ໂຢນາ 3
3
ໂຢນາໄປນີເນເວ
1ຫລັງຈາກນັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງໂຢນາເປັນຄັ້ງທີສອງວ່າ: 2“ຈົ່ງໄປນີເນເວເມືອງໃຫຍ່ ແລະ ປະກາດຖ້ອຍຄຳແກ່ຊາວເມືອງນັ້ນຕາມທີ່ເຮົາໄດ້ໃຫ້ເຈົ້າ”.
3ໂຢນາໄດ້ເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ ແລະ ໄດ້ໄປທີ່ນີເນເວ. ບັດນີ້ ນີເນເວເປັນເມືອງໃຫຍ່ຫລາຍ; ຕ້ອງໃຊ້ເວລາສາມວັນຈຶ່ງເດີນທາງຜ່ານເມືອງນີ້ໄປໄດ້. 4ໃນມື້ທຳອິດໂຢນາເລີ່ມຕົ້ນຍ່າງເຂົ້າໄປໃນເມືອງນັ້ນ, ລາວໄດ້ປະກາດວ່າ, “ອີກສີ່ສິບວັນນີເນເວຈະຖືກທຳລາຍ”. 5ຊາວນີເນເວກໍໄດ້ເຊື່ອພຣະເຈົ້າ. ພວກເຂົາໄດ້ປະກາດໃຫ້ມີການຖືສິນອົດອາຫານ ແລ້ວຊາວເມືອງທຸກຄົນຕັ້ງແຕ່ຜູ້ໃຫຍ່ທີ່ສຸດຈົນເຖິງຜູ້ນ້ອຍທີ່ສຸດກໍພາກັນນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ.
6ເມື່ອຄຳເຕືອນຂອງໂຢນານັ້ນໄປເຖິງກະສັດຂອງນີເນເວ, ເພິ່ນກໍລຸກຂຶ້ນຈາກບັນລັງຂອງຕົນ, ແກ້ເສື້ອຄຸມຂອງກະສັດອອກ, ເອົາເຄື່ອງນຸ່ງທີ່ເຮັດດ້ວຍຜ້າກະສອບມາຄຸມຕົວໄວ້ ແລະ ນັ່ງເທິງກອງຂີ້ຝຸ່ນດິນ. 7ຄຳປະກາດທີ່ເພິ່ນໄດ້ປະກາດໃນນີເນເວມີດັ່ງນີ້:
ໂດຍດຳລັດຂອງກະສັດ ແລະ ຂຸນນາງທັງຫລາຍຂອງເພິ່ນ:
ຫ້າມບໍ່ໃຫ້ຄົນ ຫລື ສັດ, ຝູງແບ້, ຝູງແກະ, ຝູງງົວ ກິນອັນໃດ. 8ແຕ່ໃຫ້ຄົນ ແລະ ສັດນຸ່ງຫົ່ມດ້ວຍຜ້າກະສອບເຂົ້າ. ໃຫ້ທຸກຄົນຮ້ອງຫາພຣະເຈົ້າຢ່າງຮີບດ່ວນ. ໃຫ້ພວກເຂົາປະຖິ້ມຄວາມຊົ່ວ ແລະ ຄວາມຮຸນແຮງຂອງພວກເຂົາ. 9ຜູ້ໃດຈະຮູ້ໄດ້? ພຣະເຈົ້າອາດຈະຜ່ອນຜັນ ແລະ ດ້ວຍຄວາມເມດຕາສົງສານ ພຣະອົງອາດຈະຫັນຈາກຄວາມໃຈຮ້າຍອັນຮຸນແຮງຂອງພຣະອົງ ເພື່ອວ່າພວກເຮົາຈະບໍ່ຕ້ອງຈິບຫາຍ.
10ເມື່ອພຣະເຈົ້າໄດ້ເຫັນການກະທຳຂອງພວກເຂົາ ແລະ ເຫັນວ່າພວກເຂົາໄດ້ຫັນຈາກຄວາມຊົ່ວຂອງພວກເຂົາ, ພຣະອົງຈຶ່ງໄດ້ຜ່ອນຜັນ ແລະ ບໍ່ໄດ້ນຳຄວາມຈິບຫາຍມາສູ່ພວກເຂົາຕາມທີ່ພຣະອົງໄດ້ຂົ່ມຂູ່ໄວ້.
Currently Selected:
ໂຢນາ 3: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.