YouVersion Logo
Search Icon

ເອເຊກຽນ 46

46
1“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ປະຕູ​ຂອງ​ເດີ່ນ​ຊັ້ນ​ໃນ​ທີ່​ຫັນ​ໜ້າ​ໄປ​ທາງ​ທິດ​ຕາເວັນ​ອອກ​ໃຫ້​ປິດ​ໃນ​ວັນ​ເຮັດ​ວຽກ​ຫົກ​ວັນ, ແຕ່​ໃຫ້​ເປີດ​ໃນ​ວັນຊະບາໂຕ ແລະ ວັນ​ເດືອນ​ຂຶ້ນ​ໃໝ່. 2ເຈົ້ານາຍ​ຈະ​ເຂົ້າ​ມາ​ຈາກ​ດ້ານ​ນອກ​ຜ່ານ​ລະບຽງ​ທາງເຂົ້າ ແລະ ຢືນ​ຢູ່​ຂ້າງ​ເສົາ​ປະຕູ. ໃຫ້​ບັນດາ​ປະໂລຫິດ​ຖວາຍ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງ​ສາມັກຄີທຳ​ບູຊາ​ຂອງ​ເຈົ້ານາຍ. ໃຫ້​ເຈົ້ານາຍ​ກົ້ມ​ລົງ​ນະມັດສະການ​ພຣະເຈົ້າ​ຢູ່​ທີ່​ທໍ​ທອນ​ນີ​ປະຕູ​ນັ້ນ ແລ້ວ​ອອກ​ໄປ, ແຕ່​ບໍ່​ຕ້ອງ​ປິດ​ປະຕູ​ຈົນ​ກວ່າ​ຈະ​ເຖິງ​ຕອນ​ແລງ. 3ໃນ​ວັນຊະບາໂຕ ແລະ ວັນ​ເດືອນ​ຂຶ້ນ​ໃໝ່ ໃຫ້​ປະຊາຊົນ​ທັງໝົດ​ນະມັດສະການ​ພຣະເຈົ້າ​ຢາເວ​ຢູ່​ທີ່​ທາງເຂົ້າ​ກ່ອນ​ຮອດ​ປະຕູ​ນັ້ນ. 4ເຄື່ອງເຜົາ​ບູຊາ​ທີ່​ເຈົ້ານາຍ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ໃນ​ວັນຊະບາໂຕ​ແມ່ນ​ມີ​ດັ່ງ​ນີ້: ລູກແກະ​ໂຕ​ຜູ້​ຫົກ​ໂຕ ແລະ ແກະ​ຜູ້​ໜຶ່ງ​ໂຕ ທຸກ​ໂຕ​ຈະ​ຕ້ອງ​ບໍ່​ມີ​ຕຳໜິ. 5ເມັດພືດ​ບູຊາ 1 ເອຟາ#46:5 ຫລື ອາດ​ຈະ​ປະມານ 16 ກິໂລກຣາມ ເຊັ່ນ​ດຽວ​ກັບ​ຂໍ້ 7, 11 ຖວາຍ​ຄູ່​ກັບ​ແກະ​ຜູ້ ແລະ ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ຖວາຍ​ຄູ່​ກັບ​ລູກແກະ​ນັ້ນ​ແມ່ນແລ້ວ​ແຕ່​ເຈົ້ານາຍ​ຈະ​ເຫັນດີ ແລະ ຖວາຍ​ນ້ຳມັນ 1 ຮິນ#46:5 ຄື ປະມານ 3,8 ລິດ ເຊັ່ນ​ດຽວ​ກັບ​ຂໍ້ 7, 11 ຄູ່​ກັບ​ເມັດພືດ​ບູຊາ​ທຸກໆ 1 ເອຟາ. 6ໃນ​ວັນ​ເດືອນ​ຂຶ້ນໃໝ່​ນັ້ນ ໃຫ້​ເຈົ້ານາຍ​ຖວາຍ​ງົວ​ໜຸ່ມ​ໜຶ່ງ​ໂຕ, ລູກແກະ​ຫົກ​ໂຕ ແລະ ແກະ​ຜູ້​ໜຶ່ງ​ໂຕ, ທຸກ​ໂຕ​ຈະ​ຕ້ອງ​ບໍ່​ມີ​ຕຳໜິ. 7ໃຫ້​ລາວ​ຕຽມ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ 1 ເອຟາ ຄູ່​ກັບ​ງົວ​ຜູ້ ແລະ ອີກ 1 ເອຟາ ຄູ່​ກັບ​ແກະ​ຜູ້ ແລະ ສ່ວນ​ທີ່​ຄູ່​ກັບ​ລູກແກະ​ນັ້ນ​ຈະ​ເທົ່າ​ໃດ​ກໍ​ໄດ້​ແລ້ວ​ແຕ່​ລາວ​ເຫັນ​ດີ ພ້ອມ​ທັງ​ນ້ຳມັນ 1 ຮິນ ຕໍ່​ເມັດພືດ​ບູຊາ​ທຸກໆ 1 ເອຟາ. 8ເມື່ອ​ເຈົ້ານາຍ​ເຂົ້າ​ມາ ໃຫ້​ລາວ​ເຂົ້າ​ທາງ​ລະບຽງ​ທາງເຂົ້າ ແລະ ອອກ​ໄປ​ທາງ​ດຽວ​ກັນ​ນັ້ນ.
9“ ‘ເມື່ອ​ປະຊາຊົນ​ມາ​ເຂົ້າ​ພົບ​ພຣະເຈົ້າ​ຢາເວ ຕາມ​ເທດສະການ​ທີ່​ກຳນົດ, ຜູ້ໃດ​ທີ່​ເຂົ້າ​ທາງ​ປະຕູ​ດ້ານ​ເໜືອ​ເພື່ອ​ນະມັດສະການ​ແມ່ນ​ໃຫ້​ອອກ​ທາງ​ໄປ​ປະຕູ​ດ້ານ​ໃຕ້ ແລະ ຜູ້ໃດ​ທີ່​ເຂົ້າ​ທາງ​ປະຕູ​ດ້ານ​ໃຕ້​ແມ່ນ​ໃຫ້​ອອກ​ໄປ​ທາງ​ປະຕູ​ດ້ານ​ເໜືອ. ບໍ່​ໃຫ້​ຜູ້ໃດ​ກັບ​ອອກ​ໄປ​ທາງ​ດຽວ​ກັບ​ທີ່​ຕົນ​ເຂົ້າ​ມາ ແຕ່​ໃຫ້​ກັບ​ອອກ​ໄປ​ທາງ​ປະຕູ​ກົງກັນຂ້າມ. 10ເຈົ້ານາຍ​ຈະ​ຢູ່​ທ່າມກາງ​ປະຊາຊົນ ເມື່ອ​ປະຊາຊົນ​ເຂົ້າ​ໄປ ເຈົ້ານາຍ​ກໍ​ເຂົ້າ​ໄປ ແລະ ເມື່ອ​ປະຊາຊົນ​ອອກ​ມາ ລາວ​ກໍ​ອອກ​ມາ. 11ໃນ​ເທດສະການ​ຕາມ​ກຳນົດ ແລະ ງານ​ລ້ຽງ​ຕາມ​ວາລະ​ຕ່າງໆ ໃຫ້​ໃຊ້​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ 1 ເອຟາ ຄູ່​ກັບ​ງົວ​ຜູ້​ໜຶ່ງ​ໂຕ, ອີກ 1 ເອຟາ ຄູ່​ກັບ​ແກະ​ຜູ້​ໜຶ່ງ​ໂຕ, ສ່ວນ​ທີ່​ຄູ່​ກັບ​ລູກແກະ​ນັ້ນ​ຈະ​ເທົ່າໃດ​ກໍ​ໄດ້​ແລ້ວ​ແຕ່​ເຫັນ​ດີ ພ້ອມ​ທັງ​ນ້ຳມັນ 1 ຮິນ ຄູ່​ກັບ​ເມັດພືດ​ບູຊາ​ທຸກໆ 1 ເອຟາ.
12“ ‘ເມື່ອ​ເຈົ້ານາຍ​ຖວາຍ​ເຄື່ອງບູຊາ​ຕາມ​ຄວາມ​ສະໝັກ​ໃຈ​ແກ່​ພຣະເຈົ້າ​ຢາເວ ຈະ​ເປັນ​ເຄື່ອງເຜົາ​ບູຊາ ຫລື ເຄື່ອງ​ສາມັກຄີທຳ​ບູຊາ​ກໍ​ຕາມ ຈົ່ງ​ເປີດ​ປະຕູ​ທີ່​ຫັນ​ໄປ​ທາງ​ດ້ານ​ຕາເວັນ​ອອກ​ໃຫ້​ລາວ. ລາວ​ຈະ​ຖວາຍ​ເຄື່ອງເຜົາ​ບູຊາ ຫລື ເຄື່ອງ​ສາມັກຄີທຳ​ບູຊາ​ເໝືອນ​ໃນ​ວັນຊະບາໂຕ ແລ້ວ​ລາວ​ກໍ​ຈະ​ອອກ​ໄປ, ເມື່ອ​ລາວ​ອອກ​ໄປ​ແລ້ວ​ກໍ​ຈົ່ງ​ປິດ​ປະຕູ.
13“ ‘ຈົ່ງ​ຖວາຍ​ລູກແກະ​ໂຕ​ຜູ້ ອາຍຸ​ໜຶ່ງ​ປີ ເຊິ່ງ​ບໍ່​ມີ​ຕຳໜິ​ເປັນ​ເຄື່ອງເຜົາ​ບູຊາ​ແກ່​ພຣະເຈົ້າ​ຢາເວ​ທຸກ​ວັນ; ເຈົ້າ​ຈະ​ຕ້ອງ​ຖວາຍ​ສັດ​ເຫລົ່ານັ້ນ​ທຸກໆ​ເຊົ້າ. 14ຈົ່ງ​ຖວາຍ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ໜຶ່ງ​ໃນ​ຫົກ​ເອຟາ#46:14 ຄື ປະມານ 2,7 ກິໂລກຣາມ ຄູ່​ກັບ​ສັດ​ເຫລົ່ານັ້ນ ແລະ ນ້ຳມັນ​ໜຶ່ງ​ໃນ​ສາມ​ຮິນ#46:14 ຄື ປະມານ 1,2 ລີດ ເພື່ອ​ປົນ​ໃສ່​ກັບ​ແປ້ງ. ການ​ຖວາຍ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ແກ່​ພຣະເຈົ້າ​ຢາເວ​ນີ້​ໃຫ້​ຖື​ປະຕິບັດ​ຕະຫລອດໄປ. 15ດັ່ງນັ້ນ ໃຫ້​ຈັດ​ຕຽມ​ລູກແກະ ແລະ ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ກັບ​ນ້ຳມັນ​ເປັນ​ເຄື່ອງເຜົາ​ບູຊາ​ເປັນ​ປະຈຳ​ທຸກ​ເຊົ້າ.
16“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ຖ້າ​ເຈົ້ານາຍ​ມອບ​ທີ່​ດິນ​ທີ່​ເປັນ​ມໍລະດົກ​ຕົນ​ໃຫ້​ເປັນ​ຂອງ​ຂວັນ​ແກ່​ລູກຊາຍ​ລາວ, ທີ່​ດິນ​ຕອນ​ນັ້ນ​ກໍ​ຈະ​ເປັນ​ມໍລະດົກ​ຂອງ​ລູກ​ຫລານ​ຂອງ​ລາວ​ເໝືອນ​ກັນ; ທີ່​ດິນ​ຕອນ​ນັ້ນ​ກໍ​ຈະ​ຕົກ​ເປັນ​ຊັບສິນ​ຂອງ​ພວກເຂົາ​ໂດຍ​ທາງ​ມໍລະດົກ. 17ແຕ່​ຖ້າ​ຫາກ​ວ່າ, ເຈົ້ານາຍ​ໄດ້​ມອບ​ທີ່​ດິນ​ທີ່​ເປັນ​ມໍລະດົກ​ຂອງ​ຕົນ​ໃຫ້​ເປັນ​ຂອງ​ຂວັນ​ແກ່​ຄົນຮັບໃຊ້​ຂອງ​ລາວ, ຄົນຮັບໃຊ້​ນັ້ນ​ຈະ​ຄອບຄອງ​ທີ່​ດິນ​ນັ້ນ​ຈົນ​ເຖິງ​ປີ​ແຫ່ງ​ການ​ປົດປ່ອຍ; ແລ້ວ​ທີ່ດິນ​ຕອນ​ນັ້ນ​ຈະ​ກັບ​ມາ​ເປັນ​ຂອງ​ເຈົ້ານາຍ​ຕາມ​ເດີມ. ທີ່​ດິນ​ທີ່​ເປັນ​ມໍລະດົກ​ຂອງ​ເຈົ້ານາຍ​ຈະ​ເປັນ​ຊັບສົມບັດ​ຂອງ​ບັນດາ​ລູກຊາຍ​ຂອງ​ລາວ​ເທົ່ານັ້ນ. 18ເຈົ້ານາຍ​ຈະ​ຕ້ອງ​ບໍ່​ປຸ້ນ​ທີ່​ດິນ​ທີ່​ເປັນ​ມໍລະດົກ​ຂອງ​ປະຊາຊົນ​ມາ​ເປັນ​ຊັບສົມບັດ​ຂອງ​ຕົນ, ຂັບໄລ່​ປະຊາຊົນ​ອອກ​ຈາກ​ທີ່​ດິນ​ຂອງ​ພວກເຂົາ. ເຈົ້ານາຍ​ຈະ​ມອບ​ທີ່​ດິນ​ໃຫ້​ແກ່​ລູກ​ຫລານ​ຂອງ​ຕົນ​ໄດ້​ສະເພາະ​ສ່ວນ​ທີ່​ເປັນ​ກຳມະສິດ​ຕົກທອດ​ມາ​ເຖິງ​ຕົນ, ເພື່ອ​ບໍ່​ໃຫ້​ປະຊາຊົນ​ຄົນ​ໃດ​ຄົນ​ໜຶ່ງ​ຂອງ​ເຮົາ​ພາກ​ຈາກ​ທີ່​ດິນ​ຂອງ​ຕົນ’ ”.
19ແລ້ວ​ຊາຍ​ຄົນ​ນັ້ນ​ກໍ​ພາ​ຂ້າພະເຈົ້າ​ຜ່ານ​ທາງເຂົ້າ​ຢູ່​ທີ່​ຂ້າງ​ປະຕູ​ໄປ​ສູ່​ຫ້ອງ​ບໍລິສຸດ​ຕ່າງໆ​ທີ່​ຫັນ​ໜ້າ​ໄປ​ທາງ​ທິດ​ເໜືອ, ເຊິ່ງ​ເປັນ​ຫ້ອງ​ຂອງ​ບັນດາ​ປະໂລຫິດ ແລະ ຊີ້​ໃຫ້​ຂ້າພະເຈົ້າ​ເບິ່ງ​ບ່ອນ​ໜຶ່ງ​ທີ່​ຢູ່​ແຄມ​ສຸດ​ດ້ານ​ຕາເວັນ​ຕົກ. 20ເພິ່ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ນີ້​ເປັນ​ບ່ອນ​ສຳລັບ​ປະໂລຫິດ​ຕົ້ມ​ເຄື່ອງບູຊາ​ລົບ​ຄວາມ​ຜິດ ແລະ ເຄື່ອງບູຊາ​ໄຖ່​ບາບ ແລະ ປີ້ງ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ, ເພື່ອ​ຈະ​ໄດ້​ບໍ່​ນຳ​ອອກ​ໄປ​ສູ່​ເດີ່ນ​ຊັ້ນ​ນອກ ແລະ ບໍ່​ໄປ​ເຮັດ​ໃຫ້​ປະຊາຊົນ​ບໍລິສຸດ”.
21ແລ້ວ​ເພິ່ນ​ກໍ​ພາ​ຂ້າພະເຈົ້າ​ມາ​ທີ່​ເດີ່ນ​ຊັ້ນ​ນອກ ແລະ ພາ​ໄປ​ເບິ່ງ​ທົ່ວ​ມຸມ​ທັງ​ສີ່ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ໃນ​ແຕ່​ລະ​ແຈ​ນັ້ນ​ກໍ​ມີ​ເດີ່ນ​ນ້ອຍ​ອີກ​ເດີ່ນ​ໜຶ່ງ. 22ເດີ່ນ​ນ້ອຍ​ທີ່​ຢູ່​ທັງ​ສີ່​ແຈ​ຂອງ​ເດີ່ນ​ຊັ້ນ​ນອກ​ນີ້​ມີ​ຝາ​ອ້ອມ​ຮອບ ຍາວ 40 ສອກ ແລະ ກວ້າງ 30 ສອກ.#46:22 ຄື ຍາວ​ປະມານ 20 ແມັດ ກວ້າງ​ປະມານ 15 ແມັດ ແຕ່​ລະ​ເດີ່ນ​ທີ່​ຢູ່​ທັງ​ສີ່​ແຈ​ນັ້ນ​ລ້ວນ​ແຕ່​ມີ​ຂະໜາດ​ເທົ່າ​ກັນ. 23ພາຍໃນ​ອ້ອມ​ເດີ່ນ​ທັງ​ສີ່​ນັ້ນ​ກໍ​ມີ​ຂອບ​ຫີນ​ພ້ອມ​ກັບ​ບ່ອນ​ສຳລັບ​ດັງ​ໄຟ​ທີ່​ສ້າງ​ຂຶ້ນ​ອ້ອມ​ຂອບ​ຫີນ​ນີ້. 24ເພິ່ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ນີ້​ແມ່ນ​ເຮືອນຄົວ ເປັນ​ບ່ອນ​ທີ່​ໃຫ້​ຜູ້​ປະຕິບັດ​ໜ້າທີ່​ໃນ​ວິຫານ​ໃຊ້​ຕົ້ມ​ເຄື່ອງບູຊາ​ຂອງ​ປະຊາຊົນ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in