ລະບຽບພວກເລວີ 6
6
1ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, 2“ຖ້າຜູ້ໃດເຮັດບາບ ແລະ ບໍ່ສັດຊື່ຕໍ່ພຣະເຈົ້າຢາເວໂດຍຫລອກລວງເພື່ອນບ້ານກ່ຽວກັບສິ່ງຂອງທີ່ຝາກໄວ້ກັບຕົນ ຫລື ມອບໃຫ້ຢູ່ໃນການເບິ່ງແຍງຂອງຕົນ ຫລື ຖືກລັກໄປ ຫລື ສໍ້ໂກງເພື່ອນບ້ານຂອງຕົນ, 3ຖ້າພວກເຂົາເກັບສິ່ງຂອງໄດ້ ແລະ ຕົວະກ່ຽວກັບສິ່ງນັ້ນ ຫລື ຖ້າພວກເຂົາສາບານບໍ່ຈິງກ່ຽວກັບບາບທີ່ຄົນທັງຫລາຍເຮັດ 4ເມື່ອພວກເຂົາເຮັດບາບໃນທາງໃດໜຶ່ງຕາມທີ່ກ່າວມານີ້ ແລະ ສຳນຶກໄດ້ວ່າຕົນມີຄວາມຜິດ, ພວກເຂົາຕ້ອງສົ່ງສິ່ງຂອງທີ່ຕົນໄດ້ລັກ ຫລື ສິ່ງຂອງທີ່ໄດ້ມາໂດຍການຂູ່ເຂັນ ຫລື ສິ່ງຂອງທີ່ພວກເຂົາຮັບຝາກໄວ້ ຫລື ສິ່ງຂອງທີ່ພວກເຂົາເກັບໄດ້, 5ຫລື ສິ່ງໃດກໍຕາມທີ່ພວກເຂົາສາບານບໍ່ຈິງກ່ຽວກັບສິ່ງນັ້ນ. ພວກເຂົາຕ້ອງຊົດໃຊ້ໃຫ້ເຕັມລາຄາ ແລະ ເພີ່ມອີກໜຶ່ງສ່ວນຫ້າຂອງມູນຄ່າຂອງສິ່ງຂອງເຫລົ່ານັ້ນໃຫ້ກັບເຈົ້າຂອງໃນວັນທີ່ພວກເຂົາຖວາຍເຄື່ອງຖວາຍລຶບລ້າງຄວາມຜິດ. 6ແລະ ເພື່ອເປັນການລົງໂທດ ພວກເຂົາຕ້ອງນຳເອົາເຄື່ອງຖວາຍລຶບລ້າງຄວາມຜິດມາໃຫ້ປະໂລຫິດ, ນັ້ນຄື ພວກເຂົາຕ້ອງນຳເອົາແກະຜູ້ທີ່ບໍ່ມີຕຳໜິ ແລະ ມີມູນຄ່າທີ່ເໝາະສົມຈາກຝູງມາຖວາຍແກ່ພຣະເຈົ້າຢາເວ. 7ປະໂລຫິດຈະເຮັດພິທີລຶບລ້າງບາບໃຫ້ພວກເຂົາຕໍ່ໜ້າພຣະເຈົ້າຢາເວ, ແລ້ວພວກເຂົາກໍຈະໄດ້ຮັບການອະໄພສຳລັບຄວາມຜິດທີ່ພວກເຂົາໄດ້ເຮັດ”.
ເຄື່ອງເຜົາບູຊາ
8ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, 9“ຈົ່ງມອບຄຳສັ່ງນີ້ແກ່ອາໂຣນ ແລະ ບັນດາລູກຊາຍຂອງລາວວ່າ: ‘ນີ້ຄືກົດລະບຽບກ່ຽວກັບເຄື່ອງເຜົາບູຊາ: ໃຫ້ປະເຄື່ອງເຜົາບູຊາໄວ້ຢູ່ທີ່ເຕົາຂອງແທ່ນບູຊາຕະຫລອດທັງຄືນຈົນເຖິງເຊົ້າ ແລະ ໃຫ້ໄຟເທິງແທ່ນບູຊາລຸກຢູ່ຢ່າງນັ້ນ. 10ແລ້ວປະໂລຫິດຈະຕ້ອງນຸ່ງເຄື່ອງແຕ່ງກາຍທີ່ເຮັດດ້ວຍຜ້າຝ້າຍລິນິນພ້ອມກັບເຄື່ອງແຕ່ງກາຍຊັ້ນໃນທີ່ເຮັດດ້ວຍຜ້າຝ້າຍລິນິນທີ່ຕິດກັບໂຕ ແລະ ລາວຈະຕ້ອງກວາດຂີ້ເຖົ່າຂອງເຄື່ອງເຜົາບູຊາທີ່ຖືກເຜົາແລ້ວຢູ່ເທິງແທ່ນນັ້ນອອກ ແລະ ເອົາໄປກອງໄວ້ຢູ່ຂ້າງແທ່ນບູຊາ. 11ຫລັງຈາກນັ້ນ ລາວຈະຕ້ອງປ່ຽນເຄື່ອງແຕ່ງກາຍ ແລະ ນຸ່ງຊຸດອື່ນໃສ່ ແລ້ວນຳເອົາຂີ້ເຖົ່າອອກນອກຄ້າຍພັກໄປຍັງບ່ອນທີ່ບໍ່ເປັນມົນທິນຕາມລະບຽບພິທີ. 12ຈະຕ້ອງໃຫ້ໄຟທີ່ຢູ່ເທິງແທ່ນບູຊານັ້ນລຸກໄໝ້ຢູ່ຕະຫລອດເວລາ, ຢ່າໃຫ້ໄຟມອດເດັດຂາດ. ໃຫ້ປະໂລຫິດເຕີມຟືນໃສ່ທຸກເຊົ້າ ແລະ ວາງເຄື່ອງເຜົາບູຊາປະຈຳວັນລົງໃສ່ ແລ້ວເຜົາໄຂມັນຂອງເຄື່ອງບູຊາເພື່ອຄວາມສາມັກຄີທຳເທິງແທ່ນບູຊາ. 13ຈົ່ງໃຫ້ໄຟລຸກໄໝ້ຢູ່ເທິງແທ່ນບູຊາຕະຫລອດເວລາ. ຢ່າໃຫ້ໄຟມອດເດັດຂາດ.
ເຄື່ອງຖວາຍພືດຜົນເປັນເມັດ
14“ ‘ຕໍ່ໄປນີ້ແມ່ນກົດລະບຽບກ່ຽວກັບເຄື່ອງຖວາຍພືດຜົນເປັນເມັດ: ໃຫ້ບັນດາລູກຊາຍຂອງອາໂຣນນຳເຄື່ອງຖວາຍພືດຜົນເປັນເມັດມາຕໍ່ໜ້າພຣະເຈົ້າຢາເວຢູ່ດ້ານໜ້າຂອງແທ່ນບູຊາ. 15ໃຫ້ປະໂລຫິດເອົາແປ້ງລະອຽດໜຶ່ງກຳມື ແລະ ນ້ຳມັນໝາກກອກ, ພ້ອມກັບເຄື່ອງຫອມທັງໝົດໂຮຍໃສ່ເຄື່ອງຖວາຍພືດຜົນເປັນເມັດ ແລ້ວເຜົາສ່ວນທີ່ເປັນອະນຸສອນນັ້ນເທິງແທ່ນບູຊາ ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ. 16ອາໂຣນ ແລະ ບັນດາລູກຊາຍຈະຕ້ອງກິນສ່ວນທີ່ເຫລືອ, ແຕ່ຕ້ອງກິນໂດຍບໍ່ໃສ່ເຊື້ອແປ້ງໃນບໍລິເວນສະຖານນະມັດສະການ; ໃຫ້ພວກເຂົາກິນສ່ວນທີ່ເຫລືອນັ້ນຢູ່ທີ່ເດີ່ນຂອງເຕັນນັດພົບ. 17ແປ້ງນັ້ນຈະຕ້ອງອົບໂດຍບໍ່ໃສ່ເຊື້ອແປ້ງ; ເຮົາໄດ້ມອບອາຫານບູຊາສ່ວນນີ້ ເຊິ່ງຖວາຍແກ່ເຮົາດ້ວຍໄຟໃຫ້ເປັນສ່ວນຂອງປະໂລຫິດ. ເປັນຂອງບໍລິສຸດທີ່ສຸດເໝືອນກັບເຄື່ອງບູຊາໄຖ່ບາບ#6:17 ເຄື່ອງບູຊາລຶບລ້າງບາບ ແລະ ເຄື່ອງບູຊາລຶບລ້າງຄວາມຜິດ. 18ໃຫ້ລູກຫລານຂອງອາໂຣນທີ່ເປັນຜູ້ຊາຍກິນສິ່ງນີ້ໄດ້. ນີ້ເປັນສ່ວນແບ່ງຂອງລາວທີ່ຈະໄດ້ຮັບເປັນປະຈຳຈາກອາຫານບູຊາຖວາຍແກ່ພຣະເຈົ້າຢາເວຕະຫລອດໄປທຸກຊົ່ວອາຍຸ. ສິ່ງໃດກໍຕາມທີ່ແຕະຕ້ອງສິ່ງເຫລົ່ານີ້ກໍຈະບໍລິສຸດ#6:18 ຫລື ຜູ້ໃດກໍຕາມທີ່ແຕະຕ້ອງສິ່ງເຫລົ້ານີ້ຈະຕ້ອງບໍລິສຸດ ເໝືອນກັບ ຂໍ້ 27’ ”.
19ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊອີກວ່າ, 20“ນີ້ຄືເຄື່ອງບູຊາທີ່ອາໂຣນ ແລະ ບັນດາລູກຊາຍຂອງລາວຈະຕ້ອງນຳມາຖວາຍແກ່ພຣະເຈົ້າຢາເວໃນວັນທີ່ລາວ#6:20 ຫລື ແຕ່ລະຄົນໄດ້ຮັບການເຈີມຄື: ແປ້ງລະອຽດໜຶ່ງສ່ວນສິບເອຟາ#6:20 ຫລື ປະມານ 1,6 ກິໂລກຣາມ ເພື່ອເປັນພືດຜົນເປັນເມັດທີ່ຖວາຍເປັນປະຈຳ, ເຄິ່ງໜຶ່ງຂອງແປ້ງນັ້ນໃຫ້ຖວາຍຕອນເຊົ້າ ແລະ ອີກເຄິ່ງໜຶ່ງຖວາຍຕອນແລງ. 21ຈົ່ງທອດແປ້ງນັ້ນກັບນ້ຳມັນໃນໝໍ້ກະທະ; ປະສົມໃຫ້ເຂົ້າກັນເປັນຢ່າງດີ ແລະ ນຳເຄື່ອງຖວາຍພືດຜົນເປັນເມັດທີ່ຫັກ#6:21 ໃນພາສາເຮັບເຣີຄຳນີ້ມີຄວາມໝາຍບໍ່ຊັດເຈນເປັນຕ່ອນໆນີ້ມາຖວາຍ ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ. 22ລູກຊາຍຜູ້ທີ່ຈະສືບທອດຕຳແໜ່ງປະໂລຫິດທີ່ໄດ້ຮັບການເຈີມໄວ້ຕໍ່ຈາກອາໂຣນຈະຕ້ອງເປັນຜູ້ຕຽມເຄື່ອງຖວາຍນີ້. ນີ້ເປັນສ່ວນທີ່ຖວາຍແກ່ພຣະເຈົ້າຢາເວເປັນປະຈຳ ແລະ ຈະຕ້ອງເຜົາໃຫ້ໝົດ. 23ເຄື່ອງຖວາຍພືດຜົນເປັນເມັດຂອງປະໂລຫິດທຸກຢ່າງຈະຕ້ອງເຜົາໃຫ້ໝົດ, ຫ້າມກິນເດັດຂາດ”.
ເຄື່ອງບູຊາໄຖ່ບາບ
24ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, 25“ຈົ່ງບອກອາໂຣນ ແລະ ບັນດາລູກຊາຍຂອງລາວວ່າ: ‘ຕໍ່ໄປນີ້ເປັນກົດລະບຽບກ່ຽວກັບເຄື່ອງບູຊາໄຖ່ບາບຄື: ໃຫ້ນຳເຄື່ອງບູຊາໄຖ່ບາບມາຂ້າຢູ່ຕໍ່ໜ້າພຣະເຈົ້າຢາເວໃນບ່ອນສຳລັບຂ້າສັດເປັນເຄື່ອງເຜົາບູຊາ, ເຄື່ອງບູຊາໄຖ່ບາບນີ້ຄືຂອງບໍລິສຸດທີ່ສຸດ. 26ປະໂລຫິດຜູ້ປະກອບພິທີຈະຕ້ອງກິນເຄື່ອງບູຊານີ້; ຈະຕ້ອງກິນເຄື່ອງບູຊານີ້ໃນບໍລິເວນສະຖານນະມັດສະການ, ໃນເດີ່ນຂອງເຕັນນັດພົບ. 27ສິ່ງໃດກໍຕາມທີ່ແຕະຕ້ອງຊີ້ນນັ້ນກໍຈະຕ້ອງບໍລິສຸດ ແລະ ຖ້າເລືອດຟົ້ງໄປຖືກເສື້ອຜ້າ, ຜູ້ນັ້ນຈະຕ້ອງຊັກເສື້ອຜ້ານັ້ນໃນບໍລິເວນສະຖານນະມັດສະການ. 28ໝໍ້ດິນເຜົາທີ່ໃຊ້ຕົ້ມຊີ້ນນັ້ນຈະຕ້ອງທຸບຖິ້ມ; ແຕ່ຖ້າໃຊ້ໝໍ້ທອງສຳລິດປຸງແຕ່ງກໍຕ້ອງເຊັດຖູໝໍ້ນັ້ນ ແລະ ລ້າງດ້ວຍນ້ຳ. 29ຜູ້ຊາຍທຸກຄົນໃນຄອບຄົວຂອງປະໂລຫິດເທົ່ານັ້ນທີ່ກິນເຄື່ອງບູຊານີ້ໄດ້ ເພາະເປັນຂອງບໍລິສຸດທີ່ສຸດ. 30ແຕ່ຢ່າກິນເຄື່ອງບູຊາໄຖ່ບາບ ເຊິ່ງເລືອດຂອງມັນແມ່ນຖືກນຳເຂົ້າໄປໃນເຕັນນັດພົບເພື່ອເຮັດພິທີລຶບລ້າງບາບໃນສະຖານສັກສິດ, ແຕ່ຈະຕ້ອງເຜົາຖິ້ມ.
Currently Selected:
ລະບຽບພວກເລວີ 6: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.