YouVersion Logo
Search Icon

ຈົດບັນຊີ 19

19
ນ້ຳ​ແຫ່ງ​ການຊຳລະລ້າງ
1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ກັບ​ອາໂຣນ​ວ່າ: 2“ນີ້​ແມ່ນ​ເງື່ອນໄຂຈຳເປັນ​ຂອງ​ກົດບັນຍັດ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້​ຄື: ຈົ່ງ​ບອກ​ຄົນ​ອິດສະຣາເອນ​ໃຫ້​ນຳເອົາ​ງົວແມ່​ສີແດງ​ໂຕ​ໜຶ່ງ​ທີ່​ບໍ່​ມີ​ຂໍ້​ບົກຜ່ອງ ຫລື ບໍ່​ມີ​ຕຳໜິ ແລະ ບໍ່​ເຄີຍ​ທຽມ​ແອກ​ມາ​ໃຫ້​ເຈົ້າ. 3ຈົ່ງ​ມອບ​ງົວ​ແມ່​ນັ້ນ​ໃຫ້​ແກ່​ປະໂລຫິດ​ເອເລອາຊາ; ງົວ​ນີ້​ຈະ​ຕ້ອງ​ຖືກ​ນຳ​ອອກ​ໄປ​ນອກ​ຄ້າຍພັກ ແລະ ຂ້າ​ຕໍ່ໜ້າ​ເພິ່ນ. 4ຫລັງຈາກນັ້ນ​ປະໂລຫິດ​ເອເລອາຊາ​ຈະ​ຈຸ່ມ​ນີ້ວມື​ລົງໄປ​ໃນ​ເລືອດ ແລະ ຊິດ​ໄປ​ຍັງ​ດ້ານໜ້າ​ຂອງ​ເຕັນນັດພົບ​ເຈັດ​ຄັ້ງ. 5ໃນຂະນະ​ທີ່​ເພິ່ນ​ເບິ່ງ​ຢູ່​ນັ້ນ, ຈົ່ງ​ເຜົາ​ງົວແມ່​ນີ້​ທັງ​ໜັງ, ຊີ້ນ, ເລືອດ ແລະ ໄສ້. 6ປະໂລຫິດ​ຈະ​ຕ້ອງ​ເອົາ​ໄມ້ສີດາ, ໃບຫູສົບ ແລະ ດ້າຍ​ສີແດງ​ແລ້ວ​ຖິ້ມ​ເຂົ້າ​ໃນ​ກອງ​ໄຟ​ທີ່​ກຳລັງ​ເຜົາ​ງົວແມ່​ຢູ່​ນັ້ນ. 7ຫລັງຈາກ​ນັ້ນ, ປະໂລຫິດ​ຕ້ອງ​ຊັກ​ເສື້ອຜ້າ​ຂອງ​ເພິ່ນ ແລະ ອາບ​ນ້ຳ​ຊຳລະ​ຕົນ​ເອງ. ເພິ່ນ​ຈະ​ກັບ​ມາ​ຄ້າຍພັກ​ກໍ​ໄດ້, ແຕ່​ເພິ່ນ​ຈະ​ເປັນມົນທິນ​ຕາມ​ພິທີກຳ​ຈົນ​ເຖິງ​ຄ່ຳ. 8ຜູ້​ທີ່​ເຜົາ​ງົວແມ່​ນັ້ນ​ກໍ​ເໝືອນກັນ​ຕ້ອງ​ຊັກ​ເສື້ອຜ້າ ແລະ ອາບ​ນ້ຳ, ແລະ ລາວ​ກໍ​ຈະ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ​ເຊັ່ນກັນ.
9“ຜູ້​ທີ່​ບໍ່ເປັນມົນທິນ​ຈະ​ກວາດຕ້ອມ​ເອົາ​ຂີ້ເຖົ່າ​ຂອງ​ງົວແມ່​ນັ້ນ ແລະ ເອົາ​ຂີ້ເຖົ່າ​ນັ້ນ​ໄປ​ໄວ້​ໃນ​ບ່ອນ​ທີ່​ບໍ່​ມີ​ມົນທິນ​ຕາມ​ລະບຽບ​ພິທີ​ຢູ່​ນອກ​ທີ່ພັກ​ອາໄສ. ຊຸມຊົນ​ອິດສະຣາເອນ​ຈະ​ຕ້ອງ​ເກັບ​ຮັກສາ​ຂີ້ເຖົ່າ​ນີ້​ໄວ້​ເຮັດ​ນ້ຳ​ແຫ່ງ​ການຊຳລະ; ນີ້​ແມ່ນ​ການ​ຊຳລະລ້າງ​ຈາກ​ຄວາມ​ບາບ. 10ຜູ້​ທີ່​ກວາດຕ້ອມ​ເອົາ​ຂີ້ເຖົ່າ​ຂອງ​ງົວແມ່​ນັ້ນ​ຕ້ອງ​ຊັກ​ເສື້ອຜ້າ​ຂອງ​ຕົນ​ເໝືອນ​ກັນ ແລະ ລາວ​ກໍ​ຈະ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ​ເຊັ່ນ​ກັນ. ນີ້​ຈະ​ເປັນ​ຂໍ້ປະຕິບັດ​ຕະຫລອດ​ໄປ​ສຳລັບ​ຄົນ​ອິດສະຣາເອນ ແລະ ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຂົາ​ດ້ວຍ.
11“ຜູ້​ໃດ​ກໍ​ຕາມ​ທີ່​ສຳພັດ​ຊາກສົບ​ມະນຸດ​ຈະ​ເປັນມົນທິນ​ເຈັດ​ວັນ. 12ຜູ້​ນັ້ນ​ຕ້ອງ​ຊຳລະ​ຕົນ​ເອງ​ດ້ວຍ​ນ້ຳ​ໃນ​ມື້​ທີສາມ ແລະ ໃນ​ມື້​ທີເຈັດ; ຫລັງຈາກນັ້ນ​ລາວ​ຈຶ່ງ​ຈະ​ບໍ່ເປັນມົນທິນ. ແຕ່​ຖ້າ​ວ່າ​ລາວ​ບໍ່​ຊຳລະ​ຕົນ​ເອງ​ໃນ​ວັນ​ທີສາມ ແລະ ໃນ​ວັນ​ທີ​ເຈັດ; ລາວ​ກໍ​ຈະ​ເປັນມົນທິນ. 13ຖ້າ​ລາວ​ບໍ່​ໄດ້​ຊຳລະ​ຕົນ​ເອງ​ຫລັງ​ຈາກ​ສຳພັດ​ຊາກສົບ​ມະນຸດ​ແລ້ວ, ລາວ​ກໍ​ເຮັດ​ໃຫ້​ຫໍເຕັນ​ຂອງ​ພຣະເຈົ້າ​ຢາເວ​ເປັນມົນທິນ. ຜູ້​ນັ້ນ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ອິດສະຣາເອນ. ເພາະ​ວ່າ​ນ້ຳ​ແຫ່ງ​ການຊຳລະລ້າງ​ຍັງ​ບໍ່​ໄດ້​ຖືກ​ຊິດ​ໃສ່​ຜູ້​ນັ້ນ, ຜູ້​ນັ້ນ​ຈຶ່ງ​ເປັນມົນທິນ; ຄວາມເປັນມົນທິນ​ຍັງ​ຢູ່​ນຳ​ຜູ້​ນັ້ນ.
14“ນີ້​ແມ່ນ​ກົດບັນຍັດ​ທີ່​ນຳໃຊ້​ເມື່ອ​ມີ​ຄົນ​ຜູ້​ໜຶ່ງ​ຕາຍ​ໃນ​ເຕັນ: ຜູ້​ໃດ​ກໍ​ຕາມ​ທີ່​ເຂົ້າໄປ​ໃນ​ເຕັນ ແລະ ຢູ່​ໃນ​ເຕັນ​ຈະ​ເປັນ​ມົນທິນ​ຢູ່​ເຈັດ​ວັນ, 15ແລະ ສິ່ງຂອງ​ໃດໆ​ຢູ່​ໃນ​ເຕັນ​ທີ່​ບໍ່​ມີ​ຝາອັດ​ກໍ​ຈະ​ເປັນມົນທິນ.
16“ຜູ້​ໃດ​ກໍ​ຕາມ​ທີ່​ຢູ່​ກາງແຈ້ງ ແລະ ສຳພັດ​ຊາກສົບ​ຂອງ​ຄົນ​ທີ່​ຖືກ​ຂ້າຕາຍ​ດ້ວຍ​ດາບ ຫລື ຄົນ​ທີ່​ຕາຍ​ດ້ວຍ​ອຸບັດຕິເຫດ ຫລື ຜູ້​ໃດ​ກໍ​ຕາມ​ທີ່​ໄປ​ສຳພັດ​ກະດູກ ຫລື ຂຸມຝັງສົບ​ຂອງ​ຄົນຕາຍ, ຜູ້​ນັ້ນ​ຈະ​ເປັນມົນທິນ​ຢູ່​ເຈັດ​ວັນ.
17“ສຳລັບ​ຄົນ​ທີ່​ເປັນມົນທິນ​ນັ້ນ, ຈົ່ງ​ນຳ​ຂີ້ເຖົ່າ​ຈາກ​ເຄື່ອງເຜົາ​ບູຊາ​ເພື່ອ​ການຊຳລະ​ໃສ່​ລົງ​ໄປ​ໃນ​ໄຫ ແລະ ເທ​ນ້ຳ​ສະອາດ​ລົງ​ໄປ​ໃນ​ນັ້ນ. 18ຈາກ​ນັ້ນ​ໃຫ້​ຜູ້ທີ່​ບໍ່ເປັນມົນທິນ​ຕາມ​ພິທີກຳ​ເອົາ​ໃບຫູສົບ​ມັດໜຶ່ງ​ຈຸ່ມ​ລົງ​ໃນ​ນ້ຳ​ແລ້ວ​ຊິດ​ໃສ່​ເຕັນ ແລະ ເຄື່ອງ​ໃຊ້​ທັງໝົດ​ລວມ​ທັງ​ຄົນ​ຜູ້​ຢູ່​ໃນ​ທີ່​ນັ້ນ​ດ້ວຍ. ລາວ​ຕ້ອງ​ຊິດ​ໃສ່​ຄົນ​ທີ່​ສຳພັດ​ກະດູກ​ມະນຸດ ຫລື ຂຸມຝັງສົບ ຫລື ຄົນ​ທີ່​ຖືກ​ຂ້າ​ຕາຍ ຫລື ຜູ້​ທີ່​ຕາຍ​ດ້ວຍ​ອຸບັດຕິເຫດ. 19ຜູ້​ທີ່​ບໍ່ເປັນມົນທິນ​ຈະ​ຕ້ອງ​ຊິດ​ໃສ່​ຄົນ​ທີ່​ເປັນມົນທິນ​ໃນ​ມື້​ທີສາມ ແລະ ໃນ​ມື້​ທີເຈັດ, ແລະ ໃນ​ມື້​ທີເຈັດ​ລາວ​ຈະຕ້ອງ​ຊຳລະ​ພວກເຂົາ. ຜູ້​ທີ່​ໄດ້​ຮັບ​ການຊຳລະ​ແລ້ວ​ຕ້ອງ​ຊັກ​ເສື້ອຜ້າ​ຂອງ​ຕົນ ແລະ ອາບ​ນ້ຳ, ແລະ ໃນ​ຄ່ຳ​ວັນນັ້ນ​ລາວ​ຈະ​ບໍ່ເປັນມົນທິນ. 20ແຕ່​ຖ້າ​ຜູ້ໃດ​ທີ່​ເປັນມົນທິນ​ບໍ່​ໄດ້​ຊຳລະ​ຕົນ​ເອງ, ລາວ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ຊຸມຊົນ, ເພາະ​ວ່າ​ລາວ​ໄດ້​ເຮັດ​ໃຫ້​ສະຖານ​ນະມັດສະການ​ຂອງ​ພຣະເຈົ້າ​ຢາເວ​ເປັນມົນທິນ. ນ້ຳ​ແຫ່ງ​ການຊຳລະ​ບໍ່​ໄດ້​ຊິດ​ໃສ່​ລາວ, ແລະ ລາວ​ຈຶ່ງ​ຍັງ​ເປັນ​ມົນທິນ​ຢູ່. 21ນີ້​ເປັນ​ຂໍ້​ປະຕິບັດ​ຖາວອນ​ສຳລັບ​ພວກເຂົາ.
“ຜູ້​ທີ່​ຊິດ​ນ້ຳ​ແຫ່ງ​ການຊຳລະ​ຕ້ອງ​ຊັກ​ເສື້ອຜ້າ​ຂອງ​ຕົນ​ເໝືອນກັນ ແລະ ຜູ້​ໃດ​ກໍ​ຕາມ​ທີ່​ແຕະຕ້ອງ​ນ້ຳ​ແຫ່ງ​ການ​ຊຳລະ​ນັ້ນ​ຈະ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ. 22ຜູ້​ເປັນມົນທິນ​ແຕະຕ້ອງ​ສິ່ງໃດ​ສິ່ງນັ້ນ​ກໍ​ກາຍມາ​ເປັນມົນທິນ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ແຕະຕ້ອງ​ສິ່ງນັ້ນ​ກໍ​ກາຍ​ມາ​ເປັນມົນທິນ​ໄປ​ຈົນ​ເຖິງ​ຄ່ຳ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Video for ຈົດບັນຊີ 19