ມີກາ 2
2
ແຜນການຂອງມະນຸດ ແລະ ແຜນງານຂອງພຣະເຈົ້າ
1ວິບັດແກ່ບັນດາຜູ້ທີ່ວາງແຜນຊົ່ວຮ້າຍ,
ບັນດາຜູ້ທີ່ຄິດອຸບາຍຊົ່ວຮ້າຍຂະນະນອນຢູ່ເທິງຕຽງຂອງຕົນ!
ເມື່ອຮຸ່ງເຊົ້າມາພວກເຂົາກໍດຳເນີນການຕາມແຜນນັ້ນ
ເພາະຢູ່ໃນອຳນາດທີ່ພວກເຂົາຈະເຮັດໄດ້.
2ພວກເຂົາໂລບຢາກໄດ້ທີ່ດິນ ແລະ ກໍຢຶດເອົາ
ແລະ ຢາກໄດ້ເຮືອນແລ້ວກໍເອົາໄປ.
ພວກເຂົາໄດ້ໂກງຄົນທັງຫລາຍທີ່ຢູ່ໃນເຮືອນຂອງພວກເຂົາ,
ພວກເຂົາໄດ້ໂກງເອົາມໍລະດົກຂອງເພື່ອນມະນຸດ.
3ເຫດສະນັ້ນ, ພຣະເຈົ້າຢາເວຈຶ່ງກ່າວວ່າ:
“ເຮົາກຳລັງວາງແຜນນຳໄພພິບັດມາໃຫ້ແກ່ຄົນເຫລົ່ານີ້,
ເຊິ່ງພວກເຈົ້າບໍ່ມີທາງຊ່ວຍຕົນເອງໃຫ້ລອດໄປໄດ້ເລີຍ.
ພວກເຈົ້າຈະບໍ່ຍ່າງອວດອົ່ງອີກຕໍ່ໄປ,
ເພາະມັນຈະເປັນເວລາແຫ່ງຄວາມພິນາດ.
4ໃນມື້ນັ້ນຄົນທັງຫລາຍຈະເຢາະເຢີ້ຍພວກເຈົ້າ;
ພວກເຂົາຈະເຢາະເຢີ້ຍພວກເຈົ້າດ້ວຍເພງໂສກເສົ້າບົດນີ້ວ່າ:
‘ພວກເຮົາຖືກທຳລາຍໃຫ້ພັງພິນາດ;
ເຄື່ອງຂອງທີ່ເປັນກຳມະສິດຂອງພີ່ນ້ອງຮ່ວມຊາດຂອງຂ້ອຍຖືກຢຶດໄປແບ່ງກັນ.
ພຣະອົງຢຶດເອົາໄປຈາກຂ້ອຍແລ້ວ!
ພຣະອົງມອບທີ່ດິນຂອງພວກເຮົາໃຫ້ແກ່ບັນດາຄົນທໍລະຍົດ’ ”
5ເຫດສະນັ້ນ ພວກເຈົ້າຈະບໍ່ມີຜູ້ໃດຈັກຄົນໃນຊຸມຊົນຂອງພຣະເຈົ້າຢາເວ
ມາຈັບສະຫລາກແບ່ງດິນແດນ.
ຜູ້ທຳນວາຍປອມ
6ບັນດາຜູ້ທຳນວາຍຂອງພວກເຂົາກ່າວວ່າ, “ຢ່າທຳນວາຍ”,
“ຢ່າທຳນວາຍກ່ຽວກັບສິ່ງທັງຫລາຍເຫລົ່ານີ້;
ຄວາມອັບອາຍຈະມາບໍ່ເຖິງພວກເຮົາ”.
7ພວກເຈົ້າທີ່ເປັນເຊື້ອສາຍຢາໂຄບ, ຄວນຈະເວົ້າວ່າ,
“ພຣະເຈົ້າຢາເວບໍ່ໄດ້ອົດທົນບໍ?
ພຣະອົງໄດ້ກະທຳສິ່ງເຫລົ່ານີ້ບໍ?”
“ຖ້ອຍຄຳຂອງເຮົາບໍ່ໄດ້ເປັນຜົນດີ
ແກ່ຜູ້ປະພຶດຢ່າງຊອບທຳບໍ?
8ເມື່ອບໍ່ດົນມານີ້ປະຊາຊົນຂອງເຮົາໄດ້ລຸກຂຶ້ນ
ເໝືອນເປັນສັດຕູ.
ພວກເຈົ້າແກ້ເອົາເສື້ອຄຸມຢ່າງດີ
ຈາກບັນດາຜູ້ທີ່ຜ່ານໄປໂດຍບໍ່ລະວັງ,
ເໝືອນຄົນທີ່ຫາກໍກັບມາຈາກການສູ້ຮົບ.
9ພວກເຈົ້າຂັບໄລ່ແມ່ຍິງໃນທ່າມກາງປະຊາຊົນຂອງຂ້ອຍໃຫ້ອອກໄປ
ຈາກບ້ານອັນຜາສຸກຂອງພວກເຂົາ.
ພວກເຈົ້າຢຶດເອົາພອນຂອງຂ້ອຍໄປ
ຈາກລູກຫລານຂອງພວກເຂົາຕະຫລອດໄປ.
10ຈົ່ງລຸກຂຶ້ນ, ໄປໃຫ້ພົ້ນ!
ເພາະນີ້ບໍ່ແມ່ນບ່ອນພັກຂອງພວກເຈົ້າ,
ເພາະມັນເປັນມົນທິນແລ້ວ,
ມັນໄດ້ຫັກພັງແລ້ວ ເກີນກວ່າຈະແກ້ໄຂທັງໝົດ.
11ຫາກຄົນຕົວະ ແລະ ຄົນຫລອກລວງມາ ແລະ ເວົ້າວ່າ,
‘ຂ້ອຍຈະທຳນວາຍວ່າເຈົ້າຈະມີເຫລົ້າອະງຸ່ນ ແລະ ເບຍຢ່າງເຫລືອເຟືອ’,
ລາວກໍຈະເປັນຜູ້ທຳນວາຍທີ່ຊົນຊາດນີ້ຕ້ອງການ!
ສັນຍາຈະຊ່ວຍກອບກູ້
12“ຢາໂຄບ, ເຮົາຈະຮວບຮວມເຈົ້າທັງໝົດຢ່າງແນ່ນອນ,
ເຮົາຈະເຕົ້າໂຮມຄົນຢິບມືໜຶ່ງທີ່ເຫລືອຂອງອິດສະຣາເອນກັບຄືນມາຢ່າງແນ່ນອນ.
ເຮົາຈະພາພວກເຂົາມາເຕົ້າໂຮມກັນເໝືອນແກະທີ່ຢູ່ໃນຄອກ,
ເໝືອນຝູງສັດໃນທົ່ງຫຍ້າ;
ບ່ອນນັ້ນຈະເຕັມໄປດ້ວຍຄົນທັງຫລາຍ.
13ອົງຜູ້ເບີກທາງຈະຂຶ້ນໜ້ານຳພວກເຂົາໄປ;
ພວກເຂົາຈະທະລຸຜ່ານປະຕູ ແລະ ອອກໄປ.
ກະສັດຂອງພວກເຂົາຈະຜ່ານຂຶ້ນໜ້າພວກເຂົາ,
ພຣະເຈົ້າຢາເວນຳໜ້າພວກເຂົາໄປ”.
Currently Selected:
ມີກາ 2: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.