YouVersion Logo
Search Icon

ໂຮເສອາ 7

7
1ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ຈະ​ຮັກສາ​ອິດສະຣາເອນ,
ເມື່ອ​ນັ້ນ​ບາບ​ທັງຫລາຍ​ຂອງ​ເອຟຣາອິມ​ກໍ​ຈະ​ຖືກ​ເປີດເຜີຍ
ແລະ ອາດຊະຍາກຳ​ຂອງ​ຊາມາເຣຍ​ຈະ​ຖືກ​ເປີດ​ອອກ.
ພວກເຂົາ​ມັກ​ການ​ຫລອກລວງ,
ພວກ​ຂີ້ລັກ​ພັງ​ເຂົ້າ​ໄປ​ໃນ​ເຮືອນ,
ໂຈນ​ກໍ​ປຸ້ນ​ຕາມ​ຖະໜົນ;
2ແຕ່​ພວກເຂົາ​ບໍ່​ສຳນຶກ
ວ່າ​ເຮົາ​ຈົດຈຳ​ການ​ກະທຳ​ອັນ​ຊົ່ວ​ຮ້າຍ​ທັງໝົດ​ຂອງ​ພວກເຂົາ.
ບາບ​ຂອງ​ພວກເຂົາ​ຖ້ວມ​ລົ້ນ​ເໜືອ​ພວກເຂົາ;
ມັນ​ຢູ່​ຕໍ່ໜ້າ​ເຮົາ​ສະເໝີ.
3“ພວກເຂົາ​ເຮັດ​ໃຫ້​ກະສັດ​ພໍໃຈ​ດ້ວຍ​ຄວາມ​ຊົ່ວຊ້າ​ຂອງ​ພວກເຂົາ,
ເຮັດ​ໃຫ້​ບັນດາ​ເຈົ້ານາຍ​ພໍໃຈ​ດ້ວຍ​ຄຳ​ຕົວະ​ຂອງ​ພວກເຂົາ.
4ພວກເຂົາ​ລ້ວນ​ແລ້ວ​ແຕ່​ເປັນ​ຄົນຫລິ້ນຊູ້,
ຮ້ອນຮົນ​ເໝືອນ​ເຕົາອົບ
ທີ່​ຄົນ​ເຮັດ​ເຂົ້າຈີ່​ບໍ່​ຕ້ອງ​ເປົ່າ​ໄຟ​ໃນ​ເຕົາ​ນັ້ນ
ຕັ້ງ​ແຕ່​ລົງ​ມື​ນວດ​ແປ້ງ​ຈົນ​ກ້ອນ​ແປ້ງ​ຟູ​ຂຶ້ນ.
5ໃນ​ວັນ​ສະຫລອງ​ກະສັດ​ຂອງ​ພວກເຮົາ
ບັນດາ​ເຈົ້ານາຍ​ກໍ​ຮ້ອນຮົນ​ດ້ວຍ​ລິດ​ເຫລົ້າອະງຸ່ນ,
ແລະ ກະສັດ​ນັ້ນ​ກໍ​ຈັບ​ມື​ກັບ​ຄົນ​ເຢາະເຢີ້ຍ.
6ຈິດໃຈ​ຂອງ​ພວກເຂົາ​ເໝືອນ​ເຕົາອົບ;
ພວກເຂົາ​ໃຊ້​ເລ່ກົນ​ອຸບາຍ​ເຂົ້າ​ຫາ​ກະສັດ.
ອາລົມ​ຂອງ​ພວກເຂົາ​ລຸກລາມ​ຢູ່​ຕະຫລອດ​ຄືນ;
ແລະ ຕອນ​ເຊົ້າ​ກໍ​ຮ້ອນແຮງ​ເໝືອນ​ແປວໄຟ.
7ພວກເຂົາ​ທຸກ​ຄົນ​ຮ້ອນ​ເໝືອນ​ເຕົາ​ອົບ;
ມັນ​ກືນ​ກິນ​ບັນດາ​ຜູ້​ມີ​ອຳນາດ​ຂອງ​ພວກເຂົາ.
ກະສັດ​ທັງໝົດ​ຂອງ​ພວກເຂົາ​ລົ້ມ​ລົງ,
ແລະ ບໍ່​ມີ​ຈັກ​ຄົນ​ໃນ​ພວກເຂົາ​ຮ້ອງ​ຫາ​ເຮົາ.
8“ເອຟຣາອິມ​ໄດ້​ເຂົ້າ​ໄປ​ປົນ​ກັບ​ຊົນຊາດ​ທັງຫລາຍ;
ເອຟຣາອິມ​ເປັນ​ເໝືອນ​ເຂົ້າໜົມ​ປີ້ງ​ທີ່​ບໍ່​ໄດ້​ພິກ​ດ້ານ.
9ຄົນ​ຕ່າງຊາດ​ສູບ​ກຳລັງ​ຂອງ​ພວກເຂົາ​ໄປ,
ແຕ່​ພວກເຂົາ​ກໍ​ບໍ່​ຮູ້ສຶກ​ໂຕ​ເລີຍ.
ຜົມ​ຂອງ​ພວກເຂົາ​ປ່ຽນ​ເປັນ​ສີ​ເທົາ,
ແຕ່​ພວກເຂົາ​ກໍ​ບໍ່​ໄດ້​ສັງເກດ​ເລີຍ.
10ຄວາມ​ຈອງຫອງ​ຂອງ​ອິດສະຣາເອນ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ​ເອງ,
ເຖິງ​ແມ່ນ​ຈະ​ເປັນ​ເຊັ່ນ​ນີ້​ແລ້ວ
ພວກເຂົາ​ກໍ​ບໍ່​ຍອມ​ຫັນ​ມາ​ຫາ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ
ຫລື ສະແຫວງຫາ​ພຣະອົງ.
11“ເອຟຣາອິມ​ເປັນ​ເໝືອນ​ນົກກາງແກ,
ທີ່​ຖືກ​ຫລອກ​ໄດ້​ງ່າຍ ແລະ ໄຮ້​ສະຕິ
ດຽວ​ກໍ​ຮ້ອງ​ຫາ​ເອຢິບ,
ດຽວ​ກໍ​ຫັນ​ມາ​ຫາ​ອັດຊີເຣຍ.
12ເມື່ອ​ພວກເຂົາ​ໄປ, ເຮົາ​ຈະ​ໂຍນ​ຕາໜ່າງ​ຂອງ​ເຮົາ​ຈັບ​ພວກເຂົາ​ໄວ້;
ເຮົາ​ຈະ​ດຶງ​ພວກເຂົາ​ລົງ​ມາ​ເໝືອນ​ນົກ​ໃນ​ທ້ອງຟ້າ.
ເມື່ອ​ເຮົາ​ໄດ້​ຍິນ​ສຽງ​ຂອງ​ພວກເຂົາ​ຈັບ​ກຸ່ມ​ກັນ,
ເຮົາ​ກໍ​ຈະ​ຈັບ​ພວກເຂົາ
13ວິບັດ​ແກ່​ພວກເຂົາ,
ເພາະ​ວ່າ​ພວກເຂົາ​ຫລົງ​ທາງ​ໄປ​ຈາກ​ເຮົາ!
ຫາຍະນະ​ຈົ່ງ​ມີ​ແກ່​ພວກເຂົາ,
ເພາະ​ພວກເຂົາ​ໄດ້​ກະບົດ​ຕໍ່​ເຮົາ!
ເຮົາ​ປາຖະໜາ​ຈະ​ໄຖ່​ພວກເຂົາ​ຫລາຍ
ແຕ່​ພວກເຂົາ​ເວົ້າ​ຕົວະ​ກັບ​ເຮົາ.
14ພວກເຂົາ​ບໍ່​ໄດ້​ຮ້ອງຫາ​ເຮົາ​ຈາກ​ໃຈ​ຂອງ​ພວກເຂົາ
ມີ​ແຕ່​ຄ່ຳຄວນ​ເທິງ​ຕຽງນອນ​ຂອງ​ຕົນ.
ພວກເຂົາ​ກີດ​ຕົນ​ເອງ#7:14 ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ບາງ​ສະບັບ ແລະ ສະບັບ ເຊັບຕູອາຈິນ. ວ່າ ພວກເຂົາ​ກີດ​ຕົນ​ເອງ ເພື່ອ​ຂໍ​ເມັດພືດ ແລະ ເຫລົ້າ​ອະງຸ່ນ​ໃໝ່
ຈາກ​ພະ​ທັງຫລາຍ​ຂອງ​ພວກເຂົາ,
ແຕ່​ພວກເຂົາ​ໄດ້​ຫັນ​ໜີ​ໄປ​ຈາກ​ເຮົາ.
15ເຮົາ​ໄດ້​ຝຶກຝົນ​ພວກເຂົາ ແລະ ເຮັດ​ໃຫ້​ພວກເຂົາ​ເຂັ້ມແຂງ​ຂຶ້ນ,
ແຕ່​ພວກເຂົາ​ກໍ​ຄິດ​ການ​ຊົ່ວຮ້າຍ​ຕໍ່​ເຮົາ.
16ພວກເຂົາ​ບໍ່​ໄດ້​ຫັນ​ມາ​ຫາ​ອົງ​ຜູ້​ສູງສຸດ;
ພວກເຂົາ​ເໝືອນ​ຄັນ​ທະນູ​ທີ່​ບິດບ້ຽວ.
ຜູ້ນຳ​ຂອງ​ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ດາບ
ເພາະ​ຖ້ອຍ​ຄຳ​ອວດດີ​ຂອງ​ພວກເຂົາ.
ດ້ວຍ​ເຫດ​ນີ້​ພວກເຂົາ​ຈະ​ຖືກ​ເຢາະເຢີ້ຍ
ໃນ​ດິນແດນ​ເອຢິບ.

Currently Selected:

ໂຮເສອາ 7: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in