YouVersion Logo
Search Icon

ລະບຽບພວກເລວີ 5

5
1“ ‘ຜູ້ໃດ​ທີ່​ເຮັດ​ບາບ​ເພາະ​ພວກເຂົາ​ບໍ່​ຍອມ​ໃຫ້​ການ​ໃນ​ສານ​ຕາມ​ທີ່​ພວກເຂົາ​ໄດ້​ມີ​ສ່ວນ​ຮູ້​ເຫັນ​ເພື່ອ​ເປັນ​ພະຍານ​ກ່ຽວກັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຫັນ ຫລື ໃນ​ສິ່ງ​ທີ່​ຮູ້, ພວກເຂົາ​ຈະ​ຕ້ອງ​ໄດ້​ຮັບຜິດຊອບ.
2“ ‘ຖ້າ​ຜູ້ໃດ​ສຳນຶກ​ໄດ້​ວ່າ​ຕົນ​ມີ​ຄວາມ​ຜິດ ຖ້າ​ພວກເຂົາ​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນ​ຕາມ​ລະບຽບ​ພິທີ​ໂດຍ​ບໍ່​ຮູ້​ໂຕ (ບໍ່​ວ່າ​ຈະ​ເປັນ​ຊາກ​ສັດ​ທີ່​ເປັນມົນທິນ, ສັດປ່າ ຫລື ສັດ​ລ້ຽງ ຫລື ຊາກ​ສັດເລືອຄານ) ແລະ ພວກເຂົາ​ກໍ​ບໍ່​ຮູ້​ວ່າ​ຕົນ​ເປັນ​ມົນທິນ, ພວກເຂົາ​ກໍ​ມີ​ມົນທິນ ແລະ ມີ​ຄວາມ​ຜິດ​ແລ້ວ; 3ຖ້າ​ພວກເຂົາ​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນ​ຂອງ​ຄົນ (ສິ່ງ​ໃດ​ກໍ​ຕາມ​ທີ່​ຈະ​ເຮັດ​ໃຫ້​ພວກເຂົາ​ເປັນມົນທິນ) ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ຮູ້​ໂຕ​ກໍ​ຕາມ, ແຕ່​ເມື່ອ​ພວກເຂົາ​ຮູ້​ໂຕ​ແລ້ວ ພວກເຂົາ​ກໍ​ມີ​ຄວາມ​ຜິດ, 4ຖ້າ​ຜູ້ໃດ​ກ່າວ​ຄຳ​ສາບານ​ໂດຍ​ບໍ່​ຄິດ​ກ່ອນ ບໍ່​ວ່າ​ຈະ​ເຮັດ​ດີ ຫລື ຊົ່ວ (ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ທີ່​ລາວ​ອາດ​ຈະ​ສາບານ​ໂດຍ​ບໍ່​ເອົາໃຈໃສ່) ເຖິງ​ແມ່ນ​ວ່າ​ພວກເຂົາ​ບໍ່​ຮູ້​ໂຕ​ກໍ​ຕາມ, ແຕ່​ເມື່ອ​ພວກເຂົາ​ຮູ້​ໂຕ​ແລ້ວ ພວກເຂົາ​ກໍ​ຈະ​ມີຄວາມ​ຜິດ, 5ເມື່ອ​ຜູ້ໃດ​ສຳນຶກ​ໄດ້​ວ່າ​ຕົນ​ເຮັດ​ຜິດ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ຕາມ​ທີ່​ກ່າວ​ມາ​ນີ້, ພວກເຂົາ​ຕ້ອງ​ສາລະພາບ​ວ່າ​ຕົນ​ໄດ້​ເຮັດ​ບາບ. 6ເພື່ອ​ເປັນ​ການ​ລົງໂທດ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ, ພວກເຂົາ​ຈະ​ຕ້ອງ​ນຳ​ເອົາ​ລູກແກະ​ແມ່ ຫລື ແບ້ແມ່ ຈາກ​ຝູງ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ#5:6 ເປັນ​ການ​ຖວາຍ​ເພື່ອ​ລຶບລ້າງ​ບາບ, ຢູ່​ຂໍ້​ນີ້ ແລະ ມີ​ຢູ່​ທົ່ວໄປ​ຕະຫລອດ​ທັງ​ບົດ​ນີ້ ແລະ ປະໂລຫິດ​ຈະ​ຕ້ອງ​ເຮັດ​ພິທີ​ລຶບລ້າງ​ບາບ​ສຳລັບ​ຄວາມ​ບາບ​ຂອງ​ພວກເຂົາ.
7“ ‘ຖ້າ​ຜູ້ໃດ​ບໍ່​ສາມາດ​ນຳ​ລູກແກະ​ມາ​ຖວາຍ ກໍ​ໃຫ້​ນຳເອົາ​ນົກເຂົາ​ໜຸ່ມ​ສອງ​ໂຕ ຫລື ນົກກາງແກ​ໜຸ່ມ​ສອງ​ໂຕ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ເພື່ອ​ເປັນ​ການ​ລົງໂທດ​ບາບ​ຂອງ​ພວກເຂົາ ໂຕ​ໜຶ່ງ​ໃຊ້​ເປັນ​ເຄື່ອງບູຊາ​ໄຖ່​ບາບ ອີກ​ໂຕ​ໜຶ່ງ​ເປັນ​ເຄື່ອງເຜົາ​ບູຊາ. 8ພວກເຂົາ​ຈະ​ຕ້ອງ​ນຳເອົາ​ນົກ​ເຫລົ່ານັ້ນ​ມາ​ມອບ​ໃຫ້​ປະໂລຫິດ ໂດຍ​ຈະ​ຖວາຍ​ນົກ​ໂຕ​ໜຶ່ງ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ເປັນ​ອັນ​ດັບ​ທຳອິດ ໂດຍ​ຈະ​ຕ້ອງ​ບິດ​ຄໍ​ຂອງ​ນົກ​ນັ້ນ​ແຕ່​ບໍ່​ໃຫ້​ຫົວ​ຫລຸດ​ອອກ​ຈາກ​ໂຕ, 9ແລະ ຊິດ​ເລືອດ​ບາງ​ສ່ວນ​ໃສ່​ຂ້າງ​ແທ່ນບູຊາ​ດ້ານ​ໜຶ່ງ ແລະ ເທ​ເລືອດ​ທີ່​ເຫລືອ​ລົງ​ຖານ​ຂອງ​ແທ່ນບູຊາ. ນີ້​ເປັນ​ເຄື່ອງບູຊາ​ໄຖ່​ບາບ. 10ປະໂລຫິດ​ຈະ​ຖວາຍ​ນົກ​ອີກ​ໂຕ​ໜຶ່ງ​ເປັນ​ເຄື່ອງເຜົາ​ບູຊາ ໂດຍ​ປະຕິບັດ​ຕາມ​ຂັ້ນ​ຕອນ​ທີ່​ລະບຸ​ມາ​ເບື້ອງ​ຕົ້ນ ແລະ ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ພວກເຂົາ​ສຳລັບ​ຄວາມ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ ແລະ ພວກເຂົາ​ຈະ​ໄດ້​ຮັບ​ການ​ອະໄພ.
11“ ‘ເຖິງ​ຢ່າງ​ໃດ​ກໍ​ຕາມ ຖ້າ​ພວກເຂົາ​ບໍ່​ສາມາດ​ຖວາຍ​ນົກເຂົາ​ສອງ​ໂຕ ຫລື ນົກກາງແກ​ໜຸ່ມ​ສອງ​ໂຕ​ໄດ້ ກໍ​ໃຫ້​ພວກເຂົາ​ນຳ​ແປ້ງ​ລະອຽດ​ດີ​ປະມານ​ໜຶ່ງ​ສ່ວນ​ສິບ​ເອຟາ#5:11 ປະມານ 1,6 ກິໂລກຣາມ​ເພື່ອ​ເປັນ​ເຄື່ອງບູຊາ​ສຳລັບ​ຄວາມ​ບາບ​ຂອງ​ພວກເຂົາ ມາ​ຖວາຍ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ຂອງ​ຕົນ. ພວກເຂົາ​ຕ້ອງ​ບໍ່​ໃສ່​ນ້ຳມັນ​ໝາກກອກ ຫລື ເຄື່ອງຫອມ​ລົງ​ໃສ່​ແປ້ງ​ນັ້ນ, ເພາະ​ນີ້​ຄື​ເຄື່ອງບູຊາ​ໄຖ່​ບາບ. 12ໃຫ້​ພວກເຂົາ​ນຳ​ແປ້ງ​ມາ​ມອບ​ໃຫ້​ປະໂລຫິດ, ຜູ້​ທີ່​ຈະ​ກຳ​ເອົາ​ແປ້ງ​ກຳ​ມື​ໜຶ່ງ​ເພື່ອ​ເປັນ​ສ່ວນ​ອະນຸສອນ#5:12 ສິ່ງ​ທີ່​ເປັນ​ໂຕແທນ ແລະ ເຜົາ​ເທິງ​ແທ່ນບູຊາ​ພ້ອມ​ກັບ​ອາຫານ​ບູຊາ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ. ນີ້​ຄື​ເຄື່ອງບູຊາ​ໄຖ່​ບາບ. 13ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ພວກເຂົາ​ໂດຍ​ວິທີ​ນີ້ ສຳລັບ​ຄວາມ​ບາບ​ເຫລົ່ານີ້​ທີ່​ພວກເຂົາ​ໄດ້​ເຮັດ ແລະ ພວກເຂົາ​ຈະ​ໄດ້​ຮັບ​ການ​ອະໄພ. ແປ້ງ​ທີ່​ເຫລືອ​ກໍ​ຈະ​ເປັນ​ຂອງ​ປະໂລຫິດ​ຄື​ກັນ​ກັບ​ການ​ຖວາຍ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ’ ”.
ເຄື່ອງຖວາຍ​ລຶບລ້າງ​ຄວາມ​ຜິດ
14ພຣະເຈົ້າ​ຢາເວ​ເວົ້າ​ກັບ​ໂມເຊ​ວ່າ, 15“ຖ້າ​ຜູ້ໃດ​ບໍ່ສັດຊື່​ຕໍ່​ພຣະເຈົ້າ​ຢາເວ​ດ້ວຍ​ການ​ເຮັດ​ບາບ​ໂດຍ​ບໍ່​ເຈດຕະນາ ເຊິ່ງ​ກ່ຽວຂ້ອງ​ກັບ​ສິ່ງ​ຂອງ​ທີ່​ບໍລິສຸດ​ຂອງ​ພຣະເຈົ້າ​ຢາເວ, ໃຫ້​ພວກເຂົາ​ນຳ​ແກະຜູ້​ໂຕ​ໜຶ່ງ​ທີ່​ບໍ່​ມີ​ຕຳໜິ​ມາ​ຈາກ​ຝູງ ແລະ ມີ​ມູນຄ່າ​ເໝາະສົມ​ທຽບເທົ່າ​ນ້ຳໜັກ​ເງິນ​ຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ#5:15 1 ເຊເຂວ ຄື​ເງິນ​ໜັກ​ປະມານ 11,5 ກຣາມ ມີ​ຄ່າ​ເທົ່າ​ກັບ​ຄ່າ​ແຮງ​ສອງ​ເດືອນ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ. ນີ້​ຄື​ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ. 16ພວກເຂົາ​ຕ້ອງ​ຈ່າຍ​ຄ່າ​ຊົດໃຊ້​ສຳລັບ​ສິ່ງ​ຂອງ​ທີ່​ບໍລິສຸດ​ທີ່​ພວກເຂົາ​ເຮັດ​ໃຫ້​ເສຍຫາຍ, ແລ້ວ​ເພີ່ມ​ຄ່າ​ປັບ​ໂທດ​ອີກ​ໜຶ່ງ​ສ່ວນ​ຫ້າ​ຂອງ​ລາຄາ​ນັ້ນ ແລະ ນຳ​ສິ່ງ​ທັງໝົດ​ມາ​ມອບ​ໃຫ້​ປະໂລຫິດ​ຜູ້​ທີ່​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ພວກເຂົາ ໂດຍ​ໃຊ້​ແກະຜູ້​ເປັນ​ເຄື່ອງ​ບູຊາ​ລຶບລ້າງ​ຄວາມ​ຜິດ ແລະ ພວກເຂົາ​ຈະ​ໄດ້​ຮັບ​ການ​ອະໄພ.
17“ຖ້າ​ຜູ້ໃດ​ເຮັດ​ບາບ ແລະ ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ຫ້າມ, ເຖິງ​ແມ່ນ​ພວກເຂົາ​ບໍ່​ຮູ້​ໂຕ ຜູ້​ນັ້ນ​ກໍ່​ມີ​ຄວາມ​ຜິດ ແລະ ຕ້ອງ​ຮັບຜິດຊອບ. 18ພວກເຂົາ​ຈະ​ຕ້ອງ​ນຳ​ແກະຜູ້​ທີ່​ບໍ່​ມີ​ຕຳໜິ ແລະ ມີ​ມູນຄ່າ​ເໝາະສົມ​ຈາກ​ຝູງ​ມາ​ໃຫ້​ປະໂລຫິດ​ເປັນ​ເຄື່ອງ​ບູຊາ​ລຶບລ້າງ​ຄວາມ​ຜິດ. ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ພວກເຂົາ​ໂດຍ​ວິທີ​ນີ້ ສຳລັບ​ຄວາມ​ຜິດ​ທີ່​ພວກເຂົາ​ເຮັດ​ໄປ​ໂດຍ​ບໍ່​ເຈດຕະນາ ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ. 19ນີ້​ຄື​ເຄື່ອງຖວາຍ​ລຶບລ້າງ​ຄວາມ​ຜິດ​ເນື່ອງ​ຈາກ​ພວກເຂົາ​ໄດ້​ເຮັດ​ຜິດ​ຕໍ່#5:19 ຫລື ແລະ ພວກເຂົາ​ໄດ້​ຊົດໃຊ້​ຢ່າງ​ເຕັມທີ່​ສຳລັບ​ຄວາມ​ຜິດ​ຕໍ່​ພຣະເຈົ້າ​ຢາເວ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Videos for ລະບຽບພວກເລວີ 5