ຈົດບັນຊີ 19
19
ນ້ຳແຫ່ງການຊຳລະລ້າງ
1ພຣະເຈົ້າຢາເວກ່າວແກ່ໂມເຊກັບອາໂຣນວ່າ: 2“ນີ້ແມ່ນເງື່ອນໄຂຈຳເປັນຂອງກົດບັນຍັດທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຄື: ຈົ່ງບອກຄົນອິດສະຣາເອນໃຫ້ນຳເອົາງົວແມ່ສີແດງໂຕໜຶ່ງທີ່ບໍ່ມີຂໍ້ບົກຜ່ອງ ຫລື ບໍ່ມີຕຳໜິ ແລະ ບໍ່ເຄີຍທຽມແອກມາໃຫ້ເຈົ້າ. 3ຈົ່ງມອບງົວແມ່ນັ້ນໃຫ້ແກ່ປະໂລຫິດເອເລອາຊາ; ງົວນີ້ຈະຕ້ອງຖືກນຳອອກໄປນອກຄ້າຍພັກ ແລະ ຂ້າຕໍ່ໜ້າເພິ່ນ. 4ຫລັງຈາກນັ້ນປະໂລຫິດເອເລອາຊາຈະຈຸ່ມນີ້ວມືລົງໄປໃນເລືອດ ແລະ ຊິດໄປຍັງດ້ານໜ້າຂອງເຕັນນັດພົບເຈັດຄັ້ງ. 5ໃນຂະນະທີ່ເພິ່ນເບິ່ງຢູ່ນັ້ນ, ຈົ່ງເຜົາງົວແມ່ນີ້ທັງໜັງ, ຊີ້ນ, ເລືອດ ແລະ ໄສ້. 6ປະໂລຫິດຈະຕ້ອງເອົາໄມ້ສີດາ, ໃບຫູສົບ ແລະ ດ້າຍສີແດງແລ້ວຖິ້ມເຂົ້າໃນກອງໄຟທີ່ກຳລັງເຜົາງົວແມ່ຢູ່ນັ້ນ. 7ຫລັງຈາກນັ້ນ, ປະໂລຫິດຕ້ອງຊັກເສື້ອຜ້າຂອງເພິ່ນ ແລະ ອາບນ້ຳຊຳລະຕົນເອງ. ເພິ່ນຈະກັບມາຄ້າຍພັກກໍໄດ້, ແຕ່ເພິ່ນຈະເປັນມົນທິນຕາມພິທີກຳຈົນເຖິງຄ່ຳ. 8ຜູ້ທີ່ເຜົາງົວແມ່ນັ້ນກໍເໝືອນກັນຕ້ອງຊັກເສື້ອຜ້າ ແລະ ອາບນ້ຳ, ແລະ ລາວກໍຈະເປັນມົນທິນຈົນເຖິງຄ່ຳເຊັ່ນກັນ.
9“ຜູ້ທີ່ບໍ່ເປັນມົນທິນຈະກວາດຕ້ອມເອົາຂີ້ເຖົ່າຂອງງົວແມ່ນັ້ນ ແລະ ເອົາຂີ້ເຖົ່ານັ້ນໄປໄວ້ໃນບ່ອນທີ່ບໍ່ມີມົນທິນຕາມລະບຽບພິທີຢູ່ນອກທີ່ພັກອາໄສ. ຊຸມຊົນອິດສະຣາເອນຈະຕ້ອງເກັບຮັກສາຂີ້ເຖົ່ານີ້ໄວ້ເຮັດນ້ຳແຫ່ງການຊຳລະ; ນີ້ແມ່ນການຊຳລະລ້າງຈາກຄວາມບາບ. 10ຜູ້ທີ່ກວາດຕ້ອມເອົາຂີ້ເຖົ່າຂອງງົວແມ່ນັ້ນຕ້ອງຊັກເສື້ອຜ້າຂອງຕົນເໝືອນກັນ ແລະ ລາວກໍຈະເປັນມົນທິນຈົນເຖິງຄ່ຳເຊັ່ນກັນ. ນີ້ຈະເປັນຂໍ້ປະຕິບັດຕະຫລອດໄປສຳລັບຄົນອິດສະຣາເອນ ແລະ ຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຂົາດ້ວຍ.
11“ຜູ້ໃດກໍຕາມທີ່ສຳພັດຊາກສົບມະນຸດຈະເປັນມົນທິນເຈັດວັນ. 12ຜູ້ນັ້ນຕ້ອງຊຳລະຕົນເອງດ້ວຍນ້ຳໃນມື້ທີສາມ ແລະ ໃນມື້ທີເຈັດ; ຫລັງຈາກນັ້ນລາວຈຶ່ງຈະບໍ່ເປັນມົນທິນ. ແຕ່ຖ້າວ່າລາວບໍ່ຊຳລະຕົນເອງໃນວັນທີສາມ ແລະ ໃນວັນທີເຈັດ; ລາວກໍຈະເປັນມົນທິນ. 13ຖ້າລາວບໍ່ໄດ້ຊຳລະຕົນເອງຫລັງຈາກສຳພັດຊາກສົບມະນຸດແລ້ວ, ລາວກໍເຮັດໃຫ້ຫໍເຕັນຂອງພຣະເຈົ້າຢາເວເປັນມົນທິນ. ຜູ້ນັ້ນຕ້ອງຖືກຕັດອອກຈາກອິດສະຣາເອນ. ເພາະວ່ານ້ຳແຫ່ງການຊຳລະລ້າງຍັງບໍ່ໄດ້ຖືກຊິດໃສ່ຜູ້ນັ້ນ, ຜູ້ນັ້ນຈຶ່ງເປັນມົນທິນ; ຄວາມເປັນມົນທິນຍັງຢູ່ນຳຜູ້ນັ້ນ.
14“ນີ້ແມ່ນກົດບັນຍັດທີ່ນຳໃຊ້ເມື່ອມີຄົນຜູ້ໜຶ່ງຕາຍໃນເຕັນ: ຜູ້ໃດກໍຕາມທີ່ເຂົ້າໄປໃນເຕັນ ແລະ ຢູ່ໃນເຕັນຈະເປັນມົນທິນຢູ່ເຈັດວັນ, 15ແລະ ສິ່ງຂອງໃດໆຢູ່ໃນເຕັນທີ່ບໍ່ມີຝາອັດກໍຈະເປັນມົນທິນ.
16“ຜູ້ໃດກໍຕາມທີ່ຢູ່ກາງແຈ້ງ ແລະ ສຳພັດຊາກສົບຂອງຄົນທີ່ຖືກຂ້າຕາຍດ້ວຍດາບ ຫລື ຄົນທີ່ຕາຍດ້ວຍອຸບັດຕິເຫດ ຫລື ຜູ້ໃດກໍຕາມທີ່ໄປສຳພັດກະດູກ ຫລື ຂຸມຝັງສົບຂອງຄົນຕາຍ, ຜູ້ນັ້ນຈະເປັນມົນທິນຢູ່ເຈັດວັນ.
17“ສຳລັບຄົນທີ່ເປັນມົນທິນນັ້ນ, ຈົ່ງນຳຂີ້ເຖົ່າຈາກເຄື່ອງເຜົາບູຊາເພື່ອການຊຳລະໃສ່ລົງໄປໃນໄຫ ແລະ ເທນ້ຳສະອາດລົງໄປໃນນັ້ນ. 18ຈາກນັ້ນໃຫ້ຜູ້ທີ່ບໍ່ເປັນມົນທິນຕາມພິທີກຳເອົາໃບຫູສົບມັດໜຶ່ງຈຸ່ມລົງໃນນ້ຳແລ້ວຊິດໃສ່ເຕັນ ແລະ ເຄື່ອງໃຊ້ທັງໝົດລວມທັງຄົນຜູ້ຢູ່ໃນທີ່ນັ້ນດ້ວຍ. ລາວຕ້ອງຊິດໃສ່ຄົນທີ່ສຳພັດກະດູກມະນຸດ ຫລື ຂຸມຝັງສົບ ຫລື ຄົນທີ່ຖືກຂ້າຕາຍ ຫລື ຜູ້ທີ່ຕາຍດ້ວຍອຸບັດຕິເຫດ. 19ຜູ້ທີ່ບໍ່ເປັນມົນທິນຈະຕ້ອງຊິດໃສ່ຄົນທີ່ເປັນມົນທິນໃນມື້ທີສາມ ແລະ ໃນມື້ທີເຈັດ, ແລະ ໃນມື້ທີເຈັດລາວຈະຕ້ອງຊຳລະພວກເຂົາ. ຜູ້ທີ່ໄດ້ຮັບການຊຳລະແລ້ວຕ້ອງຊັກເສື້ອຜ້າຂອງຕົນ ແລະ ອາບນ້ຳ, ແລະ ໃນຄ່ຳວັນນັ້ນລາວຈະບໍ່ເປັນມົນທິນ. 20ແຕ່ຖ້າຜູ້ໃດທີ່ເປັນມົນທິນບໍ່ໄດ້ຊຳລະຕົນເອງ, ລາວຕ້ອງຖືກຕັດອອກຈາກຊຸມຊົນ, ເພາະວ່າລາວໄດ້ເຮັດໃຫ້ສະຖານນະມັດສະການຂອງພຣະເຈົ້າຢາເວເປັນມົນທິນ. ນ້ຳແຫ່ງການຊຳລະບໍ່ໄດ້ຊິດໃສ່ລາວ, ແລະ ລາວຈຶ່ງຍັງເປັນມົນທິນຢູ່. 21ນີ້ເປັນຂໍ້ປະຕິບັດຖາວອນສຳລັບພວກເຂົາ.
“ຜູ້ທີ່ຊິດນ້ຳແຫ່ງການຊຳລະຕ້ອງຊັກເສື້ອຜ້າຂອງຕົນເໝືອນກັນ ແລະ ຜູ້ໃດກໍຕາມທີ່ແຕະຕ້ອງນ້ຳແຫ່ງການຊຳລະນັ້ນຈະເປັນມົນທິນຈົນເຖິງຄ່ຳ. 22ຜູ້ເປັນມົນທິນແຕະຕ້ອງສິ່ງໃດສິ່ງນັ້ນກໍກາຍມາເປັນມົນທິນ, ແລະ ຜູ້ໃດກໍຕາມທີ່ແຕະຕ້ອງສິ່ງນັ້ນກໍກາຍມາເປັນມົນທິນໄປຈົນເຖິງຄ່ຳ”.
Currently Selected:
ຈົດບັນຊີ 19: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: