YouVersion Logo
Search Icon

ໂຢນາ 3

3
ໂຢນາ​ໄປ​ນີເນເວ
1ຫລັງຈາກນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ກໍ​ໄດ້​ມາ​ເຖິງ​ໂຢນາ​ເປັນ​ຄັ້ງ​ທີ​ສອງ​ວ່າ: 2“ຈົ່ງ​ໄປ​ນີເນເວ​ເມືອງ​ໃຫຍ່ ແລະ ປະກາດ​ຖ້ອຍຄຳ​ແກ່​ຊາວ​ເມືອງ​ນັ້ນ​ຕາມ​ທີ່​ເຮົາ​ໄດ້​ໃຫ້​ເຈົ້າ”.
3ໂຢນາ​ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ແລະ ໄດ້​ໄປ​ທີ່​ນີເນເວ. ບັດນີ້ ນີເນເວ​ເປັນ​ເມືອງ​ໃຫຍ່​ຫລາຍ; ຕ້ອງ​ໃຊ້​ເວລາ​ສາມ​ວັນ​ຈຶ່ງ​ເດີນທາງ​ຜ່ານ​ເມືອງ​ນີ້​ໄປ​ໄດ້. 4ໃນ​ມື້​ທຳອິດ​ໂຢນາ​ເລີ່ມຕົ້ນ​ຍ່າງ​ເຂົ້າໄປ​ໃນ​ເມືອງ​ນັ້ນ, ລາວ​ໄດ້​ປະກາດ​ວ່າ, “ອີກ​ສີ່​ສິບ​ວັນ​ນີເນເວ​ຈະ​ຖືກ​ທຳລາຍ”. 5ຊາວ​ນີເນເວ​ກໍ​ໄດ້​ເຊື່ອ​ພຣະເຈົ້າ. ພວກເຂົາ​ໄດ້​ປະກາດ​ໃຫ້​ມີ​ການ​ຖືສິນ​ອົດອາຫານ ແລ້ວ​ຊາວ​ເມືອງ​ທຸກຄົນ​ຕັ້ງແຕ່​ຜູ້ໃຫຍ່​ທີ່ສຸດ​ຈົນ​ເຖິງ​ຜູ້​ນ້ອຍ​ທີ່​ສຸດ​ກໍ​ພາ​ກັນ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ.
6ເມື່ອ​ຄຳ​ເຕືອນ​ຂອງ​ໂຢນາ​ນັ້ນ​ໄປ​ເຖິງ​ກະສັດ​ຂອງ​ນີເນເວ, ເພິ່ນ​ກໍ​ລຸກ​ຂຶ້ນ​ຈາກ​ບັນລັງ​ຂອງ​ຕົນ, ແກ້​ເສື້ອຄຸມ​ຂອງ​ກະສັດ​ອອກ, ເອົາ​ເຄື່ອງນຸ່ງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ມາ​ຄຸມ​ຕົວ​ໄວ້ ແລະ ນັ່ງ​ເທິງ​ກອງ​ຂີ້ຝຸ່ນ​ດິນ. 7ຄຳ​ປະກາດ​ທີ່​ເພິ່ນ​ໄດ້​ປະກາດ​ໃນ​ນີເນເວ​ມີ​ດັ່ງນີ້:
ໂດຍ​ດຳລັດ​ຂອງ​ກະສັດ ແລະ ຂຸນນາງ​ທັງຫລາຍ​ຂອງ​ເພິ່ນ:
ຫ້າມ​ບໍ່​ໃຫ້​ຄົນ ຫລື ສັດ, ຝູງແບ້, ຝູງແກະ, ຝູງ​ງົວ ກິນ​ອັນໃດ. 8ແຕ່​ໃຫ້​ຄົນ ແລະ ສັດ​ນຸ່ງຫົ່ມ​ດ້ວຍ​ຜ້າ​ກະສອບ​ເຂົ້າ. ໃຫ້​ທຸກຄົນ​ຮ້ອງ​ຫາ​ພຣະເຈົ້າ​ຢ່າງ​ຮີບ​ດ່ວນ. ໃຫ້​ພວກເຂົາ​ປະ​ຖິ້ມ​ຄວາມ​ຊົ່ວ ແລະ ຄວາມ​ຮຸນແຮງ​ຂອງ​ພວກເຂົາ. 9ຜູ້ໃດ​ຈະ​ຮູ້​ໄດ້? ພຣະເຈົ້າ​ອາດ​ຈະ​ຜ່ອນຜັນ ແລະ ດ້ວຍ​ຄວາມ​ເມດຕາ​ສົງສານ ພຣະອົງ​ອາດ​ຈະ​ຫັນ​ຈາກ​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ຕ້ອງ​ຈິບຫາຍ.
10ເມື່ອ​ພຣະເຈົ້າ​ໄດ້​ເຫັນ​ການ​ກະທຳ​ຂອງ​ພວກເຂົາ ແລະ ເຫັນ​ວ່າ​ພວກເຂົາ​ໄດ້​ຫັນ​ຈາກ​ຄວາມ​ຊົ່ວ​ຂອງ​ພວກເຂົາ, ພຣະອົງ​ຈຶ່ງ​ໄດ້​ຜ່ອນຜັນ ແລະ ບໍ່​ໄດ້​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ພວກເຂົາ​ຕາມ​ທີ່​ພຣະອົງ​ໄດ້​ຂົ່ມຂູ່​ໄວ້.

Currently Selected:

ໂຢນາ 3: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in