YouVersion Logo
Search Icon

ເອເຊກຽນ 45

45
ອິດສະຣາເອນ​ໄດ້​ຮັບ​ການ​ຟື້ນຟູ​ຢ່າງ​ສົມບູນ
1“ ‘ເມື່ອ​ເຈົ້າ​ແບ່ງ​ດິນແດນ​ກຳມະສິດ ເຈົ້າ​ຈົ່ງ​ຖວາຍ​ທີ່​ດິນ​ສ່ວນ​ໜຶ່ງ​ໃຫ້​ແກ່​ພຣະເຈົ້າ​ຢາເວ ເປັນ​ເຂດ​ສັກສິດ ທີ່​ມີ​ຄວາມ​ຍາວ 25.000 ສອກ#45:1 ຄື ປະມານ 12,5 ກິໂລແມັດ ເຊັ່ນ​ດຽວ​ກັບ​ຂໍ້ 3, 5 ແລະ 6 ແລະ ກວ້າງ 20.000 ສອກ;#45:1 ຄື ປະມານ 10 ກິໂລແມັດ ພາສາ​ເຮັບເຣີ​ວ່າ 10.000 ສອກ ຄື​ປະມານ 5 ກິໂລແມັດ ທັງ​ເຂດ​ແດນ​ນັ້ນ​ຈະ​ເປັນ​ບ່ອນ​ບໍລິສຸດ. 2ໃນ​ບໍລິເວນ​ນີ້ ໃຫ້​ມີ​ເນື້ອ​ທີ່​ສີ່​ຫລ່ຽມ​ມົນທົນ ຄວາມ​ກວ້າງ ແລະ ຍາວ​ແມ່ນ​ດ້ານ​ລະ 500 ສອກ,#45:2 ຄື ປະມານ 250 ແມັດ ເພື່ອ​ເປັນ​ສະຖານ​ນະມັດສະການ ແລະ ມີ​ບ່ອນ​ຫວ່າງ​ອ້ອມ​ຮອບ​ເປັນ​ໄລຍະ 50 ສອກ.#45:2 ຄື ປະມານ 25 ແມັດ 3ໃນ​ເຂດ​ສັກສິດ​ນີ້ ຈົ່ງ​ແທກ​ບ່ອນ​ທີ່​ແບ່ງ​ອອກ​ມາ​ໃຫ້​ໄດ້​ຂະໜາດ​ຂອງ​ຄວາມ​ຍາວ 25.000 ສອກ ແລະ ຄວາມ​ກວ້າງ 10.000 ສອກ.#45:3 ຄື ກວ້າງ​ປະມານ 5 ກິໂລແມັດ ເຊັ່ນ​ດຽວ​ກັບ​ຂໍ້ 5 ໃນ​ບໍລິເວນ​ນີ້​ຈະ​ເປັນ​ສະຖານ​ນະມັດສະການ, ເປັນ​ບ່ອນ​ທີ່​ສັກສິດ​ທີ່​ສຸດ. 4ຈະ​ເປັນ​ເຂດແດນ​ທີ່​ບໍລິສຸດ​ສຳລັບ​ບັນດາ​ປະໂລຫິດ ຜູ້​ປະຕິບັດ​ໜ້າທີ່​ໃນ​ສະຖານ​ນະມັດສະການ ແລະ ເຂົ້າ​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ໃຊ້​ເປັນ​ບ່ອນ​ສຳລັບ​ເຮືອນ​ຂອງ​ບັນດາ​ປະໂລຫິດ ແລະ ເປັນ​ບ່ອນ​ທີ່​ສັກສິດ​ຂອງ​ສະຖານ​ນະມັດສະການ. 5ອີກ​ສ່ວນ​ໜຶ່ງ​ທີ່​ມີ​ຄວາມ​ຍາວ 25.000 ສອກ ແລະ ກວ້າງ 10.000 ສອກ ຈະ​ເປັນ​ຂອງ​ຄົນ​ເລວີ ຜູ້​ທີ່​ຮັບໃຊ້​ໃນ​ວິຫານ ມອບ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ​ເພື່ອ​ສ້າງ​ບ້ານ​ເມືອງ​ທີ່​ຈະ​ອາໄສ​ຢູ່.#45:5 ພາສາ​ເຮັບເຣີ​ວ່າ ວິຫານ ພວກເຂົາ​ຈະ​ມີ​ກຳມະສິດ​ຊາວ​ຫ້ອງ
6“ ‘ເຈົ້າ​ຈົ່ງ​ມອບ​ທີ່ດິນ​ກວ້າງ 5.000 ສອກ#45:6 ຫລື ກວ້າງ​ປະມານ 2,5 ກິໂລແມັດ ຍາວ 25.000 ສອກ ຕໍ່​ຈາກ​ເຂດ​ສັກສິດ​ໃຫ້​ເປັນ​ສ່ວນ​ຂອງ​ເມືອງ​ນັ້ນ; ບ່ອນ​ນີ້​ຈະ​ເປັນ​ຂອງ​ຊົນຊາດ​ອິດສະຣາເອນ​ທັງໝົດ.
7“ ‘ທີ່​ດິນ​ແຕ່​ລະ​ຂ້າງ​ຂອງ​ເນື້ອທີ່​ຂອງ​ເຂດ​ສັກສິດ ແລະ ຊັບສົມບັດ​ຂອງ​ເມືອງ​ແມ່ນ​ມອບ​ໃຫ້​ເປັນ​ຂອງ​ເຈົ້ານາຍ. ອອກ​ໄປ​ທາງ​ທິດ​ຕາເວັນ​ຕົກ​ຈາກ​ຟາກ​ຕາເວັນ​ຕົກ ແລະ ທາງ​ທິດ​ຕາເວັນ​ອອກ​ຈາກ​ຟາກ​ຕາເວັນ​ອອກ, ໄປ​ຕາມ​ຄວາມ​ຍາວ​ຂອງ​ເຂດແດນ​ທາງ​ທິດ​ຕາເວັນ​ຕົກ​ຫາ​ທາງ​ທິດ​ຕາເວັນ​ອອກ ທຽບ​ເທົ່າ​ກັບ​ສ່ວນ​ທີ່​ມອບ​ໃຫ້​ຕະກຸນ​ໜຶ່ງ. 8ທີ່​ດິນ​ນີ້​ຈະ​ເປັນ​ກຳມະສິດ​ຂອງ​ເຈົ້ານາຍ​ໃນ​ອິດສະຣາເອນ ແລະ ເຈົ້ານາຍ​ເຫລົ່ານັ້ນ​ຈະ​ໄດ້​ບໍ່​ກົດຂີ່​ຂົ່ມເຫັງ​ປະຊາຊົນ​ຂອງ​ເຮົາ​ອີກ​ຕໍ່ໄປ ແຕ່​ຈະ​ຍອມ​ໃຫ້​ຊົນຊາດ​ອິດສະຣາເອນ​ຄອບຄອງ​ດິນແດນ​ຕາມ​ຕະກຸນ​ຕ່າງໆ​ຂອງ​ພວກເຂົາ.
9“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຈົ້ານາຍ​ທັງຫລາຍ​ຂອງ​ອິດສະຣາເອນ, ພວກເຈົ້າ​ເຮັດ​ເກີນ​ໄປ​ແລ້ວ! ຈົ່ງ​ຢຸດ​ຄວາມ​ຮຸນແຮງ ແລະ ກົດຂີ່​ຂົ່ມເຫັງ​ຂອງ​ເຈົ້າ ແລະ ຈົ່ງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ຍຸຕິທຳ. ຢຸດ​ຂັບໄລ່​ປະຊາຊົນ​ຂອງ​ເຮົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ. 10ພວກເຈົ້າ​ຈົ່ງ​ໃຊ້​ເຄື່ອງ​ຊັ່ງ​ທີ່​ຖືກຕ້ອງ, ເອຟາ ແລະ ບາດ​ທີ່​ຖືກຕ້ອງ.#45:10 ເອຟາ​ໃຊ້​ຜອງ​ຂອງ​ແຫ້ງ ແລະ ບັດ​ໃຊ້​ຜອງ​ຂອງ​ແຫລວ 11ເອຟາ​ຈະ​ເທົ່າ​ກັບ​ບາດ ຄື​ເອຟາ ແລະ ບາດ​ແມ່ນ​ເທົ່າ​ກັບ​ໜຶ່ງ​ໃນ​ສິບ​ໂຮເມ, ໂຮເມ​ເປັນ​ໜ່ວຍ​ມາດຕະຖານ​ຂອງ​ການ​ຜອງ​ທັງ​ຂອງ​ແຫ້ງ ແລະ ຂອງ​ແຫລວ. 121 ເຊເຂວ#45:12 1 ເຊເຂວ ມີ​ນ້ຳ​ໜັກ​ເທົ່າ​ກັບ 11,5 ກຣາມ ເທົ່າ​ກັບ 20 ເກຣາ ແລະ 60 ເຊເຂວ​ເທົ່າ​ກັບ 1 ມິນາ.#45:12 ໂດຍ​ທົ່ວ​ໄປ 1 ມິນາ​ເທົ່າ​ກັບ 50 ເຊເຂວ
13“ ‘ຂອງ​ຖວາຍ​ພິເສດ​ທີ່​ພວກເຈົ້າ​ຈະ​ຕ້ອງ​ນຳ​ມາ​ມອບ​ໃຫ້​ຄື: ເຂົ້າຫວີດ​ໜຶ່ງ​ໃນ​ຫົກ​ເອຟາ#45:13 ຄື ປະມານ 2,7 ກິໂລກຣາມ ຈາກ​ທຸກໆ​ໜຶ່ງ​ໂຮເມ ແລະ ເຂົ້າບາເລ​ກໍ​ໜຶ່ງ​ໃນ​ຫົກ​ເອຟາ#45:13 ຄື ປະມານ 2,3 ກິໂລກຣາມ ຈາກ​ທຸກໆ​ໜຶ່ງ​ໂຮເມ. 14ສ່ວນ​ນ້ຳມັນ​ແມ່ນ​ຜອງ​ດ້ວຍ​ຫົວໜ່ວຍ​ບາດ ຄື​ໜຶ່ງ​ໃນ​ສິບ​ບາດ​ຈາກ​ທຸກ​ໜຶ່ງ​ໂຄ (ເຊິ່ງ​ເທົ່າ​ກັບ​ໜຶ່ງ​ໂຮເມ ຫລື ສິບ​ບາດ). 15ພ້ອມ​ທັງ​ແກະ​ໜຶ່ງ​ໂຕ​ຈາກ​ທຸກ​ສອງ​ຮ້ອຍ​ໂຕ ຈາກ​ທົ່ງຫຍ້າ​ອັນ​ອຸດົມ​ສົມບູນ​ຂອງ​ອິດສະຣາເອນ. ສິ່ງ​ເຫລົ່ານີ້​ຈະ​ໃຊ້​ເປັນ​ເມັດພືດ​ບູຊາ, ເຄື່ອງເຜົາ​ບູຊາ ແລະ ເຄື່ອງ​ສາມັກຄີທຳ​ບູຊາ​ເພື່ອ​ລົບ​ຄວາມ​ບາບ​ສຳລັບ​ປະຊາຊົນ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ. 16ປະຊາຊົນ​ທັງໝົດ​ຈະ​ຮ່ວມ​ກັນ​ນຳ​ຂອງ​ຖວາຍ​ພິເສດ​ນີ້​ມາ​ສຳລັບ​ເຈົ້ານາຍ​ຂອງ​ອິດສະຣາເອນ. 17ເປັນ​ໜ້າທີ່​ຂອງ​ເຈົ້ານາຍ​ທີ່​ຈະ​ຈັດ​ຕຽມ​ເຄື່ອງເຜົາ​ບູຊາ, ເມັດພືດ​ບູຊາ ແລະ ເຄື່ອງ​ດື່ມ​ບູຊາ​ທີ່​ໃຊ້​ໃນ​ເທດສະການ​ຕ່າງໆ, ວັນ​ເດືອນ​ຂຶ້ນ​ໃໝ່ ແລະ ວັນຊະບາໂຕ​ທັງຫລາຍ ຄື​ທຸກ​ເທດສະການ​ທີ່​ກຳນົດ​ໄວ້​ຂອງ​ຊົນຊາດ​ອິດສະຣາເອນ. ເຈົ້ານາຍ​ຈະ​ຈັດ​ເຄື່ອງບູຊາ​ໄຖ່​ບາບ, ເມັດພືດ​ບູຊາ, ເຄື່ອງເຜົາ​ບູຊາ ແລະ ເຄື່ອງ​ສາມັກຄີທຳ​ບູຊາ​ເພື່ອ​ລົບ​ຄວາມ​ບາບ​ຂອງ​ຊົນຊາດ​ອິດສະຣາເອນ.
18“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ໜຶ່ງ ເຈົ້າ​ຈົ່ງ​ເອົາ​ງົວ​ໜຸ່ມ​ທີ່​ປາດສະຈາກ​ຕຳໜິ​ມາ​ເພື່ອ​ການ​ຊຳລະ​ສະຖານ​ນະມັດສະການ. 19ໃຫ້​ປະໂລຫິດ​ເອົາ​ເລືອດ​ຂອງ​ເຄື່ອງບູຊາ​ໄຖ່​ບາບ​ທາ​ໄວ້​ທີ່​ເສົາ​ປະຕູ​ວິຫານ, ທີ່​ມຸມ​ທັງ​ສີ່​ຂອງ​ຂອບ​ເທິງ​ຂອງ​ແທ່ນບູຊາ ແລະ ທີ່​ເສົາ​ປະຕູ​ຂອງ​ເດີ່ນ​ຊັ້ນ​ໃນ. 20ເຈົ້າ​ຈົ່ງ​ເຮັດ​ຢ່າງ​ນີ້​ອີກ​ໃນ​ວັນ​ທີ​ເຈັດ​ຂອງ​ເດືອນ​ນັ້ນ ເປັນ​ການ​ລົບ​ມົນທິນ​ຂອງ​ວິຫານ​ເພື່ອ​ວ່າ​ຜູ້ໃດ​ຜູ້​ໜຶ່ງ​ເຮັດ​ບາບ​ໂດຍ​ບໍ່​ເຈດຕະນາ ຫລື ຮູ້​ເທົ່າ​ບໍ່​ເຖິງ​ການ.
21“ ‘ໃນ​ວັນ​ທີ​ສິບສີ່​ເດືອນ​ທີ​ໜຶ່ງ ເຈົ້າ​ຈົ່ງ​ຖື​ເທດສະການ​ປັດສະຄາ ເຈົ້າ​ຈະ​ກິນ​ເຂົ້າຈີ່​ບໍ່​ໃສ່​ເຊື້ອ​ແປ້ງ​ຕະຫລອດ​ເຈັດ​ວັນ​ຂອງ​ເທດສະການ. 22ໃນ​ວັນ​ນັ້ນ​ເຈົ້ານາຍ​ຕ້ອງ​ຈັດ​ຕຽມ​ງົວ​ໜຸ່ມ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ສຳລັບ​ຕົນ​ເອງ ແລະ ສຳລັບ​ປະຊາຊົນ​ທັງໝົດ. 23ທຸກ​ວັນ​ຕະຫລອດ​ເຈັດ​ວັນ​ຂອງ​ເທດສະການ ເຈົ້ານາຍ​ຈະ​ຖວາຍ​ງົວ​ໜຸ່ມ​ເຈັດ​ໂຕ ແລະ ແກະ​ຜູ້​ເຈັດ​ໂຕ ເຊິ່ງ​ປາດສະຈາກ​ຕຳໜິ ເປັນ​ເຄື່ອງເຜົາ​ບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ແລະ ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງບູຊາ​ໄຖ່​ບາບ. 24ລາວ​ຈະ​ຈັດ​ຕຽມ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ພ້ອມ​ກັບ​ໃຊ້​ແປ້ງ 1 ເອຟາ#45:24 ຫລື ອາດ​ຈະ​ປະມານ 22 ລິດ ຕໍ່​ງົວ​ໜຸ່ມ​ໜຶ່ງ​ໂຕ ແລະ 1 ເອຟາ​ຕໍ່​ແບ້​ຜູ້​ໜຶ່ງ​ໂຕ ພ້ອມ​ທັງ​ນ້ຳມັນ 1 ຮິນ#45:24 ຫລື ອາດ​ຈະ​ປະມານ 3,8 ລິດ ຕໍ່​ແປ້ງ 1 ເອຟາ.
25“ ‘ຕະຫລອດ​ເຈັດ​ວັນ​ຂອງ​ເທດສະການ​ນັ້ນ, ເຊິ່ງ​ເລີ່ມ​ໃນ​ວັນ​ທີ​ສິບ​ຫ້າ​ຂອງ​ເດືອນ​ທີ​ເຈັດ, ໃຫ້​ລາວ​ຈັດ​ຕຽມ​ເຄື່ອງບູຊາ​ໄຖ່​ບາບ, ເຄື່ອງເຜົາ​ບູຊາ, ເມັດພືດ​ບູຊາ ແລະ ນ້ຳມັນ​ແບບ​ດຽວ​ກັນ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in