ມີກາ ຄຳນຳ
ຄຳນຳ
ຜູ້ທຳນວາຍມີກາເວົ້າກັບອານາຈັກທາງພາກໃຕ້ຂອງຢູດາໃນສະໄໝຂອງໂຢທາມອາໄສ ແລະ ເຮເຊກີຢາ (ທ້າຍສັດຕະວັດທີ 8 ກ່ອນ ຄສ.) ແລະ ພະຍາກອນວ່າຊາມາເຣຍ ແລະ ເຢຣູຊາເລັມທີ່ເປັນເມືອງຫລວງຂອງອິດສະຣາເອນ ແລະ ຢູດາຈະຖືກທຳລາຍລົງເພາະຄວາມບໍ່ຍຸຕິທຳ ແລະ ສາສະໜາທີ່ເສື່ອມເສຍຂອງພວກເຂົາ. ທັງຍັງປະຖິ້ມຄຳສັນຍາຂອງພຣະເຈົ້າໄປຖືສາສະໜາຕ່າງຊາດຂອງຊາວການາອານ. ຄົນຮັ່ງມີ ມີອຳນາດຫາຜົນປະໂຫຍດກັບຄົນທຸກຍາກຢ່າງບໍ່ປານີ, ບໍ່ສົນໃຈກົດບັນຍັດຂອງໂມເຊ. ມີກາໄດ້ເຕືອນວ່າທັງສອງອານາຈັກຈະຖືກຮຸກຮານ, ຢຶດຄອງ ແລະ ເນລະເທດໄປເພາະບໍ່ມີຄວາມສັດຊື່ ແລະ ຍຸຕິທຳ, ແລ້ວກໍເປັນໄປຕາມຄຳພະຍາກອນເມື່ອ 722 ປີ ກ່ອນ ຄສ. ຊາມາເຣຍໄດ້ຕົກເປັນຂອງອັດຊີເຣຍ ແລະ ເຢຣູຊາເລັມຕົກເປັນຂອງຊາວບາບີໂລນເມື່ອ 5876 ປີກ່ອນ ຄສ.
ຄຳພະຍາກອນຂອງມີກາເປັນຄຳເຕືອນຂອງການທຳລາຍລ້າງທີ່ສະຫລັບໄປກັບຄຳສັນຍາໃນການຟື້ນຟູຂອງພຣະເຈົ້າ. ຄຳພະຍາກອນຂອງມີກາທັງສາມກຸ່ມແມ່ນເລີ່ມຕົ້ນດ້ວຍການພິພາກສາ ແລະ ຈົບລົງດ້ວຍຄຳສັນຍາໃນການຟື້ນຟູຂອງພຣະເຈົ້າ. ມີກາໄດ້ປະກາດວ່າດ້ວຍຄວາມເມດຕາ ແລະ ຄວາມສັດຊື່ທີ່ພຣະເຈົ້າສັນຍາໄວ້ ພຣະອົງຈະຊ່ວຍປະຊາຊົນທີ່ເຫລືອຢູ່ ແລະ ນຳພວກເຂົາກັບໄປທີ່ດິນແດນຂອງພວກເຂົາ. ທີ່ນັ້ນ ກະສັດຜູ້ຊອບທຳຈະໄດ້ເປັນຜູ້ປົກຄອງ ແລະ ອິດສະຣາເອນຈະກາຍເປັນແສງສະຫວ່າງໄປທົ່ວໂລກ, ເພື່ອນຳທຸກຊົນຊາດໃຫ້ເຂົ້າສູ່ທາງຂອງພຣະເຈົ້າຢາເວ. ພຣະເຈົ້າຈະຊ່ວຍໃຫ້ອິດສະຣາເອນໄດ້ພົບກັບຈຸດຢືນຂອງຕົນເອງໃນເລື່ອງລາວຂອງພຣະຄຳພີ.
Currently Selected:
ມີກາ ຄຳນຳ: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.