YouVersion Logo
Search Icon

ໂຢເອນ 2

2
ກອງທັບ​ຕັກແຕນ
1ຈົ່ງ​ເປົ່າ​ແກ​ໃນ​ຊີໂອນ;
ໃຫ້​ສັນຍານ​ເຕືອນ​ທີ່​ເທິງ​ພູເຂົາ​ສັກສິດ​ຂອງ​ເຮົາ.
ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້​ຈົ່ງ​ສັ່ນສະທ້ານ,
ເພາະ​ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ກຳລັງ​ມາ​ເຖິງ​ແລ້ວ.
ວັນ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ
2ເປັນ​ວັນ​ແຫ່ງ​ຄວາມ​ມືດມິດ ແລະ ມືດມົວ​ຫລາຍ,
ເປັນ​ວັນ​ທີ່​ມີ​ເມກ​ຄຶ້ມ ແລະ ຄວາມ​ມືດ​ມິດ.
ເໝືອນ​ແສງ​ຕາເວັນ​ຂຶ້ນ​ໃນ​ຍາມ​ເຊົ້າ​ສາດ​ຊ່ອງ​ໄປ​ທົ່ວ​ພູເຂົາ
ກອງທັບ​ຂະໜາດ​ໃຫຍ່ ແລະ ຍິ່ງໃຫຍ່​ໄດ້​ມາ
ຢ່າງ​ທີ່​ບໍ່​ເຄີຍ​ມີ​ໃນ​ອະດີດ
ແລະ ຈະ​ບໍ່​ມີ​ອີກ​ເລີຍ​ໃນ​ອະນາຄົດ.
3ເບື້ອງ​ໜ້າ​ພວກມັນ​ມີ​ໄຟ​ທີ່​ເຜົາຜານ
ເບື້ອງ​ຫລັງ​ພວກມັນ​ມີ​ເປວໄຟ​ທີ່​ລຸກ​ໄໝ້.
ເບື້ອງ​ໜ້າ​ພວກມັນ​ມີ​ດິນແດນ​ທີ່​ງົດງາມ​ເໝືອນ​ກັບ​ສວນ​ເອເດນ,
ເບື້ອງ​ຫລັງ​ພວກມັນ​ເຫລືອ​ແຕ່​ຖິ່ນແຫ້ງແລ້ງກັນດານ
ບໍ່​ມີ​ສິ່ງໃດ​ທີ່​ຈະ​ໜີ​ພົ້ນ​ຈາກ​ພວກມັນ​ໄປ​ໄດ້.
4ພວກມັນ​ມີ​ລັກສະນະ​ຄ້າຍ​ຄື​ກັນ​ກັບ​ຝູງມ້າ
ພວກມັນ​ແລ່ນ​ມາ​ເໝືອນ​ກັບ​ຂະບວນ​ມ້າ​ຮົບ;
5ດ້ວຍ​ສຽງ​ດັງ​ເໝືອນ​ກັບ​ລົດຮົບ
ພວກມັນ​ແລ່ນ​ຢູ່​ເທິງ​ຍອດ​ພູເຂົາ,
ເໝືອນ​ກັບ​ສຽງ​ໄຟໄໝ້​ແຕກ ເຊິ່ງ​ເຜົາໄໝ້​ຕໍ​ໄມ້,
ແລະ ເໝືອນ​ກັບ​ກອງທັບ​ໃຫຍ່​ທີ່​ຍົກ​ທັບ​ຂຶ້ນ​ມາ​ສູ້ຮົບ.
6ເມື່ອ​ປະຊາຊາດ​ທັງຫລາຍ​ເຫັນ​ພວກມັນ​ແລ້ວ ກໍ​ທຸກທໍລະມານ;
ໃບໜ້າ​ຂອງ​ທຸກຄົນ​ຕ່າງ​ກໍ​ຈືດ​ໄປ.
7ພວກມັນ​ບຸກ​ເຂົ້າ​ມາ​ເໝືອນ​ກັບ​ນັກຮົບ;
ພວກມັນ​ປີນ​ກຳແພງ​ເໝືອນ​ກັບ​ທະຫານ.
ພວກມັນ​ເດີນ​ຂະບວນ​ເຂົ້າ​ມາ​ເປັນ​ແຖວ,
ບໍ່​ມີ​ແຕກ​ແຖວ​ເລີຍ.
8ພວກມັນ​ບໍ່​ບຽດ​ກັນ;
ແຕ່​ລະ​ໂຕ​ເດີນ​ຊື່​ໄປ​ຂ້າງ​ໜ້າ
ພວກມັນ​ບຸ​ຝ່າ​ເຄື່ອງ​ປ້ອງກັນ
ໂດຍ​ບໍ່​ແຕກ​ແຖວ.
9ພວກມັນ​ຟ້າວ​ບຸກ​ເຂົ້າ​ເມືອງ;
ພວກມັນ​ແລ່ນ​ໄປ​ຕາມ​ກຳແພງ.
ພວກມັນ​ປີນ​ເຂົ້າ​ໄປ​ໃນ​ເຮືອນ​ຕ່າງໆ.
ພວກມັນ​ເຂົ້າ​ໄປ​ທາງ​ປ່ອງຢ້ຽມ​ຄື​ກັບ​ຄົນຂີ້ລັກ.
10ແຜ່ນດິນໂລກ​ສັ່ນສະເທືອນ​ຕໍ່ໜ້າ​ພວກມັນ,
ຟ້າ​ສະຫວັນ​ກໍ​ສັ່ນສະທ້ານ,
ດວງ​ຕາເວັນ ແລະ ດວງ​ເດືອນ​ກໍ​ມືດ,
ດວງດາວ​ກໍ​ບໍ່​ສ່ອງ​ແສງ​ອີກ.
11ພຣະເຈົ້າ​ຢາເວ​ໄດ້​ເປັ່ງ​ສຽງ​ຮ້ອງ​ດັງ​ກ້ອງ
ຢູ່​ທາງ​ໜ້າ​ຂອງ​ກອງທັບ​ຂອງ​ພຣະອົງ;
ກອງກຳລັງ​ຂອງ​ພຣະອົງ​ແມ່ນ​ມີ​ຈຳນວນ​ຫລວງຫລາຍ,
ແລະ ກອງທັບ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ​ກໍ​ຍິ່ງໃຫຍ່.
ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ກໍ​ຍິ່ງໃຫຍ່;
ແລະ ມັນ​ເປັນ​ຕາ​ຢ້ານ​ຫລາຍ.
ຜູ້ໃດ​ຈະ​ສາມາດ​ທົນ​ຢູ່​ໄດ້?
ຈົ່ງ​ຈີກ​ໃຈ​ຂອງ​ເຈົ້າ
12ພຣະເຈົ້າ​ຢາເວ​ປະກາດ​ວ່າ
“ບັດນີ້ ຈົ່ງ​ກັບ​ມາ​ຫາ​ເຮົາ​ຢ່າງ​ສຸດ​ໃຈ
ດ້ວຍ​ການ​ຖືສິນ​ອົດອາຫານ, ຮ້ອງໄຫ້ ແລະ ຄ່ຳຄວນ”.
13ຈົ່ງ​ຈີກ​ຫົວໃຈ​ຂອງ​ເຈົ້າ
ແລະ ບໍ່​ແມ່ນ​ຈີກ​ເສື້ອ​ຜ້າ​ຂອງ​ເຈົ້າ.
ຈົ່ງ​ກັບ​ຄືນ​ມາ​ຫາ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ.
ເພາະ​ພຣະອົງ​ເຕັມລົ້ນ​ດ້ວຍ​ພຣະຄຸນ ແລະ ຄວາມ​ເມດຕາ​ສົງສານ,
ບໍ່​ໃຈຮ້າຍ​ງ່າຍ ແລະ ເຕັມລົ້ນ​ດ້ວຍ​ຄວາມ​ຮັກ,
ແລະ ພຣະອົງ​ອົດ​ໃຈ​ບໍ່​ສົ່ງ​ໄພພິບັດ​ມາ.
14ຜູ້ໃດ​ຈະ​ຮູ້? ພຣະອົງ​ອາດ​ກັບ​ຫັນ​ມາ ແລະ ປ່ຽນໃຈ
ແລະ ປະ​ຄຳ​ອວຍພອນ
ຄື​ໃຫ້​ມີ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ ແລະ ເຄື່ອງດື່ມ​ບູຊາ
ເພື່ອ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ.
15ຈົ່ງ​ເປົ່າ​ແກ​ໃນ​ຊີໂອນ,
ຈົ່ງ​ປະກາດ​ການ​ຖືສິນ​ອົດ​ອາຫານ​ອັນ​ບໍລິສຸດ,
ແລະ ເອີ້ນ​ປະຊຸມ​ອັນ​ບໍລິສຸດ​ສັກສິດ.
16ຈົ່ງ​ເຕົ້າໂຮມ​ປະຊາຊົນ,
ຊຳລະ​ທີ່​ປະຊຸມ​ໃຫ້​ບໍລິສຸດ;
ຈົ່ງ​ນຳ​ຜູ້ອາວຸໂສ​ມາ​ເຕົ້າໂຮມ​ກັນ,
ເຕົ້າໂຮມ​ເດັກນ້ອຍ,
ບັນດາ​ເດັກນ້ອຍ​ເຫລົ່ານັ້ນ​ທີ່​ຍັງ​ກິນ​ນົມ​ແມ່.
ໃຫ້​ເຈົ້າບ່າວ​ອອກ​ມາ​ຈາກ​ຫ້ອງ​ຂອງ​ຕົນ
ແລະ ໃຫ້​ເຈົ້າສາວ​ອອກ​ມາ​ຈາກ​ຫ້ອງ​ຂອງ​ຕົນ.
17ໃຫ້​ປະໂລຫິດ​ຜູ້​ທີ່​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ,
ຮ້ອງໄຫ້​ຢູ່​ລະຫວ່າງ​ລະບຽງ​ວິຫານ​ກັບ​ແທ່ນບູຊາ.
ໃຫ້​ພວກເຂົາ​ເວົ້າ​ວ່າ, “ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ໄວ້​ຊີວິດ​ຂອງ​ຄົນ​ພຣະອົງ​ດ້ວຍ.
ຂໍ​ຢ່າ​ເຮັດ​ໃຫ້​ມໍລະດົກ​ຂອງ​ພຣະອົງ​ເປັນ​ທີ່​ດູຖູກ.
ເປັນ​ຄຳ​ເຢາະເຢີ້ຍ​ໃນ​ທ່າມກາງ​ປະຊາຊາດ​ທັງຫລາຍ.
ເປັນ​ຫຍັງ​ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ,
‘ພຣະເຈົ້າ​ຂອງ​ພວກເຂົາ​ຢູ່​ໃສ?’ ”
ຄຳຕອບ​ຂອງ​ພຣະເຈົ້າ​ຢາເວ
18ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ຫຶງຫວງ​ດິນແດນ​ຂອງ​ພຣະອົງ
ແລະ ຈະ​ສົງສານ​ຄົນ​ຂອງ​ພຣະອົງ.
19ພຣະເຈົ້າ​ຢາເວ​ໄດ້​ຕອບ​ພວກເຂົາ#2:18,19 ຫລື ພຣະເຈົ້າ​ຈະ​ຫຶງຫວງ ແລະ ຈະ​ສົງສານ 19 ພຣະເຈົ້າ​ຢາເວ​ຈະ​ຕອບ​ວ່າ:
“ເຮົາ​ຈະ​ສົ່ງ​ເມັດພືດ, ເຫລົ້າອະງຸ່ນ​ໃໝ່ ແລະ ນ້ຳມັນ​ໝາກກອກ​ມາ​ໃຫ້
ພຽງພໍ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ອິ່ມໜຳ​ສຳລານ;
ເຮົາ​ຈະ​ບໍ່​ເຮັດ​ໃຫ້​ເຈົ້າ
ຕົກ​ເປັນ​ເປົ້າ​ຂອງ​ການ​ເຢາະເຢີ້ຍ​ຂອງ​ປະຊາຊາດ​ທັງຫລາຍ​ອີກ​ຕໍ່ໄປ
20“ເຮົາ​ຈະ​ຂັບໄລ່​ກອງທັບ​ມາ​ແຕ່​ພາກ​ເໜືອ​ໃຫ້​ໄປ​ໄກ​ຈາກ​ເຈົ້າ,
ເຮົາ​ຈະ​ຍູ້​ພວກມັນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ແຫ້ງແລ້ງ ແລະ ແຕກແຫງ;
ແຖວ​ດ້ານ​ຕາເວັນອອກ​ຂອງ​ພວກມັນ​ຈະ​ລົງ​ໄປ​ໃນ​ທະເລ​ຕາຍ
ແລະ ແຖວ​ດ້ານ​ຕາເວັນຕົກ​ຂອງ​ພວກມັນ​ຈະ​ລົງ​ໄປ​ໃນ​ທະເລ​ເມດິແຕຣາເນ.
ແລະ ກິ່ນເໝັນ​ຂອງ​ພວກມັນ​ກໍ​ຈະ​ພຸ່ງ​ຂຶ້ນ​ມາ;
ກິ່ນເໝັນ​ຂອງ​ພວກມັນ​ກໍ​ຈະ​ລອຍ​ຂຶ້ນ​ໄປ”.
ພຣະອົງ​ໄດ້​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ຢ່າງ​ແນ່ນອນ!
21ແຜ່ນດິນ​ແຫ່ງ​ຢູດາ, ຢ່າ​ຢ້ານ​ເລີຍ;
ຈົ່ງ​ຍິນດີ ແລະ ຊື່ນຊົມຍິນດີ.
ພຣະເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ຢ່າງ​ແນ່ນອນ!
22ສັດ​ປ່າ​ທັງຫລາຍ ຢ່າ​ຢ້ານ​ເລີຍ
ເພາະ​ທົ່ງຫຍ້າ​ໃນ​ຖິ່ນແຫ້ງແລ້ງກັນດານ​ຈະ​ກັບ​ມາ​ຂຽວ​ຄືນ.
ຕົ້ນໄມ້​ທັງຫລາຍ​ຈະ​ອອກ​ຜົນ​ຂອງ​ມັນ;
ຕົ້ນ​ໝາກເດື່ອ ແລະ ເຄືອອະງຸ່ນ​ຈະ​ອອກ​ຜົນ​ຢ່າງ​ສົມບູນ.
23ປະຊາຊົນ​ແຫ່ງ​ຊີໂອນ, ຈົ່ງ​ຍິນດີ,
ຈົ່ງ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ,
ເພາະ​ພຣະອົງ​ໄດ້​ໃຫ້​ຝົນ​ລະດູ​ໃບໄມ້​ຫລົ່ນ​ໃຫ້​ແກ່​ເຈົ້າ
ເພາະ​ພຣະອົງ​ສັດຊື່.
ພຣະອົງ​ໄດ້​ສົ່ງ​ຝົນ​ຕົກ​ຢ່າງ​ອຸດົມສົມບູນ​ມາ​ໃຫ້​ເຈົ້າ,
ທັງ​ຝົນ​ລະດູ​ໃບ​ໄມ້​ຫລົ່ນ ແລະ ລະດູ​ໃບ​ໄມ້​ປົ່ງ​ເໝືອນ​ກັບ​ທີ່​ຜ່ານມາ.
24ລານ​ຟາດ​ເຂົ້າ​ຈະ​ມີ​ເຂົ້າ​ຈະ​ເຕັມ​ໄປ​ດ້ວຍ​ເຂົ້າ;
ຖັງ​ຈະ​ເຕັມ​ລົ້ນ​ດ້ວຍ​ເຫລົ້າອະງຸ່ນ​ໃໝ່ ແລະ ນ້ຳມັນ.
25“ເຮົາ​ຈະ​ຊົດເຊີຍ​ໃຫ້​ເຈົ້າ​ສຳລັບ​ຊ່ວງ​ປີ​ທີ່​ຕັກແຕນ​ໄດ້​ກັດ​ກິນ​ນັ້ນ
ທັງ​ຕັກແຕນ​ໃຫຍ່ ແລະ ຕັກແຕນ​ອ່ອນ,
ຕັກແຕນ​ໂຕ​ອື່ນໆ ແລະ ຝູງ​ຕັກແຕນ
ຄື​ກອງທັບ​ໃຫຍ່​ຂອງ​ເຮົາ​ທີ່​ເຮົາ​ໄດ້​ສົ່ງ​ມາ​ຍັງ​ເຈົ້າ.
26ເຈົ້າ​ຈະ​ມີ​ກິນ​ຢ່າງ​ເຫລືອ​ເຟືອ​ຈົນ​ອີ່ມໜຳສຳລານ
ແລະ ເຈົ້າ​ຈະ​ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ,
ຜູ້​ທີ່​ກະທຳ​ການ​ອັດສະຈັນ​ຕ່າງໆ​ເພື່ອ​ເຈົ້າ;
ປະຊາຊົນ​ຂອງ​ເຮົາ​ຈະ​ບໍ່​ຕ້ອງ​ອັບອາຍ​ອີກ​ຕໍ່​ໄປ.
27ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຢູ່​ໃນ​ອິດສະຣາເອນ,
ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ,
ແລະ ບໍ່​ມີ​ພະ​ອື່ນ​ອີກ;
ປະຊາຊົນ​ຂອງ​ເຮົາ​ຈະ​ບໍ່​ຕ້ອງ​ອັບອາຍ​ອີກ​ຕໍ່​ໄປ.
ວັນ​ຂອງ​ພຣະເຈົ້າ​ຢາເວ
28“ແລະ ຕໍ່ມາ​ພາຍຫລັງ,
ເຮົາ​ຈະ​ເທ​ພຣະວິນຍານ​ຂອງ​ເຮົາ​ລົງ​ເທິງ​ທຸກ​ຄົນ.
ລູກຊາຍ ແລະ ລູກສາວ​ຂອງ​ພວກເຈົ້າ​ຈະ​ທຳນວາຍ,
ບັນດາ​ຊາຍ​ເຖົ້າ​ຂອງ​ພວກເຈົ້າ​ຈະ​ຝັນ​ເຫັນ,
ບັນດາ​ຊາຍ​ໜຸ່ມ​ຂອງ​ພວກເຈົ້າ​ຈະ​ເຫັນ​ນິມິດ.
29ໃນ​ວັນ​ເຫລົ່ານັ້ນ, ເຮົາ​ຈະ​ເທ​ພຣະວິນຍານ​ຂອງ​ເຮົາ
ລົງ​ມາ​ເທິງ​ຜູ້ຮັບໃຊ້​ຂອງ​ເຮົາ, ທັງ​ຊາຍ ແລະ ຍິງ,
30ເຮົາ​ຈະ​ສະແດງ​ການ​ອັດສະຈັນ​ໃນ​ຟ້າ​ສະຫວັນ
ແລະ ເທິງ​ແຜ່ນດິນໂລກ,
ຈະ​ມີ​ເລືອດ ແລະ ມີ​ໄຟ​ກັບ​ຄວັນ​ໄຟ.
31ດວງຕາເວັນ​ຈະ​ຖືກ​ປ່ຽນ​ເປັນ​ຄວາມ​ມືດ
ແລະ ດວງ​ຈັນ​ຈະ​ກາຍເປັນ​ເລືອດ
ກ່ອນ​ວັນ​ອັນ​ຍິ່ງໃຫຍ່ ແລະ ໜ້າ​ຢ້ານ​ຂອງ​ພຣະເຈົ້າ​ຢາເວ​ຈະ​ມາ​ເຖິງ.
32ແລະ ທຸກຄົນ​ທີ່​ຮ້ອງ
ອອກ​ນາມ​ຂອງ​ພຣະເຈົ້າ​ຢາເວ ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ;
ເພາະ​ເທິງ​ພູເຂົາ​ຊີໂອນ ແລະ ໃນ​ເຢຣູຊາເລັມ
ຈະ​ມີ​ການ​ກອບກູ້​ຢູ່​ທີ່​ນັ້ນ,
ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້,
ແມ່ນ​ແຕ່​ໃນ​ທ່າມກາງ​ບັນດາ​ຜູ້​ລອດ​ຊີວິດ
ເຊິ່ງ​ພຣະເຈົ້າ​ຢາເວ​ໄດ້​ເອີ້ນ​ໄວ້.

Currently Selected:

ໂຢເອນ 2: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in