ​ຜູ້ຊາຍ​ທັງຫລາຍ​ທີ່​ຈະ​ມາ​ຊ່ວຍ​ພວກເຈົ້າ:
“ເອລີຊູ​ລູກຊາຍ​ຂອງ​ເຊເດອຸເຣ, ຈາກ​ເຜົ່າ​ຣູເບັນ;
6ເຊລູມີເອນ​ລູກຊາຍ​ຂອງ​ຊູຣິດຊັດດາຍ, ຈາກ​ເຜົ່າ​ຊີເມໂອນ;
7ນາໂຊນ​ລູກຊາຍ​ຂອງ​ອຳມີນາດາບ, ຈາກ​ເຜົ່າ​ຢູດາ;
8ເນທາເນນ​ລູກຊາຍ​ຂອງ​ຊູອາ, ຈາກ​ເຜົ່າ​ອິດຊາຄາ;
9ເອລີອາບ​ລູກຊາຍ​ຂອງ​ເຮໂລນ, ຈາກ​ເຜົ່າ​ເຊບູໂລນ;
10ຈາກ​ບັນດາ​ລູກຊາຍ​ຂອງ​ໂຢເຊັບ:
ເອລີຊາມາ​ລູກຊາຍ​ອາມມີຮູດ, ຈາກ​ເຜົ່າ​ເອຟຣາອິມ;
ກາມາລີເອນ​ລູກຊາຍ​ຂອງ​ເປດາຊູ, ຈາກ​ເຜົ່າ​ມານາເຊ;
11ອາບີດານ​ລູກຊາຍ​ຂອງ​ກີເດໂອນີ, ຈາກ​ເຜົ່າ​ເບັນຢາມິນ;
12ອາຮີເອເຊ​ລູກຊາຍ​ຂອງ​ອຳມີຊັດດາຍ, ຈາກ​ເຜົ່າ​ດານ;
13ປາກີເອນ​ລູກຊາຍ​ຂອງ​ອົກກະຣັນ, ຈາກ​ເຜົ່າ​ອາເຊ;
14ເອລີອາສັບ​ລູກຊາຍ​ຂອງ​ດູເອນ, ຈາກ​ເຜົ່າ​ກາດ;
15ອາຮີຣາ​ລູກຊາຍ​ເອນັນ​ຈາກ​ເຜົ່າ​ເນັບທາລີ”.
16ຜູ້ຊາຍ​ເຫລົ່ານີ້​ໄດ້​ຖືກ​ແຕ່ງຕັ້ງ​ຈາກ​ຊຸມຊົນ, ບັນດາ​ຜູ້ນຳ​ຂອງ​ເຜົ່າ​ຕ່າງໆ​ຕາມ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກເຂົາ​ເປັນ​ຫົວໜ້າ​ຕະກຸນ​ຕ່າງໆ​ຂອງ​ອິດສະຣາເອນ.
17ໂມເຊ ແລະ ອາໂຣນ​ໄດ້​ຮັບ​ເອົາ​ຜູ້ຊາຍ​ເຫລົ່ານີ້​ຕາມ​ບັນຊີ​ລາຍ​ຊື່​ທີ່​ໄດ້​ລະບຸ​ໄວ້, 18ແລະ ພວກເພິ່ນ​ໄດ້​ເອີ້ນ​ຊຸມຊົນ​ທັງໝົດ​ມາ​ເຕົ້າໂຮມ​ກັນ​ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສອງ. ປະຊາຊົນ​ໄດ້​ລົງ​ບັນຊີ​ລາຍຊື່​ບັນພະບຸລຸດ​ຂອງ​ພວກເຂົາ​ຕາມ​ຕະກຸນ ແລະ ຄອບຄົວ​ຂອງ​ພວກເຂົາ ແລະ ໄດ້​ລົງ​ບັນຊີ​ລາຍຊື່​ຜູ້ຊາຍ​ແຕ່ລະຄົນ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ, 19ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ນັບ​ຈຳນວນ​ຄົນ​ເຫລົ່ານີ້​ໃນ​ຖິ່ນແຫ້ງແລ້ງກັນດານ​ຊີນາຍ​ຄື:
20ຈາກ​ເຊື້ອສາຍ​ຂອງ​ຣູເບັນ​ລູກຊາຍ​ກົກ​ຂອງ​ອິດສະຣາເອນ:
ຜູ້ຊາຍ​ທັງໝົດ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ​ທີ່​ສາມາດ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ​ນັ້ນ. 21ຈາກ​ເຜົ່າ​ຣູເບັນ​ມີ​ຈຳນວນ 46.500 ຄົນ.
22ຈາກ​ເຊື້ອສາຍ​ຂອງ​ຊີເມໂອນ:
ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ. 23ຈາກ​ເຜົ່າ​ຊີເມໂອນ​ມີ​ຈຳນວນ 59.300 ຄົນ.
24ຈາກ​ເຊື້ອສາຍ​ຂອງ​ກາດ:
ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ. 25ຈາກ​ເຜົ່າ​ກາດ​ມີ​ຈຳນວນ 45.650 ຄົນ.
26ຈາກ​ເຊື້ອສາຍ​ຂອງ​ຢູດາ:
ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ. 27ຈາກ​ເຜົ່າ​ຂອງ​ຢູດາ​ມີ​ຈຳນວນ 74.600 ຄົນ.
28ຈາກ​ເຊື້ອສາຍ​ຂອງ​ອິດຊາຄາ:
ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ. 29ຈາກ​ເຜົ່າ​ອິດຊາຄາ​ມີ​ຈຳນວນ 54.400 ຄົນ.
30ຈາກ​ເຊື້ອສາຍ​ຂອງ​ເຊບູໂລນ:
ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ. 31ຈາກ​ເຜົ່າ​ເຊບູໂລນ​ມີ​ຈຳນວນ 57.400 ຄົນ.
32ລູກຊາຍ​ຂອງ​ໂຢເຊັບ:
ຈາກ​ເຊື້ອສາຍ​ຂອງ​ເອຟຣາອິມ:
ຜູ້ຊາຍ​ທັງໝົດ​ຜູ້​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ທີ່​ໄດ້​ຕາມ​ລາຍ​ຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ. 33ຈາກ​ເຜົ່າ​ເອຟຣາອິມ​ມີ​ຈຳນວນ 40.500 ຄົນ.
34ຈາກ​ເຊື້ອສາຍ​ຂອງ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ:
ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍ​ຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ. 35ຈາກ​ເຜົ່າ​ມານາເຊ​ມີ​ຈຳນວນ 32.200 ຄົນ.
36ຈາກ​ເຊື້ອສາຍ​ຂອງ​ເບັນຢາມິນ:
ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ໄດ້​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ. 37ຈາກ​ເຜົ່າ​ເບັນຢາມິນ​ມີ​ຈຳນວນ 35.400 ຄົນ.
38ຈາກ​ເຊື້ອສາຍ​ຂອງ​ດານ:
ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ. 39ຈາກ​ເຜົ່າ​ດານ​ມີ​ຈຳນວນ 62.700 ຄົນ.
40ຈາກ​ເຊື້ອສາຍ​ຂອງ​ອາເຊ:
ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ. 41ຈາກ​ເຜົ່າ​ອາເຊ​ມີ​ຈຳນວນ 41.500 ຄົນ.
42ຈາກ​ເຊື້ອສາຍ​ຂອງ​ເນັບທາລີ:
ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ. 43ຈາກ​ເຜົ່າ​ເນັບທາລີ​ມີ​ຈຳນວນ 53.400 ຄົນ.
44ທັງໝົດ​ນີ້​ຄື​ຈຳນວນ​ຜູ້ຊາຍ​ທີ່​ໂມເຊ, ອາໂຣນ ແລະ ຜູ້ນຳ​ທັງ​ສິບສອງ​ເຜົ່າ​ຂອງ​ອິດສະຣາເອນ​ໄດ້​ນັບ​ໄວ້, ແຕ່ລະຄົນ​ເປັນ​ຕົວແທນ​ຄອບຄົວ​ຂອງ​ຕົນ. 45ຜູ້ຊາຍ​ທັງໝົດ​ຂອງ​ຄົນ​ອິດສະຣາເອນ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ຜູ້​ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ທີ່​ໄດ້​ຖືກ​ນັບ​ໄວ້​ຂອງ​ຄອບຄົວ​ພວກເຂົາ. 46ລວມ​ຈຳນວນ​ທັງໝົດ​ມີ 603.550 ຄົນ.
47ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຜົ່າ​ທີ່​ເປັນ​ບັນພະບຸລຸດ​ຂອງ​ຄົນ​ເລວີ​ບໍ່​ໄດ້​ນັບ​ລວມ​ເຂົ້າ​ກັບ​ເຜົ່າ​ອື່ນໆ. 48ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ: 49“ເຈົ້າ​ຕ້ອງ​ບໍ່​ນັບ​ເຜົ່າ​ເລວີ ຫລື ລວມ​ເອົາ​ພວກເຂົາ​ເຂົ້າ​ໃນ​ສຳມະໂນຄົວ​ກັບ​ຄົນ​ອິດສະຣາເອນ​ອື່ນໆ. 50ແຕ່​ຈົ່ງ​ແຕ່ງຕັ້ງ​ຄົນ​ເລວີ​ໃຫ້​ຮັບຜິດຊອບ​ຫໍເຕັນ​ແຫ່ງ​ພັນທະສັນຍາ ໃຫ້​ເບິ່ງແຍງ​ເຄື່ອງ​ໃຊ້ ແລະ ທຸກສິ່ງ​ທີ່​ຢູ່​ໃນ​ຫໍເຕັນ​ນັ້ນ. ພວກເຂົາ​ຈະ​ຕ້ອງ​ຫາມ​ຫໍເຕັນ ແລະ ເຄື່ອງໃຊ້​ຕ່າງໆ ແລະ ທຸກສິ່ງ​ທີ່​ຢູ່​ໃນ​ຫໍເຕັນ; ພວກເຂົາ​ຈະ​ຕ້ອງ​ເອົາໃຈໃສ່​ເບິ່ງແຍງ​ຫໍເຕັນ ແລະ ຕັ້ງ​ຄ້າຍພັກ​ຢູ່​ອ້ອມ​ຫໍເຕັນ. 51ເມື່ອ​ໃດ​ກໍ​ຕາມ ທີ່​ມີ​ການ​ເຄື່ອນຍ້າຍ​ຫໍເຕັນ, ຄົນ​ເລວີ​ຈະ​ເປັນ​ຜູ້​ປົດ​ຫໍເຕັນ​ລົງ ແລະ ເມື່ອ​ໃດ​ກໍ​ຕາມ ທີ່​ຫໍເຕັນ​ຈະ​ຕ້ອງ​ຕັ້ງ​ຂຶ້ນ​ໃໝ່, ຄົນ​ເລວີ​ຈະ​ເປັນ​ຜູ້​ຕັ້ງ​ຂຶ້ນ. ຜູ້​ໃດ​ທີ່​ເຂົ້າ​ໄປ​ໃກ້​ຫໍເຕັນ​ນັ້ນ​ຈະ​ຕ້ອງ​ຕາຍ. 52ຄົນ​ອິດສະຣາເອນ​ຈະ​ຕ້ອງ​ຕັ້ງ​ເຕັນ​ຂອງ​ຕົນ​ຂຶ້ນ​ໂດຍ​ແບ່ງ​ເປັນ​ກອງ​ຕ່າງໆ, ແຕ່ລະຄົນ​ຢູ່​ໃນ​ຄ້າຍພັກ​ຂອງ​ຕົນ​ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ຕົນ. 53ສ່ວນ​ຄົນ​ເລວີ​ຈະ​ຕ້ອງ​ຕັ້ງ​ເຕັນ​ຂອງ​ຕົນ​ຂຶ້ນ​ຢູ່​ອ້ອມ​ຮອບ​ຫໍເຕັນ​ຂອງ​ແຫ່ງ​ພັນທະສັນຍາ ເພື່ອ​ວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຈະ​ບໍ່​ຕົກ​ໃສ່​ຊຸມຊົນ​ຄົນ​ອິດສະຣາເອນ. ຄົນ​ເລວີ​ຈະ​ຕ້ອງ​ຮັບຜິດຊອບ​ເບິ່ງແຍງ​ຫໍເຕັນ​ແຫ່ງ​ພັນທະສັນຍາ”.
54ຄົນ​ອິດສະຣາເອນ​ກໍ​ໄດ້​ປະຕິບັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Video for ຈົດບັນຊີ 1