ໂຮເສອາ 6
6
ອິດສະຣາເອນບໍ່ກັບໃຈ
1“ຈົ່ງມາ, ໃຫ້ພວກເຮົາກັບມາຫາພຣະເຈົ້າຢາເວ.
ເຖິງແມ່ນວ່າພຣະອົງໄດ້ຈີກພວກເຮົາເປັນຕ່ອນໆ
ແຕ່ພຣະອົງຈະຮັກສາພວກເຮົາ;
ເຖິງແມ່ນວ່າພຣະອົງໄດ້ເຮັດໃຫ້ພວກເຮົາບາດເຈັບ
ແຕ່ພຣະອົງຈະພັນບາດແຜໃຫ້ພວກເຮົາ.
2ຫລັງຈາກສອງວັນ ພຣະອົງຈະຟື້ນຟູພວກເຮົາ;
ໃນວັນທີສາມ ພຣະອົງຈະໃຫ້ພວກເຮົາກັບສູ່ສະພາບດີ,
ເພື່ອພວກເຮົາຈະມີຊີວິດຢູ່ຕໍ່ໜ້າພຣະອົງ.
3ໃຫ້ພວກເຮົາຍອມຮັບຮູ້ພຣະເຈົ້າຢາເວ.
ໃຫ້ພວກເຮົາບາກບັ່ນຕໍ່ໄປເພື່ອຮູ້ຈັກພຣະອົງ.
ເມື່ອຕາເວັນຂຶ້ນຈາກຟ້າສັນໃດ,
ພຣະອົງກໍຈະມາປາກົດພຣະອົງເອງສັນນັ້ນ;
ພຣະອົງຈະມາຫາພວກເຮົາເໝືອນຝົນໃນລະດູໜາວ
ເໝືອນຝົນໃນລະດູໃບໄມ້ປົ່ງທີ່ຫົດຜືນແຜ່ນດິນ”.
4“ເອຟຣາອິມ, ເຮົາຈະເຮັດຫຍັງໃຫ້ເຈົ້າໄດ້?
ຢູດາ, ເຮົາຈະເຮັດຫຍັງກັບເຈົ້າດີ?
ຄວາມຮັກຂອງພວກເຈົ້າເໝືອນໝອກທີ່ບາງໃນຍາມເຊົ້າ,
ເໝືອນນ້ຳຄ້າງຍາມອາລຸນວັນໃໝ່ທີ່ເຫືອດຫາຍໄປ.
5ເຫດສະນັ້ນ ເຮົາຈະມາຕັດພວກເຈົ້າເປັນຕ່ອນໆດ້ວຍຜູ້ທຳນວາຍຂອງເຮົາ,
ເຮົາຈະຂ້າພວກເຈົ້າດ້ວຍຖ້ອຍຄຳຈາກປາກຂອງເຮົາ
ຫລັງຈາກນັ້ນ ຄຳພິພາກສາຂອງເຮົາກໍຈະຈູ່ໂຈມເຂົ້າໃສ່ພວກເຈົ້າດັ່ງດວງຕາເວັນ.#6:5 ພາສາເຮັບເຣີ ວັກນີ້ມີຄວາມໝາຍບໍ່ຊັດເຈນ
6ເພາະເຮົາປະສົງຄວາມເມດຕາ, ບໍ່ແມ່ນເຄື່ອງບູຊາ,
ແລະ ເຮົາຕ້ອງການໃຫ້ພວກເຈົ້າຮູ້ຈັກເຮົາຜູ້ເປັນພຣະເຈົ້າຫລາຍກວ່າຕ້ອງການເຄື່ອງບູຊາ.
7ພວກເຂົາໄດ້ທຳລາຍຄຳໝັ້ນສັນຍາຄືກັນກັບອາດາມ;#6:7 ຫລື ເຊັ່ນດຽວກັບທີ່ເມືອງອາດາມ ຫລື ເຊັ່ນດຽວກັບມະນຸດທັງຫລາຍ
ທີ່ນັ້ນ ພວກເຂົາບໍ່ສັດຊື່ຕໍ່ເຮົາ.
8ກີເລອາດເປັນເມືອງຂອງຄົນຊົ່ວ,
ເປື້ອນໄປດ້ວຍຮອຍຕີນແຫ່ງເລືອດ.
9ໂຈນດັກຖ້າປຸ້ນຄົນສັນໃດ,
ບັນດາປະໂລຫິດກໍເຮັດເຊັ່ນດຽວກັນສັນນັ້ນ;
ພວກເຂົາຂ້າຄົນເທິງເສັ້ນທາງໄປຊີເຄມ,
ສືບຕໍ່ເຮັດຊົ່ວຢ່າງໜ້າອັບອາຍ.
10ຂ້າພະເຈົ້າໄດ້ເຫັນສິ່ງທີ່ຊົ່ວຮ້າຍສິ່ງໜຶ່ງ ໃນບ້ານຂອງອິດສະຣາເອນ:
ທີ່ນັ້ນ ເອຟຣາອິມຍອມປ່ອຍໂຕເປັນໂສເພນີ,
ແລະ ອິດສະຣາເອນໄດ້ເຮັດໂຕໃຫ້ເປັນມົນທິນ.
11“ສ່ວນເຈົ້າ, ຢູດາ,
ເວລາແຫ່ງການເກັບກ່ຽວກໍຖືກກຳນົດໄວ້ແລ້ວ.
“ເມື່ອໃດກໍຕາມທີ່ເຮົາຈະຮື້ຟື້ນຄວາມຮຸ່ງເຮືອງຂອງປະຊາຊົນຂອງເຮົາ,
Currently Selected:
ໂຮເສອາ 6: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: