ໂຮເສອາ 7
7
1ເມື່ອໃດກໍຕາມທີ່ເຮົາຈະຮັກສາອິດສະຣາເອນ,
ເມື່ອນັ້ນບາບທັງຫລາຍຂອງເອຟຣາອິມກໍຈະຖືກເປີດເຜີຍ
ແລະ ອາດຊະຍາກຳຂອງຊາມາເຣຍຈະຖືກເປີດອອກ.
ພວກເຂົາມັກການຫລອກລວງ,
ພວກຂີ້ລັກພັງເຂົ້າໄປໃນເຮືອນ,
ໂຈນກໍປຸ້ນຕາມຖະໜົນ;
2ແຕ່ພວກເຂົາບໍ່ສຳນຶກ
ວ່າເຮົາຈົດຈຳການກະທຳອັນຊົ່ວຮ້າຍທັງໝົດຂອງພວກເຂົາ.
ບາບຂອງພວກເຂົາຖ້ວມລົ້ນເໜືອພວກເຂົາ;
ມັນຢູ່ຕໍ່ໜ້າເຮົາສະເໝີ.
3“ພວກເຂົາເຮັດໃຫ້ກະສັດພໍໃຈດ້ວຍຄວາມຊົ່ວຊ້າຂອງພວກເຂົາ,
ເຮັດໃຫ້ບັນດາເຈົ້ານາຍພໍໃຈດ້ວຍຄຳຕົວະຂອງພວກເຂົາ.
4ພວກເຂົາລ້ວນແລ້ວແຕ່ເປັນຄົນຫລິ້ນຊູ້,
ຮ້ອນຮົນເໝືອນເຕົາອົບ
ທີ່ຄົນເຮັດເຂົ້າຈີ່ບໍ່ຕ້ອງເປົ່າໄຟໃນເຕົານັ້ນ
ຕັ້ງແຕ່ລົງມືນວດແປ້ງຈົນກ້ອນແປ້ງຟູຂຶ້ນ.
5ໃນວັນສະຫລອງກະສັດຂອງພວກເຮົາ
ບັນດາເຈົ້ານາຍກໍຮ້ອນຮົນດ້ວຍລິດເຫລົ້າອະງຸ່ນ,
ແລະ ກະສັດນັ້ນກໍຈັບມືກັບຄົນເຢາະເຢີ້ຍ.
6ຈິດໃຈຂອງພວກເຂົາເໝືອນເຕົາອົບ;
ພວກເຂົາໃຊ້ເລ່ກົນອຸບາຍເຂົ້າຫາກະສັດ.
ອາລົມຂອງພວກເຂົາລຸກລາມຢູ່ຕະຫລອດຄືນ;
ແລະ ຕອນເຊົ້າກໍຮ້ອນແຮງເໝືອນແປວໄຟ.
7ພວກເຂົາທຸກຄົນຮ້ອນເໝືອນເຕົາອົບ;
ມັນກືນກິນບັນດາຜູ້ມີອຳນາດຂອງພວກເຂົາ.
ກະສັດທັງໝົດຂອງພວກເຂົາລົ້ມລົງ,
ແລະ ບໍ່ມີຈັກຄົນໃນພວກເຂົາຮ້ອງຫາເຮົາ.
8“ເອຟຣາອິມໄດ້ເຂົ້າໄປປົນກັບຊົນຊາດທັງຫລາຍ;
ເອຟຣາອິມເປັນເໝືອນເຂົ້າໜົມປີ້ງທີ່ບໍ່ໄດ້ພິກດ້ານ.
9ຄົນຕ່າງຊາດສູບກຳລັງຂອງພວກເຂົາໄປ,
ແຕ່ພວກເຂົາກໍບໍ່ຮູ້ສຶກໂຕເລີຍ.
ຜົມຂອງພວກເຂົາປ່ຽນເປັນສີເທົາ,
ແຕ່ພວກເຂົາກໍບໍ່ໄດ້ສັງເກດເລີຍ.
10ຄວາມຈອງຫອງຂອງອິດສະຣາເອນເປັນພະຍານຕໍ່ສູ້ພວກເຂົາເອງ,
ເຖິງແມ່ນຈະເປັນເຊັ່ນນີ້ແລ້ວ
ພວກເຂົາກໍບໍ່ຍອມຫັນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ
ຫລື ສະແຫວງຫາພຣະອົງ.
11“ເອຟຣາອິມເປັນເໝືອນນົກກາງແກ,
ທີ່ຖືກຫລອກໄດ້ງ່າຍ ແລະ ໄຮ້ສະຕິ
ດຽວກໍຮ້ອງຫາເອຢິບ,
ດຽວກໍຫັນມາຫາອັດຊີເຣຍ.
12ເມື່ອພວກເຂົາໄປ, ເຮົາຈະໂຍນຕາໜ່າງຂອງເຮົາຈັບພວກເຂົາໄວ້;
ເຮົາຈະດຶງພວກເຂົາລົງມາເໝືອນນົກໃນທ້ອງຟ້າ.
ເມື່ອເຮົາໄດ້ຍິນສຽງຂອງພວກເຂົາຈັບກຸ່ມກັນ,
ເຮົາກໍຈະຈັບພວກເຂົາ
13ວິບັດແກ່ພວກເຂົາ,
ເພາະວ່າພວກເຂົາຫລົງທາງໄປຈາກເຮົາ!
ຫາຍະນະຈົ່ງມີແກ່ພວກເຂົາ,
ເພາະພວກເຂົາໄດ້ກະບົດຕໍ່ເຮົາ!
ເຮົາປາຖະໜາຈະໄຖ່ພວກເຂົາຫລາຍ
ແຕ່ພວກເຂົາເວົ້າຕົວະກັບເຮົາ.
14ພວກເຂົາບໍ່ໄດ້ຮ້ອງຫາເຮົາຈາກໃຈຂອງພວກເຂົາ
ມີແຕ່ຄ່ຳຄວນເທິງຕຽງນອນຂອງຕົນ.
ພວກເຂົາກີດຕົນເອງ#7:14 ສຳເນົາຕົ້ນສະບັບພາສາເຮັບເຣີບາງສະບັບ ແລະ ສະບັບ ເຊັບຕູອາຈິນ. ວ່າ ພວກເຂົາກີດຕົນເອງ ເພື່ອຂໍເມັດພືດ ແລະ ເຫລົ້າອະງຸ່ນໃໝ່
ຈາກພະທັງຫລາຍຂອງພວກເຂົາ,
ແຕ່ພວກເຂົາໄດ້ຫັນໜີໄປຈາກເຮົາ.
15ເຮົາໄດ້ຝຶກຝົນພວກເຂົາ ແລະ ເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ,
ແຕ່ພວກເຂົາກໍຄິດການຊົ່ວຮ້າຍຕໍ່ເຮົາ.
16ພວກເຂົາບໍ່ໄດ້ຫັນມາຫາອົງຜູ້ສູງສຸດ;
ພວກເຂົາເໝືອນຄັນທະນູທີ່ບິດບ້ຽວ.
ຜູ້ນຳຂອງພວກເຂົາຈະລົ້ມລົງດ້ວຍດາບ
ເພາະຖ້ອຍຄຳອວດດີຂອງພວກເຂົາ.
ດ້ວຍເຫດນີ້ພວກເຂົາຈະຖືກເຢາະເຢີ້ຍ
ໃນດິນແດນເອຢິບ.
Currently Selected:
ໂຮເສອາ 7: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.